Biblia Todo Logo
Bìoball air-loidhne

- Sanasan -

ຈົດບັນຊີ 3 - ພຣະຄຳພີສັກສິ


ພວກ​ລູກຊາຍ​ຂອງ​ອາໂຣນ

1 ຕໍ່ໄປນີ້​ແມ່ນ​ຄົນ​ໃນ​ຄອບຄົວ​ຂອງ​ອາໂຣນ​ແລະ​ໂມເຊ ຄາວ​ທີ່​ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ໂມເຊ​ຢູ່​ເທິງ​ພູເຂົາ​ຊີນາຍ.

2 ອາໂຣນ​ມີ​ລູກຊາຍ​ສີ່​ຄົນ ດັ່ງນີ້: ນາດາບ​ຜູ້​ເປັນ​ອ້າຍກົກ, ອາບີຮູ, ເອເລອາຊາ ແລະ​ອີທາມາ.

3 ພວກເຂົາ​ໄດ້​ຮັບ​ສະຖາປະນາ​ໃຫ້​ເປັນ​ປະໂຣຫິດ ໂດຍ​ໃຊ້​ນໍ້າມັນ​ສັກສິດ​ເຈີມ.

4 ແຕ່​ນາດາບ​ແລະ​ອາບີຮູ​ໄດ້​ຕາຍ​ຕໍ່ໜ້າ​ພຣະເຈົ້າຢາເວ ຕອນ​ທີ່​ພວກເຂົາ​ໄດ້​ຖວາຍ​ໄຟ​ອັນ​ບໍ່​ບໍຣິສຸດ​ຕໍ່ໜ້າ​ພຣະເຈົ້າຢາເວ ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ຊີນາຍ. ພວກເຂົາ​ບໍ່ມີ​ລູກ. ດັ່ງນັ້ນ​ຈຶ່ງ​ມີ​ແຕ່​ເອເລອາຊາ​ແລະ​ອີທາມາ​ເທົ່ານັ້ນ ທີ່​ໄດ້​ຮັບໃຊ້​ໃນ​ຕຳແໜ່ງ​ປະໂຣຫິດ​ໃນ​ຄາວ​ທີ່​ອາໂຣນ​ຍັງ​ມີ​ຊີວິດ​ຢູ່.


ຊາວ​ເລວີ​ຖືກ​ແຕ່ງຕັ້ງ​ໃຫ້​ຮັບໃຊ້​ປະໂຣຫິດ

5 ພຣະເຈົ້າຢາເວ​ໄດ້​ບອກ​ໂມເຊ​ວ່າ,

6 “ຈົ່ງ​ນຳ​ເຜົ່າເລວີ​ອອກ​ມາ​ຂ້າງ​ໜ້າ ແລະ​ແຕ່ງຕັ້ງ​ພວກເຂົາ​ໃຫ້​ເປັນ​ຜູ້ຮັບໃຊ້​ປະໂຣຫິດ​ອາໂຣນ.

7 ພວກເຂົາ​ຈະ​ເຮັດ​ໜ້າທີ່​ຊຶ່ງ​ໄດ້​ຮັບ​ມອບໝາຍ​ໃນ​ຫໍເຕັນ​ບ່ອນ​ຊຸມນຸມ ແລະ​ເຮັດ​ໜ້າທີ່​ສຳລັບ​ປະໂຣຫິດ​ແລະ​ສຳລັບ​ຊຸມຊົນ​ທັງໝົດ ໂດຍ​ເຮັດວຽກ​ຮັບໃຊ້​ທີ່​ຫໍເຕັນ​ສັກສິດ.

8 ພວກເຂົາ​ຈະ​ຮັບຜິດຊອບ​ອຸປະກອນ​ທັງໝົດ​ຂອງ​ຫໍເຕັນ​ບ່ອນ​ຊຸມນຸມ ແລະ​ເຮັດ​ໜ້າທີ່​ສຳລັບ​ຊາວ​ອິດສະຣາເອນ​ທັງປວງ ໂດຍ​ເຮັດວຽກ​ຮັບໃຊ້​ທີ່​ຫໍເຕັນ​ສັກສິດ.

9 ຄວາມ​ຮັບຜິດຊອບ​ຢ່າງ​ດຽວ​ທີ່​ຊາວ​ເລວີ​ມີ​ນັ້ນ ແມ່ນ​ຮັບໃຊ້​ອາໂຣນ​ແລະ​ພວກ​ລູກຊາຍ​ຂອງ​ລາວ.

10 ເຈົ້າ​ຈະ​ຕ້ອງ​ສະຖາປະນາ​ອາໂຣນ​ແລະ​ພວກ​ລູກຊາຍ​ຂອງ​ລາວ​ໃຫ້​ເຮັດ​ໜ້າທີ່​ປະໂຣຫິດ; ຖ້າ​ຜູ້ໃດ​ຜູ້ໜຶ່ງ​ຫາກ​ພະຍາຍາມ​ຈະ​ເຮັດ​ໜ້າທີ່​ນີ້​ຈະ​ໄດ້​ຮັບ​ໂທດ​ເຖິງ​ຕາຍ.”

11 ພຣະເຈົ້າຢາເວ​ໄດ້​ບອກ​ໂມເຊ​ວ່າ,

12 “ແມ່ນ​ເຮົາ​ເອງ​ທີ່​ເປັນ​ຜູ້​ເລືອກ​ເອົາ​ຊາວ​ເລວີ ໃນ​ທ່າມກາງ​ຊາວ​ອິດສະຣາເອນ​ທັງຫລາຍ. ໃຫ້​ພວກເຂົາ​ຮັບໃຊ້​ເຮົາ​ແທນ​ລູກກົກ​ທັງຫລາຍ​ຂອງ​ປະຊາຊົນ​ອິດສະຣາເອນ.

13 ອັນ​ນີ້​ກໍ​ເປັນ​ຜົນ​ສືບເນື່ອງ​ມາ​ຈາກ ໃນ​ມື້​ທີ່​ເຮົາ​ໄດ້​ຂ້າ​ລູກກົກ​ທັງໝົດ​ຂອງ​ຊາວ​ເອຢິບ​ນັ້ນ ເຮົາ​ໄດ້​ໄວ້​ຊີວິດ​ລູກກົກ​ຂອງ​ຊາວ​ອິດສະຣາເອນ​ທຸກໆ​ຄົນ ແລະ​ສັດ​ໂຕເຖິກ​ຫົວປີ​ທຸກໆ​ໂຕ. ລູກຫົວປີ​ເຫຼົ່ານັ້ນ​ເປັນ​ຂອງເຮົາ. ເຮົາ​ແມ່ນ​ພຣະເຈົ້າຢາເວ.”


ການ​ຈົດ​ຈຳນວນພົນ​ຊາວ​ເລວີ

14-16 ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ຊີນາຍ ພຣະເຈົ້າຢາເວ​ໄດ້ສັ່ງ​ໂມເຊ​ໃຫ້​ຈົດ​ຈຳນວນພົນ​ຊາວ​ເລວີ ຕາມ​ຕະກຸນ​ແລະ​ຕາມ​ຄອບຄົວ ໂດຍ​ໃຫ້​ນັບ​ເອົາ​ແຕ່​ຜູ້ຊາຍ​ທີ່​ມີ​ອາຍຸ​ໜຶ່ງ​ເດືອນ​ຂຶ້ນ​ໄປ ແລະ​ໂມເຊ​ກໍໄດ້​ປະຕິບັດ​ຕາມ​ທີ່​ພຣະເຈົ້າຢາເວ​ໄດ້ສັ່ງ.

17-20 ເລວີ​ມີ​ລູກຊາຍ​ສາມ​ຄົນ ດັ່ງນີ້: ເກໂຊນ, ໂກຮາດ ແລະ​ເມຣາຣີ ຜູ້​ທີ່​ເປັນ​ປູ່ຍ່າຕາຍາຍ​ຂອງ​ຕະກຸນ​ຕ່າງໆ​ທີ່​ໃສ່​ຊື່​ຂອງ​ພວກເຂົາ. ເກໂຊນ​ມີ​ລູກຊາຍ​ສອງ​ຄົນ ດັ່ງນີ້: ລິບນີ​ແລະ​ຊີເມອີ; ໂກຮາດ​ມີ​ລູກຊາຍ​ສີ່ ຄົນ​ດັ່ງນີ້: ອຳຣາມ, ອີຊະຮາ, ເຮັບໂຣນ, ອຸດຊີເອນ ແລະ​ເມຣາຣີ​ມີ​ລູກຊາຍ​ສອງ​ຄົນ ດັ່ງນີ້: ມາຮະລີ​ແລະ​ມູຊີ. ພວກເຂົາ​ເປັນ​ປູ່ຍ່າຕາຍາຍ​ຂອງ​ບັນດາ​ຄອບຄົວ​ທັງຫລາຍ​ທີ່​ໃສ່​ຊື່​ຂອງ​ພວກເຂົາ.

21 ຕະກຸນ​ຂອງ​ເກໂຊນ​ມີ​ຄອບຄົວ​ຂອງ​ລິບນີ​ແລະ​ຊີເມອີ.

22 ຈຳນວນ​ຊາຍ​ທັງໝົດ​ທີ່​ມີ​ອາຍຸ​ໜຶ່ງ​ເດືອນ​ຂຶ້ນ​ໄປ​ມີ: 7.500 ຄົນ.

23 ໃຫ້​ຕະກຸນ​ນີ້​ຕັ້ງ​ຄ້າຍ​ຢູ່​ທາງທິດ​ຕາເວັນຕົກ​ທາງ​ດ້ານຫລັງ​ຫໍເຕັນ​ສັກສິດ.

24 ຊຶ່ງ​ແມ່ນ​ເອລີອາສັບ ລູກຊາຍ​ຂອງ​ລາເອນ​ເປັນ​ຫົວໜ້າ​ຕະກຸນ.

25 ພວກ​ເກໂຊນ​ຮັບຜິດຊອບ​ຫໍເຕັນ​ບ່ອນ​ຊຸມນຸມ​ທີ່​ເປັນ​ຫໍເຕັນ​ສັກສິດ, ຜ້າປົກ​ເຕັນ​ດ້ານໃນ, ຜ້າປົກ​ເຕັນ​ດ້ານນອກ, ຜ້າກັ້ງ​ທາງເຂົ້າ​ຫໍເຕັນ​ບ່ອນ​ຊຸມນຸມ,

26 ຜ້າກັ້ງ​ອ້ອມ​ເດີ່ນ​ທີ່​ລ້ອມ​ທັງ​ຫໍເຕັນ​ແລະ​ແທ່ນບູຊາ ແລະ​ຜ້າກັ້ງ​ທາງເຂົ້າ​ເດີ່ນ​ຂອງ​ຫໍເຕັນ​ສັກສິດ. ພວກເຂົາ​ຮັບຜິດຊອບ​ວຽກງານ​ທຸກຢ່າງ​ທີ່​ກ່ຽວຂ້ອງ​ກັບ​ສິ່ງ​ເຫຼົ່ານີ້.

27 ຕະກຸນ​ໂກຮາດ​ມີ​ຄອບຄົວ​ຂອງ​ອຳຣາມ, ອີຊະຮາ, ເຮັບໂຣນ ແລະ​ອຸດຊີເອນ.

28 ຈຳນວນ​ຜູ້ຊາຍ​ທັງໝົດ​ທີ່​ມີ​ອາຍຸ​ໜຶ່ງ​ເດືອນ​ຂຶ້ນ​ໄປ​ມີ: 8.600 ຄົນ.

29 ໃຫ້​ຕະກຸນ​ນີ້​ຕັ້ງ​ຄ້າຍ​ຢູ່​ທາງດ້ານ​ໃຕ້​ຂອງ​ຫໍເຕັນ​ສັກສິດ.

30 ຊຶ່ງ​ມີ​ເອລີຊາຟັນ​ລູກຊາຍ​ຂອງ​ອຸດຊີເອນ ເປັນ​ຫົວໜ້າ​ຕະກຸນ.

31 ພວກ​ໂກຮາດ​ຮັບຜິດຊອບ​ຫີບ​ພັນທະສັນຍາ, ໂຕະ, ຫລັກ​ຕະກຽງ, ແທ່ນບູຊາ, ພາຊະນະ​ຕ່າງໆ​ທີ່​ປະໂຣຫິດ​ໃຊ້​ໃນ​ບ່ອນ​ສັກສິດ ແລະ​ຜ້າກັ້ງ​ປະຕູ​ເຂົ້າ​ບ່ອນ​ສັກສິດ​ທີ່ສຸດ. ພວກເຂົາ​ຮັບຜິດຊອບ​ວຽກງານ​ທຸກຢ່າງ​ທີ່​ກ່ຽວຂ້ອງ​ກັບ​ສິ່ງ​ເຫຼົ່ານີ້.

32 ຫົວໜ້າ​ຂອງ​ພວກ​ເລວີ​ແມ່ນ​ເອເລອາຊາ ລູກຊາຍ​ຂອງ​ປະໂຣຫິດ​ອາໂຣນ. ລາວ​ດູແລ​ຄົນ​ທີ່​ມີ​ໜ້າທີ່​ຮັກສາ​ບ່ອນ​ສັກສິດ​ທີ່ສຸດ​ໃນ​ຫໍເຕັນ.

33 ຕະກຸນ​ເມຣາຣີ​ມີ​ຄອບຄົວ​ຂອງ​ມາຮະລີ​ແລະ​ມູຊີ.

34 ຜູ້ຊາຍ​ທັງໝົດ​ທີ່​ມີ​ອາຍຸ​ໜຶ່ງ​ເດືອນ​ຂຶ້ນ​ໄປ​ມີ: 6.200 ຄົນ.

35 ໃຫ້​ຕະກຸນ​ນີ້​ຕັ້ງ​ຄ້າຍພັກ​ຢູ່​ທາງ​ດ້ານ​ເໜືອ​ຂອງ​ຫໍເຕັນ​ສັກສິດ ຊຶ່ງ​ມີ​ຊູຣິເອນ​ລູກຊາຍ​ຂອງ​ອາບີໄຮ ເປັນ​ຫົວໜ້າ​ຕະກຸນ.

36 ພວກ​ເມຣາຣີ​ໄດ້​ຖືກ​ມອບໝາຍ​ໃຫ້​ຮັບຜິດຊອບ​ວຽກງານ​ໂຄງຮ່າງ​ຂອງ​ຫໍເຕັນ​ສັກສິດ, ໄມ້ກອນ, ໄມ້ເສົາ, ຕີນເສົາ ແລະ​ເຄື່ອງປະກອບ​ທີ່​ກ່ຽວຂ້ອງ​ກັບ​ສິ່ງ​ເຫຼົ່ານີ້​ທັງໝົດ.

37 ພວກເຂົາ​ຍັງ​ຮັບຜິດຊອບ​ສິ່ງ​ຕໍ່ໄປນີ້​ຄື: ເສົາ, ຕີນຮອງເສົາ, ຫລັກ​ສຽບ ແລະ​ເຊືອກ​ສຳລັບ​ເດີ່ນ​ນອກ​ຂອງ​ຫໍເຕັນ.

38 ສ່ວນ​ໂມເຊ​ແລະ​ອາໂຣນ​ພ້ອມ​ກັບ​ພວກ​ລູກຊາຍ​ຂອງຕົນ​ນັ້ນ ໃຫ້​ຕັ້ງ​ຄ້າຍ​ຢູ່​ຕໍ່ໜ້າ​ຫໍເຕັນ​ສັກສິດ​ທາງດ້ານ​ຕາເວັນອອກ, ຢູ່​ຕໍ່ໜ້າ​ຫໍເຕັນ​ບ່ອນ​ຊຸມນຸມ. ພວກເຂົາ​ເປັນ​ຜູ້​ຮັບ​ໜ້າທີ່​ເຮັດ​ພິທີ​ຕ່າງໆ​ໃນ​ບ່ອນ​ສັກສິດ​ແທນ​ປະຊາຊົນ​ອິດສະຣາເອນ. ຜູ້ໃດ​ຜູ້ໜຶ່ງ​ທີ່​ພະຍາຍາມ​ເຮັດ​ພິທີ​ນີ້​ຈະ​ໄດ້​ຮັບ​ໂທດ​ເຖິງ​ຕາຍ.

39 ລວມ​ຈຳນວນ​ຜູ້ຊາຍ​ຊາວ​ເລວີ​ທັງໝົດ ທີ່​ມີ​ອາຍຸ​ໜຶ່ງ​ເດືອນ​ຂຶ້ນ​ໄປ​ໃນ​ແຕ່ລະ​ຕະກຸນ ທີ່​ໂມເຊ​ໄດ້​ນັບ​ຕາມ​ຄຳສັ່ງ​ຂອງ​ພຣະເຈົ້າຢາເວ​ມີ: 22.000 ຄົນ.


ຊາວ​ເລວີ​ກາຍເປັນ​ລູກກົກ

40 ພຣະເຈົ້າຢາເວ​ໄດ້​ບອກ​ໂມເຊ​ວ່າ, “ລູກຊາຍ​ກົກ​ຂອງ​ຊາວ​ອິດສະຣາເອນ​ທຸກຄົນ​ເປັນ​ຂອງເຮົາ. ດັ່ງນັ້ນ ຈົ່ງ​ຈົດ​ຊື່​ລູກຊາຍ​ກົກ​ທຸກຄົນ​ຂອງ​ຊາວ​ອິດສະຣາເອນ ທີ່​ມີ​ອາຍຸ​ແຕ່​ໜຶ່ງ​ເດືອນ​ຂຶ້ນ​ໄປ.

41 ເພື່ອ​ແທນ​ລູກ​ກົກ​ທັງໝົດ​ຂອງ​ຊາວ​ອິດສະຣາເອນ ຈົ່ງ​ແຍກ​ຊາວ​ເລວີ​ໄວ້​ເປັນ​ຂອງເຮົາ ເຮົາ​ແມ່ນ​ພຣະເຈົ້າຢາເວ ເຊັ່ນດຽວ​ກັນ ຈົ່ງ​ແຍກ​ເອົາ​ຝູງ​ສັດ​ຂອງ​ຊາວ​ເລວີ ເພື່ອ​ແທນ​ລູກ​ສັດ​ຫົວປີ​ທັງໝົດ​ຂອງ​ຊາວ​ອິດສະຣາເອນ.”

42 ໂມເຊ​ກໍ​ເຮັດ​ຕາມ​ພຣະເຈົ້າຢາເວ​ໄດ້​ສັ່ງ​ເພີ່ນ​ໄວ້ ແລະ​ໄດ້​ຈົດ​ຊື່​ລູກຊາຍ​ຫົວປີ​ຂອງ​ຊາວ​ອິດສະຣາເອນ​ທຸກໆ​ຄົນ

43 ທີ່​ມີ​ອາຍຸ​ໜຶ່ງ​ເດືອນ​ຂຶ້ນ​ໄປ. ເມື່ອ​ລວມ​ຈຳນວນ​ທັງໝົດ​ແລ້ວ​ມີ: 22.273 ຄົນ.

44 ແລ້ວ​ພຣະເຈົ້າຢາເວ​ໄດ້​ບອກ​ໂມເຊ​ອີກ​ວ່າ,

45 “ບັດນີ້ ຈົ່ງ​ອຸທິດ​ຖວາຍ​ຊາວ​ເລວີ​ໃຫ້​ເປັນ​ຂອງເຮົາ ແທນ​ລູກຊາຍ​ກົກ​ທຸກຄົນ​ຂອງ​ຊາວ​ອິດສະຣາເອນ ແລະ​ຈົ່ງ​ອຸທິດ​ຖວາຍ​ສັດ​ທັງຫລາຍ​ຂອງ​ຊາວ​ເລວີ ແທນ​ລູກຫົວປີ​ຂອງ​ສັດ​ທຸກ​ໂຕ​ຂອງ​ຊາວ​ອິດສະຣາເອນ. ເຮົາ​ແມ່ນ​ພຣະເຈົ້າຢາເວ.

46 ແຕ່​ເນື່ອງ​ຈາກ​ວ່າ​ລູກຊາຍ​ກົກ​ຂອງ​ຊາວ​ອິດສະຣາເອນ ມີ​ຈຳນວນ​ເກີນ​ຊາວ​ເລວີ​ຢູ່ 273 ຄົນ; ເຈົ້າ​ຕ້ອງ​ໄຖ່​ຈຳນວນ​ທີ່​ເກີນ​ນັ້ນ​ຄືນ.

47 ສຳລັບ​ແຕ່ລະຄົນ​ນັ້ນ​ໃຫ້​ເອົາ​ເງິນ​ໄຖ່​ຄືນ​ໃນ​ລາຄາ​ຜູ້ລະ​ຫ້າ​ຫລຽນ ຕາມ​ອັດຕາ​ຂອງ​ສຳນັກ​ນະມັດສະການ;

48 ແລ້ວ​ເຈົ້າ​ຈົ່ງ​ເອົາ​ເງິນ​ຈຳນວນ​ນີ້​ມອບ​ໃຫ້​ອາໂຣນ​ແລະ​ພວກ​ລູກຊາຍ​ຂອງ​ລາວ.”

49 ໂມເຊ​ກໍ​ໄດ້​ເຊື່ອຟັງ​ແລະ​ເຮັດ​ຕາມ​ຄື

50 ໄດ້​ເອົາ​ເງິນ​ຈຳນວນ 1.365 ຫລຽນ

51 ມອບ​ໃຫ້​ອາໂຣນ​ແລະ​ພວກ​ລູກຊາຍ​ຂອງ​ລາວ ຕາມ​ຄຳສັ່ງ​ຂອງ​ພຣະເຈົ້າຢາເວ ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໂມເຊ​ໄວ້​ແລ້ວ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan