Biblia Todo Logo
Bìoball air-loidhne

- Sanasan -

ຈົດບັນຊີ 36 - ພຣະຄຳພີສັກສິ


ມໍຣະດົກ​ຂອງ​ຍິງ​ທີ່​ແຕ່ງງານ​ແລ້ວ

1 ບັນດາ​ຫົວໜ້າ​ຄອບຄົວ​ຕ່າງໆ​ຢູ່​ໃນ​ຕະກຸນ​ກີເລອາດ ລູກຊາຍ​ຂອງ​ມາກີ ແລະ​ຫລານຊາຍ​ຂອງ​ມານາເຊ​ລູກຊາຍ​ຂອງ​ໂຢເຊັບ ໄດ້​ມາ​ຫາ​ໂມເຊ​ກັບ​ພວກ​ຜູ້ນຳ​ຄົນອື່ນໆ.

2 ພວກເຂົາ​ກ່າວ​ວ່າ, “ພຣະເຈົ້າຢາເວ​ໄດ້​ສັ່ງ​ທ່ານ ໃຫ້​ແບ່ງປັນ​ດິນແດນ​ແກ່​ປະຊາຊົນ​ອິດສະຣາເອນ ໂດຍ​ວິທີ​ໃຊ້​ສະຫລາກ. ພຣະເຈົ້າຢາເວ​ຍັງ​ໄດ້​ສັ່ງ​ທ່ານ​ໃຫ້​ຍົກ​ດິນແດນ ທີ່​ເປັນ​ສ່ວນ​ຂອງ​ເຊໂລເຟຮັດ​ພີ່ນ້ອງ​ຂອງ​ພວກເຮົາ​ໃຫ້​ພວກ​ລູກສາວ​ຂອງ​ລາວ.

3 ບັດນີ້ ຖ້າ​ພວກເຂົາ​ຫາກ​ແຕ່ງງານ​ກັບ​ຜູ້ຊາຍ​ຢູ່​ໃນ​ເຜົ່າອື່ນ​ຂອງ​ອິດສະຣາເອນ ຊັບສິນ​ຂອງ​ພວກເຂົາ​ຈະ​ເປັນ​ຂອງ​ເຜົ່ານັ້ນ ແລະ​ສ່ວນແບ່ງ​ໃນ​ດິນແດນ​ຂອງ​ພວກເຮົາ​ກໍ​ຈະ​ຫລຸດນ້ອຍ​ລົງ.

4 ໃນ​ປີ​ຄົບຮອບ​ຫ້າສິບ​ປີ ເມື່ອ​ທີ່ດິນ​ທີ່​ໄດ້​ຂາຍ​ໄປ​ນັ້ນ​ຖືກ​ສົ່ງ​ຄືນ​ໃຫ້​ແກ່​ເຈົ້າຂອງ​ເດີມ ທີ່ດິນ​ຂອງ​ພວກເຂົາ​ຈະ​ຖືກ​ເພີ່ມ​ເຂົ້າ​ກັບ​ເຜົ່າ​ຂອງ​ຝ່າຍຊາຍ ທີ່​ພວກເຂົາ​ໄດ້​ແຕ່ງງານ​ນຳ​ນັ້ນ ແລະ​ເຜົ່າ​ຂອງ​ພວກເຮົາ​ກໍ​ຈະ​ເປັນ​ຝ່າຍ​ສູນເສຍ.”

5 ດັ່ງນັ້ນ ໂມເຊ​ຈຶ່ງ​ບອກ​ປະຊາຊົນ​ໃຫ້​ເຮັດ​ຕາມ​ຄຳສັ່ງ​ຂອງ​ພຣະເຈົ້າຢາເວ ດັ່ງນີ້: “ເລື່ອງ​ທີ່​ເຜົ່າ​ມານາເຊ​ເວົ້າ​ມາ​ນັ້ນ​ແມ່ນ​ຖືກຕ້ອງ

6 ສະນັ້ນ ພຣະເຈົ້າຢາເວ​ຈຶ່ງ​ໄດ້​ກ່າວ​ວ່າ, ‘ພວກ​ລູກສາວ​ຂອງ​ເຊໂລເຟຮັດ​ມີ​ສິດ​ທີ່​ຈະ​ແຕ່ງງານ​ກັບ​ໃຜ​ກໍໄດ້ ແຕ່​ຕ້ອງ​ແມ່ນ​ຄົນ​ໃນ​ເຜົ່າ​ດຽວກັນ.’

7 ທີ່ດິນ​ຂອງ​ຊາວ​ອິດສະຣາເອນ​ແຕ່ລະຄົນ​ຈະ​ຍັງ​ຄົງ​ຢູ່​ໃນ​ເຜົ່າ​ຂອງຕົນ.

8 ຍິງ​ທຸກໆ​ຄົນ​ທີ່​ສືບທອດ​ມໍຣະດົກ​ຢູ່​ໃນ​ເຜົ່າ​ໜຶ່ງ​ຂອງ​ຊາດ​ອິດສະຣາເອນ ຕ້ອງ​ແຕ່ງງານ​ກັບ​ຊາຍ​ທີ່​ຢູ່​ໃນ​ເຜົ່າ​ນັ້ນ. ໃນ​ທຳນອງນີ້ ຊາວ​ອິດສະຣາເອນ​ແຕ່ລະຄົນ​ຈະ​ໄດ້​ສືບ​ມໍຣະດົກ​ຂອງ​ບັນພະບຸລຸດ​ຂອງຕົນ

9 ແລະ​ຊັບສິນ​ກໍ​ຈະ​ບໍ່​ຕົກ​ເປັນ​ຂອງ​ຄົນ​ໃນ​ເຜົ່າອື່ນ. ແຕ່ລະເຜົ່າ​ຈະ​ສືບຕໍ່​ເປັນ​ກຳມະສິດ​ຊັບສິນ​ທີ່ດິນ​ໃນ​ເຜົ່າ​ຂອງຕົນເອງ.”

10-11 ສະນັ້ນ ບັນດາ​ລູກສາວ​ຂອງ​ເຊໂລເຟຮັດ​ຄື: ມາຮະລາ, ຕີຣະຊາ, ໂຮກະລາ, ມີລະກາ ແລະ​ໂນອາ ຈຶ່ງ​ເຮັດ​ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໂມເຊ ແລະ​ພວກເຂົາ​ກໍໄດ້​ແຕ່ງງານ​ກັບ​ຊາຍ​ໃນ​ເຊື້ອສາຍ​ດຽວກັນ

12 ພວກເຂົາ​ແຕ່ງງານ​ກັບ​ຊາຍ​ໃນ​ຕະກຸນ​ຂອງ​ເຜົ່າ​ມານາເຊ​ລູກຊາຍ​ຂອງ​ໂຢເຊັບ ແລະ​ຊັບສິນ​ທີ່ດິນ​ຂອງ​ພວກເຂົາ​ກໍ​ຍັງ​ຢູ່​ໃນ​ເຜົ່າ​ພໍ່​ຂອງ​ພວກ​ຕົນ​ຕໍ່ໄປ.

13 ລະບຽບການ​ຕ່າງໆ​ເຫຼົ່ານີ້​ແມ່ນ​ພຣະເຈົ້າຢາເວ ທີ່​ໄດ້​ມອບ​ໃຫ້​ແກ່​ຊາວ​ອິດສະຣາເອນ​ໂດຍ​ຜ່ານ​ທາງ​ໂມເຊ ໃນ​ທົ່ງພຽງ​ຂອງ​ໂມອາບ ທີ່​ຟາກ​ໜຶ່ງ​ອີກ​ຂອງ​ແມ່ນໍ້າ​ຈໍແດນ​ຈາກ​ເມືອງ​ເຢຣິໂກ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan