ຈົດບັນຊີ 32 - ພຣະຄຳພີສັກສິເຜົ່າທາງຟາກຕາເວັນອອກແມ່ນໍ້າຈໍແດນ ( ພບຍ 3:12-22 ) 1 ເຜົ່າຣູເບັນແລະກາດມີຝູງສັດເປັນຈຳນວນຫລວງຫລາຍ. ເມື່ອພວກເຂົາເຫັນວ່າ ດິນແດນຢາເຊກັບກີເລອາດເໝາະສຳລັບການລ້ຽງສັດ 2 ພວກເຂົາຈຶ່ງມາຫາໂມເຊ ປະໂຣຫິດເອເລອາຊາ ແລະບັນດາຜູ້ນຳຄົນອື່ນໆຂອງຊຸມຊົນອິດສະຣາເອນ ແລະກ່າວວ່າ, 3-4 “ດິນແດນສ່ວນທີ່ພຣະເຈົ້າຢາເວໄດ້ຢຶດເອົາສຳລັບປະຊາຊົນອິດສະຣາເອນເຊັ່ນ: ເມືອງອາຕາໂຣດ, ດີໂບນ, ຢາເຊ, ນີມຣາ, ເຮັດຊະໂບນ, ເອເລອາເລ, ສິບມາ, ເນໂບ ແລະເບໂອນ ເປັນດິນດີຊຶ່ງເໝາະສຳລັບລ້ຽງສັດ ແລະພວກຄົນຮັບໃຊ້ຂອງທ່ານກໍມີຝູງສັດຫລາຍ. 5 ກະລຸນາມອບດິນແດນເຫຼົ່ານີ້ໃຫ້ເປັນສົມບັດຂອງພວກເຮົາເຖີດ ແລະຢ່າໃຫ້ພວກເຮົາຂ້າມແມ່ນໍ້າຈໍແດນໄປຕັ້ງຖິ່ນຖານຢູ່ທາງຟາກພຸ້ນເລີຍ.” 6 ໂມເຊຖາມຄືນວ່າ, “ພວກເຈົ້າຢາກຢູ່ທີ່ນີ້ ໃນເມື່ອພວກພີ່ນ້ອງຊາວອິດສະຣາເອນຂອງພວກເຈົ້າອອກໄປເຮັດເສິກຊັ້ນບໍ? 7 ດ້ວຍເຫດໃດ ພວກເຈົ້າຈຶ່ງເຮັດໃຫ້ປະຊາຊົນອິດສະຣາເອນທໍ້ຖອຍກຳລັງໃຈ ທີ່ຈະຂ້າມແມ່ນໍ້າຈໍແດນເຂົ້າໄປຢຶດເອົາດິນແດນທີ່ພຣະເຈົ້າຢາເວມອບໃຫ້ພວກເຂົາ? 8 ຕອນເມື່ອຂ້າພະເຈົ້າໄດ້ໃຊ້ພໍ່ຂອງພວກເຈົ້າຈາກກາເດັດບາກເນອາໄປສຳຫລວດເບິ່ງດິນແດນນັ້ນ ພວກເຂົາກໍເຮັດຄືພວກເຈົ້ານີ້ແຫຼະ. 9 ເມື່ອໄປຮອດຮ່ອມພູເອັດຊະໂຄນແລະເຫັນດິນແດນແລ້ວ ພວກເຂົາກັບມາເລົ່າເລື່ອງໃຫ້ປະຊາຊົນທໍ້ຖອຍກຳລັງໃຈ ທີ່ຈະເຂົ້າໄປຢຶດເອົາດິນແດນ ຊຶ່ງພຣະເຈົ້າຢາເວໄດ້ມອບໃຫ້ແກ່ພວກເຂົານັ້ນ. 10 ໃນມື້ນັ້ນ ພຣະເຈົ້າຢາເວໄດ້ໂກດຮ້າຍຫລາຍ ແລະພຣະອົງໄດ້ສັນຍາດັ່ງນີ້: 11 ‘ເຮົາຂໍສາບານວ່າ ເພາະພວກເຂົາບໍ່ໄດ້ສັດຊື່ຕໍ່ເຮົາ ບໍ່ມີຊາຍຄົນໃດໃນພວກເຂົາທີ່ໄດ້ອອກມາຈາກປະເທດເອຢິບ ທີ່ມີອາຍຸຊາວປີຂຶ້ນໄປ ຈະໄດ້ເຂົ້າໄປໃນດິນແດນທີ່ເຮົາໄດ້ສັນຍາໄວ້ກັບອັບຣາຮາມ, ອີຊາກ ແລະຢາໂຄບ.’ 12 ເລື່ອງນີ້ລວມເຖິງທຸກໆຄົນ ນອກຈາກກາເລັບລູກຊາຍຂອງເຢຟຸນເນຊາວເກນີຊິດ ແລະໂຢຊວຍລູກຊາຍຂອງນູນ ເພາະພວກເຂົາໄດ້ຕິດຕາມພຣະເຈົ້າຢາເວ. 13 ພຣະເຈົ້າຢາເວໄດ້ໂກດຮ້າຍຕໍ່ປະຊາຊົນ ແລະເຮັດໃຫ້ພວກເຂົາທ່ອງທ່ຽວໄປມາໃນຖິ່ນແຫ້ງແລ້ງກັນດານເປັນເວລາ 40 ປີ ຈົນຄົນຢູ່ໃນລຸ້ນທີ່ພຣະອົງບໍ່ພໍໃຈນຳນັ້ນຕາຍໄປໝົດ. 14 ມາບັດນີ້ ພວກເຈົ້າໄດ້ເຮັດຄືບັນພະບຸລຸດຂອງພວກເຈົ້າອີກ; ຄົນບາບລຸ້ນໃໝ່ນີ້ຕຽມຈະນຳຄວາມໂກດຮ້າຍຂອງພຣະເຈົ້າຢາເວ ມາສູ່ຊາດອິດສະຣາເອນອີກແລ້ວ. 15 ຖ້າຄົນຢູ່ໃນເຜົ່າຣູເບັນແລະກາດຫາກບໍ່ເຮັດຕາມຄຳສັ່ງຂອງພຣະອົງ. ພຣະອົງຈະປະຖິ້ມຄົນເຫຼົ່ານີ້ທັງໝົດ ໃນຖິ່ນແຫ້ງແລ້ງກັນດານອີກເທື່ອໜຶ່ງ ແລະພວກເຈົ້າຈະຕ້ອງຮັບຜິດຊອບຕໍ່ຄວາມຈິບຫາຍຂອງຊາດອິດສະຣາເອນ.” 16 ພວກເຂົາໄດ້ຫຍັບເຂົ້າມາໃກ້ໂມເຊ ແລະກ່າວວ່າ, “ກ່ອນອື່ນໃຫ້ພວກເຮົາສ້າງກຳແພງຫີນລ້ອມຝູງແກະ ແລະສ້າງປ້ອມລ້ອມກຳແພງເມືອງໃຫ້ລູກເມຍກ່ອນ. 17 ແລ້ວພວກເຮົາກໍພ້ອມທີ່ຈະໄປກັບພວກພີ່ນ້ອງອິດສະຣາເອນຄົນອື່ນໆ ເຂົ້າສູ່ສະໜາມຮົບ ແລະນຳພາບຸກໂຈມຕີຂ້າເສິກ ຈົນກວ່າພວກເຂົາຈະໄດ້ຕັ້ງຫຼັກແຫຼ່ງຢູ່ໃນດິນແດນທີ່ເປັນຂອງພວກເຂົາ. ໃນເວລາດຽວກັນນັ້ນ ຄົນຂອງພວກເຮົາກໍຈະໄດ້ຢູ່ໃນເມືອງທີ່ມີປ້ອມລ້ອມດ້ວຍກຳແພງ ແລະປອດໄພຈາກປະຊາຊົນໃນດິນແດນນີ້. 18 ພວກເຮົາຈະບໍ່ຍິນຍອມກັບມາບ້ານເມືອງ ຈົນກວ່າພີ່ນ້ອງອິດສະຣາເອນທັງໝົດໄດ້ຮັບດິນແດນ ທີ່ຖືກມອບໝາຍໃຫ້ນັ້ນມາເປັນກຳມະສິດຂອງພວກເຂົາ. 19 ພວກເຮົາຈະບໍ່ເອົາດິນແດນສ່ວນໃດໆທີ່ທາງຟາກນັ້ນຂອງແມ່ນໍ້າຈໍແດນອີກ ເພາະໄດ້ຮັບສ່ວນແບ່ງຢູ່ທີ່ທາງຟາກຕາເວັນອອກຂອງແມ່ນໍ້າຈໍແດນນີ້ແລ້ວ.” 20 ໂມເຊຕອບວ່າ, “ຖ້າພວກເຈົ້າຫາກໝາຍຄວາມວ່າຢ່າງນັ້ນແທ້ ແລ້ວຊ້ອງໜ້າພຣະເຈົ້າຢາເວຢູ່ທີ່ນີ້ ຈົ່ງຕຽມຕົວເຂົ້າໄປສູ້ຮົບ. 21 ໃຫ້ນັກຮົບຂອງພວກເຈົ້າທຸກຄົນຂ້າມແມ່ນໍ້າຈໍແດນ ແລະພາຍໃຕ້ການບັນຊາຂອງພຣະເຈົ້າຢາເວໃຫ້ພວກເຂົາບຸກໂຈມຕີເຫຼົ່າສັດຕູ ຈົນກວ່າພຣະອົງຊະນະພວກເຂົາ 22 ແລະຢຶດຄອງເອົາດິນແດນມາເປັນກຳມະສິດ. ຫລັງຈາກນັ້ນ ພວກເຈົ້າຈຶ່ງຈະສາມາດກັບຄືນມາໄດ້ ຍ້ອນພວກເຈົ້າໄດ້ເຮັດຕາມຄຳສັນຍາທີ່ໃຫ້ໄວ້ກັບພຣະເຈົ້າຢາເວ ແລະກັບພີ່ນ້ອງຊາວອິດສະຣາເອນຂອງພວກເຈົ້າແລ້ວ ພຣະເຈົ້າຢາເວກໍຈະຮັບຮູ້ວ່າ ດິນແດນທີ່ທາງຟາກຕາເວັນອອກນີ້ເປັນຂອງພວກເຈົ້າຕໍ່ໜ້າພຣະເຈົ້າຢາເວ. 23 ແຕ່ຖ້າພວກເຈົ້າຫາກບໍ່ເຮັດຕາມສັນຍາ ເຮົາຂໍເຕືອນວ່າ ພວກເຈົ້າໄດ້ເຮັດບາບຕໍ່ສູ້ພຣະເຈົ້າຢາເວ ແລະພວກເຈົ້າຈະໄດ້ຮັບໂທດກຳຍ້ອນບາບນັ້ນ. ຢ່າເຂົ້າໃຈຜິດໃນເລື່ອງນີ້. 24 ສະນັ້ນ ຈົ່ງໃຫ້ພວກເຈົ້າສ້າງເມືອງ ແລະກຳແພງລ້ອມຝູງສັດສາ ແຕ່ຈົ່ງເຮັດຕາມທີ່ພວກເຈົ້າໄດ້ສັນຍາໄວ້ນັ້ນ.” 25 ຊາວກາດແລະຊາວຣູເບັນໄດ້ຢືນຢັນກັບໂມເຊວ່າ, “ທ່ານເອີຍ ພວກເຮົາຈະເຮັດຕາມທີ່ທ່ານສັ່ງ 26 ລູກເມຍກັບຝູງສັດຂອງພວກເຮົາຈະຢູ່ໃນເມືອງກີເລອາດນີ້. 27 ສ່ວນພວກເຮົາທັງໝົດຈະຕຽມພ້ອມເຂົ້າໄປສູ້ຮົບ ຕາມຄຳສັ່ງຂອງພຣະເຈົ້າຢາເວ. ພວກເຮົາຈະຂ້າມແມ່ນໍ້າຈໍແດນໄປແລະຈະສູ້ຮົບຕາມທີ່ທ່ານໄດ້ສັ່ງໄວ້.” 28 ດັ່ງນັ້ນ ໂມເຊຈຶ່ງສັ່ງເອເລອາຊາ, ໂຢຊວຍ ແລະບັນດາຜູ້ນຳຄົນອື່ນໆຂອງຊາດອິດສະຣາເອນວ່າ, 29 “ຖ້າຊາວກາດກັບຊາວຣູເບັນຫາກຕຽມພ້ອມສູ້ຮົບ ແລະຂ້າມແມ່ນໍ້າຈໍແດນໄປກັບພວກເຈົ້າຕໍ່ໜ້າພຣະເຈົ້າຢາເວ ແລະຖ້າພວກເຂົາຫາກຊ່ວຍພວກເຈົ້າຢຶດຄອງດິນແດນໄດ້ແລ້ວ ຈົ່ງມອບດິນແດນກີເລອາດໃຫ້ເປັນສົມບັດຂອງພວກເຂົາ. 30 ແຕ່ຖ້າພວກເຂົາຫາກບໍ່ໄດ້ຂ້າມແມ່ນໍ້າຈໍແດນເຂົ້າໄປສູ້ຮົບຊ່ວຍພວກເຈົ້າ ໃຫ້ພວກເຂົາຮັບສ່ວນສົມບັດຂອງພວກເຂົາຢູ່ໃນດິນແດນການາອານຄືກັນກັບພວກເຈົ້າ.” 31 ຊາວກາດແລະຊາວຣູເບັນໄດ້ຕອບຢືນຢັນວ່າ, “ທ່ານເອີຍ ພວກເຮົາຈະເຮັດຕາມທີ່ພຣະເຈົ້າຢາເວໄດ້ສັ່ງໄວ້. 32 ພວກເຮົາຈະຂ້າມແມ່ນໍ້າຈໍແດນ ເຂົ້າໄປສູ້ຮົບໃນດິນແດນການາອານຕໍ່ໜ້າພຣະເຈົ້າຢາເວ ເພື່ອພວກເຮົາຈະໄດ້ຮັບດິນແດນ ທາງຟາກຕາເວັນອອກຂອງແມ່ນໍ້າຈໍແດນມາເປັນສ່ວນຂອງພວກເຮົາ.” 33 ດັ່ງນັ້ນ ໂມເຊຈຶ່ງໄດ້ມອບດິນແດນນັ້ນໃຫ້ແກ່ເຜົ່າກາດ, ເຜົ່າຣູເບັນ ແລະມານາເຊລູກຊາຍຂອງໂຢເຊັບເຄິ່ງເຜົ່າຄື: ເຂດແດນທັງໝົດຂອງເຈົ້າສີໂຫນກະສັດຂອງຊາວອາໂມ ແລະຂອງເຈົ້າໂອກກະສັດແຫ່ງນະຄອນບາຊານ ພ້ອມເມືອງຕ່າງໆທັງເມືອງເລັກເມືອງນ້ອຍທີ່ຢູ່ອ້ອມແອ້ມນັ້ນ. 34 ເຜົ່າກາດໄດ້ສ້າງປ້ອມລ້ອມກຳແພງເມືອງຂຶ້ນໃໝ່ໃນເມືອງຕ່າງໆ ດັ່ງນີ້: ດີໂບນ, ອາຕາໂຣດ, ອາໂຣເອ, 35 ອັດໂຣດໂຊຟັນ, ຢາເຊ, ໂຢກເບຮາ, 36 ເບັດນີມຣາ ແລະເບັດຮາຣານ. 37 ເຜົ່າຣູເບັນໄດ້ສ້າງເມືອງຂຶ້ນໃໝ່ໃນເມືອງຕ່າງໆ ດັ່ງນີ້: ເຮັດຊະໂບນ, ເອເລອາເລ, ກີຣິອາດທາອິມ, 38 ເນໂບ, ບາອານເມໂອນ (ຊື່ນີ້ຕໍ່ມາໄດ້ປ່ຽນໃໝ່) ແລະສິບມາ. ພວກເຂົາໄດ້ປ່ຽນຊື່ໃຫ້ເມືອງທີ່ໄດ້ສ້າງຂຶ້ນໃໝ່ເຫຼົ່ານັ້ນທັງໝົດ. 39 ຕະກຸນມາກີ ລູກຊາຍຂອງມານາເຊ ໄດ້ບຸກລຸກດິນແດນກີເລອາດພ້ອມທັງໄລ່ຊາວອາໂມ ທີ່ອາໄສຢູ່ໃນເມືອງອອກໄປແລະຢຶດຄອງເອົາເມືອງ. 40 ດັ່ງນັ້ນ ໂມເຊຈຶ່ງມອບເມືອງກີເລອາດໃຫ້ຕະກຸນມາກີ ລູກຊາຍຂອງມານາເຊ ແລະພວກເຂົາກໍພາກັນຕັ້ງຫຼັກແຫຼ່ງຢູ່ໃນທີ່ນັ້ນ. 41 ຢາອີ ຊາວມານາເຊໄດ້ບຸກໂຈມຕີແລະຢຶດເອົາໝູ່ບ້ານບາງແຫ່ງ ແລະໃສ່ຊື່ໝູ່ບ້ານນັ້ນວ່າ, ໝູ່ບ້ານຢາອີ. 42 ໂນບາໄດ້ໂຈມຕີ ແລະຢຶດຄອງເອົາເມືອງເກນາດພ້ອມທັງໝູ່ບ້ານຕ່າງໆ ແລະໃສ່ຊື່ເມືອງນີ້ໃໝ່ຕາມຊື່ຂອງຕົນວ່າ, ເມືອງໂນບາ. |
@ 2012 United Bible Societies. All Rights Reserved.