Biblia Todo Logo
Bìoball air-loidhne

- Sanasan -

ຈົດບັນຊີ 26 - ພຣະຄຳພີສັກສິ


ໂມເຊ​ຈົດ​ຈຳນວນພົນ​ຄັ້ງ​ທີ​ສອງ

1 ຫລັງຈາກ​ໂຣກ​ລະບາດ​ໄດ້​ຜ່ານ​ພົ້ນ​ໄປ​ແລ້ວ ພຣະເຈົ້າຢາເວ​ໄດ້​ກ່າວ​ຕໍ່​ໂມເຊ​ກັບ​ເອເລອາຊາ ລູກຊາຍ​ຂອງ​ອາໂຣນ​ວ່າ,

2 “ຈົ່ງ​ຈົດ​ຈຳນວນ​ຜູ້ຊາຍ​ທັງໝົດ​ໃນ​ແຕ່ລະ​ຄອບຄົວ​ຂອງ​ຊຸມຊົນ​ອິດສະຣາເອນ ຜູ້​ທີ່​ມີ​ອາຍຸ​ຊາວ​ປີ​ຂຶ້ນ​ໄປ​ແລະ​ເປັນ​ທະຫານ​ໄດ້.”

3 ດັ່ງນັ້ນ ໂມເຊ​ກັບ​ເອເລອາຊາ​ປະໂຣຫິດ​ຈຶ່ງ​ໄດ້​ກ່າວ​ກັບ​ພວກເຂົາ​ທີ່​ທົ່ງ​ຮາບພຽງ​ໂມອາບ ຢູ່​ຟາກ​ໜຶ່ງ​ອີກ​ຂອງ​ແມ່ນໍ້າ​ຈໍແດນ ກົງກັນຂ້າມ​ກັບ​ເມືອງ​ເຢຣິໂກ. ແລະ​ໄດ້ກ່າວ​ວ່າ,

4 “ຈົ່ງ​ຈົດ​ບັນຊີ​ຊາຍ​ທັງໝົດ​ຜູ້​ທີ່​ມີ​ອາຍຸ​ຊາວ​ປີ​ຂຶ້ນ​ໄປ.” ຕາມ​ທີ່​ພຣະເຈົ້າຢາເວ​ໄດ້ສັ່ງ​ໂມເຊ. ຊາວ​ອິດສະຣາເອນ​ທີ່​ໄດ້​ອອກ​ມາ​ຈາກ​ປະເທດ​ເອຢິບ​ມີ​ດັ່ງນີ້:

5 ເຜົ່າ​ຣູເບັນ (ຣູເບັນ​ເປັນ​ລູກຊາຍກົກ​ຂອງ​ຢາໂຄບ) ປະກອບ​ດ້ວຍ​ຕະກຸນ​ຂອງ​ຮານົກ, ປານລູ,

6 ເຮຊະໂຣນ ແລະ​ການໝີ.

7 ຕະກຸນ​ເຫຼົ່ານີ້​ມີ​ຈຳນວນພົນ 43.730 ຄົນ.

8 ບັນດາ​ລູກຫລານ​ເຫຼັນ​ຂອງ​ປານລູ​ແມ່ນ​ເອລີອາບ

9 ແລະ​ພວກ​ລູກຊາຍ​ຂອງ​ລາວ​ມີ: ເນມູເອນ, ດາທານ ແລະ​ອາບີຣາມ. (ດາທານ​ແລະ​ອາບີຣາມ​ແມ່ນ​ຜູ້​ທີ່​ຖືກ​ເລືອກ​ຂຶ້ນ​ມາ​ຈາກ​ຊຸມຊົນ. ພວກເຂົາ​ໄດ້​ກະບົດ​ຕໍ່​ໂມເຊ​ແລະ​ອາໂຣນ ໂດຍ​ເຂົ້າ​ຮ່ວມ​ເປັນ​ພັກພວກ​ກັບ​ໂກຣາ ເມື່ອ​ພວກເຂົາ​ໄດ້​ກະບົດ​ຕໍ່​ພຣະເຈົ້າຢາເວ​ນັ້ນ.

10 ພື້ນດິນ​ໄດ້​ຍະ​ກືນກິນ​ພວກເຂົາ ແລະ ພວກເຂົາ​ໄດ້​ຕາຍໄປ​ພ້ອມ​ກັບ​ໂກຣາ ຕະຫລອດ​ທັງ​ພັກພວກ 250 ຄົນ​ໃນ​ຕອນ​ທີ່​ຖືກ​ໄຟ​ເຜົາຜານ​ນັ້ນ. ສິ່ງ​ນີ້​ໄດ້​ເກີດຂຶ້ນ​ເພື່ອ​ເຕືອນ​ປະຊາຊົນ​ທັງຫລາຍ.

11 ແຕ່​ພວກ​ລູກຊາຍ​ຂອງ​ໂກຣາ​ບໍ່ໄດ້​ຖືກ​ຂ້າ.)

12 ເຜົ່າ​ຊີເມໂອນ​ປະກອບ​ດ້ວຍ​ຕະກຸນ​ເນມູເອນ, ຢາມິນ, ຢາກິນ,

13 ເຊຣາ​ແລະ​ໂຊນ.

14 ຕະກຸນ​ເຫຼົ່ານີ້​ມີ​ຈຳນວນພົນ 22.200 ຄົນ.

15 ເຜົ່າ​ກາດ​ປະກອບ​ດ້ວຍ​ຕະກຸນ​ຂອງ​ເຊໂຟນ, ຮັກກີ, ຊູນີ,

16 ໂອຊະນີ, ເອຣີ,

17 ອາໂຣດ ແລະ​ອາເຣລີ.

18 ຕະກຸນ​ເຫຼົ່ານີ້​ມີ​ຈຳນວນພົນ 40.500 ຄົນ.

19-21 ເຜົ່າ​ຢູດາ​ປະກອບ​ດ້ວຍ​ຕະກຸນ​ເຊລາ, ເປເຣັດ, ເຊຣາ, ເຮຊະໂຣນ ແລະ​ຮາມູນ. (ລູກຊາຍ​ສອງ​ຄົນ​ຂອງ​ຢູດາ ຄື​ເອຣະ ແລະ​ໂອນານ​ໄດ້​ຕາຍ​ຢູ່​ດິນແດນ​ການາອານ.)

22 ຕະກຸນ​ເຫຼົ່ານີ້​ມີ​ຈຳນວນພົນ 76.500 ຄົນ.

23 ເຜົ່າ​ອິດຊາຄາ​ປະກອບ​ດ້ວຍ​ຕະກຸນ​ໂຕລາ, ປູອາ,

24 ຢາຊຸບ ແລະ​ຊິມໂຣນ.

25 ຕະກຸນ​ເຫຼົ່ານີ້​ມີ​ຈຳນວນພົນ 64.300 ຄົນ.

26 ເຜົ່າ​ເຊບູໂລນ​ປະກອບ​ດ້ວຍ​ຕະກຸນ​ເສເຣັດ, ເອໂລນ ແລະ​ຢາເລເອນ.

27 ຕະກຸນ​ເຫຼົ່ານີ້​ມີ​ຈຳນວນພົນ 60.500 ຄົນ.

28 ເຜົ່າ​ໂຢເຊັບ​ມີ​ລູກຊາຍ​ສອງ​ຄົນ ຄື​ມານາເຊ​ແລະ​ເອຟຣາອິມ.

29 ເຜົ່າ​ມານາເຊ: ມາກີ​ລູກຊາຍ​ຂອງ​ມານາເຊ​ພໍ່​ຂອງ​ກີເລອາດ ແລະ​ຕະກຸນ​ດັ່ງ​ຕໍ່ໄປນີ້​ໄດ້​ສືບ​ເຊື້ອສາຍ​ໃຫ້​ກີເລອາດ ດັ່ງນີ້:

30 ຕະກຸນ​ອີເອເຊ, ເຮເລັກ,

31 ອາສະຣິເອນ, ເຊເຄມ,

32 ເຊມີດາ ແລະ​ເຮເຟ.

33 ເຊໂລເຟຮັດ​ຜູ້​ທີ່​ເປັນ​ລູກຊາຍ​ຂອງ​ເຮເຟ​ບໍ່ມີ​ລູກຊາຍ ມີ​ແຕ່​ລູກສາວ ຊຶ່ງ​ມີ​ຊື່​ດັ່ງນີ້: ມາຮະລາ, ໂນອາ, ໂຮກະລາ, ມີລະກາ ແລະ​ຕີຣະຊາ.

34 ຕະກຸນ​ເຫຼົ່ານີ້​ມີ​ຈຳນວນພົນ 52.700 ຄົນ.

35 ເຜົ່າ​ເອຟຣາອິມ​ປະກອບ​ດ້ວຍ​ຕະກຸນ​ຊູເທລາ, ເບເຄ ແລະ​ຕາຮານ.

36 ຕະກຸນ​ຂອງ​ເອຣານ​ສືບ​ເຊື້ອສາຍ​ມາ​ຈາກ​ຊູເທລາ.

37 ຕະກຸນ​ເຫຼົ່ານີ້​ມີ​ຈຳນວນພົນ 32.500 ຄົນ. ຕະກຸນ​ເຫຼົ່ານີ້​ແມ່ນ​ສືບ​ເຊື້ອສາຍ​ມາ​ຈາກ​ໂຢເຊັບ.

38 ເຜົ່າ​ເບັນຢາມິນ​ປະກອບ​ດ້ວຍ​ຕະກຸນ​ເບລາ, ອາຊະເບນ, ອາຮີຣາມ,

39 ເຊຟູຟາມ ແລະ​ຮູຟາມ.

40 ສ່ວນ​ຕະກຸນ​ຂອງ​ອາກດາ ແລະ​ອານາມານ​ແມ່ນ​ໄດ້​ສືບ​ເຊື້ອສາຍ​ມາ​ຈາກ​ເບລາ.

41 ຕະກຸນ​ເຫຼົ່ານີ້​ມີ​ຈຳນວນພົນ 45.600 ຄົນ.

42 ເຜົ່າ​ດານ​ປະກອບ​ດ້ວຍ​ຕະກຸນ​ຮູຊິມ,

43 ຊຶ່ງ​ມີ​ຈຳນວນພົນ 64.400 ຄົນ.

44 ເຜົ່າ​ອາເຊ​ປະກອບ​ດ້ວຍ​ຕະກຸນ​ອີມນາ, ອີຊະວີ ແລະ​ເບຣິຢາ.

45 ຕະກຸນ​ເຮເບ ແລະ​ມັນກີເອນ​ໄດ້​ສືບ​ເຊື້ອສາຍ​ມາ​ຈາກ​ເບຣິຢາ.

46 ອາເຊ​ມີ​ລູກສາວ​ຜູ້ໜຶ່ງ​ຊື່​ວ່າ ເສຣາ.

47 ຕະກຸນ​ເຫຼົ່ານີ້​ມີ​ຈຳນວນພົນ 53.400 ຄົນ.

48 ເຜົ່າ​ເນັບທາລີ​ປະກອບ​ດ້ວຍ​ຕະກຸນ​ຢາເຊເອນ, ກູນີ,

49 ເຢເຊ ແລະ​ຊິນເລັມ.

50 ຕະກຸນ​ເຫຼົ່ານີ້​ມີ​ຈຳນວນພົນ 45.400 ຄົນ.

51 ຈຳນວນ​ຜູ້ຊາຍ​ຊາວ​ອິດສະຣາເອນ​ທັງໝົດ​ມີ 601.730 ຄົນ.

52 ພຣະເຈົ້າຢາເວ​ໄດ້​ບອກ​ໂມເຊ​ວ່າ,

53 “ຈົ່ງ​ແບ່ງ​ດິນແດນ​ໃຫ້​ແກ່​ຊາວ​ອິດສະຣາເອນ​ເຜົ່າ​ຕ່າງໆ​ຕາມ​ຈຳນວນ​ປະຊາຊົນ.

54-56 ໃນ​ການ​ແບ່ງປັນ​ດິນແດນ​ເທື່ອ​ນີ້ ຈົ່ງ​ໃຊ້​ສະຫລາກ​ເປັນ​ວິທີ​ແບ່ງປັນ ແລະ​ເຜົ່າໃດ​ທີ່​ມີ​ຈຳນວນ​ຄົນ​ຫລາຍ ກໍ​ຈະ​ໄດ້​ສ່ວນ​ແບ່ງ​ດິນແດນ​ຫລາຍ ແລະ​ເຜົ່າໃດ​ທີ່​ມີ​ຈຳນວນ​ຄົນໜ້ອຍ ກໍ​ຈະ​ໄດ້​ສ່ວນ​ແບ່ງ​ດິນແດນ​ໜ້ອຍ.”

57 ສ່ວນ​ເຜົ່າ​ເລວີ​ນັ້ນ​ປະກອບ​ດ້ວຍ​ຕະກຸນ ດັ່ງນີ້: ເກໂຊນ, ໂກຮາດ ແລະ​ເມຣາຣີ.

58 ເຊື້ອສາຍ​ຂອງ​ພວກເຂົາ​ໄດ້​ຮວມ​ເອົາ​ທັງ​ຕະກຸນ​ຍ່ອຍ​ດັ່ງນີ້: ລິບນີ​ເຮັບໂຣນ, ມາຮະລີ, ມູຊີ ແລະ​ໂກຣາ. ໂກຮາດ​ເປັນ​ພໍ່​ຂອງ​ອຳຣາມ.

59 ເມຍ​ຂອງ​ລາວ​ແມ່ນ​ໂຢເກເບັດ ລູກສາວ​ຂອງ​ເລວີ​ທີ່​ເກີດ​ໃນ​ປະເທດ​ເອຢິບ. ນາງ​ໄດ້​ເກີດ​ລູກຊາຍ​ໃຫ້​ອຳຣາມ​ສອງ​ຄົນ ດັ່ງນີ້: ອາໂຣນ ແລະ ໂມເຊ​ກັບ​ລູກສາວ​ຜູ້ໜຶ່ງ​ຊື່​ມີຣີອາມ.

60 ອາໂຣນ​ມີ​ລູກຊາຍ​ສີ່​ຄົນ ດັ່ງນີ້: ນາດາບ ອາບີຮູ ເອເລອາຊາ ແລະ​ອີທາມາ.

61 ນາດາບ​ແລະ​ອາບີຮູ​ໄດ້​ຕາຍ ຕອນ​ທີ່​ພວກເຂົາ​ໄດ້​ຖວາຍ​ບູຊາ​ໄຟ​ທີ່​ຕ້ອງຫ້າມ​ຕໍ່ໜ້າ​ພຣະເຈົ້າຢາເວ.

62 ລູກຊາຍ​ຂອງ​ຊາວ​ເລວີ​ທີ່​ມີ​ອາຍຸ​ໜຶ່ງ​ເດືອນ​ຂຶ້ນ​ໄປ​ມີ​ຈຳນວນ 23.000 ຄົນ. ພວກເຂົາ​ບໍ່ໄດ້​ຖືກ​ນັບ​ຮ່ວມ​ເຂົ້າ​ກັບ​ປະຊາຊົນ​ອິດສະຣາເອນ​ເຜົ່າ​ອື່ນໆ ຍ້ອນ​ພວກເຂົາ​ຈະ​ບໍ່ໄດ້​ຮັບ​ຊັບສົມບັດ​ສ່ວນ​ໃດໆ​ຢູ່​ໃນ​ຊາດ​ອິດສະຣາເອນ.

63 ໂມເຊ​ແລະ​ເອເລອາຊາ​ເປັນ​ຜູ້​ຈົດ​ທະບຽນ​ຕະກຸນ​ຕ່າງໆ​ເຫຼົ່ານີ້ ເມື່ອ​ເພິ່ນ​ໄດ້​ເຮັດ​ສຳມະໂນຄົວ​ຊາວ​ອິດສະຣາເອນ​ທີ່​ທົ່ງພຽງ​ໂມອາບ ຊຶ່ງ​ຢູ່​ອີກ​ຟາກ​ໜຶ່ງ​ຂອງ​ແມ່ນໍ້າ​ຈໍແດນ​ກົງກັນຂ້າມ​ເມືອງ​ເຢຣິໂກ.

64 ຕາມ​ບັນຊີ​ທີ່​ໂມເຊ​ແລະ​ປະໂຣຫິດ​ອາໂຣນ​ໄດ້​ຈົດ​ທະບຽນ​ປະຊາຊົນ​ອິດສະຣາເອນ​ເທື່ອ​ທຳອິດ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ຊີນາຍ​ນັ້ນ ບໍ່ມີ​ຜູ້ຊາຍ​ລຸ້ນ​ກ່ອນ​ແມ່ນແຕ່​ຄົນດຽວ​ທີ່​ມີ​ຊີວິດ​ຢູ່.

65 ເພາະ​ພຣະເຈົ້າຢາເວ​ໄດ້​ກ່າວ​ຕໍ່​ພວກເຂົາ​ໄວ້​ວ່າ, ພວກເຂົາ​ທຸກຄົນ​ຈະ​ຕ້ອງ​ຕາຍ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ ແລະ​ກໍໄດ້​ເປັນ​ດັ່ງນັ້ນ​ທຸກປະການ ຍົກເວັ້ນ​ແຕ່​ກາເລັບ​ລູກຊາຍ​ຂອງ​ເຢຟຸນເນ ແລະ​ໂຢຊວຍ​ລູກຊາຍ​ຂອງ​ນູນ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan