Biblia Todo Logo
Bìoball air-loidhne

- Sanasan -

ຈົດບັນຊີ 7 - ພຣະຄຳພີສັກສິ


ການ​ຖວາຍ​ຂອງ​ພວກ​ຫົວໜ້າ

1 ໃນ​ວັນ​ທີ່​ໂມເຊ​ກາງ​ຫໍເຕັນ​ສັກສິດ​ສຳເລັດ​ຮຽບຮ້ອຍ​ນັ້ນ; ເພິ່ນ​ໄດ້​ໃຊ້​ນໍ້າມັນ​ສັກສິດ​ຫົດສົງ ແລະ​ອຸທິດ​ຖວາຍ​ຫໍເຕັນ​ກັບ​ເຄື່ອງໃຊ້​ຕ່າງໆ​ປະຈຳ​ຫໍເຕັນ ແລະ​ແທ່ນບູຊາ​ກັບ​ເຄື່ອງໃຊ້​ຕ່າງໆ​ປະຈຳ​ແທ່ນບູຊາ.

2 ແລ້ວ​ບັນດາ​ຫົວໜ້າ​ຕະກຸນ​ທັງຫລາຍ ທີ່​ເປັນ​ຜູ້ນຳ​ໃນ​ເຜົ່າ​ຕ່າງໆ​ຂອງ​ຊາດ​ອິດສະຣາເອນ ຄື​ພວກ​ທີ່​ຮັບຜິດຊອບ​ໃນ​ການ​ຈົດ​ສຳມະໂນຄົວ

3 ຕ່າງ​ກໍ​ນຳ​ເອົາ​ສິ່ງຂອງ​ຂອງ​ພວກ​ຕົນ​ມາ​ຖວາຍ​ຕໍ່ໜ້າ​ພຣະເຈົ້າຢາເວ​ດັ່ງນີ້: ກວຽນ​ຫົກ​ລຳ​ກັບ​ງົວເຖິກ​ຫົກ​ຄູ່, ກວຽນ​ລຳ​ໜຶ່ງ​ຕໍ່​ຜູ້ນຳ​ສອງ​ຄົນ ແລະ​ງົວເຖິກ​ໂຕໜຶ່ງ​ຕໍ່​ຜູ້ນຳ​ຄົນ​ໜຶ່ງ ເມື່ອ​ນຳ​ສິ່ງ​ເຫຼົ່ານີ້​ມາ​ຕໍ່ໜ້າ​ຫໍເຕັນ​ສັກສິດ​ແລ້ວ

4 ພຣະເຈົ້າຢາເວ​ກໍ​ບອກ​ໂມເຊ​ວ່າ,

5 “ຈົ່ງ​ຮັບ​ເອົາ​ຂອງ​ຖວາຍ​ເຫຼົ່ານີ້​ໄວ້​ໃຊ້​ໃນ​ວຽກງານ​ຂອງ​ຫໍເຕັນ​ບ່ອນ​ຊຸມນຸມ ແລ້ວ​ຈົ່ງ​ມອບ​ຕໍ່​ໃຫ້​ຊາວ​ເລວີ​ຕາມ​ວຽກງານ​ທີ່​ພວກເຂົາ​ຮັບຜິດຊອບ​ນັ້ນ.”

6 ດັ່ງນັ້ນ ໂມເຊ​ຈຶ່ງ​ເອົາ​ກວຽນ​ແລະ​ງົວ​ມອບ​ໃຫ້​ຊາວ​ເລວີ.

7 ເພິ່ນ​ໄດ້​ມອບ​ກວຽນ​ສອງ​ລຳ​ກັບ​ງົວເຖິກ​ສອງ​ຄູ່​ໃຫ້​ພວກ​ເກໂຊນ

8 ແລະ​ກວຽນ​ສີ່​ລຳ​ກັບ​ງົວເຖິກ​ສີ່​ຄູ່​ໃຫ້​ພວກ​ເມຣາຣີ. ວຽກງານ​ທັງໝົດ​ຂອງ​ພວກເຂົາ​ແມ່ນ​ຢູ່​ໃຕ້​ການ​ຊີ້ນຳ​ຂອງ​ອີທາມາ ລູກຊາຍ​ຂອງ​ອາໂຣນ.

9 ແຕ່​ໂມເຊ​ບໍ່ໄດ້​ມອບ​ກວຽນ​ແລະ​ງົວ​ໃຫ້​ພວກ​ໂກຮາດ ເພາະວ່າ​ສິ່ງຂອງ​ບໍຣິສຸດ​ທີ່​ພວກເຂົາ​ເບິ່ງແຍງ​ຮັກສາ​ນັ້ນ ຕ້ອງ​ແບກຫາມ​ໂດຍ​ພວກເຂົາ​ເອງ.

10 ບັນດາ​ຜູ້ນຳ​ຊາດ​ອິດສະຣາເອນ​ໄດ້​ນຳ​ເຄື່ອງ​ຖວາຍ ສຳລັບ​ການ​ອຸທິດ​ແທ່ນບູຊາ​ມາ​ໃຫ້​ເຊັ່ນດຽວ​ກັນ. ເມື່ອ​ພວກເຂົາ​ຕຽມພ້ອມ​ທີ່​ຈະ​ຖວາຍ​ຂອງ​ຖວາຍ​ທີ່​ແທ່ນບູຊາ​ນັ້ນ

11 ພຣະເຈົ້າຢາເວ​ໄດ້​ບອກ​ໂມເຊ​ວ່າ, “ແຕ່ລະມື້ ຈົ່ງ​ໃຫ້​ຫົວໜ້າ​ແຕ່ລະຄົນ​ນຳ​ເຄື່ອງ​ມາ​ຖວາຍບູຊາ​ທີ່​ແທ່ນ ຕາມ​ຜຽນ​ຂອງ​ໃຜ​ລາວ​ໃຫ້​ຄົບ​ສິບສອງ​ວັນ.”

12-83 ພວກເຂົາ​ນຳ​ຂອງ​ມາ​ຖວາຍ​ເປັນ​ລຳດັບ​ກັນ​ດັ່ງນີ້: ມື້ ເຜົ່າ ຜູ້ນຳ ທີ 1 ຢູດາ ນາໂຊນ ລູກຊາຍ​ຂອງ​ອຳມີນາດາບ ທີ 2 ອິດຊາຄາ ເນທາເນນ ລູກຊາຍ​ຂອງ​ຊູອາ ທີ 3 ເຊບູໂລນ ເອລີອາບ ລູກຊາຍ​ຂອງ​ເຮໂລນ ທີ 4 ຣູເບັນ ເອລີຊູ ລູກຊາຍ​ຂອງ​ເຊເດອູເຣ ທີ 5 ຊີເມໂອນ ເຊລູມີເອນ ລູກຊາຍ​ຂອງ​ຊູຣິດຊັດດາຍ ທີ 6 ກາດ ເອລີອາສັບ ລູກຊາຍ​ຂອງ​ດູເອນ ທີ 7 ເອຟຣາອິມ ເອລີຊາມາ ລູກຊາຍ​ຂອງ​ອາມມີຮຸດ ທີ 8 ມານາເຊ ກາມາລີເອນ ລູກຊາຍ​ຂອງ​ເປດາຊູ ທີ 9 ເບັນຢາມິນ ອາບີດານ ລູກຊາຍ​ຂອງ​ກີເດໂອນີ ທີ 10 ດານ ອາຮີເອເຊ ລູກຊາຍ​ຂອງ​ອຳມີຊັດດາຍ ທີ 11 ອາເຊ ປາກີເອນ ລູກຊາຍ​ຂອງ​ອົກກະຣັນ ທີ 12 ເນັບທາລີ ອາຮີຣາ ລູກຊາຍ​ຂອງ​ເອນັນ. ຫົວໜ້າ​ແຕ່ລະຄົນ​ໄດ້​ນຳ​ເຄື່ອງ​ຖວາຍ​ຢ່າງ​ດຽວກັນ​ມາ​ດັ່ງນີ້: ຊາມ​ເງິນ​ໜຶ່ງ​ໃບ ໜັກ 1.500 ກຼາມ, ອ່າງ​ເງິນ​ໃບ​ໜຶ່ງ ໜັກ 800 ກຼາມ ໂດຍ​ໄດ້​ຄິດໄລ່​ຕາມ​ອັດຕາຊັ່ງ​ຂອງ​ສຳນັກ​ນະມັດສະການ, ຊາມ​ແລະ​ອ່າງ​ທັງສອງ​ໃບ​ເຕັມ​ດ້ວຍ​ແປ້ງ ປົນ​ກັບ​ນໍ້າມັນ​ໝາກກອກເທດ ຕາມ​ລະບຽບ​ການ​ຖວາຍ​ພືດຜົນ​ເປັນເມັດ; ຈານ​ຄຳ​ໜຶ່ງ​ໃບ, ໜັກ 110 ກຼາມ, ໃສ່​ເຄື່ອງຫອມ​ມາ​ພ້ອມ; ງົວເຖິກ​ໜຸ່ມ​ໂຕໜຶ່ງ, ແກະເຖິກ​ໂຕໜຶ່ງ, ລູກແກະເຖິກ ອາຍຸ​ໜຶ່ງ​ປີ​ໂຕໜຶ່ງ​ສຳລັບ​ເຜົາບູຊາ; ແບ້ເຖິກ​ໂຕໜຶ່ງ​ສຳລັບ​ຖວາຍບູຊາ​ລຶບລ້າງ​ບາບ; ງົວເຖິກ​ສອງ​ໂຕ, ແກະເຖິກ ຫ້າ​ໂຕ, ແບ້ເຖິກ​ຫ້າ​ໂຕ ແລະ​ລູກແກະເຖິກ​ຫ້າ​ໂຕ ອາຍຸ​ໜຶ່ງ​ປີ ສຳລັບ​ຖວາຍ​ເພື່ອ​ຄວາມ​ສາມັກຄີທຳ.


ມື້ ເຜົ່າ ຜູ້ນຳ

84-88 ລວມ​ຈຳນວນ​ເຄື່ອງ​ຖວາຍ​ທັງໝົດ ທີ່​ພວກ​ຜູ້ນຳ​ສິບສອງ​ຄົນ​ໄດ້​ເອົາ​ມາ ເພື່ອ​ການ​ອຸທິດ​ຖວາຍ​ແທ່ນບູຊາ​ນັ້ນ ມີ​ດັ່ງນີ້: ຊາມ​ເງິນ 12 ໃບ ແລະ​ອ່າງ​ເງິນ 12 ໃບ, ທັງໝົດ​ໜັກ 24 ກິໂລກຼາມ; ຈານ​ຄຳ 12 ໃບ, ທັງໝົດ​ໜັກ 1.200 ກຼາມ; ງົວເຖິກ 12 ໂຕ, ແກະເຖິກ 12 ໂຕ, ລູກແກະເຖິກ ອາຍຸ​ໜຶ່ງ​ປີ 12 ໂຕ, ທັງ​ພືດຜົນ​ເປັນເມັດ​ທີ່​ຕ້ອງ​ຖວາຍ​ພ້ອມ​ກັນ​ສຳລັບ​ເຜົາບູຊາ. ແບ້ເຖິກ 12 ໂຕ ສຳລັບ​ຖວາຍບູຊາ​ລຶບລ້າງ​ບາບ; ງົວເຖິກ 24 ໂຕ, ແກະເຖິກ 60 ໂຕ, ແບ້ເຖິກ 60 ໂຕ ແລະ​ລູກແກະເຖິກ ອາຍຸ​ໜຶ່ງ​ປີ 60 ໂຕ ສຳລັບ​ຖວາຍ​ເພື່ອ​ຄວາມ​ສາມັກຄີທຳ.

89 ເມື່ອ​ໂມເຊ​ເຂົ້າ​ໄປ​ກ່າວ​ຕໍ່​ພຣະເຈົ້າຢາເວ​ໃນ​ຫໍເຕັນ​ບ່ອນ​ຊຸມນຸມ ເພິ່ນ​ກໍ​ໄດ້​ຍິນ​ພຣະອົງ​ກ່າວ​ແກ່​ເພິ່ນ​ຈາກ​ເທິງ​ຝາ​ຫີບ​ພັນທະສັນຍາ ລະຫວ່າງ​ເຄຣຸບ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan