ຈົດບັນຊີ 24 - ພຣະຄຳພີສັກສິ1 ໃນເທື່ອນີ້ ບາລາອາມຮູ້ວ່າພຣະເຈົ້າຢາເວຢາກໃຫ້ຕົນອວຍພອນປະຊາຊົນອິດສະຣາເອນ; ສະນັ້ນ ລາວຈຶ່ງບໍ່ໄດ້ໄປເບິ່ງໂຊກເບິ່ງລາງຕາມທີ່ຕົນໄດ້ກະທຳມາ. ລາວໄດ້ອ່ວາຍໜ້າໄປທາງຖິ່ນແຫ້ງແລ້ງກັນດານ 2 ແລະເຫັນປະຊາຊົນອິດສະຣາເອນຕັ້ງຄ້າຍພັກຢູ່ຕາມເຜົ່າຂອງຕົນ. ພຣະວິນຍານຂອງພຣະເຈົ້າໄດ້ຄວບຄຸມລາວ 3 ແລ້ວລາວກໍກ່າວຄຳທຳນວາຍດັ່ງນີ້: “ນີ້ແມ່ນຖ້ອຍຄຳຂອງບາລາອາມ ລູກຊາຍເບອໍ ເປັນຖ້ອຍຄຳຂອງຄົນ ທີ່ສາມາດເຫັນໄດ້ຢ່າງຈະແຈ້ງ. 4 ຜູ້ທີ່ໄດ້ຍິນຖ້ອຍຄຳທັງຫລາຍຂອງພຣະເຈົ້າ. ຄືຜູ້ທີ່ເຫັນນິມິດຈາກພຣະເຈົ້າ ອົງຊົງຣິດອຳນາດຍິ່ງໃຫຍ່ ຜູ້ທີ່ລົ້ມລົງ, ແຕ່ຕາໄດ້ຖືກເປີດອອກ ກ່າວວ່າ, 5 ໂອ ຢາໂຄບເອີຍ ບັນດາເຕັນຂອງທ່ານຊ່າງງາມຫລາຍ ໂອ ຊາວອິດສະຣາເອນເອີຍ ທີ່ອາໄສທັງຫລາຍຂອງທ່ານ ຊ່າງງາມແທ້ໆ. 6 ດັ່ງຖັນແຖວຂອງຕົ້ນ ໝາກຕານທີ່ຍາວຢຽດ; ດັ່ງອຸດທະຍານແກ້ວ ທີ່ແຄມແມ່ນໍ້າພຸ້ນໃດ ດັ່ງຕົ້ນໄມ້ຫອມຫວນ ຊຶ່ງພຣະເຈົ້າຢາເວໄດ້ປູກໄວ້; ຫລືດັ່ງຕົ້ນສົນສີດາ ທີ່ຖືກປູກໄວ້ໃກ້ແຄມນໍ້າ. 7 ພວກເຂົາຈະໄດ້ຮັບ ນໍ້າຝົນຢ່າງອຸດົມສົມບູນຫລາຍ ແລະປູກພືດພັນໃນນາ ທີ່ມີນໍ້າຢ່າງດີລໍ່ລ້ຽງ. ກະສັດຂອງພວກເຂົານັ້ນ ຈະຍິ່ງໃຫຍ່ກວ່າເຈົ້າອາກາ ແລະອຳນາດການປົກຄອງ ຈະຂະຫຍາຍຢ່າງໄກກວ້າງ. 8 ພຣະເຈົ້າໄດ້ນຳພວກເຂົາອອກ ມາຈາກປະເທດເອຢິບ ພຣະອົງສູ້ຮົບຕາງພວກເຂົາລຽນຕິດ ດັ່ງກຳລັງຂອງຄວາຍປ່າ ພວກເຂົາໄດ້ເຂັ່ນຂ້າ ເຫຼົ່າສັດຕູຂອງພວກເຂົາ ທັງຫັກກະດູກກັບລູກທະນູ ໃຫ້ໝຸ່ນທະລາຍຈົນກ້ຽງ. 9 ປະຊາຊົນຊາດນີ້ ເປັນດັ່ງໂຕສິງທີ່ມີອຳນາດຍິ່ງ; ເມື່ອມັນພວມນອນຢູ່ນັ້ນ ບໍ່ມີໃຜກ້າປຸກມັນຂຶ້ນມາ. ຜູ້ໃດອວຍພອນຊາດອິດສະຣາເອນນັ້ນ ຜູ້ນັ້ນຈະໄດ້ຮັບຄຳອວຍພອນຄືນ ແລະຜູ້ໃດສາບແຊ່ງຊາດອິດສະຣາເອນ ຜູ້ນັ້ນຈະໄດ້ຖືກສາບແຊ່ງຕອບ.” 10 ເຈົ້າບາຫລາກລຸກຂຶ້ນຢືນກຳກຳປັ້ນດ້ວຍຄວາມໂກດຮ້າຍ ແລະເວົ້າຕໍ່ບາລາອາມວ່າ, “ເຮົາໄດ້ເຊີນເຈົ້າມານີ້ ເພື່ອໃຫ້ສາບແຊ່ງສັດຕູຂອງເຮົາ ແຕ່ເຈົ້າກັບອວຍພອນພວກເຂົາເຖິງສາມເທື່ອ. 11 ບັດນີ້ ກັບເມືອເຮືອນສາ ເຮົາສັນຍາວ່າຈະໃຫ້ບຳເໜັດແກ່ເຈົ້າ ແຕ່ພຣະເຈົ້າຢາເວບໍ່ເຫັນດີໃຫ້ເຈົ້າຮັບບຳເໜັດນັ້ນ.” 12 ແລ້ວບາລາອາມກໍຕອບເຈົ້າບາຫລາກວ່າ, “ຂ້າພະເຈົ້າບອກຄະນະທູດທີ່ທ່ານໄດ້ສົ່ງໄປຫາຂ້າພະເຈົ້າແລ້ວວ່າ 13 ແມ່ນແຕ່ທ່ານຈະເອົາເງິນຄຳທັງໝົດໃນຣາຊວັງໃຫ້ຂ້າພະເຈົ້າ ຂ້າພະເຈົ້າກໍບໍ່ອາດຝ່າຝືນຄຳສັ່ງຂອງພຣະເຈົ້າຢາເວໄດ້ໂດຍເຮັດຕາມໃຈຂອງທ່ານ. ຂ້າພະເຈົ້າກ່າວໄດ້ພຽງແຕ່ສິ່ງທີ່ພຣະເຈົ້າຢາເວບອກໃຫ້ຂ້າພະເຈົ້າກ່າວເທົ່ານັ້ນ.” ບາລາອາມກ່າວຄຳທຳນວາຍຄັ້ງສຸດທ້າຍ 14 ບາລາອາມໄດ້ເວົ້າກັບເຈົ້າບາຫລາກວ່າ, “ບັດນີ້ ຂ້າພະເຈົ້າຈະກັບຄືນເມືອບ້ານເມືອງຂອງຂ້າພະເຈົ້າ, ແຕ່ກ່ອນຂ້າພະເຈົ້າຈາກໄປ ຂ້າພະເຈົ້າຢາກເຕືອນທ່ານກ່ຽວກັບສິ່ງທີ່ປະຊາຊົນອິດສະຣາເອນ ຈະເຮັດຕໍ່ປະຊາຊົນຂອງທ່ານໃນອະນາຄົດ.” 15 ແລ້ວບາລາອາມກໍທຳນວາຍໄວ້ດັ່ງນີ້: “ນີ້ແມ່ນຖ້ອຍຄຳຂອງບາລາອາມ ລູກຊາຍເບອໍ ເປັນຖ້ອຍຄຳຂອງຄົນ ທີ່ສາມາດເຫັນໄດ້ຢ່າງຈະແຈ້ງ. 16 ຜູ້ໄດ້ຍິນສິ່ງທີ່ພຣະເຈົ້າ ກຳລັງກ່າວຈາ ແລະໄດ້ຮັບສະຕິປັນຍາ ມາຈາກຜູ້ສູງສຸດພຸ້ນ. ຄືເຫັນນິມິດລົງມາ ຈາກພຣະເຈົ້າອົງມີຣິດອຳນາດຍິ່ງໃຫຍ່ ຜູ້ທີ່ລົ້ມລົງ, ແຕ່ຕາໄດ້ຖືກເປີດອອກ ກ່າວວ່າ, 17 ຂ້າພະເຈົ້າແນມເບິ່ງ ໄປໃນຄັ້ງໜ້າຄັ້ງໃນ ແລະຂ້າພະເຈົ້າໄດ້ເຫັນ ຊົນຊາດອິດສະຣາເອນນີ້. ມີກະສັດອົງໜຶ່ງຈະເກີດຂຶ້ນ ດັ່ງດວງແຈ້ງໃນຊົນຊາດຂອງພວກເຂົາ ເໝືອນດາວຫາງອັນຊົງຣິດ ທີ່ມາຈາກຊາດອິດສະຣາເອນນັ້ນ ເພິ່ນຈະເຂັ່ນຂ້າເປັນໝູ່ ຜູ້ນຳຂອງໂມອາບທັງຫລາຍ ຜູ້ທີ່ໂຫດຮ້າຍແລະຈອງຫອງ. ເພິ່ນຈະປາບພວກເຂົາໝົດທຸກຄົນຖິ້ມ. 18 ເພິ່ນຈະຕີຊະນະ ເຫຼົ່າສັດຕູໃນເອໂດມ ແລະຢຶດເອົາທີ່ດິນຂອງເຂົາ ມາເປັນກຳມະສິດຂອງຕົນດ້ວຍ, ແຕ່ວ່າຊາດອິດສະຣາເອນນັ້ນ ຈະສືບຕໍ່ເຂັ້ມແຂງ ຈະສືບຕໍ່ມີໄຊ ຕໍ່ເຫຼົ່າສັດຕູໝູ່ມານຮ້າຍ. 19 ຊົນຊາດອິດສະຣາເອນນັ້ນ ຈະຢຽບຢໍ່າເຫຼົ່າສັດຕູລົງ ແລະກວາດລ້າງພວກທີ່ຍັງເຫລືອ ຈົນຮອດຄົນສຸດທ້າຍ.” 20 ຕໍ່ມາ ໃນນິມິດນັ້ນບາລາອາມກໍເຫັນຊາວອາມາເຫຼັກ ແລ້ວເພິ່ນກໍທຳນວາຍດັ່ງນີ້: “ອາມາເຫຼັກແມ່ນຊົນຊາດ ທີ່ມີອຳນາດກວ່າທຸກຊາດອື່ນໃດ ແຕ່ໃນບັ້ນປາຍ ຈະຈິບຫາຍໄປຕະຫລອດ.” 21 ໃນນິມິດນັ້ນບາລາອາມຍັງໄດ້ເຫັນຊາວເກນິດ ແລ້ວເພິ່ນກໍທຳນວາຍດັ່ງນີ້: “ບ່ອນທີ່ພວກທ່ານຢູ່ນີ້ ໜາແໜ້ນປອດໄພດີ; ປອດໄພເໝືອນຮັງນົກ ທີ່ງອຍຢູ່ເທິງໜ້າຜາພຸ້ນ. 22 ແຕ່ຊາວເກນິດນັ້ນ ພວກເຈົ້າຈະຖືກທຳລາຍລົງຈົນໝົດ ເມື່ອຊາວອັດຊີເຣຍ ມາຈັບພວກເຈົ້າໄປສູ່ຕ່າງຖິ່ນ.” 23-24 ບາລາອາມຍັງໄດ້ທຳນວາຍໄວ້ຕື່ມອີກວ່າ: “ຄົນທີ່ກຳລັງເຕົ້າໂຮມຢູ່ ທາງທິດເໜືອ ນັ້ນແມ່ນພວກໃດກັນ? ພວກຮຸກຮານຮາວີ ຈະຂີ່ເຮືອມາຈາກໄຊປຣັດພຸ້ນ. ພວກເຂົາຈະຕີຊະນະ ຊາວອັດຊີເຣຍແລະເອເບ, ແຕ່ໃນທີ່ສຸດພວກເຂົາ ກໍຈະດັບສູນໄປຕະຫລອດ.” 25 ແລ້ວບາລາອາມກໍກັບສູ່ບ້ານເມືອງຂອງຕົນ ສ່ວນເຈົ້າບາຫລາກກໍໄປຕາມທາງຂອງຕົນ. |
@ 2012 United Bible Societies. All Rights Reserved.