Biblia Todo Logo
Bìoball air-loidhne

- Sanasan -

ຈົດບັນຊີ 23 - ພຣະຄຳພີສັກສິ

1 ເພິ່ນ​ໄດ້​ກ່າວ​ແກ່​ເຈົ້າ​ບາຫລາກ​ວ່າ, “ຈົ່ງ​ສ້າງ​ແທ່ນບູຊາ​ຂຶ້ນ​ເຈັດ​ແທ່ນ​ໃຫ້​ຂ້າພະເຈົ້າ ແລ້ວ​ໃຫ້​ນຳ​ເອົາ​ງົວ​ແລະ​ແກະເຖິກ​ແນວ​ລະ​ເຈັດ​ໂຕ​ມາ​ໃຫ້​ຂ້າພະເຈົ້າ.”

2 ເຈົ້າ​ບາຫລາກ​ກໍ​ເຮັດ​ຕາມ​ທີ່​ບາລາອາມ​ໄດ້​ບອກ ແລະ​ທັງສອງ​ໄດ້​ຖວາຍ​ງົວເຖິກ​ກັບ​ແກະເຖິກ​ແນວ​ລະ​ໂຕ​ເທິງ​ແທ່ນບູຊາ​ແຕ່ລະອັນ.

3 ແລ້ວ​ບາລາອາມ​ກໍໄດ້​ກ່າວ​ຕໍ່​ເຈົ້າ​ບາຫລາກ​ວ່າ, “ຈົ່ງ​ຢືນ​ຢູ່​ໃກ້​ກັບ​ແທ່ນບູຊາ​ຂອງທ່ານ​ນີ້ ສ່ວນ​ຂ້າພະເຈົ້າ​ນັ້ນ​ຈະ​ໄປ​ເບິ່ງ​ວ່າ ພຣະເຈົ້າຢາເວ​ຈະ​ໃຫ້​ຂ້າພະເຈົ້າ​ພົບ​ພຣະອົງ​ຫລື​ບໍ່? ແລ້ວ​ຂ້າພະເຈົ້າ​ກໍ​ຈະ​ກັບ​ມາ​ບອກ​ທ່ານ​ວ່າ ພຣະອົງ​ໄດ້​ກ່າວ​ຫຍັງ​ແດ່.” ສະນັ້ນ ບາລາອາມ​ຈຶ່ງ​ໄປ​ທີ່​ຈອມ​ພູ​ແຕ່​ຜູ້​ດຽວ

4 ແລະ​ພຣະເຈົ້າ​ກໍ​ມາ​ພົບ​ບາລາອາມ, ແລ້ວ​ບາລາອາມ​ກໍໄດ້​ກ່າວ​ຕໍ່​ພຣະອົງ​ວ່າ, “ຂ້ານ້ອຍ​ໄດ້​ສ້າງ​ແທ່ນບູຊາ​ເຈັດ​ແທ່ນ ແລະ​ຂ້າ​ງົວເຖິກ​ກັບ​ແກະເຖິກ​ຖວາຍ​ໄວ້​ເທິງ​ແຕ່ລະ​ແທ່ນ​ຢູ່​ທີ່ນັ້ນ.”

5 ພຣະເຈົ້າຢາເວ​ໄດ້​ບອກ​ບາລາອາມ​ສິ່ງ​ທີ່​ລາວ​ຕ້ອງ​ກ່າວ; ແລ້ວ​ພຣະອົງ​ກໍ​ສົ່ງ​ລາວ​ກັບຄືນ​ມາ​ຫາ​ເຈົ້າ​ບາຫລາກ ເພື່ອ​ແຈ້ງ​ຖ້ອຍຄຳ​ຂອງ​ພຣະອົງ​ສູ່​ເພິ່ນ​ຟັງ.

6 ສະນັ້ນ ລາວ​ຈຶ່ງ​ກັບຄືນມາ​ແລະ​ພົບ​ເຈົ້າ​ບາຫລາກ​ກຳລັງ​ຢືນ​ຢູ່​ໃກ້​ແທ່ນ​ຖວາຍ​ເຄື່ອງຫອມ​ຂອງຕົນ ພ້ອມ​ກັບ​ບັນດາ​ຫົວໜ້າ​ຂອງ​ຊາວ​ໂມອາບ​ໝົດ​ທຸກຄົນ​ດ້ວຍ.

7 ບາລາອາມ​ໄດ້​ກ່າວ​ຄຳທຳນວາຍ​ດັ່ງນີ້: “ກະສັດ​ບາຫລາກ​ແຫ່ງ​ໂມອາບ ໄດ້​ນຳ​ຂ້າພະເຈົ້າ​ມາ; ຈາກ​ປະເທດ​ຊີເຣຍ ຄື​ຈາກ​ພູດອຍ​ທາງ​ທິດ​ຕາເວັນອອກ. ເພິ່ນ​ກ່າວ​ວ່າ, ຮີບ​ມາ​ເວົ້າ ສຳລັບ​ເຮົາ​ໃຫ້​ແດ່ ມາ​ສາບແຊ່ງ​ປະຊາຊົນ​ຊາດເຊື້ອ ອິດສະຣາເອນ​ໃຫ້​ແດ່ດູ

8 ເຮົາ​ຈະ​ສາບແຊ່ງ​ຄົນ​ທີ່​ພຣະເຈົ້າ ບໍ່​ສາບແຊ່ງ​ໄດ້​ຢ່າງ​ໃດ? ຫລື​ປະນາມ​ຄົນ​ທີ່​ພຣະເຈົ້າຢາເວ ບໍ່ໄດ້​ປະນາມ​ກໍ​ບໍ່​ຫ່ອນ​ໄດ້.

9 ຈາກ​ເທິງ​ໂງ່ນ​ພູ​ສູງ​ນັ້ນ ຂ້າພະເຈົ້າ​ສາມາດ​ຫລຽວ​ເຫັນ​ພວກເຂົາ ທັງ​ສາມາດ​ເຝົ້າ​ເບິ່ງ​ພວກເຂົາ ຈາກ​ເທິງ​ເນີນພູ​ສູງ​ໄດ້. ພວກເຂົາ​ແມ່ນ​ຊົນຊາດ​ເຊື້ອ ທີ່​ຢູ່​ໂດດດ່ຽວ​ຕາມ​ລຳພັງ ທັງ​ຮູ້​ວ່າ​ຈະ​ໄດ້​ຮັບ​ພຣະພອນ ຫລາຍກວ່າ​ຊົນຊາດ​ອື່ນໆ.

10 ເຊື້ອສາຍ​ອິດສະຣາເອນ​ນັ້ນ​ຫລວງຫລາຍ ປຽບ​ປຸນ​ດັ່ງ​ຂີ້ຝຸ່ນ​ດິນ; ພວກເຂົາ​ທະວີຄູນ​ຂຶ້ນ​ຫລາຍ ເກີນ​ກວ່າ​ຈະ​ນັບ​ໄດ້. ຂໍ​ໃຫ້​ຂ້າພະເຈົ້າ​ສິ້ນ​ຊີບ ດັ່ງ​ປະຊາຊົນ​ຂອງ​ພຣະເຈົ້າ​ຄົນໜຶ່ງ; ຂໍ​ໃຫ້​ຂ້າພະເຈົ້າ​ຕາຍ​ຢ່າງ​ສຸກລົ້ນ ເໝືອນ​ດັ່ງ​ຄົນ​ຜູ້ໜຶ່ງ​ທີ່​ຊອບທຳ.”

11 ແລ້ວ​ເຈົ້າ​ບາຫລາກ​ກໍ​ເວົ້າ​ຕໍ່​ບາລາອາມ​ວ່າ, “ເປັນຫຍັງ​ເຈົ້າ​ຈຶ່ງ​ກະທຳ​ຕໍ່​ເຮົາ​ແບບນີ້? ເຮົາ​ໄດ້​ເຊີນ​ເຈົ້າ​ມາ​ທີ່ນີ້​ເພື່ອ​ໃຫ້​ເຈົ້າ​ສາບແຊ່ງ​ສັດຕູ​ຂອງ​ເຮົາ, ແຕ່​ເຈົ້າ​ກັບ​ມາ​ອວຍພອນ​ພວກເຂົາ​ແທນ.”

12 ລາວ​ຕອບ​ເພິ່ນ​ວ່າ, “ຂ້າພະເຈົ້າ​ກ່າວ​ໄດ້​ແຕ່​ສິ່ງ​ທີ່​ພຣະເຈົ້າຢາເວ ບອກ​ໃຫ້​ຂ້າພະເຈົ້າ​ກ່າວ​ເທົ່ານັ້ນ.”


ບາລາອາມ​ກ່າວ​ຄຳ​ທຳນວາຍ​ຄັ້ງ​ທີ​ສອງ

13 ແລ້ວ​ເຈົ້າ​ບາຫລາກ​ກໍໄດ້​ກ່າວ​ແກ່​ບາລາອາມ​ວ່າ, “ຈົ່ງ​ໄປ​ກັບ​ເຮົາ​ຢູ່​ໃນ​ບ່ອນ​ອື່ນ​ອີກ ຊຶ່ງ​ເຈົ້າ​ເຫັນ​ພວກ​ອິດສະຣາເອນ​ໄດ້​ພຽງ​ຈຳນວນ​ໜ້ອຍ​ຄົນ​ເທົ່ານັ້ນ. ໃນ​ທີ່​ນັ້ນ ຈົ່ງ​ສາບແຊ່ງ​ພວກເຂົາ​ໃຫ້​ເຮົາ.”

14 ເພິ່ນ​ໄດ້​ພາ​ລາວ​ໄປ​ທີ່​ນາ​ຂອງ​ໂຊພິມ​ເທິງ​ພູ​ປີສະກາ. ຢູ່​ທີ່​ນັ້ນ ເພິ່ນ​ໄດ້​ສ້າງ​ແທ່ນບູຊາ​ເຈັດ​ແທ່ນ​ເຊັ່ນກັນ ແລະ​ຖວາຍ​ງົວເຖິກ​ແລະ​ແກະເຖິກ​ໄວ້​ໃນ​ແຕ່ລະ​ແທ່ນ.

15 ບາລາອາມ​ໄດ້​ກ່າວ​ຕໍ່​ເຈົ້າ​ບາຫລາກ​ວ່າ, “ຈົ່ງ​ຢືນ​ຢູ່​ໃກ້​ກັບ​ແທ່ນບູຊາ​ຂອງທ່ານ​ນີ້ ສ່ວນ​ຂ້າພະເຈົ້າ​ນັ້ນ​ຈະ​ໄປ​ພົບ​ພຣະອົງ​ຢູ່​ທີ່​ອື່ນ.”

16 ພຣະເຈົ້າຢາເວ​ໄດ້​ມາ​ພົບ​ບາລາອາມ​ທັງ​ບອກ​ສິ່ງ​ທີ່​ລາວ​ຈະ​ຕ້ອງ​ກ່າວ ແລະ​ສົ່ງ​ລາວ​ກັບຄືນ​ມາ​ຫາ​ເຈົ້າ​ບາຫລາກ ເພື່ອ​ແຈ້ງ​ຖ້ອຍຄຳ​ຂອງ​ພຣະອົງ​ສູ່​ເພິ່ນ​ຟັງ.

17 ສະນັ້ນ ລາວ​ຈຶ່ງ​ກັບຄືນ​ມາ ແລະ​ພົບ​ເຈົ້າ​ບາຫລາກ​ຢືນ​ຢູ່​ໃກ້​ແທ່ນ​ຖວາຍ​ເຄື່ອງຫອມ ພ້ອມ​ກັບ​ພວກ​ຫົວໜ້າ​ຂອງ​ຊາວ​ໂມອາບ. ເຈົ້າ​ບາຫລາກ​ຈຶ່ງ​ຖາມ​ສິ່ງ​ທີ່​ພຣະເຈົ້າຢາເວ​ກ່າວ

18 ແລະ​ບາລາອາມ​ກໍ​ກ່າວ​ຄຳທຳນວາຍ​ດັ່ງນີ້: “ກະສັດ​ບາຫລາກ ລູກຊາຍ​ຊິບໂປ​ເອີຍ ທ່ານ​ຢ່າ​ເມີນເສີຍ ຈົ່ງ​ຟັງ​ຖ້ອຍຄຳ​ທີ່​ຂ້າພະເຈົ້າ​ຕ້ອງ​ກ່າວ.

19 ພຣະເຈົ້າ​ນັ້ນ​ບໍ່​ຄື​ມະນຸດ ຜູ້​ເວົ້າ​ຕົວະ​ເປັນ​ເດີ ພຣະອົງ​ບໍ່​ປ່ຽນ​ຄວາມ​ຄິດ​ເຫັນ ດັ່ງ​ມະນຸດ​ເຮົາ​ຈັກເທື່ອ. ເມື່ອ​ພຣະອົງ​ສັນຍາ​ເຮັດ​ສິ່ງໃດ​ແລ້ວ ພຣະອົງ​ກໍ​ເຮັດ​ສິ່ງ​ນັ້ນ​ທັນທີ ເມື່ອ​ພຣະອົງ​ກ່າວ​ຈາ ພຣະອົງ​ກໍ​ລົງ​ມື​ກະທຳ​ໂລດ.

20 ພຣະອົງ​ແນະນຳ​ຂ້າພະເຈົ້າ ໃຫ້​ກ່າວ​ຄຳອວຍພອນ ແລະ​ເມື່ອ​ພຣະເຈົ້າ​ອວຍພອນ ຂ້າພະເຈົ້າ​ບໍ່​ຫ່ອນ​ຈະ​ຢັບຢັ້ງ​ໄດ້.

21 ຂ້າພະເຈົ້າ​ຫຼິງ​ເຫັນ​ວ່າ ອະນາຄົດ​ຂອງ​ຊາດ​ອິດສະຣາເອນ ຈະ​ບໍ່​ນຳ​ໂຊກຮ້າຍ​ໃດໆ ຫລື​ຄວາມ​ລຳບາກ​ມາ​ສູ່​ພວກເຂົາ​ຈັກດີ້. ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຂົາ ກໍ​ສະຖິດ​ຢູ່​ນຳ​ພວກເຂົາ ພວກເຂົາ​ປະກາດ​ວ່າ​ພຣະອົງ ເປັນ​ກະສັດ​ຂອງ​ພວກ​ເຂົາເຈົ້າ.

22 ພຣະເຈົ້າ​ໄດ້​ນຳ​ພວກເຂົາ​ອອກ ມາ​ຈາກ​ປະເທດ​ເອຢິບ ພຣະອົງ​ສູ້ຮົບ​ຕາງ​ພວກເຂົາ​ລຽນຕິດ ດັ່ງ​ກຳລັງ​ຂອງ​ຄວາຍປ່າ.

23 ບໍ່ມີ​ເວດມົນ​ຄາຖາ​ໃດ​ດອກ ແລະ​ບໍ່ມີ​ວິຊາ​ອາຄົມ​ໃດ​ເລີຍ ຊຶ່ງ​ຈະ​ນຳ​ມາ​ໃຊ້​ຕໍ່ສູ້​ກັບ ຊົນຊາດ​ອິດສະຣາເອນ​ໄດ້. ບັດນີ້ ປະຊາຊົນ​ທັງຫລາຍ​ຈະ​ເວົ້າ ເຖິງ​ຊາດ​ອິດສະຣາເອນ ວ່າ ເບິ່ງແມ! ສິ່ງ​ທີ່​ພຣະເຈົ້າ​ກຳລັງ ໄດ້​ເຮັດ​ສຳລັບ​ພວກເຂົາ

24 ປະຊາຊົນ​ພວກ​ນີ້ ຈະ​ລຸກ​ຂຶ້ນ​ເໝືອນ​ດັ່ງ​ໂຕສິງ ມັນ​ຈະ​ກັດ​ກິນ​ເນື້ອໜັງ ສິ່ງ​ທີ່​ຕົກ​ເປັນ​ເຫຍື່ອ​ຂອງ​ມັນ​ນັ້ນ. ມັນ​ຈະ​ດູດ​ກິນ​ເລືອດ ຂອງ​ຜູ້​ທີ່​ຖືກ​ເຄາະຮ້າຍ​ທັງຫລາຍ ແລ້ວ​ກໍ​ພາກັນ​ຍ່າງຍ້າຍ​ໄປ ຫລົບ​ເຂົ້າ​ສູ່​ໝົ້ງ​ນອນ​ພຸ້ນ.”

25 ແລ້ວ​ເຈົ້າ​ບາຫລາກ​ກໍ​ເວົ້າ​ຕໍ່​ບາລາອາມ​ວ່າ, “ເຖິງ​ແມ່ນ​ເຈົ້າ​ບໍ່​ຍອມ​ສາບແຊ່ງ ປະຊາຊົນ​ອິດສະຣາເອນ​ກໍຕາມ ແຕ່​ເຈົ້າ​ຢ່າ​ອວຍພອນ​ພວກເຂົາ​ແມ.”

26 ແລ້ວ​ບາລາອາມ​ກໍ​ຕອບ​ເຈົ້າ​ບາຫລາກ​ວ່າ, “ຂ້າພະເຈົ້າ​ໄດ້​ບອກ​ທ່ານ​ແລ້ວ​ບໍ່ແມ່ນ​ບໍ​ວ່າ ຂ້າພະເຈົ້າ​ຕ້ອງ​ກ່າວ​ທຸກໆ​ສິ່ງ​ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ບອກ​ໃຫ້​ຂ້າພະເຈົ້າ​ກ່າວ.”


ບາລາອາມ​ກ່າວ​ຄຳທຳນວາຍ​ຄັ້ງ​ທີ​ສາມ

27 ເຈົ້າ​ບາຫລາກ​ໄດ້​ເວົ້າ​ວ່າ, “ຈົ່ງ​ມາ​ພີ້​ກັບ​ເຮົາ ແລະ​ເຮົາ​ຈະ​ພາ​ເຈົ້າ​ໄປ​ທີ່​ອື່ນ​ອີກ. ບາງທີ​ໃນ​ທີ່​ນັ້ນ ພຣະເຈົ້າ​ຈະ​ຍິນຍອມ​ໃຫ້​ເຈົ້າ​ສາບແຊ່ງ​ພວກເຂົາ​ສຳລັບ​ເຮົາ​ກໍໄດ້.”

28 ສະນັ້ນ ເພິ່ນ​ຈຶ່ງ​ພາ​ບາລາອາມ​ໄປ​ເທິງ​ພູ​ເປອໍ ບ່ອນ​ທີ່​ສາມາດ​ແນມ​ເຫັນ​ຖິ່ນ​ແຫ້ງແລ້ງ​ກັນດານ.

29 ບາລາອາມ​ໄດ້​ເວົ້າ​ກັບ​ເຈົ້າ​ບາຫລາກ​ວ່າ, “ຈົ່ງ​ເຮັດ​ແທ່ນບູຊາ​ຂຶ້ນ​ໃນ​ທີ່​ນີ້​ເຈັດ​ແທ່ນ​ໃຫ້​ຂ້າພະເຈົ້າ ແລະ​ນຳ​ງົວເຖິກ​ແລະ​ແກະເຖິກ​ເຈັດ​ໂຕ​ມາ.”

30 ເຈົ້າ​ບາຫລາກ​ກໍ​ເຮັດ​ຕາມ​ທີ່​ບາລາອາມ​ໄດ້​ບອກ ແລະ​ເພິ່ນ​ໄດ້​ຖວາຍ​ງົວເຖິກ ແລະ​ແກະເຖິກ ແນວລະ​ໂຕ​ໄວ້​ໃນ​ແຕ່ລະ​ແທ່ນ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan