ຈົດບັນຊີ 35 - ພຣະຄຳພີສັກສິເມືອງຕ່າງໆທີ່ຖືກມອບໃຫ້ຊາວເລວີ 1 ພຣະເຈົ້າຢາເວໄດ້ບອກໂມເຊໃນທົ່ງຮາບພຽງຂອງໂມອາບ ທີ່ຟາກໜຶ່ງອີກຂອງແມ່ນໍ້າຈໍແດນຈາກເມືອງເຢຣິໂກວ່າ, 2 “ຈົ່ງມອບບາງເມືອງລວມທັງທົ່ງຫຍ້າຢູ່ອ້ອມແອ້ມດິນແດນ ທີ່ຊາວອິດສະຣາເອນໄດ້ຮັບນັ້ນໃຫ້ແກ່ພວກເລວີ. 3 ເມືອງເຫຼົ່ານີ້ ຈະເປັນຂອງພວກເລວີ ເພື່ອພວກເຂົາຈະໄດ້ອາໄສຢູ່ໃນທີ່ນັ້ນ. ທົ່ງຫຍ້າຈະໃຊ້ລ້ຽງຝູງງົວກັບຝູງສັດອື່ນໆຂອງພວກເຂົາ. 4 ທົ່ງຫຍ້ານັ້ນ ຈາກກຳແພງເມືອງແຕ່ລະດ້ານໃຫ້ມີ 500 ແມັດ 5 ເພື່ອພື້ນທີ່ນັ້ນຈະເປັນຮູບສີ່ຫລ່ຽມມົນທົນ ຊຶ່ງແຕ່ລະຂ້າງແທກໄດ້ 1.000 ແມັດ ໂດຍມີເມືອງຕັ້ງຢູ່ທາງກາງ. 6 ໃຫ້ຍົກເມືອງລີ້ໄພຫົກເມືອງໃຫ້ແກ່ຊາວເລວີ ເພື່ອວ່າຜູ້ທີ່ຂ້າຄົນໂດຍບໍ່ເຈດຕະນາຈະມາຫລົບລີ້ຢູ່ໄດ້. ໃຫ້ຍົກ 42 ເມືອງອື່ນ 7 ພ້ອມທັງທົ່ງຫຍ້າໃຫ້ພວກເຂົາດ້ວຍ ເມື່ອລວມທັງໝົດແລ້ວມີ 48 ເມືອງ. 8 ຈຳນວນເມືອງຂອງຊາວເລວີແຕ່ລະເຜົ່ານີ້ໃຫ້ກຳນົດເອົາຕາມຂະໜາດຂອງເຂດແດນ.” ບັນດາເມືອງລີ້ໄພ ( ພບຍ 19:1-13 ; ຢຊ 20:1-9 ) 9-10 ພຣະເຈົ້າຢາເວໄດ້ກ່າວຕໍ່ໂມເຊໃຫ້ບອກປະຊາຊົນອິດສະຣາເອນ ດັ່ງນີ້: “ເວລາພວກເຈົ້າຂ້າມແມ່ນໍ້າຈໍແດນ ເຂົ້າໄປໃນດິນແດນການາອານນັ້ນ 11 ໃຫ້ພວກເຈົ້າເລືອກເອົາເມືອງລີ້ໄພ ເພື່ອຜູ້ທີ່ຂ້າຄົນໂດຍບໍ່ເຈດຕະນາຈະຫລົບລີ້ຢູ່ໄດ້. 12 ຢູ່ໃນທີ່ນີ້ ລາວຈະປອດໄພຈາກການນຳແກ້ແຄ້ນຂອງຍາດຕິພີ່ນ້ອງຂອງຜູ້ຕາຍ. ຄົນທີ່ຖືກກ່າວຫາວ່າເປັນຜູ້ຂ້າຄົນຈະບໍ່ຖືກລົງໂທດເຖິງຕາຍ ຈົນກວ່າໄດ້ຮັບການຕັດສິນຈາກປະຊາຊົນທັງປວງເສຍກ່ອນ. 13 ໃຫ້ເລືອກເອົາຫົກເມືອງ 14 ສາມເມືອງຢູ່ທາງຟາກຕາເວັນອອກຂອງແມ່ນໍ້າຈໍແດນ ແລະອີກສາມເມືອງຢູ່ໃນດິນແດນການາອານ ເພື່ອໃຫ້ເປັນເມືອງລີ້ໄພ. 15 ເມືອງທັງຫົກນີ້ ຈະໃຊ້ເປັນບ່ອນລີ້ໄພຂອງຊາວອິດສະຣາເອນ ແລະຊາວຕ່າງດ້າວທີ່ອາໄສຢູ່ຊົ່ວຄາວຫລືຢູ່ຖາວອນ ເພື່ອຜູ້ໃດທີ່ຂ້າຄົນໂດຍບໍ່ເຈດຕະນາ ມາຫລົບລີ້ຢູ່ໃນເມືອງໃດເມືອງໜຶ່ງນີ້ໄດ້. 16-18 ແຕ່ຖ້າຜູ້ໃດຫາກໃຊ້ໂລຫະ ຫລືກ້ອນຫີນ ຫລືໄມ້ ເປັນອາວຸດຂ້າຄົນ ລາວກໍຜິດໃນຖານເປັນຜູ້ຂ້າຄົນ ແລະໃຫ້ລົງໂທດຄົນນີ້ເຖິງຕາຍ. 19 ພີ່ນ້ອງຜູ້ໃກ້ຊິດຂອງຜູ້ຕາຍຕ້ອງຮັບຜິດຊອບ ລົງໂທດຜູ້ຂ້າຄົນນັ້ນໃຫ້ເຖິງຕາຍ. ເມື່ອຫາຕົວພົບເມື່ອໃດ ໃຫ້ຂ້າຖິ້ມເມື່ອນັ້ນ. 20 ຖ້າຜູ້ໃດຫາກຊັງຄົນໜຶ່ງແລະຂ້າລາວ ໂດຍຊຸກໃຫ້ລົ້ມລົງ ຫລືໂດຍແກວ່ງສິ່ງຂອງໃສ່ຈົນລາວຕາຍ 21 ຫລືຕົບຕີລາວດ້ວຍກຳປັ້ນໃຫ້ເຖິງຕາຍ ຜູ້ນັ້ນກໍມີໂທດໃນຖານເປັນຜູ້ຂ້າຄົນ ແລະໃຫ້ລົງໂທດເຖິງຕາຍ. ພີ່ນ້ອງຜູ້ໃກ້ຊິດຂອງຜູ້ຕາຍຕ້ອງຮັບຜິດຊອບ ລົງໂທດຜູ້ຂ້າຄົນນັ້ນໃຫ້ເຖິງຕາຍ. ເມື່ອຫາຕົວພົບເມື່ອໃດ ໃຫ້ຂ້າຖິ້ມເມື່ອນັ້ນ. 22 ແຕ່ຖ້າວ່າ ມີຜູ້ໃດຜູ້ໜຶ່ງຂ້າຄົນທີ່ຕົນບໍ່ໄດ້ກຽດຊັງໂດຍບໍ່ເຈດຕະນາ ບໍ່ວ່າໂດຍຊຸກລາວໃຫ້ລົ້ມລົງ ຫລືໂດຍແກວ່ງສິ່ງຂອງໃສ່. 23 ຫລືຖ້າວ່າ ລາວຫລຽວບໍ່ເຫັນ ຜູ້ໃດຜູ້ໜຶ່ງແກວ່ງກ້ອນຫີນຖືກອີກຄົນໜຶ່ງຕາຍ ຜູ້ທີ່ລາວບໍ່ໄດ້ຕັ້ງໃຈເຮັດໃຫ້ບາດເຈັບ ແລະທັງບໍ່ໄດ້ເປັນສັດຕູກັນດ້ວຍ. 24 ໃນກໍລະນີເຊັ່ນນີ້ ຊຸມຊົນຈະຕ້ອງຕັດສິນຊ່ວຍຜູ້ຂ້າຄົນນັ້ນ ໃຫ້ພົ້ນຈາກການແກ້ແຄ້ນຂອງຍາດພີ່ນ້ອງຜູ້ຕາຍ. 25 ໃຫ້ຊຸມຊົນຊ່ວຍກູ້ຄວາມຜິດຂອງຜູ້ທີ່ຂ້າຄົນ ໃຫ້ພົ້ນຈາກເງື້ອມມືຍາດພີ່ນ້ອງຂອງຜູ້ຕາຍ ໂດຍສົ່ງລາວໄປທີ່ເມືອງລີ້ໄພ. ໃຫ້ລາວຢູ່ທີ່ນັ້ນຈົນກວ່າປະໂຣຫິດປະຈຳການໃນສະໄໝນັ້ນຕາຍໄປ. 26 ຖ້າຜູ້ຂ້າຄົນໂດຍບໍ່ໄດ້ຕັ້ງໃຈຫາກໜີໄປຈາກເມືອງລີ້ໄພບ່ອນທີ່ລາວຫລົບລີ້ຢູ່ນັ້ນ 27 ແລະຖ້າຍາດຕິພີ່ນ້ອງຂອງຜູ້ຕາຍຫາກພົບເຫັນລາວຢູ່ນອກເມືອງລີ້ໄພ ແລະຂ້າລາວ ການແກ້ແຄ້ນເຊັ່ນນີ້ກໍບໍ່ແມ່ນການຄາດຕະກຳ. 28 ຄົນມີຄວາມຜິດໃນຖານເປັນຜູ້ຂ້າຄົນໂດຍບໍ່ໄດ້ຕັ້ງໃຈ ຈະຕ້ອງຢູ່ໃນເມືອງລີ້ໄພ ຈົນກວ່າປະໂຣຫິດປະຈຳການຢູ່ໃນສະໄໝນັ້ນຕາຍໄປ ຫລັງຈາກນັ້ນແລ້ວ ລາວກໍກັບເມືອເຮືອນຂອງຕົນໄດ້. 29 ບໍ່ວ່າພວກເຈົ້າຈະອາໄສຢູ່ແຫ່ງຫົນໃດກໍຕາມ ໃຫ້ພວກເຈົ້າແລະລູກຫລານປະຕິບັດຕາມກົດບັງຄັບເຫຼົ່ານີ້. 30 ຜູ້ໃດທີ່ຖືກກ່າວຫາວ່າເປັນຜູ້ຂ້າຄົນຈະຖືກລົງໂທດເຖິງຕາຍໄດ້ ກໍຕໍ່ເມື່ອມີພະຍານສອງຄົນ ຫລືຫລາຍກວ່ານັ້ນ; ພະຍານຄົນດຽວບໍ່ພຽງພໍຈະສະໜັບສະໜູນຂໍ້ກ່າວຫາໄດ້. 31 ຜູ້ຂ້າຄົນຈະຕ້ອງຖືກລົງໂທດເຖິງຕາຍ. ລາວຈະໃຊ້ເງິນຊື້ໃຫ້ພົ້ນໂທດນີ້ບໍ່ໄດ້. 32 ຖ້າຄົນໜຶ່ງຫາກໜີເຂົ້າໄປໃນເມືອງລີ້ໄພ ຢ່າຍອມໃຫ້ຄົນນັ້ນໃຊ້ເງິນຊື້ລາວເອງ ກັບເມືອເຮືອນກ່ອນປະໂຣຫິດຕາຍໄປ. 33 ຖ້າພວກເຈົ້າຫາກເຮັດເຊັ່ນນັ້ນ ກໍເທົ່າກັບເຮັດໃຫ້ດິນແດນທີ່ພວກເຈົ້າພວມອາໄສຢູ່ນັ້ນເປັນມົນທິນ. ເມື່ອຜູ້ຂ້າຄົນເຮັດໃຫ້ດິນແດນເປັນມົນທິນ ກໍບໍ່ມີພິທີໃດຈະຊຳລະມົນທີນໃຫ້ໝົດໄປຈາກດິນແດນໄດ້ ນອກຈາກການປະຫານຊີວິດຂອງຜູ້ຂ້າຄົນນັ້ນ. 34 ຢ່າເຮັດໃຫ້ດິນແດນທີ່ເຈົ້າອາໄສຢູ່ນັ້ນເປັນມົນທິນ ເພາະວ່າ ເຮົາແມ່ນພຣະເຈົ້າຢາເວ ແລະເຮົາສະຖິດຢູ່ທ່າມກາງປະຊາຊົນອິດສະຣາເອນ.” |
@ 2012 United Bible Societies. All Rights Reserved.