Biblia Todo Logo
Bìoball air-loidhne

- Sanasan -

ຈົດບັນຊີ 30 - ພຣະຄຳພີສັກສິ


ກົດ​ກ່ຽວກັບ​ການ​ບະບົນ

1 ໂມເຊ​ໄດ້​ກ່າວ​ແກ່​ບັນດາ​ຜູ້ນຳ​ເຜົ່າ​ຕ່າງໆ​ຂອງ​ຊາດ​ອິດສະຣາເອນ​ວ່າ, ນີ້​ເປັນ​ຂໍ້ຄຳສັ່ງ​ຂອງ​ພຣະເຈົ້າຢາເວ​ໄດ້ສັ່ງ​ໄວ້​ຄື:

2 ເມື່ອ​ຊາຍ​ຄົນ​ໜຶ່ງ​ບະບົນ​ໄວ້​ວ່າ​ຈະ​ຖວາຍ​ສິ່ງໃດ​ສິ່ງໜຶ່ງ​ໃຫ້​ແກ່​ພຣະເຈົ້າຢາເວ ຫລື​ສາບານ​ວ່າ​ຈະ​ລະເວັ້ນ​ຈາກ​ສິ່ງໃດ​ສິ່ງໜຶ່ງ; ລາວ​ຕ້ອງ​ບໍ່​ເຮັດ​ຜິດ​ຄຳສັນຍາ, ແຕ່​ຈະ​ຕ້ອງ​ເຮັດ​ຕາມ​ທີ່​ໄດ້​ເວົ້າ​ໄວ້​ທຸກປະການ.

3 ເມື່ອ​ຍິງ​ສາວ​ຜູ້ໜຶ່ງ​ຍັງ​ຢູ່​ໃນ​ເຮືອນ​ພໍ່​ຂອງ​ຕົນ​ແລະ​ບະບົນ​ໄວ້​ວ່າ ຈະ​ຖວາຍ​ສິ່ງໃດ​ສິ່ງໜຶ່ງ​ແກ່​ພຣະເຈົ້າຢາເວ ຫລື​ສັນຍາ​ວ່າ​ຈະ​ລະເວັ້ນ​ຈາກ​ສິ່ງໜຶ່ງ​ສິ່ງໃດ;

4 ນາງ​ຈະ​ຕ້ອງ​ກະທຳ​ຕາມ​ທີ່​ຕົນ​ໄດ້​ບະບົນ ຫລື​ໄດ້​ສັນຍາ​ໄວ້​ນັ້ນ​ທຸກປະການ ເວັ້ນ​ເສຍ​ແຕ່​ພໍ່​ຂອງ​ນາງ​ຮູ້​ເລື່ອງ​ແລະ​ຂັດຂວາງ​ໄວ້.

5 ແຕ່​ຖ້າ​ພໍ່​ຂອງ​ນາງ​ຫາກ​ໄດ້​ຮູ້​ເລື່ອງ ແລະ​ຫ້າມປາມ​ໄວ້ ນາງ​ກໍ​ບໍ່​ຕ້ອງ​ເຮັດ​ຕາມ​ນັ້ນ. ພຣະເຈົ້າຢາເວ​ຈະ​ຍົກ​ຜິດ​ໃຫ້​ນາງ ເພາະວ່າ​ພໍ່​ຂອງ​ນາງ​ບໍ່​ຍອມ​ໃຫ້​ນາງ​ຮັກສາ​ຄຳສັນຍາ​ນັ້ນ.

6 ຖ້າ​ຍິງ​ຜູ້ໜຶ່ງ​ທີ່​ບໍ່​ທັນ​ໄດ້​ແຕ່ງງານ​ຫາກ​ບະບົນ​ໄວ້​ໂດຍ​ບໍ່ຕັ້ງໃຈ ຫລື​ຢ່າງ​ບໍ່​ຄິດ​ຖີ່ຖ້ວນ ຫລື​ສັນຍາ​ວ່າ​ຈະ​ລະເວັ້ນ​ຈາກ​ສິ່ງໃດ​ສິ່ງໜຶ່ງ ແລ້ວ​ນາງ​ກໍ​ແຕ່ງງານ​ໄປ;

7 ນາງ​ຕ້ອງ​ເຮັດ​ຕາມ​ທີ່​ຕົນ​ໄດ້​ສັນຍາ​ໄວ້​ທຸກປະການ ເວັ້ນເສຍ​ແຕ່​ເມື່ອ​ຜົວ​ຂອງ​ນາງ​ຮູ້​ເລື່ອງ ແລະ​ຂັດຂວາງ​ໄວ້.

8 ແຕ່​ຖ້າ​ຜົວ​ຂອງ​ນາງ​ຫາກ​ຮູ້​ເລື່ອງ ແລະ​ໄດ້​ຫ້າມປາມ​ໄວ້ ນາງ​ກໍ​ບໍ່​ຕ້ອງ​ກະທຳ​ຕາມ​ສັນຍາ​ນັ້ນ. ພຣະເຈົ້າຢາເວ​ຈະ​ຍົກ​ຜິດ​ໃຫ້​ນາງ​ເອງ.

9 ແມ່ໝ້າຍ​ຫລື​ແມ່ຮ້າງ​ຕ້ອງ​ເຮັດ​ຕາມ​ຄຳ​ບະບົນ​ທີ່​ຕົນ​ໄດ້​ບະບົນ​ໄວ້ ແລະ​ຮັກສາ​ຄຳສັນຍາ​ທີ່​ຕົນ​ໄດ້​ກ່າວ​ໄວ້​ວ່າ​ຈະ​ລະເວັ້ນ​ຈາກ​ສິ່ງໃດ​ສິ່ງໜຶ່ງ.

10 ຖ້າ​ແມ່ຍິງ​ທີ່​ແຕ່ງງານ​ແລ້ວ​ຫາກ​ໄດ້​ບະບົນ ຫລື​ສັນຍາ​ໄວ້​ວ່າ​ຕົນ​ຈະ​ລະເວັ້ນ​ຈາກ​ສິ່ງໃດ​ສິ່ງໜຶ່ງ

11 ນາງ​ຕ້ອງ​ເຮັດ​ຕາມ​ທີ່​ຕົນ​ໄດ້​ບະບົນ​ຫລື​ສັນຍາ​ໄວ້​ທຸກປະການ ເວັ້ນເສຍ​ແຕ່​ເມື່ອ​ຜົວ​ຂອງ​ນາງ​ຮູ້​ເລື່ອງ​ແລະ​ຂັດຂວາງ​ໄວ້.

12 ແຕ່​ຖ້າ​ຜົວ​ຂອງ​ນາງ​ຫາກ​ຮູ້​ເລື່ອງ ແລະ​ຫ້າມປາມ​ໄວ້ ນາງ​ກໍ​ບໍ່​ຕ້ອງ​ເຮັດ​ຕາມ​ທີ່​ໄດ້​ບະບົນ​ໄວ້. ພຣະເຈົ້າຢາເວ​ຈະ​ຍົກ​ຜິດ​ໃຫ້ ຍ້ອນ​ວ່າ​ຜົວ​ຂອງ​ນາງ​ບໍ່​ຍອມ​ໃຫ້​ນາງ​ເຮັດ​ຕາມ​ທີ່​ໄດ້​ສັນຍາ​ໄວ້​ນັ້ນ.

13 ຜົວ​ຂອງ​ນາງ​ມີ​ສິດ​ທີ່​ຈະ​ຮັບຮອງ ຫລື​ຍົກເລີກ​ຄຳ​ບະບົນ ຫລື​ສັນຍາ​ຕ່າງໆ​ທີ່​ນາງ​ໄດ້​ເຮັດ​ໄວ້.

14 ແຕ່​ຖ້າ​ຜົວ​ຂອງ​ນາງ​ຫາກ​ບໍ່ໄດ້​ຂັດຂວາງ​ໄວ້​ໃນ​ມື້​ທີ່​ລາວ​ຮູ້​ນັ້ນ ນາງ​ຕ້ອງ​ເຮັດ​ຕາມ​ທີ່​ນາງ​ໄດ້​ສັນຍາ ຫລື​ບະບົນ​ໄວ້​ນັ້ນ​ທຸກປະການ. ລາວ​ໄດ້​ຮັບ​ຮອງ​ເອົາ​ການ​ບະບົນ​ນັ້ນ​ແລ້ວ ໂດຍ​ບໍ່ໄດ້​ຂັດຂວາງ​ໄວ້​ໃນ​ມື້​ທີ່​ຕົນ​ຮູ້​ເລື່ອງ​ນັ້ນ.

15 ແຕ່​ຕໍ່ມາ ຖ້າ​ລາວ​ຫາກ​ຍົກເລີກ​ການ​ບະບົນ ລາວ​ຈະ​ຕ້ອງ​ຮັບ​ຜົນ​ກຳ​ຂອງ​ເມຍ ສຳລັບ​ຄວາມ​ບໍ່​ສຳເລັດ​ທີ່​ຕົນ​ໄດ້​ບະບົນ​ໄວ້.

16 ອັນ​ນີ້​ແມ່ນ​ກົດ​ຕ່າງໆ​ກ່ຽວກັບ​ການ​ບະບົນ​ຂອງ​ຍິງ​ທີ່​ບໍ່ທັນ​ໄດ້​ແຕ່ງງານ​ແລະ​ອາໄສ​ຢູ່​ນຳ​ພໍ່​ແມ່ ຫລື​ຍິງ​ທີ່​ໄດ້​ແຕ່ງງານ​ແລ້ວ ຊຶ່ງ​ພຣະເຈົ້າຢາເວ​ໄດ້​ມອບ​ໃຫ້​ແກ່​ໂມເຊ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan