Biblia Todo Logo
Bìoball air-loidhne

- Sanasan -

ຈົດບັນຊີ 29 - ພຣະຄຳພີສັກສິ


ເຄື່ອງ​ຖວາຍບູຊາ​ໃນ​ເທດສະການ​ປີໃໝ່
( ລລວ 23:23-25 )

1 ໃນ​ວັນ​ທີ​ໜຶ່ງ​ຂອງ​ເດືອນ​ທີ​ເຈັດ ໃຫ້​ພວກເຈົ້າ​ເຕົ້າໂຮມ​ກັນ​ເພື່ອ​ນະມັດສະການ ແລະ​ຢ່າ​ເຮັດ​ວຽກ​ໃດໆ​ທັງສິ້ນ. ໃນວັນນີ້​ຈົ່ງ​ເປົ່າແກ​ໃຫ້​ດັງ​ສະໜັ່ນ.

2 ຈົ່ງ​ເຜົາ​ເຄື່ອງ​ບູຊາ​ຖວາຍ​ດັ່ງນີ້: ງົວເຖິກ​ໂຕໜຶ່ງ, ແກະເຖິກ​ໂຕໜຶ່ງ ແລະ​ລູກແກະ​ອາຍຸ​ໜຶ່ງ​ປີ​ເຈັດ​ໂຕ. ສັດ​ທັງໝົດ​ນັ້ນ​ໃຫ້​ເປັນ​ສັດ​ທີ່​ມີ​ສຸຂະພາບ​ດີ​ແລະ​ບໍ່ມີ​ຕຳໜິ. ກິ່ນ​ຫອມຫວນ​ຈຶ່ງ​ເປັນ​ທີ່​ພໍໃຈ​ພຣະເຈົ້າຢາເວ.

3 ໃຫ້​ຖວາຍ​ພືດຜົນ​ເປັນເມັດ​ເປັນ​ແປ້ງເຂົ້າ​ປົນ​ກັບ​ນໍ້າມັນ​ໝາກກອກເທດ​ຄື: ແປ້ງເຂົ້າ​ສາມ​ກິໂລກຼາມ​ຕໍ່​ງົວເຖິກ​ໂຕໜຶ່ງ ແປ້ງເຂົ້າ​ສອງ​ກິໂລກຼາມ​ຕໍ່​ແກະເຖິກ​ໂຕໜຶ່ງ

4 ແລະ​ແປ້ງເຂົ້າ​ໜຶ່ງ​ກິໂລກຼາມ​ຕໍ່​ລູກແກະ​ໂຕໜຶ່ງ.

5 ໃຫ້​ຖວາຍ​ແບ້ເຖິກ​ໂຕໜຶ່ງ​ອີກ​ເພື່ອ​ເຮັດ​ພິທີ​ຊຳລະ​ບາບກຳ​ຂອງ​ປະຊາຊົນ.

6 ໃຫ້​ຖວາຍ​ສິ່ງ​ເຫຼົ່ານີ້​ຕື່ມ​ໃສ່​ເຄື່ອງ​ບູຊາ​ດ້ວຍ​ໄຟ​ປະຈຳ​ສຳລັບ​ວັນ​ທີ​ໜຶ່ງ​ຂອງ​ເດືອນ ພ້ອມ​ກັບ​ພືດຜົນ​ເປັນເມັດ ແລະ​ເຄື່ອງ​ບູຊາ​ດ້ວຍ​ໄຟ​ປະຈຳວັນ​ພ້ອມ​ກັບ​ພືດຜົນ​ເປັນເມັດ ແລະ​ຖວາຍ​ເຫຼົ້າ​ອະງຸ່ນ. ກິ່ນ​ຫອມຫວນ​ຂອງ​ອາຫານ​ທີ່​ຖວາຍບູຊາ​ນັ້ນ ຈຶ່ງ​ເປັນ​ທີ່​ພໍໃຈ​ພຣະເຈົ້າຢາເວ.


ເຄື່ອງ​ຖວາຍບູຊາ​ໃນ​ວັນ​ລຶບລ້າງ​ບາບ
( ລລວ 23:26-32 )

7 ໃນ​ວັນ​ທີ​ສິບ​ຂອງ​ເດືອນ​ທີ​ເຈັດ​ໃຫ້​ພວກເຈົ້າ​ເຕົ້າໂຮມ​ກັນ​ເພື່ອ​ນະ​ມັດສະການ; ຢ່າ​ກິນ​ອາຫານ​ໃດໆ ແລະ​ຢ່າ​ເຮັດ​ວຽກ​ປະຈຳວັນ​ໃດໆ​ທັງ​ສິ້ນ.

8 ຈົ່ງ​ຖວາຍ​ເຄື່ອງ​ບູຊາ​ດ້ວຍ​ໄຟ​ດັ່ງນີ້: ງົວເຖິກ​ໂຕໜຶ່ງ​ແກະເຖິກ​ໂຕໜຶ່ງ, ກັບ​ລູກແກະເຖິກ​ອາຍຸ​ໜຶ່ງ​ປີ​ເຈັດ​ໂຕ; ຊຶ່ງ​ທັງໝົດ​ໃຫ້​ເປັນ​ສັດ​ທີ່​ມີ​ສຸຂະພາບ​ດີ​ແລະ​ບໍ່ມີຕຳໜິ, ກິ່ນ​ຫອມຫວນ​ຈຶ່ງ​ເປັນ​ທີ່​ພໍໃຈ​ພຣະເຈົ້າຢາເວ.

9 ໃຫ້​ຖວາຍ​ພືດຜົນ​ເປັນເມັດ​ເປັນ​ແປ້ງເຂົ້າ​ປົນ​ກັບ​ນໍ້າມັນ​ໝາກກອກເທດ​ຄື: ແປ້ງເຂົ້າ​ສາມ​ກິໂລກຼາມ​ຕໍ່​ງົວເຖິກ​ໂຕໜຶ່ງ ແປ້ງເຂົ້າ​ສອງ​ກິໂລກຼາມ​ຕໍ່​ແກະເຖິກ​ໂຕໜຶ່ງ,

10 ແລະ​ແປ້ງເຂົ້າ​ໜຶ່ງ​ກິໂລກຼາມ​ຕໍ່​ລູກແກະ​ໂຕໜຶ່ງ.

11 ໃຫ້​ຖວາຍ​ແບ້ເຖິກ​ອີກ​ໂຕໜຶ່ງ​ເພື່ອ​ລຶບລ້າງ​ບາບ ເພີ່ມ​ຕື່ມ​ໃສ່​ແບ້​ທີ່​ຖືກ​ເຜົາບູຊາ​ເພື່ອ​ຊຳລະລ້າງ​ບາບ​ຂອງ​ປະຊາຊົນ ພ້ອມ​ທັງ​ເຄື່ອງ​ບູຊາ​ດ້ວຍ​ໄຟ​ປະຈຳ​ວັນ​ຄູ່​ກັບ​ພືດຜົນ​ເປັນເມັດ ແລະ​ເຫຼົ້າ​ອະງຸ່ນ.


ເຄື່ອງ​ຖວາຍບູຊາ​ໃນ​ເທດສະການ​ປຸກ​ຕູບ​ຢູ່
( ລລວ 23:33-44 )

12 ໃນ​ວັນ​ທີ​ສິບຫ້າ​ຂອງ​ເດືອນ​ທີ​ເຈັດ​ໃຫ້​ພວກເຈົ້າ​ເຕົ້າໂຮມ​ກັນ​ເພື່ອ​ນະມັດສະ​ການ. ຈົ່ງ​ສະຫລອງ​ເທດສະການ​ນີ້ ເພື່ອ​ຍົກຍໍ​ໃຫ້ກຽດ​ພຣະເຈົ້າຢາເວ​ຕະຫລອດ​ເຈັດ​ວັນ ແລະ​ຢ່າ​ເຮັດ​ວຽກ​ໃດໆ​ທັງ​ສິ້ນ.

13 ໃນ​ມື້​ທີໜຶ່ງ ໃຫ້​ຖວາຍບູຊາ​ອາຫານ​ແກ່​ພຣະເຈົ້າຢາເວ ກິ່ນ​ຫອມຫວນ​ຈຶ່ງ​ເປັນ​ທີ່​ພໍໃຈ​ພຣະອົງ ດັ່ງນີ້: ງົວເຖິກ​ໜຸ່ມ​ສິບສາມ​ໂຕ ແກະເຖິກ​ສອງ​ໂຕ ແລະ​ລູກແກະ​ເຖິກ​ອາຍຸ​ໜຶ່ງ​ປີ​ສິບສີ່​ໂຕ ຊຶ່ງ​ທັງໝົດ​ນັ້ນ​ໃຫ້​ເປັນ​ສັດ​ທີ່​ມີ​ສຸຂະພາບ​ດີ​ແລະ​ບໍ່ມີຕຳໜິ.

14 ໃຫ້​ຖວາຍ​ພືດຜົນ​ເປັນເມັດ ເປັນ​ແປ້ງເຂົ້າ​ປົນ​ກັບ​ນໍ້າມັນ​ໝາກກອກເທດ​ຄື: ແປ້ງເຂົ້າ​ສາມ​ກິໂລກຼາມ​ຕໍ່​ງົວເຖິກ​ໂຕໜຶ່ງ ແປ້ງເຂົ້າ​ສອງ​ກິໂລກຼາມ​ຕໍ່​ແກະເຖິກ​ໂຕໜຶ່ງ,

15 ແລະ​ແປ້ງເຂົ້າ​ໜຶ່ງ​ກິໂລກຼາມ​ຕໍ່​ລູກແກະ​ໂຕໜຶ່ງ ພ້ອມ​ທັງ​ຖວາຍ​ເຫຼົ້າ​ອະງຸ່ນ​ຕາມ​ທີ່​ກຳນົດ​ໄວ້.

16 ໃຫ້​ຖວາຍ​ແບ້ເຖິກ​ໂຕໜຶ່ງ​ເໝືອນກັນ​ເພື່ອ​ເຮັດ​ພິທີ​ລຶບລ້າງ​ບາບ. ໃຫ້​ຖວາຍ​ສິ່ງ​ເຫຼົ່ານີ້​ຕື່ມ​ໃສ່​ເຄື່ອງ​ເຜົາ​ຖວາຍບູຊາ​ປະຈຳ​ວັນ​ພ້ອມ​ກັບ​ພືດຜົນ​ເປັນເມັດ ແລະ​ເຫຼົ້າ​ອະງຸ່ນ.

17 ໃນ​ມື້ທີສອງ ໃຫ້​ຖວາຍ​ງົວເຖິກໜຸ່ມ​ສິບສອງ​ໂຕ, ແກະເຖິກ​ສອງ​ໂຕ ແລະ​ລູກແກະເຖິກ​ອາຍຸ​ໜຶ່ງ​ປີ​ສິບສີ່​ໂຕ ຊຶ່ງ​ທັງໝົດ​ນັ້ນ​ໃຫ້​ເປັນ​ສັດ​ທີ່​ມີ​ສຸຂະພາບ​ດີ​ແລະ​ບໍ່ມີ​ຕຳໜິ.

18-19 ພ້ອມ​ກັບ​ການ​ຖວາຍ​ສັດ​ເຫຼົ່ານັ້ນ​ໃຫ້​ຖວາຍ​ເຄື່ອງ​ອື່ນໆ ຕາມ​ທີ່​ໄດ້​ກຳນົດ​ໄວ້​ໃນ​ມື້​ທີ​ໜຶ່ງ.

20 ໃນ​ມື້ທີສາມ ໃຫ້​ຖວາຍ​ງົວເຖິກໜຸ່ມ​ສິບເອັດ​ໂຕ, ແກະເຖິກ​ສອງ​ໂຕ ແລະ​ລູກແກະເຖິກ​ອາຍຸ​ໜຶ່ງ​ປີ​ສິບສີ່​ໂຕ ຊຶ່ງ​ທັງໝົດ​ນັ້ນ​ໃຫ້​ເປັນ​ສັດ​ທີ່​ມີ​ສຸຂະພາບ​ດີ​ແລະ​ບໍ່ມີຕຳໜິ.

21-22 ພ້ອມ​ກັບ​ການ​ຖວາຍ​ສັດ​ເຫຼົ່ານັ້ນ​ໃຫ້​ຖວາຍ​ເຄື່ອງ​ອື່ນໆ​ອີກ ຕາມ​ທີ່​ໄດ້​ກຳນົດ​ໄວ້​ໃນ​ມື້​ທີ​ໜຶ່ງ.

23 ໃນ​ມື້​ທີສີ່ ໃຫ້​ຖວາຍ​ງົວເຖິກໜຸ່ມ​ສິບ​ໂຕ, ແກະເຖິກ​ສອງ​ໂຕ ແລະ​ລູກແກະເຖິກ​ອາຍຸ​ໜຶ່ງ​ປີ ສິບສີ່​ໂຕ ຊຶ່ງ​ທັງໝົດ​ນັ້ນ​ໃຫ້​ເປັນ​ສັດ​ທີ່​ມີ​ສຸຂະພາບ​ດີ​ແລະ​ບໍ່ມີຕຳໜິ.

24-25 ພ້ອມ​ສັດ​ເຫຼົ່ານັ້ນ​ໃຫ້​ຖວາຍ​ເຄື່ອງ​ອື່ນໆ​ອີກ ຕາມ​ທີ່​ໄດ້​ກຳນົດ​ໄວ້​ໃນ​ມື້​ທີ​ໜຶ່ງ.

26 ໃນ​ມື້​ທີຫ້າ ໃຫ້​ຖວາຍ​ງົວເຖິກໜຸ່ມ​ເກົ້າ​ໂຕ, ແກະເຖິກ​ສອງ​ໂຕ ແລະ​ລູກແກະເຖິກ​ອາຍຸ​ໜຶ່ງ​ປີ ສິບສີ່​ໂຕ ຊຶ່ງ​ທັງໝົດ​ນັ້ນ​ໃຫ້​ເປັນ​ສັດ​ທີ່​ມີ​ສຸຂະພາບ​ດີ​ແລະ​ບໍ່ມີຕຳໜິ.

27-28 ພ້ອມ​ກັບ​ການ​ຖວາຍ​ສັດ​ເຫຼົ່ານັ້ນ​ໃຫ້​ຖວາຍ​ເຄື່ອງ​ອື່ນໆ​ອີກ ຕາມ​ທີ່​ໄດ້​ກຳນົດ​ໄວ້​ໃນ​ມື້​ທີ​ໜຶ່ງ.

29 ໃນ​ມື້​ທີຫົກ ໃຫ້​ຖວາຍ​ງົວເຖິກໜຸ່ມ​ແປດ​ໂຕ, ແກະເຖິກ​ສອງ​ໂຕ ແລະ​ລູກແກະເຖິກ​ອາຍຸ​ໜຶ່ງ​ປີ​ສິບສີ່​ໂຕ ຊຶ່ງ​ທັງໝົດ​ນັ້ນ​ໃຫ້​ເປັນ​ສັດ​ທີ່​ມີ​ສຸຂະພາບ​ດີ​ແລະ​ບໍ່ມີຕຳໜິ.

30-31 ພ້ອມ​ກັບ​ການ​ຖວາຍ​ສັດ​ເຫຼົ່ານັ້ນ​ໃຫ້​ຖວາຍ​ເຄື່ອງ​ອື່ນໆ​ອີກ ຕາມ​ທີ່​ໄດ້​ກຳນົດ​ໄວ້​ໃນ​ມື້​ທີໜຶ່ງ.

32 ໃນ​ມື້ທີເຈັດ ໃຫ້​ຖວາຍ​ງົວເຖິກໜຸ່ມ​ເຈັດ​ໂຕ, ແກະເຖິກ​ສອງ​ໂຕ ແລະ​ລູກແກະ​ເຖິກ​ອາຍຸ​ໜຶ່ງ​ປີ​ສິບສີ່​ໂຕ ຊຶ່ງ​ທັງໝົດ​ນັ້ນ​ໃຫ້​ເປັນ​ສັດ​ທີ່​ມີ​ສຸຂະພາບ​ດີ​ແລະ​ບໍ່ມີຕຳໜິ.

33-34 ພ້ອມ​ສັດ​ເຫຼົ່ານັ້ນ​ໃຫ້​ຖວາຍ​ເຄື່ອງ​ອື່ນໆ​ອີກ ຕາມ​ທີ່​ໄດ້​ກຳນົດ​ໄວ້​ໃນ​ມື້​ທີໜຶ່ງ.

35 ໃນ​ມື້ທີແປດ ໃຫ້​ພວກເຈົ້າ​ເຕົ້າໂຮມ​ກັນ​ເພື່ອ​ນະມັດສະການ ແລະ​ຢ່າ​ເຮັດ​ວຽກ​ປະຈຳ​ວັນ​ໃດໆ​ທັງ​ສິ້ນ.

36 ໃຫ້​ເຜົາ​ສັດ​ຖວາຍບູຊາ​ຕາມ​ພິທີ​ຖວາຍ​ອາຫານ​ແກ່​ພຣະອົງ​ດັ່ງນີ້: ງົວເຖິກໜຸ່ມ​ໂຕໜຶ່ງ, ແກະເຖິກ​ໂຕໜຶ່ງ ແລະ​ລູກແກະເຖິກ​ອາຍຸ​ໜຶ່ງ​ປີ​ເຈັດ​ໂຕ ຊຶ່ງ​ທັງໝົດ​ນັ້ນ​ໃຫ້​ເປັນ​ສັດ​ທີ່​ມີ​ສຸຂະພາບ​ດີ​ແລະ​ບໍ່ມີ​ຕຳໜິ. ກິ່ນ​ຫອມຫວນ​ຈຶ່ງ​ເປັນ​ທີ່​ພໍໃຈ​ພຣະເຈົ້າຢາເວ.

37-38 ພ້ອມ​ກັບ​ການ​ຖວາຍ​ສັດ​ເຫຼົ່ານັ້ນ ໃຫ້​ຖວາຍ​ເຄື່ອງ​ອື່ນໆ​ອີກ​ຕາມ​ທີ່​ໄດ້​ກຳນົດ​ໄວ້​ໃນ​ມື້​ທີໜຶ່ງ.

39 ອັນນີ້ ແມ່ນ​ລະບຽບການ​ຕ່າງໆ​ກ່ຽວກັບ​ການ​ເຜົາບູຊາ, ການ​ຖວາຍ​ພືດຜົນ​ເປັນເມັດ​ການ​ຖວາຍ​ເຫຼົ້າ​ອະງຸ່ນ ແລະ​ການ​ຖວາຍ​ເພື່ອ​ຄວາມ​ສາມັກຄີທຳ ທີ່​ໃຫ້​ພວກເຈົ້າ​ຖວາຍ​ແກ່​ອົງພຣະ​ຜູ້​ເປັນເຈົ້າ​ໃນ​ເທດສະການ​ຕ່າງໆ​ທີ່​ໄດ້​ກຳນົດ​ໄວ້. ອັນ​ນີ້​ແມ່ນ​ຕື່ມ​ໃສ່​ການ​ຖວາຍ​ຂອງ​ພວກເຈົ້າ ອັນ​ສືບເນື່ອງ​ມາ​ຈາກ​ຜົນ​ສຳເລັດ​ໃນ​ການ​ບະບົນ​ໄວ້​ເປັນ​ພິເສດ ຫລື​ການ​ຖວາຍບູຊາ​ຕາມ​ຄວາມ​ສະໝັກ​ໃຈ.

40 ສະນັ້ນ ໂມເຊ​ຈຶ່ງ​ໄດ້​ບອກ​ປະຊາຊົນ​ອິດສະຣາເອນ​ທຸກສິ່ງ ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ເພິ່ນ​ໄວ້​ທຸກປະການ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan