Biblia Todo Logo
Bìoball air-loidhne

- Sanasan -

ຈົດບັນຊີ 5 - ພຣະຄຳພີສັກສິ


ຄົນ​ເປັນ​ມົນທິນ

1 ພຣະເຈົ້າຢາເວ​ໄດ້​ບອກ​ໂມເຊ​ວ່າ,

2 “ຈົ່ງ​ສັ່ງ​ປະຊາຊົນ​ອິດສະຣາເອນ​ໃຫ້​ໄລ່​ທຸກຄົນ​ທີ່​ເປັນ​ໂຣກ​ຂີ້ທູດ ຫລື​ມີ​ສິ່ງ​ບໍ່​ສະອາດ​ໄຫລ​ອອກ​ມາ​ຈາກ​ຮ່າງກາຍ ແລະ​ເປັນມົນທິນ​ເພາະ​ແຕະຕ້ອງ​ຊາກສົບ ອອກ​ໄປ​ຈາກ​ຄ້າຍພັກ​ອາໄສ.

3 ຈົ່ງ​ໄລ່​ຄົນ​ເຫຼົ່ານີ້​ອອກ​ໄປ​ຢູ່​ນອກ​ຄ້າຍພັກ ບໍ່​ວ່າ​ຍິງ​ຫລື​ຊາຍ​ກໍຕາມ; ເພື່ອ​ວ່າ​ພວກເຂົາ​ຈະ​ບໍ່ໄດ້​ນຳ​ເອົາ​ຄວາມ​ໜ້າກຽດ​ໜ້າຊັງ​ມາສູ່​ຄ້າຍພັກ ບ່ອນ​ທີ່​ເຮົາ​ສະຖິດ​ຢູ່​ໃນ​ທ່າມກາງ​ປະຊາຊົນ​ຂອງເຮົາ.”

4 ຊາວ​ອິດສະຣາເອນ​ໄດ້​ປະຕິບັດ​ຕາມ​ຄຳສັ່ງ​ຂອງ​ພຣະເຈົ້າຢາເວ ແລະ​ໄລ່​ພວກເຂົາ​ທຸກຄົນ​ອອກ​ໄປ​ຈາກ​ຄ້າຍພັກ.


ການ​ໃຊ້​ແທນຄືນ​ເມື່ອ​ເຮັດ​ຜິດ

5 ພຣະເຈົ້າຢາເວ​ໄດ້​ມອບ​ຄຳສັ່ງ​ດັ່ງ​ຕໍ່ໄປນີ້​ໃຫ້​ແກ່​ໂມເຊ​ວ່າ,

6 “ເມື່ອ​ປະຊາຊົນ​ອິດສະຣາເອນ ຜູ້ໃດ​ຜູ້ໜຶ່ງ​ບໍ່​ສັດຊື່​ຕໍ່​ພຣະເຈົ້າຢາເວ ແລະ​ເຮັດ​ຜິດ​ຕໍ່​ຜູ້ໜຶ່ງ​ຜູ້ໃດ

7 ລາວ​ຕ້ອງ​ສາລະພາບ​ຄວາມຜິດ​ຂອງຕົນ ແລະ​ໃຫ້​ໃຊ້​ແທນຄືນ​ແກ່​ຜູ້​ທີ່​ຕົນ​ໄດ້​ເຮັດ​ຜິດ​ນັ້ນ ທັງ​ຕື່ມ​ອີກ​ຊາວ​ເປີເຊັນ.

8 ແຕ່​ຖ້າ​ຜູ້​ຮັບ​ນັ້ນ​ຫາກ​ຕາຍໄປ ແລະ​ບໍ່ມີ​ຍາດພີ່ນ້ອງ​ໃກ້ຄຽງ​ທີ່​ຈະ​ຮັບ​ຄ່າ​ໃຊ້​ແທນຄືນ; ຈົ່ງ​ມອບ​ເງິນ​ນັ້ນ​ໃຫ້​ປະໂຣຫິດ​ເພື່ອ​ເປັນ​ການ​ຖວາຍ​ແກ່​ອົງພຣະ​ຜູ້​ເປັນເຈົ້າ. ນອກຈາກນີ້ ຜູ້​ເຮັດ​ຜິດ​ຈະ​ຕ້ອງ​ຖວາຍ​ແກະເຖິກ​ໂຕໜຶ່ງ ເພື່ອ​ປະກອບ​ພິທີ​ລຶບລ້າງ​ບາບ​ຂອງຕົນ.

9 ເຊັ່ນດຽວ​ກັນ ການ​ຖວາຍ​ແກວ່ງໄປ​ແກວ່ງມາ​ທຸກ​ເທື່ອ ທີ່​ຊາວ​ອິດສະຣາເອນ​ໄດ້​ນຳ​ມາ​ຖວາຍ ຈະ​ເປັນ​ຂອງ​ປະໂຣຫິດ​ຜູ້​ປະກອບ​ພິທີ​ລຶບລ້າງ​ບາບ.

10 ປະໂຣຫິດ​ແຕ່ລະຄົນ​ຈະ​ຮັບ​ເອົາ​ເຄື່ອງ​ບູຊາ​ທີ່​ນຳ​ມາ​ຖວາຍ​ນັ້ນ​ເປັນ​ຂອງຕົນ.”


ກໍລະນີ​ທີ່​ຜົວ​ສົງໄສ​ເມຍ​ຫລີ້ນ​ຊູ້

11 ພຣະເຈົ້າຢາເວ​ໄດ້​ສັ່ງ​ໂມເຊ​ວ່າ,

12-14 “ໃຫ້​ມອບ​ຄຳແນະນຳ​ດັ່ງ​ຕໍ່ໄປນີ້​ແກ່​ປະຊາຊົນ​ອິດສະຣາເອນ​ວ່າ ຖ້າ​ຊາຍ​ຜູ້ໜຶ່ງ​ເກີດ​ສົງໄສ​ເມຍ​ຂອງຕົນ​ວ່າ ນາງ​ບໍ່​ສັດຊື່​ແລະ​ເປັນ​ຊູ້​ກັບ​ຊາຍ​ຄົນອື່ນ, ແຕ່​ຕົນ​ບໍ່​ແນ່ໃຈ​ຍ້ອນ​ວ່າ​ຜູ້ເປັນ​ເມຍ​ອາດ​ອຳ​ໄວ້ ຄື​ບໍ່ມີ​ຜູ້​ຮູ້ເຫັນ​ເປັນ​ພະຍານ​ໃຫ້ ແລະ​ຈັບ​ບໍ່ໄດ້​ຄາທີ່​ຄາບ່ອນ ຫລື​ອາດ​ເປັນໄປ​ໄດ້​ທີ່​ຊາຍ​ຜູ້ໜຶ່ງ​ເກີດ​ສົງໄສ​ເມຍ​ຂອງຕົນ ໂດຍ​ທີ່​ນາງ​ບໍ່ໄດ້​ນອກໃຈ​ຕົນ​ກໍຕາມ.

15 ໃນ​ສອງ​ກໍລະນີ​ນີ້ ໃຫ້​ຜູ້​ເປັນ​ຜົວ​ພາ​ເມຍ​ຂອງຕົນ​ໄປ​ຫາ​ປະໂຣຫິດ. ລາວ​ຈະ​ຕ້ອງ​ນຳ​ແປ້ງເຂົ້າ​ໜຶ່ງ​ກິໂລກຼາມ​ໄປ​ຖວາຍ, ແຕ່​ລາວ​ຈະ​ບໍ່​ຖອກ​ນໍ້າມັນ​ໝາກກອກເທດ​ໃສ່​ແປ້ງ ຫລື​ໂຮຍ​ເຄື່ອງຫອມ​ລົງ​ເທິງ​ແປ້ງ​ນັ້ນ ເພາະ​ແມ່ນ​ການ​ຖວາຍ​ທີ່​ເກີດ​ຈາກ​ຄວາມ​ສົງໄສ ເພື່ອ​ຈະ​ນຳ​ຄວາມ​ຈິງໃຈ​ມາ​ສູ່​ຊຶ່ງກັນແລະກັນ.

16 ປະໂຣຫິດ​ຈະ​ນຳ​ຍິງ​ນັ້ນ​ມາໃກ້, ແລະ​ຢືນ​ຢູ່​ຕໍ່ໜ້າ​ພຣະເຈົ້າຢາເວ.

17 ເພິ່ນ​ຈະ​ຖອກ​ນໍ້າ​ບໍຣິສຸດ​ໃສ່​ຖ້ວຍ​ດິນ ແລະ​ເອົາ​ຂີ້ຝຸ່ນ​ດີນ​ທີ່​ຫໍເຕັນ​ສັກສິດ ໂຮຍ​ລົງ​ໃນ​ນໍ້າ.

18 ແລ້ວ​ປະໂຣຫິດ​ກໍ​ຈະໃຫ້​ຍິງນັ້ນ​ຢືນ​ຢູ່​ຕໍ່ໜ້າ​ພຣະເຈົ້າຢາເວ, ແກ້​ຜົມ​ທີ່​ນາງ​ມ້ວນ​ໄວ້​ນັ້ນ​ອອກ​ມາ, ແລະ​ເອົາ​ແປ້ງເຂົ້າ​ທີ່​ນາງ​ນຳ​ມາ​ຖວາຍ​ໃຫ້​ນາງ​ຖື. ສ່ວນ​ປະໂຣຫິດ​ເອງ​ຈະ​ເປັນ​ຜູ້​ຖື​ຖ້ວຍ​ນໍ້າ​ຂົມ​ທີ່​ນຳ​ຄຳສາບແຊ່ງ​ມາ​ໃຫ້.

19 ແລ້ວ​ປະໂຣຫິດ​ກໍ​ຈະ​ກ່າວ​ຄຳ​ສາບານ ໂດຍ​ໃຫ້​ຍິງ​ຜູ້ນັ້ນ​ຕອບ​ຮັບ​ດັ່ງນີ້: ‘ຖ້າ​ເຈົ້າ​ຫາກ​ບໍ່ໄດ້​ຫລີ້ນຊູ້ ເຈົ້າ​ກໍ​ຈະ​ພົ້ນ​ຈາກ​ຄຳສາບແຊ່ງ​ທີ່​ນໍ້າ​ນີ້​ຈະ​ນຳ​ມາ​ໃຫ້.

20-21 ແຕ່​ຖ້າ​ເຈົ້າ​ຫາກ​ໄດ້​ຫລີ້ນຊູ້ ກໍ​ຂໍໃຫ້​ພຣະເຈົ້າຢາເວ​ເຮັດ​ໃຫ້​ຊື່​ຂອງ​ເຈົ້າ​ຖືກ​ປະນາມ​ຢູ່​ໃນ​ທ່າມກາງ​ຄົນ​ທັງຫລາຍ. ຂໍ​ພຣະອົງ​ບັນດານ​ໃຫ້​ອະໄວຍະວະ​ລັບ​ຂອງ​ເຈົ້າ​ເປັນ​ໝັນ​ແລະ​ທ້ອງ​ຂອງ​ເຈົ້າ​ໃຄ່.

22 ຂໍ​ພຣະເຈົ້າຢາເວ​ເຮັດ​ໃຫ້​ນໍ້າ​ທີ່​ເຂົ້າ​ໄປ​ໃນ​ທ້ອງ​ຂອງ​ເຈົ້າ​ນັ້ນ ເຮັດ​ໃຫ້​ທ້ອງ​ເຈົ້າ​ໃຄ່ ແລະ​ທັງ​ເຮັດ​ໃຫ້​ອະໄວຍະວະ​ລັບ​ຂອງ​ເຈົ້າ​ເປັນ​ໝັນ​ດ້ວຍ.’ ຍິງ​ນັ້ນ​ຈະ​ຕ້ອງ​ຕອບ​ວ່າ, ‘ອາແມນ ອາແມນ.’

23 ແລ້ວ​ປະໂຣຫິດ​ກໍ​ຈະ​ຂຽນ​ຄຳສາບແຊ່ງ​ຈຸ່ມ​ລົງ​ໃນ​ນໍ້າ​ຂົມ ຈົນ​ຄຳສາບແຊ່ງ​ນັ້ນ​ລຶບອອກ.

24 ກ່ອນ​ຈະ​ເອົາ​ນໍ້າ​ໃຫ້​ຍິງ​ຜູ້ນັ້ນ​ດື່ມ ຄື​ນໍ້າ​ທີ່​ເຮັດ​ໃຫ້​ນາງ​ເຈັບປວດ

25 ປະໂຣຫິດ​ຈະ​ຮັບ​ເອົາ​ແປ້ງ​ຊຶ່ງ​ຖວາຍ​ຕໍ່ໜ້າ​ພຣະເຈົ້າຢາເວ​ນໍາ​ມາ​ທີ່​ແທ່ນບູຊາ.

26 ແລ້ວ​ປະໂຣຫິດ​ກໍ​ຈະ​ກຳ​ເອົາ​ແປ້ງ​ໜຶ່ງ​ກຳ​ໄປ​ເຜົາ​ທີ່​ເທິງ​ແທ່ນບູຊາ ເພື່ອ​ເປັນ​ເຄື່ອງໝາຍ​ສະແດງ​ວ່າ ໄດ້​ຖວາຍ​ແປ້ງ​ນັ້ນ​ແລ້ວ. ສຸດທ້າຍ ເພິ່ນ​ຈຶ່ງ​ເອົາ​ນໍ້າ​ໃຫ້​ນາງ​ດື່ມ.

27 ຖ້າ​ນາງ​ຫາກ​ໄດ້​ຫລີ້ນຊູ້​ແທ້ ນໍ້າ​ນັ້ນ​ກໍ​ຈະ​ເຮັດ​ໃຫ້​ນາງ​ໄດ້​ຮັບ​ຄວາມ​ເຈັບປວດ​ຢ່າງແຮງ; ທ້ອງ​ຂອງ​ນາງ​ຈະ​ໃຄ່​ແລະ​ອະໄວຍະວະ​ກໍ​ຈະ​ລີບ​ເຂົ້າ. ຝ່າຍ​ຄົນ​ທັງຫລາຍ​ຈະ​ສາບແຊ່ງ​ຊື່​ຂອງ​ນາງ.

28 ແຕ່​ຖ້າ​ນາງ​ຫາກ​ບໍ່ມີ​ຄວາມຜິດ ນາງ​ກໍ​ຈະ​ບໍ່​ເປັນ​ອັນຕະລາຍ​ແຕ່​ຢ່າງ​ໃດ ແລະ​ນາງ​ຈະ​ມີ​ລູກ​ໄດ້.

29-30 ອັນນີ້ ແມ່ນ​ກົດບັນຍັດ​ໃນ​ກໍລະນີ​ທີ່​ຊາຍ​ຜູ້ໜຶ່ງ​ຫຶງຫວງ​ແລະ​ສົງໄສ​ວ່າ ເມຍ​ຂອງຕົນ​ຫລີ້ນຊູ້. ແລ້ວ​ຍິງນັ້ນ​ຈະ​ຕ້ອງ​ຢືນ​ຢູ່​ຕໍ່ໜ້າ​ແທ່ນບູຊາ​ຊ້ອງໜ້າ​ພຣະເຈົ້າຢາເວ ແລະ​ປະໂຣຫິດ​ຈະ​ເປັນ​ຜູ້​ປະຕິບັດ​ຕາມ​ກົດບັນຍັດ​ນີ້​ທຸກ​ປະການ.

31 ຝ່າຍ​ຜົວ​ຈະ​ພົ້ນ​ຄວາມຜິດ ແຕ່​ຝ່າຍ​ເມຍ​ກໍ​ຈະ​ໄດ້​ຮັບ​ໂທດ​ຖ້າ​ນາງ​ຫາກ​ເຮັດ​ຜິດ.”

@ 2012 United Bible Societies. All Rights Reserved.

Lean sinn:



Sanasan