ຈົດບັນຊີ 33 - ພຣະຄຳພີສັກສິການເດີນທາງຈາກປະເທດເອຢິບເຖິງໂມອາບ 1 ເລື່ອງລາວຕໍ່ໄປນີ້ແມ່ນຊື່ບ່ອນຕ່າງໆ ຊຶ່ງຊາວອິດສະຣາເອນໄດ້ຕັ້ງຄ້າຍພັກອາໄສຢູ່ຫລັງຈາກທີ່ໄດ້ອອກມາຈາກປະເທດເອຢິບຕາມເຜົ່າຂອງໃຜລາວ ພາຍໃຕ້ການນຳພາຂອງໂມເຊແລະອາໂຣນ. 2 ຕາມຄຳສັ່ງຂອງພຣະເຈົ້າຢາເວ ໂມເຊໄດ້ຈົດຊື່ແຕ່ລະບ່ອນທີ່ພວກເຂົາໄດ້ຕັ້ງຄ້າຍພັກຢູ່ນັ້ນ. 3 ປະຊາຊົນອິດສະຣາເອນອອກມາຈາກປະເທດເອຢິບ ເມື່ອວັນທີສິບຫ້າເດືອນທີໜຶ່ງຂອງປີນັ້ນ ໃນມື້ຕໍ່ມາ ຫລັງຈາກປັດສະຄາຄັ້ງທຳອິດ. ພວກເຂົາໄດ້ອອກມາຈາກເມືອງຣາມາເຊັດຕໍ່ໜ້າຊາວເອຢິບທັງໝົດ 4 ໃນຂະນະທີ່ກຳລັງຝັງສົບລູກຊາຍຫົວປີຂອງພວກເຂົາທີ່ພຣະເຈົ້າຢາເວໄດ້ລົງໂທດເຖິງຕາຍ ພຣະເຈົ້າຢາເວໄດ້ສຳແດງໃຫ້ເຫັນເຖິງຣິດອຳນາດອັນຍິ່ງໃຫຍ່ ທີ່ພຣະອົງມີເໜືອພະທັງຫລາຍຂອງພວກເຂົາ. 5 ປະຊາຊົນອິດສະຣາເອນໄດ້ອອກຈາກເມືອງຣາມາເຊັດ ແລະພວກເຂົາໄດ້ຕັ້ງຄ້າຍພັກຢູ່ທີ່ເມືອງຊຸກໂກດ. 6 ຕໍ່ມາ ພວກເຂົາໄດ້ຕັ້ງຄ້າຍພັກຢູ່ທີ່ເອທາມແຄມຖິ່ນແຫ້ງແລ້ງກັນດານ. 7 ຈາກເອທາມພວກເຂົາໄດ້ກັບຄືນມາທີ່ປີຮາຮີໂຣດ ທາງທິດຕາເວັນອອກຂອງບາອານເຊໂຟນ ແລະໄດ້ຕັ້ງຄ້າຍພັກຢູ່ໃກ້ມິກໂດນ. 8 ພວກເຂົາໄດ້ເດີນທາງຈາກປີ-ຮາຮີໂຣດ ແລະໄດ້ຜ່ານທະເລແດງ ເຂົ້າໄປໃນຖິ່ນແຫ້ງແລ້ງກັນດານຊູເຣ; ຫລັງຈາກເດີນທາງໄດ້ສາມວັນແລ້ວ ພວກເຂົາໄດ້ມາຕັ້ງຄ້າຍພັກທີ່ມາຣາ. 9 ຈາກມາຣາພວກເຂົາໄດ້ເດີນທາງຮອດເອລິມບ່ອນທີ່ພວກເຂົາໄດ້ຕັ້ງຄ້າຍພັກຢູ່ ເພາະວ່າບ່ອນນີ້ມີນໍ້າພຸ 12 ບໍ່ ແລະຕົ້ນຕານ 70 ຕົ້ນ. 10 ພວກເຂົາໄດ້ອອກຈາກເອລິມແລະໄດ້ຕັ້ງຄ້າຍພັກຢູ່ໃກ້ທະເລແດງ. 11 ຕໍ່ມາ ພວກເຂົາໄດ້ຕັ້ງຄ້າຍພັກຢູ່ໃນຖິ່ນແຫ້ງແລ້ງກັນດານສີນ. 12 ຈາກຖິ່ນແຫ້ງແລ້ງກັນດານສີນ ແລ້ວພວກເຂົາໄດ້ຕັ້ງຄ້າຍພັກຢູ່ທີ່ໂດບຟະກາ 13 ຈາກໂດບຟະກາ ພວກເຂົາໄດ້ຕັ້ງຄ້າຍພັກຢູ່ທີ່ອາລູຊາ. 14 ຈາກອາລູຊາ ພວກເຂົາໄດ້ມາຕັ້ງຄ້າຍພັກຢູ່ທີ່ເຣຟີດີມ ບ່ອນທີ່ບໍ່ມີນໍ້າສຳລັບໃຫ້ພວກເຂົາດື່ມ. 15-37 ຈາກເຣຟີດີມ ພວກເຂົາໄດ້ມາຮອດພູໂຮເຣ ແລະຕັ້ງຄ້າຍພັກຢູ່ຕາມບ່ອນຕ່າງໆ ດັ່ງນີ້: ຖິ່ນແຫ້ງແລ້ງກັນດານຊີນາຍ, ກິບໂຣດ ຮັດຕາອາວາ (ຫລືວ່າ ຂຸມຝັງສົບຂອງຜູ້ອຶດຢາກ), ຮາເຊໂຣດ, ຣີທະມາ, ຣີມໂມນເປເຣັດ, ລິບນາ, ຣິດສາ, ເກເຮລາທາ, ພູເຊເຟ, ຮາຣາດາ, ມາເຄໂລດ, ຕາຮາດ, ເຕຣາ, ມີທະກາ, ຮາຊະໂມນາ, ໂມເສໂຣດ, ເບເນຢາອາການ, ໂຮເຣຮັກກິດກາດ, ໂຢດບາທາ, ອັບໂຣນາ, ເອຊີໂອນເກເບ, ຖິ່ນແຫ້ງແລ້ງກັນດານຊິນ (ກາເດັດ) ແລະພູໂຮເຣທີ່ແຄມດິນແດນຂອງເອໂດມ. 38-39 ໂດຍປະຕິບັດຕາມຄຳສັ່ງຂອງພຣະເຈົ້າຢາເວ ປະໂຣຫິດອາໂຣນໄດ້ຂຶ້ນໄປທີ່ພູໂຮເຣ ແລະໄດ້ຕາຍຢູ່ທີ່ພູນີ້ເມື່ອອາຍຸເພິ່ນໄດ້ 123 ປີ ໃນມື້ທີໜຶ່ງຂອງເດືອນທີຫ້າອັນກົງກັບປີທີສີ່ສິບ ຫລັງຈາກຊາວອິດສະຣາເອນໄດ້ອອກມາຈາກປະເທດເອຢິບ. 40 ກະສັດແຫ່ງອາຣາດໃນທາງພາກໃຕ້ຂອງການາອານ ໄດ້ຍິນຂ່າວວ່າຊາວອິດສະຣາເອນກຳລັງເດີນທາງມາ. 41-49 ແຕ່ພູໂຮເຣເຖິງທົ່ງພຽງໂມອາບ ຊາວອິດສະຣາເອນໄດ້ຕັ້ງຄ້າຍພັກຢູ່ໃນບ່ອນດັ່ງຕໍ່ໄປນີ້: ຊານໂມນາ, ປູໂນນ, ໂອໂບດ, ບ່ອນຫັກເພພັງຂອງອາບາຣິມຢູ່ເຂດແດນໂມອາບ, ດີໂບນກາດ, ອານໂມນດິບລາທາອີມ, ພູບາອາຣິມໃກ້ກັບພູເນໂບ, ຈາກພູບາອາຣິມຍ້າຍມາຕັ້ງຄ້າຍພັກຢູ່ໃນທົ່ງພຽງຂອງໂມອາບທີ່ຟາກໜຶ່ງອີກຂອງແມ່ນໍ້າຈໍແດນຈາກເມືອງເຢຣິໂກ, ແລະຍ້າຍມາຕັ້ງຄ້າຍພັກຢູ່ໃນລະຫວ່າງເບັດເຢຊີໂມດແລະຮ່ອມພູອາເບັນຊິດຕິມທີ່ທົ່ງພຽງໂມອາບ. ຄຳສັ່ງກ່ອນຂ້າມແມ່ນໍ້າຈໍແດນ 50 ພຣະເຈົ້າຢາເວໄດ້ໃຫ້ໂມເຊແນະນຳຊາວອິດສະຣາເອນທີ່ທົ່ງພຽງໂມອາບ ທີ່ຟາກໜຶ່ງອີກຂອງແມ່ນໍ້າຈໍແດນຈາກເມືອງເຢຣິໂກ 51 ດັ່ງຕໍ່ໄປນີ້: “ເມື່ອພວກເຈົ້າຂ້າມແມ່ນໍ້າຈໍແດນເຂົ້າໄປໃນດິນແດນການາອານ 52 ພວກເຈົ້າຕ້ອງຂັບໄລ່ປະຊາຊົນໃນດິນແດນນັ້ນອອກໄປໃຫ້ໝົດ. ໃຫ້ທຳລາຍເສົາຫີນແລະຮູບເຄົາຣົບທີ່ເປັນໂລຫະພ້ອມບ່ອນນະມັດສະການຮູບເຫຼົ່ານັ້ນທັງໝົດຖິ້ມ. 53 ຈົ່ງຢຶດຄອງເອົາດິນແດນແລະຕັ້ງຫຼັກແຫຼ່ງຢູ່ທີ່ນັ້ນ ເພາະເຮົາໄດ້ມອບດິນແດນນີ້ໃຫ້ພວກເຈົ້າ. 54 ຈົ່ງແບ່ງປັນດິນແດນໃຫ້ເຜົ່າ ແລະຕະກຸນຕ່າງໆໂດຍວິທີໃຊ້ສະຫລາກຄື: ຕະກຸນທີ່ມີຫລາຍຄົນໃຫ້ມີດິນແດນຫລາຍ ແລະຕະກຸນທີ່ມີໜ້ອຍຄົນໃຫ້ມີດິນແດນໜ້ອຍ ທຸກຄົນຈະໄດ້ຮັບດິນແດນເປັນກຳມະສິດ ຕາມທີ່ສະຫລາກໄດ້ຕົກຖືກຕົນ ການແບ່ງປັນນີ້ໄດ້ເຮັດຕາມຕະກຸນປູ່ຍ່າຕາຍາຍຂອງແຕ່ລະເຜົ່າ. 55 ແຕ່ຖ້າພວກເຈົ້າຫາກບໍ່ໄລ່ພວກເຂົາອອກໄປໃຫ້ໝົດ ພວກທີ່ເຫຼືອຢູ່ກໍຈະສ້າງຄວາມເດືອດຮ້ອນໃຫ້ພວກເຈົ້າ ດັ່ງສ້ຽນຄາຕາ ແລະ ຈະຄ່ອຍຕໍ່ສູ້ພວກເຈົ້າ. 56 ຖ້າພວກເຈົ້າຫາກບໍ່ຂັບໄລ່ພວກເຂົາອອກໄປ ເຮົາຈະທຳລາຍພວກເຈົ້າ ດັ່ງທີ່ເຮົາໄດ້ວາງແຜນເພື່ອທຳລາຍພວກເຂົາ.” |
@ 2012 United Bible Societies. All Rights Reserved.