ຈົດບັນຊີ 34 - ພຣະຄຳພີສັກສິເຂດແດນຕ່າງໆຂອງດິນແດນ 1 ພຣະເຈົ້າຢາເວໄດ້ສັ່ງໂມເຊ 2 ໃຫ້ແນະນຳປະຊາຊົນອິດສະຣາເອນດັ່ງຕໍ່ໄປນີ້: “ເມື່ອພວກເຈົ້າເຂົ້າໄປການາອານ ດິນແດນທີ່ເຮົາກຳລັງຈະມອບໃຫ້ພວກເຈົ້ານັ້ນ ຊາຍແດນຂອງພວກເຈົ້າຈະມີດັ່ງນີ້: 3 ຊາຍແດນທາງໃຕ້ຈະຢຽດອອກຕັ້ງແຕ່ຖິ່ນແຫ້ງແລ້ງກັນດານຊິນ ເລີຍໄປຕາມຊາຍແດນຂອງເອໂດມ. ທາງທິດຕາເວັນອອກ ຊາຍແດນທາງດ້ານໃຕ້ເລີ່ມແຕ່ສົ້ນສຸດຂອງທະເລຕາຍ 4 ແລ້ວໂຄ້ງໄປທາງໃຕ້ຂອງທາງຜ່ານຊ່ອງແຄບອັກຣັບບິມ ແລະຜ່ານຊິນໄປສູ່ທາງໃຕ້ເຖິງກາເດັດບາກເນອາ. ແລ້ວກໍໂຄ້ງຂຶ້ນໄປທາງທິດຕາເວັນຕົກສ່ຽງເໜືອເຖິງຮາຊາອັດດາ ແລະເລີຍໄປຮອດອາຊະໂມນ 5 ຕໍ່ຈາກນັ້ນ ຊາຍແດນຈະລ້ຽວໄປທາງຮ່ອມພູຂອງຊາຍແດນເອຢິບ ແລະສຸດລົງທີ່ທະເລເມດີແຕຣາເນ. 6 ຊາຍແດນທາງທິດຕາເວັນຕົກແມ່ນທະເລເມດີແຕຣາເນ. 7 ຊາຍແດນທາງດ້ານເໜືອແມ່ນລຽບຕາມຝັ່ງຂອງທະເລເມດີແຕຣາເນ ໄປເຖິງພູໂຮເຣ 8 ແລະຈາກນັ້ນໄປເຖິງຊ່ອງແຄບຮາມັດແລ້ວຕໍ່ໄປເຖິງເຊດາດ 9 ແລະຊິບຟະໂຣນແລະຈະສຸດລົງທີ່ຮາຊາເອນານ. 10 ຊາຍແດນທາງດ້ານຕາເວັນອອກຈະລຽບຕາມເສັ້ນທາງຮາຊາເອນານ ໄປເຖິງເຊຟາມ. 11 ຕໍ່ຈາກນັ້ນ ຈະເລີຍລົງໄປທາງໃຕ້ເຖິງຣິບລາ ທາງຕາເວັນອອກຂອງອາອິນ ແລະຂຶ້ນສູ່ເນີນພູທາງທິດຕາເວັນອອກຂອງຝັ່ງທະເລສາບຄາລິເລ 12 ແລ້ວກໍລຽບລົງມາທາງໃຕ້ຕາມຝັ່ງຂອງແມ່ນໍ້າຈໍແດນຈົນເຖິງທະເລຕາຍ. ອັນນີ້ແມ່ນຊາຍແດນທັງສີ່ທິດຂອງດິນແດນຂອງພວກເຈົ້າ.” 13 ສະນັ້ນ ໂມເຊຈຶ່ງປະກາດຕໍ່ຊາວອິດສະຣາເອນວ່າ, “ອັນນີ້ ແມ່ນດິນແດນທີ່ພວກເຈົ້າຈະໄດ້ຮັບໂດຍວິທີໃຊ້ສະຫລາກ ຄືດິນແດນທີ່ພຣະເຈົ້າຢາເວໄດ້ມອບໃຫ້ແກ່ເກົ້າເຜົ່າເຄິ່ງ. 14 ສ່ວນເຜົ່າຣູເບັນແລະກາດກັບອີກເຄິ່ງເຜົ່າຂອງມານາເຊນັ້ນ ໄດ້ຮັບສ່ວນແບ່ງຕາມຄອບຄົວຂອງພວກເຂົາແລ້ວ 15 ຄືດິນແດນທາງຝັ່ງຕາເວັນອອກຂອງແມ່ນໍ້າຈໍແດນ ທີ່ຢູ່ກົງກັນຂ້າມກັບເມືອງເຢຣິໂກ.” ບັນດາຜູ້ນຳທີ່ຮັບຜິດຊອບແບ່ງປັນດິນແດນ 16 ພຣະເຈົ້າຢາເວໄດ້ບອກໂມເຊວ່າ, 17 “ປະໂຣຫິດເອເລອາຊາແລະໂຢຊວຍລູກຊາຍຂອງນູນ ຈະເປັນຜູ້ແບ່ງປັນດິນແດນໃຫ້ປະຊາຊົນ. 18 ຈົ່ງເລືອກເອົາຜູ້ນຳຄົນໜຶ່ງຈາກແຕ່ລະເຜົ່າ ໃຫ້ເປັນຜູ້ຊ່ວຍເຫລືອໃນວຽກງານນີ້.” 19-28 ບຸກຄົນທີ່ອົງພຣະຜູ້ເປັນເຈົ້າໄດ້ເລືອກເອົາ ມີດັ່ງນີ້: ເຜົ່າ ຜູ້ນຳ ຢູດາ ກາເລັບ ລູກຊາຍຂອງເຢຟຸນເນ ຊີເມໂອນ ເຊລູມີເອນ ລູກຊາຍຂອງອາມມີຮຸດ ເບັນຢາມິນ ເອລິດາດ ລູກຊາຍຂອງກີສະໂລນ ດານ ບຸກກີ ລູກຊາຍຂອງໂຢກລີ ມານາເຊ ຮານນີເອນ ລູກຊາຍຂອງເອໂຟດ ເອຟຣາອິມ ເກມູເອນ ລູກຊາຍຂອງຊິບຟະຕານ ເຊບູໂລນ ເອລີຊາຟັນ ລູກຊາຍຂອງປາຣະນັກ ອິດຊາຄາ ປານຕີເອນ ລູກຊາຍຂອງອາຊະຊານ ອາເຊ ອາຮີຮຸດ ລູກຊາຍຂອງເຊໂລມີ ເນັບທາລີ ເປດາເຮນ ລູກຊາຍຂອງອາມມີຮຸດ ເຜົ່າ ຜູ້ນຳ 29 ແມ່ນບຸກຄົນເຫຼົ່ານີ້ ທີ່ພຣະເຈົ້າຢາເວໄດ້ມອບໝາຍໃຫ້ແບ່ງປັນຊັບສິນແກ່ປະຊາຊົນອິດສະຣາເອນໃນດິນແດນການາອານ. |
@ 2012 United Bible Societies. All Rights Reserved.