ຈົດບັນຊີ 31 - ພຣະຄຳພີສັກສິເສິກສັກສິດຕໍ່ສູ້ຊາວມີດີອານ 1 ພຣະເຈົ້າຢາເວໄດ້ກ່າວຕໍ່ໂມເຊວ່າ, 2 “ໃຫ້ລົງໂທດຊາວມີດີອານສຳລັບສິ່ງທີ່ພວກເຂົາໄດ້ເຮັດຕໍ່ປະຊາຊົນອິດສະຣາເອນ. ຫລັງຈາກນັ້ນແລ້ວ ເຈົ້າຈະຕາຍ.” 3 ດັ່ງນັ້ນ ໂມເຊຈຶ່ງໄດ້ກ່າວແກ່ປະຊາຊົນວ່າ, “ຈົ່ງຕຽມຕົວເຮັດເສິກ ເພື່ອວ່າພວກເຈົ້າຈະໂຈມຕີຊາວມີດີອານໄດ້ ແລະລົງໂທດພວກເຂົາສຳລັບສິ່ງທີ່ພວກເຂົາໄດ້ເຮັດຕໍ່ພຣະເຈົ້າຢາເວ. 4 ແຕ່ລະເຜົ່າຂອງຊາດອິດສະຣາເອນເກນທະຫານໃຫ້ໄດ້ໜຶ່ງພັນຄົນ.” 5 ສະນັ້ນ ແຕ່ລະເຜົ່າຈຶ່ງໄດ້ເກນເອົາທະຫານໜຶ່ງພັນຄົນ ເມື່ອລວມກັນແລ້ວມີທະຫານ 12.000 ຄົນ ຕຽມອອກສູ້ຮົບ. 6 ໂມເຊໄດ້ສົ່ງທະຫານເຫຼົ່ານີ້ອອກສູ້ຮົບພາຍໃຕ້ການບັນຊາຂອງຟີເນຮາ ລູກຊາຍຂອງປະໂຣຫິດເອເລອາຊາ. ຟີເນຮາຮັບຜິດຊອບສິ່ງຂອງໃນຫໍເຕັນ ແລະແກສຳລັບເປົ່າເປັນສັນຍານສູ້ຮົບ. 7 ພວກເຂົາໄດ້ເຂົ້າໂຈມຕີພວກມີດີອານ ຕາມທີ່ພຣະເຈົ້າຢາເວໄດ້ສັ່ງໂມເຊໄວ້ ແລະຂ້າຜູ້ຊາຍທຸກຄົນຖິ້ມ 8 ຕະຫລອດທັງກະສັດມີດີອານຫ້າຄົນ ດັ່ງນີ້: ເອວີ, ເຣເກມ, ຊູຣະ, ຮູເຣ ແລະເຣບາ. ພວກເຂົາໄດ້ຂ້າບາລາອາມລູກຊາຍຂອງເບອໍດ້ວຍ. 9 ປະຊາຊົນອິດສະຣາເອນໄດ້ຈັບເອົາແມ່ຍິງ ແລະເດັກນ້ອຍມີດີອານມາເປັນຊະເລີຍ ແລະຢຶດເອົາຝູງງົວກັບຝູງແກະຕະຫລອດທັງຊັບສົມບັດຂອງພວກເຂົາ 10 ແລະຈູດເມືອງ ພ້ອມຄ້າຍພັກຂອງພວກເຂົາຖິ້ມໝົດ. 11 ພວກເຂົາໄດ້ຢຶດເອົາສິ່ງຂອງ ພ້ອມກັບຊະເລີຍເສິກ ແລະສັດທັງໝົດ 12 ມາມອບໃຫ້ໂມເຊແລະເອເລອາຊາ ຜູ້ເປັນປະໂຣຫິດ ແລະຊຸມຊົນອິດສະຣາເອນທີ່ຄ້າຍພັກທົ່ງພຽງໂມອາບ ຢູ່ຟາກໜຶ່ງຂອງແມ່ນໍ້າຈໍແດນ ຊຶ່ງກົງກັນຂ້າມກັບເມືອງເຢຣິໂກ. ຟີເນຮາຍົກທັບກັບຄືນມາ 13 ໂມເຊ, ເອເລອາຊາ ແລະພວກຜູ້ນຳອື່ນໆຂອງຊຸມຊົນທັງໝົດ ໄດ້ອອກຈາກຄ້າຍພັກມາຕ້ອນຮັບກອງທັບທີ່ກັບມາ. 14 ໂມເຊໄດ້ຮ້າຍພວກນາຍທະຫານ, ພວກຜູ້ບັນຊາການກອງພັນ ແລະພວກຜູ້ບັນຊາກອງຮ້ອຍທີ່ນຳທັບກັບຄືນມານັ້ນວ່າ, 15 “ເປັນຫຍັງຈຶ່ງໄວ້ຊີວິດພວກແມ່ຍິງເຫຼົ່ານີ້? 16 ບໍ່ຈື່ບໍວ່າແມ່ນຍິງມີດີອານທີ່ໄດ້ເຮັດຕາມຄຳແນະນຳຂອງບາລາອາມ ແລະທີ່ເປອໍ ໄດ້ນຳພາປະຊາຊົນບໍ່ໃຫ້ສັດຊື່ຕໍ່ພຣະເຈົ້າຢາເວ. ເຫດການນັ້ນເປັນເຫດໃຫ້ປະຊາຊົນຂອງພຣະອົງຕ້ອງລົ້ມຕາຍດ້ວຍໂຣກລະບາດ. 17 ສະນັ້ນ ບັດນີ້ໃຫ້ຂ້າເດັກນ້ອຍຜູ້ຊາຍ ແລະແມ່ຍິງທຸກໆຄົນທີ່ເຄີຍໄດ້ຮ່ວມເພດກັບຜູ້ຊາຍຖິ້ມ 18 ແຕ່ຈົ່ງໄວ້ຊີວິດຍິງສາວບໍຣິສຸດທຸກໆຄົນສຳລັບພວກເຈົ້າເອງ. 19 ໃຫ້ພວກເຈົ້າທຸກຄົນທີ່ໄດ້ຂ້າຄົນຫລືຈັບບາຍຊາກສົບ ອອກຢູ່ນອກຄ້າຍພັກເປັນເວລາເຈັດວັນ. ໃນວັນທີສາມກັບວັນທີເຈັດໃຫ້ພວກເຈົ້າ ແລະພວກແມ່ຍິງທີ່ຖືກຈັບມານັ້ນເຮັດພິທີຊຳລະຕົວ. 20 ໃຫ້ຊຳລະເສື້ອຜ້າທຸກໆໂຕ ແລະ ທຸກໆສິ່ງທີ່ເຮັດດ້ວຍໜັງສັດ, ຂົນແບ້ ແລະໄມ້.” 21 ປະໂຣຫິດເອເລອາຊາໄດ້ບອກພວກນັກຮົບທີ່ຫາກໍກັບມາແຕ່ເຮັດເສິກນັ້ນວ່າ, “ອັນນີ້ແມ່ນລະບຽບການທີ່ພຣະເຈົ້າຢາເວໄດ້ໃຫ້ໂມເຊ. 22-23 ທຸກໆສິ່ງທີ່ໄຟໄໝ້ບໍ່ໄດ້ ເຊັ່ນວ່າ: ຄຳ, ເງິນ, ທອງສຳຣິດ, ເຫຼັກ, ກົ່ວ ແລະຊືນ ໃຫ້ເຮັດພິທີຊຳລະມົນທິນໂດຍໃຊ້ໄຟເຜົາ. ສ່ວນສິ່ງອື່ນໃຫ້ໃຊ້ນໍ້າລ້າງເພື່ອຊຳລະ. 24 ໃນມື້ທີເຈັດໃຫ້ຊັກເຄື່ອງນຸ່ງຫົ່ມຂອງພວກເຈົ້າ ແລ້ວພວກເຈົ້າກໍຈະບໍ່ເປັນມົນທິນຕາມກົດບັນຍັດ ແລະກັບເຂົ້າໄປໃນຄ້າຍພັກໄດ້.” ທະຫານແບ່ງປັນສິ່ງຂອງທີ່ຢຶດມາໄດ້ 25 ພຣະເຈົ້າຢາເວໄດ້ບອກໂມເຊວ່າ, 26 “ໃຫ້ເຈົ້າແລະເອເລອາຊາພ້ອມດ້ວຍບັນດາຫົວໜ້າຄອບຄົວຂອງຊຸມຊົນຄົນອື່ນໆ ພາກັນນັບສິ່ງຂອງທັງໝົດ ທີ່ໄດ້ຢຶດມາຕະຫລອດທັງຊະເລີຍເສິກແລະສັດດ້ວຍ. 27 ຈົ່ງແບ່ງສິ່ງຂອງເຫຼົ່ານັ້ນອອກເປັນສອງສ່ວນເທົ່າກັນຄື: ສ່ວນໜຶ່ງສຳລັບທະຫານທີ່ໄດ້ອອກໄປສູ້ຮົບ ແລະອີກສ່ວນໜຶ່ງສຳລັບຊຸມຊົນ. 28 ສຳລັບສ່ວນທີ່ເປັນຂອງນັກຮົບນັ້ນ ຈົ່ງຫັກເອົາໜຶ່ງໃນຫ້າຮ້ອຍເປັນຂອງຖວາຍສຳລັບພຣະເຈົ້າຢາເວ ບໍ່ວ່າເປັນຊະເລີຍເສິກ, ງົວ, ລໍ, ແກະ ແລະແບ້ກໍດີ. 29 ຈົ່ງມອບສ່ວນນີ້ໃຫ້ປະໂຣຫິດເອເລອາຊາ ຕາມພິທີຖວາຍເຄື່ອງອຸດໜູນພິເສດແກ່ພຣະເຈົ້າຢາເວ. 30 ສຳລັບສ່ວນຂອງຊຸມຊົນນັ້ນເໝືອນກັນ ໃຫ້ຫັກເອົາໜຶ່ງໃນຫ້າສິບ ມອບໃຫ້ແກ່ພວກເລວີທີ່ເບິ່ງແຍງຫໍເຕັນສັກສິດຂອງພຣະເຈົ້າຢາເວ ບໍ່ວ່າເປັນຊະເລີຍ, ງົວ, ລໍ, ແກະ ແລະແບ້ກໍດີ.” 31 ໂມເຊ ແລະປະໂຣຫິດເອເລອາຊາກໍເຮັດຕາມທີ່ພຣະເຈົ້າຢາເວໄດ້ສັ່ງໄວ້ນັ້ນທຸກປະການ. 32-35 ຕໍ່ໄປນີ້ແມ່ນລາຍຊື່ສິ່ງຂອງທີ່ນັກຮົບຢຶດມາໄດ້ ໂດຍບໍ່ນັບສິ່ງຂອງທີ່ພວກເຂົາຮັກສາໄວ້ເອງ ມີດັ່ງນີ້: ແກະແລະແບ້ 675.000 ໂຕ, ງົວ 72.000 ໂຕ, ລໍ 61.000 ໂຕ ແລະຍິງສາວບໍຣິສຸດ 32.000 ຄົນ. 36-40 ສຳລັບສ່ວນທີ່ເປັນຂອງນັກຮົບນັ້ນ ມີແກະແລະແບ້ລວມທັງໝົດ 337.500 ໂຕ, 675 ໂຕ ຖວາຍແກ່ພຣະເຈົ້າຢາເວ; ງົວ 36.000 ໂຕ ເປັນຂອງນັກຮົບແລະ 72 ໂຕ ຖວາຍແກ່ພຣະເຈົ້າຢາເວ; ລໍ 30.500 ໂຕ ເປັນຂອງນັກຮົບແລະ 61 ໂຕ ຖວາຍແກ່ພຣະເຈົ້າຢາເວ ແລະຍິງສາວບໍຣິສຸດ 16.000 ຄົນ ເປັນຂອງບັນດານັກຮົບ ແລະ 32 ຄົນ ຖວາຍແກ່ພຣະເຈົ້າຢາເວ. 41 ສະນັ້ນ ໂມເຊຈຶ່ງໄດ້ມອບເຄື່ອງຖວາຍພິເສດແກ່ພຣະເຈົ້າຢາເວນີ້ ໃຫ້ປະໂຣຫິດເອເລອາຊາ ຕາມທີ່ພຣະເຈົ້າຢາເວໄດ້ສັ່ງໂມເຊ. 42-46 ສຳລັບສ່ວນຂອງຊຸມຊົນນັ້ນ ມີເທົ່າກັບສ່ວນຂອງນັກຮົບ ດັ່ງນີ້: ແກະແລະແບ້ 337.500 ໂຕ, ງົວ 36.000 ໂຕ, ລໍ 30.500 ໂຕ ແລະຍິງສາວບໍຣິສຸດ 16.000 ຄົນ. 47 ໂມເຊໄດ້ຫັກໜຶ່ງໃນຫ້າສິບຂອງຊະເລີຍແລະສັດມອບໃຫ້ແກ່ພວກເລວີ ຜູ້ທີ່ເບິ່ງແຍງຫໍເຕັນສັກສິດຂອງພຣະເຈົ້າຢາເວ ຕາມທີ່ພຣະເຈົ້າຢາເວໄດ້ສັ່ງໂມເຊ. 48 ແລ້ວພວກນາຍທະຫານທີ່ບັນຊາການກອງທັບກໍໄດ້ມາຫາໂມເຊ 49 ແລະລາຍງານວ່າ, “ທ່ານເອີຍ ພວກຂ້ານ້ອຍໄດ້ນັບທະຫານທີ່ຢູ່ໃຕ້ບັນຊາການເບິ່ງ ແລະເຫັນວ່າບໍ່ມີແມ່ນແຕ່ຄົນດຽວຂາດຫາຍໄປ. 50 ສະນັ້ນ ພວກຂ້ານ້ອຍຈຶ່ງໄດ້ນຳເຄື່ອງເອ້ເປັນຄຳທີ່ຢຶດເອົາມາໄດ້ມີດັ່ງນີ້: ປອກແຂນ, ປອກຂໍ້ມື, ແຫວນ, ຕ້າງຫູ ແລະສາຍຄໍ. ພວກຂ້ານ້ອຍຂໍຖວາຍສິ່ງເຫຼົ່ານີ້ຕໍ່ໜ້າພຣະເຈົ້າຢາເວເປັນການໄຖ່ຊີວິດ ເພື່ອວ່າພຣະອົງຈະປົກປັກຮັກສາພວກຂ້ານ້ອຍ.” 51 ໂມເຊແລະປະໂຣຫິດເອເລອາຊາໄດ້ຮັບເອົາຄຳແລະເຄື່ອງເອ້ເປັນຄຳທັງໝົດນັ້ນ. 52 ຄຳທັງໝົດທີ່ບັນດານາຍທະຫານໄດ້ຖວາຍແກ່ພຣະເຈົ້າຢາເວ ມີ 16.750 ເຊເຄນ (ປະມານ 200 ກິໂລກຼາມ). 53 ສ່ວນພວກນາຍທະຫານກໍໄດ້ຮັກສາສິ່ງທີ່ພວກເຂົາຢຶດມາໄດ້ນັ້ນໄວ້ເປັນຂອງຕົນເອງ. 54 ດັ່ງນັ້ນ ໂມເຊແລະປະໂຣຫິດເອເລອາຊາ ຈຶ່ງໄດ້ນຳເຄື່ອງຄຳຈາກນາຍພັນ ນາຍຮ້ອຍ ໄປໄວ້ທີ່ຫໍເຕັນບ່ອນຊຸມນຸມ ເພື່ອໃຫ້ເປັນທີ່ລະນຶກເຖິງປະຊາຊົນອິດສະຣາເອນຕໍ່ໜ້າພຣະເຈົ້າຢາເວ. |
@ 2012 United Bible Societies. All Rights Reserved.