Biblia Todo Logo
Bìoball air-loidhne

- Sanasan -

ຈົດບັນຊີ 28 - ພຣະຄຳພີສັກສິ


ເຄື່ອງ​ຖວາຍ​ປະຈຳ​ຂອງ​ຊາວ​ອິດສະຣາເອນ
( ອພຍ 29:38-46 )

1 ພຣະເຈົ້າຢາເວ​ໄດ້​ບອກ​ໂມເຊ

2 ໃຫ້​ແນະນຳ​ຊາວ​ອິດສະຣາເອນ​ຖວາຍ​ອາຫານ​ເປັນ​ເຄື່ອງ​ບູຊາ​ດ້ວຍ​ໄຟ ທີ່​ຈຳເປັນ​ແລະ​ພໍໃຈ​ພຣະອົງ ຕາມ​ເວລາ​ທີ່​ໄດ້​ກຳນົດ​ໄວ້​ດັ່ງນີ້:

3 ອາຫານ​ທີ່​ຖວາຍ​ແກ່​ພຣະເຈົ້າຢາເວ​ເປັນ​ເຄື່ອງ​ເຜົາບູຊາ​ດ້ວຍ​ໄຟ​ປະຈຳ​ວັນ​ມີ: ລູກແກະເຖິກ ອາຍຸ​ໜຶ່ງ​ປີ​ສອງ​ໂຕ ທີ່​ມີ​ສຸຂະພາບ​ດີ​ແລະ​ບໍ່ມີຕຳໜິ.

4 ໃຫ້​ຖວາຍ​ໂຕ​ທີໜຶ່ງ​ໃນ​ຕອນເຊົ້າ ແລະ​ໂຕ​ທີສອງ​ໃນ​ຕອນແລງ

5 ແຕ່ລະ​ໂຕ​ໃຫ້​ຖວາຍ​ກັບ​ພືດຜົນ​ເປັນເມັດ ເປັນ​ແປ້ງເຂົ້າ​ສາມ​ກິໂລກຼາມ ປົນ​ກັບ​ນໍ້າມັນ​ໝາກກອກເທດ​ເຄິ່ງລິດ.

6 ອັນ​ນີ້​ແມ່ນ​ເຄື່ອງ​ຖວາຍ​ປະຈຳ​ວັນ ທີ່​ຕ້ອງ​ເຜົາ​ໃຫ້​ໝົດ​ຕາມ​ພິທີ​ຖວາຍ​ບູຊາ​ອາຫານ​ເທື່ອ​ທຳອິດ​ທີ່​ພູເຂົາ​ຊີນາຍ ກິ່ນ​ຫອມຫວນ​ຈຶ່ງ​ເປັນ​ທີ່​ພໍໃຈ​ພຣະເຈົ້າຢາເວ.

7 ສ່ວນ​ເຫຼົ້າ​ອະງຸ່ນ​ໜຶ່ງ​ລິດ​ທີ່​ຖວາຍ​ພ້ອມ​ກັບ​ລູກແກະ​ໂຕ​ທີໜຶ່ງ​ນັ້ນ ໃຫ້​ຖອກ​ໃນ​ບ່ອນ​ບໍຣິສຸດ​ຖວາຍ​ແກ່​ພຣະເຈົ້າຢາເວ.

8 ລູກແກະ​ໂຕ​ທີສອງ​ທີ່​ຈະ​ຖວາຍ​ໃນ​ຕອນແລງ ໃຫ້​ຖວາຍ​ຢ່າງ​ດຽວກັນ​ກັບ​ການ​ຖວາຍ​ໃນ​ຕອນເຊົ້າ ແລະ​ໃຫ້​ຖວາຍ​ເຫຼົ້າ​ອະງຸ່ນ​ພ້ອມ. ອັນ​ນີ້​ກໍ​ແມ່ນ​ການ​ຖວາຍ​ອາຫານ​ຄືກັນ ກິ່ນ​ຫອມຫວນ​ຈຶ່ງ​ເປັນ​ທີ່​ພໍໃຈ​ພຣະເຈົ້າຢາເວ.


ເຄື່ອງ​ຖວາຍ​ໃນ​ວັນ​ຊະບາໂຕ

9 ໃນ​ວັນ​ຊະບາໂຕ ໃຫ້​ຖວາຍ​ແກະເຖິກ ອາຍຸ​ໜຶ່ງ​ປີ​ສອງ​ໂຕ​ທີ່​ມີ​ສຸຂະພາບ​ດີ ແລະ​ບໍ່ມີຕຳໜິ ແລະ​ພືດຜົນ​ເປັນເມັດ​ເປັນ​ແປ້ງເຂົ້າ​ສອງ​ກິໂລກຼາມ ປົນ​ກັບ​ນໍ້າມັນ​ໝາກກອກເທດ​ແລະ​ເຫຼົ້າ​ອະງຸ່ນ.

10 ສ່ວນ​ການ​ເຜົາ​ສັດ​ຖວາຍບູຊາ​ດ້ວຍ​ໄຟ​ນັ້ນ​ໃຫ້​ເຮັດ​ທຸກໆ​ວັນ​ຊະບາໂຕ ຕື່ມ​ໃສ່​ເຄື່ອງ​ຖວາຍບູຊາ​ປະຈຳ​ວັນ​ພ້ອມ​ກັບ​ເຫຼົ້າ​ອະງຸ່ນ.


ເຄື່ອງ​ຖວາຍ​ໃນ​ມື້​ທີ​ໜຶ່ງ​ຂອງ​ເດືອນ

11 ໃນ​ວັນ​ທຳອິດ​ຂອງ​ແຕ່ລະ​ເດືອນ ຈົ່ງ​ນຳ​ງົວເຖິກ​ສອງ​ໂຕ, ແບ້ເຖິກ​ໜຶ່ງ​ໂຕ, ລູກແກະເຖິກ​ອາຍຸ​ໜຶ່ງ​ປີ​ເຈັດ​ໂຕ. ເປັນ​ສັດ​ໂຕ​ທີ່​ມີ​ສຸຂະພາບ​ດີ ແລະ​ບໍ່ມີຕຳໜິ​ມາ​ຖວາຍບູຊາ​ດ້ວຍ​ໄຟ​ແກ່​ພຣະເຈົ້າຢາເວ.

12 ສຳລັບ​ເຄື່ອງ​ຖວາຍ​ພືດຜົນ​ເປັນເມັດ​ນັ້ນ ໃຫ້​ຖວາຍ​ແປ້ງເຂົ້າ​ປົນ​ກັບ​ນໍ້າມັນ​ໝາກກອກເທດ​ຄື: ງົວເຖິກ​ໂຕໜຶ່ງ​ຕໍ່​ແປ້ງເຂົ້າ​ສາມ​ກິໂລກຼາມ; ແກະເຖິກ​ໂຕໜຶ່ງ ຕໍ່​ແປ້ງເຂົ້າ​ສອງ​ກິໂລກຼາມ;

13 ແລະ​ລູກແກະ​ໂຕໜຶ່ງ​ຕໍ່​ແປ້ງເຂົ້າ​ໜຶ່ງ​ກິໂລກຼາມ. ການ​ເຜົາ​ຖວາຍບູຊາ​ເຫຼົ່ານີ້​ແມ່ນ​ການ​ຖວາຍ​ຊຶ່ງ​ເປັນ​ກິ່ນ​ຫອມຫວນ ຈຶ່ງ​ເປັນ​ທີ່​ພໍໃຈ​ພຣະເຈົ້າຢາເວ.

14 ການ​ຖວາຍ​ເຫຼົ້າ​ອະງຸ່ນ​ນັ້ນ ໃຫ້​ເຮັດ​ດັ່ງນີ້: ເຫຼົ້າ​ອະງຸ່ນ​ສາມ​ລິດ​ຕໍ່​ງົວເຖິກ​ໂຕໜຶ່ງ; ເຫຼົ້າ​ອະງຸ່ນ​ສອງ​ລິດ​ຕໍ່​ແກະເຖິກ​ໂຕໜຶ່ງ ແລະ​ເຫຼົ້າ​ອະງຸ່ນ​ໜຶ່ງ​ລິດ ຕໍ່​ລູກແກະເຖິກ​ໜຶ່ງ​ໂຕ. ອັນ​ນີ້​ແມ່ນ​ລະບຽບ​ສຳລັບ​ການ​ເຜົາ​ຖວາຍບູຊາ​ຂອງ​ວັນ​ທຳອິດ​ໃນ​ແຕ່ລະ​ຕົ້ນ​ເດືອນ​ຕະຫລອດ​ປີ.

15 ໃຫ້​ຖວາຍ​ແບ້ເຖິກ​ໂຕໜຶ່ງ​ເພື່ອ​ລຶບລ້າງ​ບາບ ຕື່ມ​ໃສ່​ເຄື່ອງ​ເຜົາ​ຖວາຍບູຊາ​ປະຈຳວັນ​ພ້ອມ​ກັບ​ເຫຼົ້າ​ອະງຸ່ນ​ຖວາຍ​ແກ່​ພຣະເຈົ້າຢາເວ.


ເຄື່ອງ​ຖວາຍ​ໃນ​ເທດສະການ​ກິນ​ເຂົ້າຈີ່​ບໍ່ມີ​ເຊື້ອແປ້ງ
( ລລວ 23:5-14 )

16 ໃນ​ວັນ​ທີ​ສິບສີ່​ຂອງ​ເດືອນ​ທີ​ໜຶ່ງ​ໃຫ້ຖື​ເປັນ​ວັນ​ປັດສະຄາ​ຂອງ​ພຣະເຈົ້າຢາເວ.

17 ໃນ​ວັນ​ທີ​ສິບຫ້າ​ໃຫ້​ຈັດ​ເທດສະການ​ຂຶ້ນ​ເປັນ​ເວລາ​ເຈັດ​ວັນ ຊຶ່ງ​ໃນ​ລະຫວ່າງ​ນີ້​ໃຫ້​ກິນ​ເຂົ້າຈີ່​ບໍ່ມີ​ເຊື້ອແປ້ງ​ເທົ່ານັ້ນ.

18 ໃນ​ວັນ​ເລີ່ມຕົ້ນ​ຂອງ​ເທດສະການ ໃຫ້​ພວກເຈົ້າ​ເຕົ້າໂຮມ​ກັນ ເພື່ອ​ນະມັດສະການ ແລະ​ຢ່າ​ເຮັດ​ວຽກ​ໃດໆ​ທັງ​ສິ້ນ.

19 ຈົ່ງ​ເຜົາ​ຖວາຍບູຊາ​ແກ່​ພຣະເຈົ້າຢາເວ​ຕາມ​ພິທີ​ຖວາຍ​ອາຫານ ດັ່ງນີ້: ງົວໜຸ່ມ​ສອງ​ໂຕ, ແກະເຖິກ​ໜຶ່ງ​ໂຕ ແລະ​ລູກ​ແກະເຖິກ​ອາຍຸ​ໜຶ່ງ​ປີ​ເຈັດ​ໂຕ. ທັງໝົດ​ນັ້ນ​ໃຫ້​ເປັນ​ສັດ​ທີ່​ມີ​ສຸຂະພາບ​ດີ​ແລະ​ບໍ່ມີຕຳໜິ.

20 ສຳລັບ​ສັດ​ແຕ່ລະໂຕ​ນັ້ນ​ໃຫ້​ຖວາຍ​ແປ້ງເຂົ້າ​ປົນ​ກັບ​ນໍ້າມັນ​ໝາກກອກເທດ​ຄື: ແປ້ງເຂົ້າ​ສາມ​ກິໂລກຼາມ​ຕໍ່​ງົວເຖິກ​ໂຕໜຶ່ງ ແປ້ງເຂົ້າ​ສອງ​ກິໂລກຼາມ​ຕໍ່​ແກະເຖິກ​ໂຕໜຶ່ງ;

21 ແປ້ງເຂົ້າ​ໜຶ່ງ​ກິໂລກຼາມ​ຕໍ່​ລູກແກະ​ໂຕໜຶ່ງ.

22 ໃຫ້​ຖວາຍ​ແບ້ເຖິກ​ໂຕໜຶ່ງ​ອີກ​ເພື່ອ​ລຶບລ້າງ​ບາບ ແລະ​ໃນ​ທຳນອງນີ້​ຈຶ່ງ​ເປັນ​ສ່ວນ​ປະກອບ​ພິທີ​ຊຳລະ​ບາບກຳ​ຂອງ​ປະຊາຊົນ.

23 ໃຫ້​ຖວາຍ​ສິ່ງ​ເຫຼົ່ານີ້ ເພີ່ມ​ຕື່ມ​ໃສ່​ການ​ເຜົາ​ຖວາຍບູຊາ​ປະຈຳ​ວັນ​ໃນ​ຕອນເຊົ້າ.

24 ໃນທຳນອງ​ດຽວກັນ ຈົ່ງ​ຖວາຍບູຊາ​ດ້ວຍ​ໄຟ​ຕະຫລອດ​ເຈັດ​ວັນ ກິ່ນ​ຫອມຫວນ​ຈຶ່ງ​ເປັນ​ທີ່​ພໍໃຈ​ພຣະເຈົ້າຢາເວ. ຈົ່ງ​ຖວາຍ​ສິ່ງ​ເຫຼົ່ານີ້ ຕື່ມ​ໃສ່​ເຄື່ອງ​ເຜົາ​ຖວາຍ​ປະຈຳ​ວັນ​ພ້ອມ​ກັບ​ເຫຼົ້າ​ອະງຸ່ນ.

25 ແຕ່​ໃນ​ວັນ​ທີ​ເຈັດ ໃຫ້​ພວກເຈົ້າ​ເຕົ້າໂຮມ​ກັນ​ເພື່ອ​ນະມັດສະການ ແລະ​ຢ່າ​ເຮັດ​ວຽກ​ປະຈຳ​ວັນ​ໃດໆ​ທັງ​ສິ້ນ.


ເຄື່ອງ​ຖວາຍ​ໃນ​ວັນ​ເທດສະການ​ລະດູ​ເກັບກ່ຽວ
( ລລວ 23:15-22 )

26 ໃນ​ວັນ​ເລີ່ມ​ເທດສະການ​ຂອງ​ລະດູ​ເກັບກ່ຽວ ຄື​ເມື່ອ​ຖວາຍ​ພືດຜົນ​ເປັນເມັດ​ອັນ​ໃໝ່​ໃຫ້​ພຣະເຈົ້າຢາເວ​ນັ້ນ ໃຫ້​ພວກເຈົ້າ​ເຕົ້າໂຮມ​ກັນ​ເພື່ອ​ນະມັດສະການ ແລະ​ຢ່າ​ເຮັດ​ວຽກ​ໃດໆ​ທັງ​ສິ້ນ.

27 ຈົ່ງ​ເຜົາ​ເຄື່ອງ​ຖວາຍບູຊາ​ດ້ວຍ​ໄຟ​ແກ່​ອົງພຣະ​ຜູ້​ເປັນເຈົ້າ ດັ່ງນີ້: ງົວເຖິກ​ສອງ​ໂຕ, ແກະເຖິກ​ໂຕໜຶ່ງ ແລະ​ລູກແກະ​ອາຍຸ​ໜຶ່ງ​ປີ​ເຈັດ​ໂຕ ກິ່ນ​ຫອມຫວນ​ຈຶ່ງ​ເປັນ​ທີ່​ພໍໃຈ​ພຣະເຈົ້າຢາເວ.

28 ໃຫ້​ຖວາຍ​ພືດຜົນ​ເປັນເມັດ​ເປັນ​ແປ້ງເຂົ້າ​ປົນ​ກັບ​ນໍ້າມັນ​ໝາກກອກເທດ​ຄື: ແປ້ງເຂົ້າ​ສາມ​ກິໂລກຼາມ​ຕໍ່​ງົວເຖິກ​ໂຕໜຶ່ງ ແປ້ງເຂົ້າ​ສອງ​ກິໂລກຼາມ​ຕໍ່​ແກະເຖິກ​ໂຕໜຶ່ງ,

29 ແລະ​ແປ້ງເຂົ້າ​ໜຶ່ງ​ກິໂລກຼາມ​ຕໍ່​ລູກແກະ​ໂຕໜຶ່ງ.

30 ໃຫ້​ຖວາຍ​ແບ້ເຖິກ​ໂຕໜຶ່ງ​ອີກ​ເພື່ອ​ເຮັດ​ພິທີ​ຊຳລະ​ບາບກຳ​ຂອງ​ປະຊາຊົນ.

31 ໃຫ້​ຖວາຍ​ສິ່ງ​ເຫຼົ່ານີ້​ແລະ​ເຫຼົ້າ​ອະງຸ່ນ​ເພີ່ມ​ຕື່ມ​ໃສ່​ເຄື່ອງ​ເຜົາ​ຖວາຍບູຊາ​ປະຈຳ ພ້ອມ​ທັງ​ຖວາຍ​ພືດຜົນ​ເປັນເມັດ ສັດ​ທີ່​ນຳ​ມາ​ຖວາຍ​ນັ້ນ ຕ້ອງ​ມີ​ສຸຂະພາບ​ດີ ບໍ່ມີ​ຕຳໜິ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan