ຈົດບັນຊີ 22 - ພຣະຄຳພີສັກສິກະສັດແຫ່ງໂມອາບສອງຄົນໄປຫາບາລາອາມ 1 ຊາວອິດສະຣາເອນໄດ້ເຄື່ອນຍ້າຍໄປຕັ້ງຄ້າຍພັກຕາມທົ່ງຮາບພຽງຂອງໂມອາບ ທີ່ຢູ່ທາງທິດຕາເວັນອອກຂອງແມ່ນໍ້າຈໍແດນ ແລະກົງກັນຂ້າມກັບເມືອງເຢຣິໂກ. 2 ພໍເຈົ້າບາຫລາກລູກຊາຍຂອງຊິບໂປກະສັດແຫ່ງໂມອາບໄດ້ຍິນເຖິງເລື່ອງທີ່ຊາວອິດສະຣາເອນໄດ້ເຮັດກັບຊາວອາໂມ ແລະຮູ້ວ່າຊາວອິດສະຣາເອນຢູ່ທີ່ນັ້ນຫລາຍພຽງໃດ; 3 ເພິ່ນແລະປະຊາຊົນທັງໝົດຈຶ່ງເກີດຢ້ານຫຼາຍ. 4 ຊາວໂມອາບໄດ້ເວົ້າຕໍ່ພວກຜູ້ນຳຊາວມີດີອານວ່າ, “ໃນບໍ່ຊ້າປະຊາຊົນອັນໃຫຍ່ນີ້ຈະທຳລາຍທຸກໆສິ່ງທີ່ຢູ່ອ້ອມຮອບພວກເຮົາ ເໝືອນດັ່ງງົວກິນຫຍ້າຢູ່ຕາມທົ່ງ.” ຍ້ອນວ່າໃນເວລານັ້ນ ເຈົ້າບາຫລາກລູກຊາຍຂອງຊິບໂປກໍເປັນກະສັດຂອງຊາວໂມອາບ. 5 ເພິ່ນຈຶ່ງໄດ້ສົ່ງຄະນະທູດໄປເຊີນເອົາບາລາອາມລູກຊາຍຂອງເບອໍ ຜູ້ທີ່ອາໄສຢູ່ໃນເປໂທ ໃກ້ກັບແມ່ນໍ້າເອີຟຣັດທີ່ດິນແດນອາມາວ. ພວກເຂົາໄດ້ນຳຂ່າວຈາກເຈົ້າບາຫລາກໄປບອກດັ່ງນີ້: “ເຮົາຢາກໃຫ້ທ່ານຮູ້ວ່າມີຊົນຊາດໜຶ່ງໄດ້ມາຈາກປະເທດເອຢິບ, ປະຊາຊົນຂອງຊາດນີ້ກຳລັງແຜ່ຜາຍໄປທົ່ວທຸກແຫ່ງ ແລະກຳລັງມີອຳນາດເໜືອດິນແດນຂອງພວກເຮົາ. 6 ພວກເຂົາມີຈຳນວນຫລາຍກວ່າພວກເຮົາ, ສະນັ້ນ ຂໍໃຫ້ທ່ານມາສາບແຊ່ງພວກເຂົາໃຫ້ພວກເຮົາດ້ວຍ. ບາງທີພວກເຮົາອາດຈະຊະນະ ແລະຂັບໄລ່ພວກເຂົາໃຫ້ອອກຈາກດິນແດນຂອງພວກເຮົາກໍໄດ້. ເຮົາຮູ້ວ່າເມື່ອໃດທີ່ທ່ານກ່າວຄຳອວຍພອນ ປະຊາຊົນຈະໄດ້ຮັບຄຳອວຍພອນ ແລະເມື່ອໃດທີ່ທ່ານກ່າວຄຳສາບແຊ່ງ ພວກເຂົາຈະໄດ້ຮັບຄຳສາບແຊ່ງ.” 7 ດັ່ງນັ້ນ ບັນດາຜູ້ນຳຂອງຊາວໂມອາບແລະຂອງຊາວມີດີອານ ຈຶ່ງອອກເດີນທາງໄປຫາບາລາອາມ ພ້ອມທັງນຳເງິນຄ່າພິທີສາບແຊ່ງໄປນຳດ້ວຍ ແລະບອກຄຳເວົ້າຂອງເຈົ້າບາຫລາກໃຫ້ແກ່ເພິ່ນ. 8 ບາລາອາມຈຶ່ງເວົ້າກັບພວກເຂົາວ່າ, “ຈົ່ງພາກັນນອນຄ້າງຄືນຢູ່ທີ່ນີ້ສາກ່ອນ ແລະໃນມື້ອື່ນເຊົ້າ ຂ້ອຍຈະລາຍງານໃຫ້ພວກເຈົ້າຮູ້ສິ່ງທີ່ພຣະເຈົ້າຢາເວໄດ້ບອກຂ້ອຍ.” ດັ່ງນັ້ນ ພວກຜູ້ນຳຂອງຊາວໂມອາບຈຶ່ງພັກຢູ່ທີ່ນັ້ນກັບບາລາອາມ. 9 ພຣະເຈົ້າໄດ້ມາຫາບາລາອາມ ແລະຖາມລາວວ່າ, “ຄົນເຫຼົ່ານີ້ທີ່ມາພັກນຳເຈົ້ານັ້ນແມ່ນໃຜ?” 10 ບາລາອາມຈຶ່ງຕອບພຣະເຈົ້າວ່າ, “ເຈົ້າບາຫລາກລູກຊາຍຂອງຊິບໂປກະສັດແຫ່ງໂມອາບໄດ້ສົ່ງຄົນພວກນີ້ມາ ແລະບອກຂ້ານ້ອຍວ່າ, 11 ມີປະຊາຊົນຊາດໜຶ່ງທີ່ອອກມາຈາກປະເທດເອຢິບ ໄດ້ແຜ່ຂະຫຍາຍອອກໄປທົ່ວທຸກຫົນແຫ່ງໃນປະເທດ. ເພິ່ນຢາກໃຫ້ຂ້ານ້ອຍໄປສາບແຊ່ງພວກເຂົາ ເພື່ອວ່າເພິ່ນຈະໄດ້ຮົບຊະນະພວກເຂົາ.” 12 ພຣະເຈົ້າໄດ້ບອກບາລາອາມວ່າ, “ຢ່າໄປກັບຄົນເຫຼົ່ານີ້ ແລະຢ່າສາບແຊ່ງປະຊາຊົນອິດສະຣາເອນ ເພາະແມ່ນເຮົາເອງທີ່ອວຍພອນພວກເຂົາ.” 13 ເມື່ອເຊົ້າມື້ໃໝ່ມາ ບາລາອາມຈຶ່ງໄປຫາຄະນະທູດຂອງເຈົ້າບາຫລາກ ແລະເວົ້າວ່າ, “ຈົ່ງກັບຄືນເມືອສາ ເພາະພຣະເຈົ້າຢາເວບໍ່ໃຫ້ຂ້ອຍໄປກັບພວກເຈົ້າ.” 14 ສະນັ້ນ ພວກເຂົາຈຶ່ງກັບຄືນໄປຫາເຈົ້າບາຫລາກ ແລະບອກເພິ່ນວ່າບາລາອາມບໍ່ຍອມມາກັບພວກຕົນ. 15 ແລ້ວເຈົ້າບາຫລາກກໍໄດ້ສົ່ງບັນດາຜູ້ນຳຄົນສຳຄັນກວ່າພວກທຳອິດໄປອີກ. 16 ພວກເຂົາໄດ້ມາຫາບາລາອາມພ້ອມທັງນຳຄຳເວົ້າຈາກເຈົ້າບາຫລາກລູກຊາຍຂອງຊິບໂປມາດັ່ງນີ້: “ຂໍຢ່າໃຫ້ສິ່ງໃດສິ່ງໜຶ່ງກີດຂວາງທ່ານໄວ້ເລີຍ 17 ເຮົາຈະໃຫ້ບຳເໜັດແກ່ທ່ານຢ່າງຫລວງຫລາຍ ແລະຈະເຮັດສິ່ງໃດໆກໍໄດ້ຕາມທີ່ທ່ານກ່າວ. ກະລຸນາມາສາບແຊ່ງພວກເຫຼົ່ານີ້ໃຫ້ເຮົາແດ່ທ້ອນ.” 18 ແຕ່ບາລາອາມໄດ້ຕອບວ່າ, “ເຖິງແມ່ນວ່າເຈົ້າບາຫລາກຈະມອບເງິນຄຳທັງໝົດ ຢູ່ໃນພະຣາຊວັງຂອງເພິ່ນໃຫ້ຂ້າພະເຈົ້າ ຂ້າພະເຈົ້າກໍຝ່າຝືນຄຳສັ່ງຂອງພຣະເຈົ້າຢາເວ ພຣະເຈົ້າຂອງຂ້າພະເຈົ້າບໍ່ໄດ້ ແມ່ນແຕ່ເລື່ອງເລັກນ້ອຍກໍຕາມ. 19 ແຕ່ຂໍໃຫ້ພວກທ່ານຄ້າງຄືນຢູ່ບ່ອນນີ້ດັ່ງພວກອື່ນໆທີ່ເຄີຍມາແລ້ວ ເພາະບາງທີພຣະເຈົ້າຢາເວອາດຈະມີສິ່ງໃດສິ່ງໜຶ່ງອີກບອກຂ້າພະເຈົ້າໃຫ້ຮູ້ຕື່ມກໍໄດ້.” 20 ແລ້ວໃນຄືນນັ້ນ ພຣະເຈົ້າໄດ້ມາຫາບາລາອາມ ແລະບອກເພິ່ນວ່າ, “ຖ້າພວກເຫຼົ່ານີ້ຫາກຍັງຂໍຮ້ອງເຈົ້າໃຫ້ໄປກັບພວກເຂົາ ຈົ່ງຕຽມຕົວໄປສາ, ແຕ່ໃຫ້ເຈົ້າເຮັດຕາມສິ່ງທີ່ເຮົາບອກເຈົ້າເທົ່ານັ້ນ.” 21 ດັ່ງນັ້ນ ເຊົ້າວັນຕໍ່ມາ ບາລາອາມຈຶ່ງຈັດແຈງເອົາອານໃສ່ຫລັງລໍ ແລະອອກເດີນທາງໄປກັບພວກຜູ້ນຳຊາວໂມອາບ. ບາລາອາມແລະລໍຂອງຕົນ 22 ພຣະເຈົ້າໂກດຮ້າຍທີ່ບາລາອາມໄປກັບພວກເຂົາ; ໃນຂະນະທີ່ບາລາອາມກຳລັງຂີ່ລໍໄປ ໂດຍມີຄົນຮັບໃຊ້ສອງຄົນຕິດຕາມໄປນຳນັ້ນ ເທວະດາຂອງພຣະເຈົ້າຢາເວກໍມາຢືນຂວາງທາງໄວ້. 23 ເມື່ອໂຕລໍໄດ້ເຫັນເທວະດາຂອງພຣະເຈົ້າຢາເວຢືນຖືດາບຢູ່ທີ່ນັ້ນ ກໍແລ່ນອອກຈາກທາງໄປສູ່ທົ່ງນາ. ບາລາອາມຈຶ່ງຕີລໍແລະຂະໜາບມັນໃຫ້ກັບຄືນມາສູ່ຫົນທາງໃຫຍ່. 24 ແລ້ວເທວະດາຂອງພຣະເຈົ້າຢາເວກໍມາຢືນຂວາງທາງລະຫວ່າງສວນອະງຸ່ນ ຊຶ່ງມີກຳແພງຫີນຢູ່ສອງຟາກຂ້າງ. 25 ເມື່ອໂຕລໍໄດ້ເຫັນເທວະດາຂອງພຣະເຈົ້າຢາເວກໍເຊເຂົ້າໄປຕຳກຳແພງ ແລະໜິບຕີນຂອງບາລາອາມເຂົ້າໃສ່ກັບຝາຫີນ, ບາລາອາມຈຶ່ງຕີລໍອີກ. 26 ອີກເທື່ອໜຶ່ງເທວະດາຂອງພຣະເຈົ້າຢາເວໄດ້ໄປລ່ວງໜ້າກ່ອນ ແລະຮອດບ່ອນແຄບໆຊຶ່ງບໍ່ມີປ່ອງທີ່ຈະຜ່ານໄປສູ່ທາງອື່ນໄດ້. 27 ໃນເທື່ອນີ້ ເມື່ອລໍຫລຽວເຫັນເທວະດາຂອງພຣະເຈົ້າຢາເວມັນກໍໝູບລົງ. ບາລາອາມເກີດໃຈຮ້າຍຂຶ້ນຈຶ່ງໃຊ້ໄມ້ແສ້ຕີຫລັງລໍອີກ. 28 ພຣະເຈົ້າຢາເວໄດ້ບັນດານໃຫ້ລໍປາກເປັນ ແລະເວົ້າຕໍ່ບາລາອາມວ່າ, “ຂ້ອຍເຮັດຫຍັງໃຫ້ເຈົ້າແດ່? ເປັນຫຍັງເຈົ້າຈຶ່ງຕີຂ້ອຍເຖິງສາມເທື່ອເຊັ່ນນີ້?” 29 ບາລາອາມຕອບວ່າ, “ກໍຍ້ອນເຈົ້າແກ້ງເຮັດໃຫ້ຂ້ອຍ ຖ້າຫາກຂ້ອຍມີດາບ ຂ້ອຍຈະຂ້າເຈົ້າໂລດ.” 30 ໂຕລໍຈຶ່ງຖາມອີກວ່າ, “ຂ້ອຍບໍ່ແມ່ນລໍໂຕທີ່ເຈົ້າເຄີຍຂີ່ໄປມາຊົ່ວຊີວິດນັ້ນບໍ? ຂ້ອຍເຄີຍໄດ້ເຮັດກັບເຈົ້າແບບນີ້ມາກ່ອນຫລືບໍ່?” ບາລາອາມຕອບວ່າ, “ບໍ່.” 31 ແລ້ວພຣະເຈົ້າຢາເວກໍບັນດານໃຫ້ບາລາອາມເຫັນເທວະດາຖືດາບຢືນຢູ່ທີ່ນັ້ນ; ບາລາອາມຈຶ່ງໝູບໜ້າລົງດິນ. 32 ເທວະດາຂອງພຣະເຈົ້າຢາເວໄດ້ຖາມລາວວ່າ, “ເປັນຫຍັງເຈົ້າຈຶ່ງຕີລໍຂອງເຈົ້າເຖິງສາມເທື່ອເຊັ່ນນີ້? ເຮົາມາທີ່ນີ້ເພື່ອຂັດຂວາງເຈົ້າໄວ້ ເພາະເຮົາເຫັນວ່າເຈົ້າບໍ່ຄວນຈະໄປ. 33 ແຕ່ລໍຂອງເຈົ້າໄດ້ເຫັນເຮົາຈຶ່ງຫັນໜີເຖິງສາມເທື່ອ. ຖ້າມັນຫາກບໍ່ເຮັດດັ່ງນັ້ນ ປານນີ້ເຮົາຄົງຂ້າເຈົ້າຖິ້ມແລະໄວ້ຊີວິດລໍສາແລ້ວ.” 34 ບາລາອາມໄດ້ກ່າວຕໍ່ເທວະດາຂອງພຣະເຈົ້າຢາເວວ່າ, “ຂ້ານ້ອຍເຮັດຜິດສາແລ້ວ ເພາະຂ້ານ້ອຍບໍ່ຮູ້ວ່າທ່ານຢືນຂວາງທາງໄວ້, ແຕ່ບັດນີ້ຖ້າຫາກທ່ານເຫັນວ່າ ການໄປຂອງຂ້ານ້ອຍນັ້ນບໍ່ເປັນການສົມຄວນ ຂ້ານ້ອຍກໍຈະກັບຄືນເມືອ.” 35 ແຕ່ເທວະດາຂອງພຣະເຈົ້າຢາເວໄດ້ບອກບາລາອາມວ່າ, “ຈົ່ງເດີນທາງຕໍ່ໄປກັບຄົນເຫຼົ່ານີ້ ແຕ່ໃຫ້ເຈົ້າກ່າວສິ່ງທີ່ເຮົາບອກເຈົ້າກ່າວເທົ່ານັ້ນ.” ສະນັ້ນ ບາລາອາມຈຶ່ງເດີນທາງຕໍ່ໄປກັບຄະນະທູດ. ເຈົ້າບາຫລາກຕ້ອນຮັບບາລາອາມ 36 ເມື່ອເຈົ້າບາຫລາກໄດ້ຍິນວ່າບາລາອາມກຳລັງເດີນທາງມາ ເພິ່ນກໍຮີບເດີນທາງອອກໄປພົບລາວທີ່ເມືອງອາຣະ ຊຶ່ງຕັ້ງຢູ່ແຄມແມ່ນໍ້າອາກໂນນໃກ້ຊາຍແດນຂອງໂມອາບ. 37 ເຈົ້າບາຫລາກໄດ້ຖາມລາວວ່າ, “ເປັນຫຍັງເຈົ້າຈຶ່ງບໍ່ມາ ເມື່ອເຮົາໃຊ້ຄົນໄປເຊີນເຈົ້າເທື່ອທຳອິດ? ເຈົ້າຄິດວ່າ, ເຮົາບໍ່ສາມາດໃຫ້ຂອງບັນນາການແກ່ເຈົ້າພຽງພໍຊັ້ນບໍ?” 38 ບາລາອາມຈຶ່ງຕອບວ່າ, “ຂ້າພະເຈົ້າມານີ້ແລ້ວບໍ່ແມ່ນບໍ? ແຕ່ບັດນີ້ ຂ້າພະເຈົ້າຈະມີອຳນາດເຮັດຫຍັງໄດ້ແດ່? ຂ້າພະເຈົ້າກ່າວໄດ້ພຽງແຕ່ສິ່ງທີ່ພຣະເຈົ້າບອກໃຫ້ກ່າວເທົ່ານັ້ນ.” 39 ດັ່ງນັ້ນ ບາລາອາມກັບເຈົ້າບາຫລາກຈຶ່ງໄປທີ່ເມືອງກິຣີອາດ-ຮູຊົດ 40 ບ່ອນທີ່ເຈົ້າບາຫລາກໄດ້ຂ້າງົວ ແລະແກະຖວາຍບູຊາ. ເພິ່ນໄດ້ເອົາຊີ້ນບາງສ່ວນໃຫ້ບາລາອາມ ແລະພວກຜູ້ນຳທີ່ໄດ້ໄປກັບຕົນ. ບາລາອາມກ່າວຄຳທຳນວາຍຄັ້ງທຳອິດ 41 ເຊົ້າວັນໃໝ່ມາ ເຈົ້າບາຫລາກໄດ້ພາບາລາອາມຂຶ້ນໄປທີ່ເມືອງບາໂມດ-ບາອານ ຈາກບ່ອນນັ້ນບາລາອາມສາມາດຫລຽວເຫັນປະຊາຊົນອິດສະຣາເອນສ່ວນໜຶ່ງໄດ້. |
@ 2012 United Bible Societies. All Rights Reserved.