Biblia Todo Logo
Bìoball air-loidhne

- Sanasan -

ຈົດບັນຊີ 27 - ພຣະຄຳພີສັກສິ


ພວກ​ລູກສາວ​ຂອງ​ເຊໂລເຟຮັດ

1 ມາຮະລາ, ໂນອາ, ໂຮກະລາ, ມີລະກາ ແລະ​ຕີຣະຊາ ແມ່ນ​ລູກສາວ​ຂອງ​ເຊໂລເຟຮັດ ຜູ້​ທີ່​ເປັນ​ລູກຊາຍ​ຂອງ​ເຮເຟ ແລະ​ຫລານຊາຍ​ຂອງ​ກີເລອາດ ເຫຼັນ​ຂອງ​ມາກີ​ແລະ​ຫລ້ອນ​ຂອງ​ມານາເຊ ລູກຊາຍ​ຂອງ​ໂຢເຊັບ.

2 ພວກເຂົາ​ມາ​ຢືນ​ຢູ່​ຊ້ອງໜ້າ​ໂມເຊ​ປະໂຣຫິດ​ເອເລອາຊາ, ບັນດາ​ຜູ້ນຳ ແລະ​ຊຸມຊົນ​ທັງໝົດ ທີ່​ທາງເຂົ້າ​ຫໍເຕັນ​ບ່ອນ​ຊຸມນຸມ ແລະ​ຮຽກຮ້ອງ​ສິດທິ​ຂອງ​ພວກ​ຕົນ​ວ່າ,

3 “ພໍ່​ຂອງ​ພວກເຮົາ​ໄດ້​ຕາຍ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ ໂດຍ​ບໍ່ມີ​ລູກຊາຍ​ຈັກ​ຄົນ. ເພິ່ນ​ບໍ່ແມ່ນ​ພັກພວກ​ຂອງ​ໂກຣາ​ຜູ້​ທີ່​ໄດ້​ກະບົດ​ຕໍ່​ພຣະເຈົ້າຢາເວ ເພິ່ນ​ໄດ້​ຕາຍໄປ​ຍ້ອນ​ບາບກຳ​ຂອງ​ເພິ່ນ​ເອງ.

4 ເປັນຫຍັງ​ຈຶ່ງ​ເຮັດ​ໃຫ້​ນາມຊື່​ພໍ່​ຂອງ​ພວກເຮົາ​ຕ້ອງ​ດັບສູນ​ໄປ​ຈາກ​ຊາດ​ອິດສະຣາເອນ ເພາະ​ເພິ່ນ​ບໍ່ມີ​ລູກ​ຜູ້ຊາຍ​ພຽງ​ເທົ່ານັ້ນ​ຊັ້ນບໍ? ຂໍ​ໃຫ້​ພວກເຮົາ​ມີ​ດິນແດນ ຢູ່​ໃນ​ທ່າມກາງ​ຍາດຕິພີ່ນ້ອງ​ຂອງ​ພວກເຮົາ​ດ້ວຍ​ເຖີດ.”

5 ໂມເຊ​ໄດ້​ນຳ​ເລື່ອງ​ນີ້​ໄປ​ຕໍ່ໜ້າ​ພຣະເຈົ້າຢາເວ

6 ແລະ​ພຣະເຈົ້າຢາເວ​ກໍ​ໄດ້​ບອກ​ເພິ່ນ​ວ່າ,

7 “ສິ່ງ​ທີ່​ພວກ​ລູກສາວ​ຂອງ​ເຊໂລເຟຮັດ​ຂໍຮ້ອງ​ນັ້ນ​ແມ່ນ​ສິ່ງ​ທີ່​ຖືກຕ້ອງ ຈົ່ງ​ໃຫ້​ພວກເຂົາ​ມີ​ດິນແດນ​ຢູ່​ໃນ​ທ່າມກາງ​ຍາດຕິພີ່ນ້ອງ​ພໍ່​ຂອງ​ພວກເຂົາ​ໄດ້. ໃຫ້​ສ່ວນ​ມໍຣະດົກ​ຂອງ​ເຊໂລເຟຮັດ​ຕົກທອດ​ມາ​ເຖິງ​ພວກເຂົາ.

8 ຈົ່ງ​ບອກ​ປະຊາຊົນ​ອິດສະຣາເອນ​ວ່າ, ເມື່ອ​ຊາຍ​ຜູ້ໜຶ່ງ​ຕາຍໄປ​ໂດຍ​ບໍ່ມີ​ລູກຊາຍ ຈົ່ງ​ໃຫ້​ລູກສາວ​ຂອງ​ລາວ​ເປັນ​ຜູ້​ສືບທອດ​ມໍຣະດົກ​ແທນ.

9 ຖ້າ​ລາວ​ຫາກ​ບໍ່ມີ​ລູກສາວ​ກໍ​ໃຫ້​ອ້າຍ​ເອື້ອຍ​ນ້ອງ​ຂອງຕົນ​ສືບທອດ​ມໍຣະດົກ​ແທນ.

10 ຖ້າ​ລາວ​ບໍ່ມີ​ອ້າຍ​ຫລື​ນ້ອງຊາຍ ກໍ​ໃຫ້​ອ້າຍ​ຫລື​ນ້ອງຊາຍ​ຂອງ​ພໍ່​ລາວ ສືບທອດ​ມໍຣະດົກ​ຂອງ​ລາວ​ແທນ.

11 ແລະ​ຖ້າ​ລາວ​ບໍ່ມີ​ອ້າຍ​ຫລື​ນ້ອງຊາຍ ຫລື​ພໍ່​ຂອງ​ລາວ​ບໍ່ມີ​ອ້າຍ​ນ້ອງ​ອີກ ກໍ​ໃຫ້​ຍາດຕິພີ່ນ້ອງ​ຜູ້​ທີ່​ໃກ້ຄຽງ​ທີ່ສຸດ​ຂອງ​ລາວ​ສືບທອດ​ມໍຣະດົກ​ແທນ ແລະ​ຖື​ເອົາ​ເປັນ​ກຳມະສິດ​ຂອງຕົນ​ຕໍ່ໄປ. ຈົ່ງ​ໃຫ້​ປະຊາຊົນ​ອິດສະຣາເອນ​ຢຶດຖື​ຫລັກການ​ນີ້ ເປັນ​ກົດບັນຍັດ​ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ເຈົ້າ​ໄວ້.”


ໂຢຊວຍ​ຖືກ​ເລືອກ​ໃຫ້​ສືບ​ຕຳແໜ່ງ​ແທນ​ໂມເຊ
( ພບຍ 31:1-8 )

12 ພຣະເຈົ້າຢາເວ​ໄດ້​ບອກ​ໂມເຊ​ວ່າ, “ຈົ່ງ​ຂຶ້ນ​ໄປ​ເທິງ​ພູ​ອາບາຣິມ ແລະ ຈົ່ງ​ແນມ​ເບິ່ງ​ດິນແດນ​ທີ່​ເຮົາ​ຈະ​ມອບ​ໃຫ້​ຊາວ​ອິດສະຣາເອນ.

13 ຫລັງຈາກ​ທີ່​ເຈົ້າ​ໄດ້​ເຫັນ​ແລ້ວ ເຈົ້າ​ຈະ​ຕາຍ​ຄື​ກັນ​ກັບ​ອາໂຣນ​ອ້າຍ​ຂອງ​ເຈົ້າ

14 ເພາະ​ເຈົ້າ​ທັງສອງ​ໄດ້​ຝ່າຝືນ​ຂໍ້ຄຳສັ່ງ​ຂອງເຮົາ​ທີ່​ຖິ່ນ​ແຫ້ງແລ້ງ​ກັນດານ​ຊິນ ຄາວ​ທີ່​ຊຸມຊົນ​ອິດສະຣາເອນ​ທັງໝົດ​ໄດ້​ຈົ່ມຮ້າຍ​ໃສ່​ເຮົາ​ທີ່​ເມຣິບາ​ນັ້ນ ເຈົ້າ​ປະຕິເສດ​ບໍ່​ຍອມ​ຮັບ​ຂໍ້ຄຳສັ່ງ​ຂອງເຮົາ​ຕໍ່ໜ້າ​ພວກເຂົາ.” (ເມຣິບາ​ແມ່ນ​ບໍ່ນໍ້າ​ທີ່​ກາເດັດ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ຊິນ.)

15 ໂມເຊ​ໄດ້ກ່າວ​ຕໍ່​ພຣະເຈົ້າຢາເວ​ວ່າ,

16 “ຂ້າແດ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຈິດວິນຍານ​ທັງໝົດ​ຂອງ​ມະນຸດ ຂໍ​ພຣະອົງ​ຈົ່ງ​ໄດ້​ແຕ່ງຕັ້ງ​ຊາຍ​ຜູ້ໃດ​ຜູ້ໜຶ່ງ​ທີ່​ສາມາດ​ນຳພາ​ປະຊາຊົນ

17 ແລະ​ສາມາດ​ບັນຊາ​ພວກເຂົາ​ເຂົ້າ​ສູ້ຮົບ​ໄດ້ ເພື່ອ​ວ່າ​ປະຊາຊົນ​ຂອງ​ພຣະເຈົ້າຢາເວ​ຈະ​ບໍ່​ເປັນ​ດັ່ງ​ຝູງແກະ​ທີ່​ຂາດ​ຜູ້​ລ້ຽງ.”

18 ດັ່ງນັ້ນ ພຣະເຈົ້າຢາເວ​ໄດ້​ກ່າວ​ຕໍ່​ໂມເຊ​ວ່າ, “ຈົ່ງ​ໄປ​ເອົາ​ໂຢຊວຍ​ລູກຊາຍ​ຂອງ​ນູນ​ຜູ້​ທີ່​ມີ​ພຣະວິນຍານ ແລ້ວ​ຈົ່ງ​ວາງ​ມື​ເທິງ​ຫົວ​ລາວ​ແຕ່ງຕັ້ງ​ລາວ.

19 ໃຫ້​ລາວ​ຢືນ​ຢູ່​ຕໍ່ໜ້າ​ປະໂຣຫິດ​ເອເລອາຊາ ແລະ ຊຸມຊົນ​ທັງໝົດ ແລະ​ໃນ​ທີ່ນັ້ນ​ຈົ່ງ​ປະກາດ​ແຕ່ງຕັ້ງ​ລາວ​ຕໍ່ໜ້າ​ພວກເຂົາ​ໃຫ້​ເປັນ​ຜູ້​ສືບທອດ​ຕຳແໜ່ງ​ແທນ​ເຈົ້າ.

20 ເຈົ້າ​ຈົ່ງ​ມອບ​ສິດ​ແລະ​ອຳນາດ​ບາງ​ສ່ວນ​ຂອງ​ເຈົ້າ​ໃຫ້​ແກ່​ລາວ ເພື່ອ​ວ່າ​ຊຸມຊົນ​ອິດສະຣາເອນ​ທັງໝົດ​ຈະ​ຍອມ​ເຊື່ອຟັງ​ລາວ.

21 ລາວ​ຈະ​ເພິ່ງ​ປະໂຣຫິດ​ເອເລອາຊາ ຜູ້​ທີ່​ຈະ​ຮຽນຮູ້​ຄວາມປະສົງ​ຂອງເຮົາ ໂດຍ​ໃຊ້​ອຸຣິມ​ແລະ​ທຸມມິມ ຕໍ່ໜ້າ​ພຣະເຈົ້າຢາເວ ອັນ​ນີ້​ຈະ​ແມ່ນ​ວິທີ​ທີ່​ເອເລອາຊາ ນຳພາ​ໂຢຊວຍ ແລະ​ຊຸມຊົນ​ອິດສະຣາເອນ ໃນ​ວຽກ​ການ​ທັງໝົດ​ຂອງ​ພວກເຂົາ.”

22 ໂມເຊ​ເຮັດ​ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ຕົນ​ນັ້ນ. ເພິ່ນ​ໃຫ້​ໂຢຊວຍ​ມາ​ຢືນ​ຢູ່​ຕໍ່ໜ້າ​ປະໂຣຫິດ​ເອເລອາຊາ​ແລະ​ຊຸມຊົນ.

23 ເພິ່ນ​ໄດ້​ວາງ​ມື​ລົງ​ເທິງ​ຫົວ​ໂຢຊວຍ ແລະ​ປະກາດ​ແຕ່ງຕັ້ງ​ລາວ​ໃຫ້​ເປັນ​ຜູ້​ສືບທອດ​ຕຳແໜ່ງ​ແທນ​ຕົນ ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ເພິ່ນ​ໄວ້​ທຸກປະການ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan