ຈົດບັນຊີ 25 - ພຣະຄຳພີສັກສິປະຊາຊົນອິດສະຣາເອນທີ່ເປອໍ 1 ເມື່ອຊາວອິດສະຣາເອນໄດ້ມາຕັ້ງຄ້າຍພັກຢູ່ທີ່ຊິດຕິມນັ້ນ ພວກຜູ້ຊາຍຊາວອິດສະຣາເອນໄດ້ສົມສູ່ຢູ່ກິນກັບຍິງຊາວໂມອາບ. 2 ພວກແມ່ຍິງເຫຼົ່ານີ້ໄດ້ເຊີນພວກເຂົາເຂົ້າຮ່ວມ ບຸນສະຫລອງພິທີຖວາຍບູຊາໃນບ່ອນຂາບໄຫວ້ພະຂອງຊາວໂມອາບ. ພວກເຂົາໄດ້ກິນອາຫານທີ່ໄດ້ບູຊາແລ້ວແລະໄດ້ນົບຮູບພະທັງຫລາຍຂອງພວກເຂົາ 3 ຊາວອິດສະຣາເອນກໍໄດ້ຮ່ວມຂາບໄຫວ້ພະບາອານແຫ່ງເປອໍດ້ວຍ. ສະນັ້ນ ພຣະເຈົ້າຢາເວຈຶ່ງໂກດຮ້າຍພວກເຂົາ 4 ແລະພຣະເຈົ້າຢາເວໄດ້ກ່າວຕໍ່ໂມເຊວ່າ, “ໃຫ້ຈັບບັນດາຫົວໜ້າຂອງຊາດອິດສະຣາເອນທັງໝົດມາປະຫານຊີວິດຕໍ່ໜ້າຄົນທັງຫລາຍ. ຕໍ່ໜ້າພຣະເຈົ້າຢາເວ ແລະພຣະເຈົ້າຢາເວຈະບໍ່ໂກດຮ້າຍຊາວອິດສະຣາເອນຕໍ່ໄປ.” 5 ໂມເຊຈຶ່ງສັ່ງບັນດາເຈົ້າໜ້າທີ່ວ່າ, “ໃຫ້ແຕ່ລະຄົນໃນພວກເຈົ້າ ປະຫານຊີວິດທຸກໆຄົນໃນເຜົ່າຂອງພວກເຈົ້າທີ່ຂາບໄຫວ້ພະບາອານແຫ່ງເປອໍ.” 6 ມີຊາວອິດສະຣາເອນຜູ້ໜຶ່ງໄດ້ນຳຍິງຊາວມີດີອານຜູ້ໜຶ່ງ ເຂົ້າໄປໃນເຕັນຂອງຕົນຕໍ່ໜ້າໂມເຊ ແລະຊຸມຊົນທັງໝົດ ໃນຂະນະທີ່ກຳລັງໄວ້ທຸກທີ່ທາງເຂົ້າຫໍເຕັນບ່ອນຊຸມນຸມ. 7 ເມື່ອຟີເນຮາ ລູກຊາຍຂອງເອເລອາຊາ ແລະຫລານຊາຍຂອງປະໂຣຫິດອາໂຣນ ໄດ້ເຫັນເຊັ່ນນັ້ນ; ລາວຈຶ່ງຖືຫອກລຸກຂຶ້ນໄປຈາກທີ່ປະຊຸມຕິດຕາມຊາຍແລະຍິງຄູ່ນັ້ນເຂົ້າໄປໃນເຕັນ 8 ແລະຊັດຫອກຂອງຕົນໃສ່ ຈົນຊອດເຂົາທັງສອງ. ດ້ວຍເຫດນີ້ ໂຣກລະບາດທີ່ພວມທຳລາຍຊາວອິດສະຣາເອນຢູ່ນັ້ນຈຶ່ງຢຸດຕິລົງ, 9 ແຕ່ໂຣກລະບາດນີ້ກໍໄດ້ທຳລາຍປະຊາຊົນອິດສະຣາເອນໄປແລ້ວ 24.000 ຄົນ. 10 ພຣະເຈົ້າຢາເວໄດ້ກ່າວຕໍ່ໂມເຊວ່າ, 11 “ເພາະສິ່ງທີ່ຟີເນຮາໄດ້ເຮັດນັ້ນ ເຮົາຈຶ່ງບໍ່ໂກດຮ້າຍປະຊາຊົນອິດສະຣາເອນອີກຕໍ່ໄປ. ລາວໄດ້ຈັດການຢ່າງເດັດຂາດ ຕໍ່ຜູ້ທີ່ຂາບໄຫວ້ພະອື່ນໆນອກເໜືອຈາກເຮົາ. ດ້ວຍເຫດນີ້ ເຮົາຈຶ່ງບໍ່ໂກດຮ້າຍແລະທຳລາຍພວກເຂົາ. 12 ເພາະສະນັ້ນ ເຈົ້າຈົ່ງບອກລາວວ່າ, ເຮົາຈະຕັ້ງຄຳສັນຍາຢ່າງໜຶ່ງໄວ້ກັບລາວຕະຫລອດໄປ 13 ຄືລາວຕະຫລອດທັງເຊື້ອສາຍຂອງລາວຈະໄດ້ເປັນປະໂຣຫິດຮັບໃຊ້ເຮົາສືບໆໄປ ເພາະວ່າລາວໄດ້ຈັດການຢ່າງເດັດຂາດກັບທຸກໆຄົນທີ່ກະບົດຕໍ່ເຮົາ ແລະໄດ້ເຮັດໃຫ້ເຮົາຍົກໂທດປະຊາຊົນອິດສະຣາເອນ ເພາະພວກເຂົາໄດ້ເຮັດບາບ.” 14 ຊາຍອິດສະຣາເອນທີ່ຖືກຂ້າຕາຍພ້ອມກັບຍິງມີດີອານນັ້ນຊື່ວ່າ ຊິມຣີ ລູກຊາຍຂອງສາລູ ຫົວໜ້າຄອບຄົວໃນເຜົ່າຊີເມໂອນ. 15 ສ່ວນຍິງຊາວມີດີອານນັ້ນຊື່ວ່າ ໂກຊະບີ ລູກສາວຂອງຊູເຣ ຫົວໜ້າຂອງໝວດໜຶ່ງໃນບັນດາຕະກຸນມີດີອານ. 16 ພຣະເຈົ້າຢາເວໄດ້ກ່າວຕໍ່ໂມເຊວ່າ, 17 “ຈົ່ງບຸກໂຈມຕີຊາວມີດີອານ ແລະທຳລາຍພວກເຂົາໃຫ້ກ້ຽງ. 18 ເພາະພວກເຂົາໄດ້ເຮັດຊົ່ວຕໍ່ເຈົ້າທີ່ເມືອງເປອໍ ແລະຍ້ອນໂກຊະບີຜູ້ທີ່ໄດ້ຖືກຂ້າໃນເວລາທີ່ເກີດໂຣກລະບາດນັ້ນ.” |
@ 2012 United Bible Societies. All Rights Reserved.