ຈົດບັນຊີ 21 - ພຣະຄຳພີສັກສິຊາວອິດສະຣາເອນຕີຊະນະຊາວການາອານ 1 ເມື່ອກະສັດອາຣາດທີ່ຢູ່ທາງພາກໃຕ້ຂອງດິນແດນການາອານ ໄດ້ຍິນວ່າຊາວອິດສະຣາເອນກຳລັງເດີນທາງມຸ້ງໜ້າມາທາງເມືອງອາທາຣິມ; ເພິ່ນຈຶ່ງນຳທະຫານອອກໄປໂຈມຕີພວກເຂົາ ແລະຈັບໄດ້ບາງຄົນມາເປັນຊະເລີຍເສິກ. 2 ແລ້ວພວກອິດສະຣາເອນກໍໄດ້ສາບານຕໍ່ພຣະເຈົ້າຢາເວວ່າ, “ຖ້າພຣະອົງຫາກໃຫ້ພວກຂ້ານ້ອຍຕີຊະນະປະຊາຊົນເຫຼົ່ານີ້ໄດ້ ພວກຂ້ານ້ອຍຈະອຸທິດຖວາຍພວກເຂົາຢ່າງບໍ່ມີເງື່ອນໄຂ ພ້ອມທັງເມືອງຕ່າງໆນັ້ນແກ່ພຣະອົງ ແລະຈະທຳລາຍພວກເຂົາໃຫ້ດັບກ້ຽງ.” 3 ພຣະເຈົ້າຢາເວໄດ້ຍິນສຽງຂອງຊາວອິດສະຣາເອນ ຈຶ່ງຊ່ວຍພວກເຂົາຕີຊະນະພວກການາອານ. ດັ່ງນັ້ນ ຊາວອິດສະຣາເອນຈຶ່ງທຳລາຍຊາວເມືອງ ແລະເມືອງຕ່າງໆຂອງພວກເຂົາຖິ້ມໝົດ ແລະໄດ້ໃສ່ຊື່ບ່ອນນັ້ນວ່າໂຮມາ. ໂມເຊຫລໍ່ງູທອງສຳຣິດ 4 ຊາວອິດສະຣາເອນໄດ້ອອກຈາກພູເຂົາໂຮເຣ ມຸ້ງໜ້າຕໍ່ໄປຕາມທາງສູ່ອ່າວອາກາບາ ເພື່ອເດີນທາງອ້ອມໄປທາງເຂດແດນຂອງເອໂດມ. ແຕ່ໃນເວລາເດີນທາງໄປນັ້ນ ປະຊາຊົນພາກັນໝົດຄວາມອົດທົນ 5 ພວກເຂົາໄດ້ຈົ່ມຮ້າຍຕໍ່ພຣະເຈົ້າ ແລະຕໍ່ໂມເຊວ່າ, “ເປັນຫຍັງທ່ານຈຶ່ງນຳພາພວກເຮົາອອກຈາກປະເທດເອຢິບ ມາຕາຍຢູ່ໃນກາງຖິ່ນແຫ້ງແລ້ງກັນດານ ບ່ອນບໍ່ມີອາຫານ ແລະບໍ່ມີນໍ້າເຊັ່ນນີ້? ພວກເຮົາບໍ່ອາດທົນກິນອາຫານຕາຍໆເຊັ່ນນີ້ໄດ້ດອກ.” 6 ແລ້ວພຣະເຈົ້າຢາເວກໍໄດ້ສົ່ງງູພິດ ມາຕອດຊາວອິດສະຣາເອນຕາຍຢ່າງຫລວງຫລາຍ. 7 ປະຊາຊົນຈຶ່ງພາກັນມາຫາໂມເຊແລະກ່າວວ່າ, “ພວກເຮົາເຮັດບາບແລ້ວ ເມື່ອຈົ່ມຮ້າຍໃສ່ພຣະເຈົ້າຢາເວ ແລະຈົ່ມຮ້າຍໃສ່ທ່ານ. ຂໍທ່ານຈົ່ງພາວັນນາອະທິຖານຕໍ່ພຣະເຈົ້າຢາເວ ໃຫ້ໄລ່ງູພິດເຫຼົ່ານີ້ໜີໄປເຖີດ.” ດັ່ງນັ້ນ ໂມເຊຈຶ່ງໄດ້ພາວັນນາອະທິຖານເພື່ອພວກເຂົາ. 8 ແລ້ວພຣະເຈົ້າຢາເວກໍໄດ້ບອກໂມເຊໃຫ້ເຮັດງູເປັນທອງສຳຣິດຕອກຕິດໄວ້ກັບເສົາ ເພື່ອວ່າຜູ້ໃດຜູ້ໜຶ່ງທີ່ຖືກງູຕອດ ເມື່ອແນມເບິ່ງງູທອງສຳຣິດນັ້ນແລ້ວກໍໄດ້ຮັບການປິ່ນປົວໃຫ້ຫາຍດີ. 9 ສະນັ້ນ ໂມເຊຈຶ່ງເຮັດງູທອງສຳຣິດຕອກໄວ້ກັບເສົາ. ຜູ້ໃດຜູ້ໜຶ່ງທີ່ຖືກງູພິດຕອດ ເມື່ອຫລຽວເບິ່ງງູທອງສຳຣິດນັ້ນແລ້ວ ກໍໄດ້ຮັບການປິ່ນປົວໃຫ້ຫາຍດີ. ຈາກພູໂຮເຣເຖິງຮ່ອມພູຊາວໂມອາບ 10 ຊາວອິດສະຣາເອນໄດ້ເຄື່ອນຍ້າຍເດີນທາງຕໍ່ໄປ ແລະພວກເຂົາໄດ້ມາຕັ້ງຄ້າຍທີ່ເມືອງໂອໂບດ. 11 ເມື່ອອອກຈາກເມືອງໂອໂບດແລ້ວ ພວກເຂົາໄດ້ເດີນທາງໄປຕັ້ງຄ້າຍພັກຢູ່ເມືອງຮ້າງທີ່ມີຊື່ວ່າ, ອາບາຣິມ ເມືອງນີ້ຢູ່ໃນຖິ່ນແຫ້ງແລ້ງກັນດານທາງທິດຕາເວັນອອກຂອງເຂດແດນຊາວໂມອາບ. 12 ຕໍ່ມາ ພວກເຂົາໄດ້ໄປຕັ້ງຄ້າຍພັກຢູ່ທີ່ຮ່ອມພູເຊເຣັດ. 13 ຈາກຮ່ອມພູເຊເຣັດ ພວກເຂົາໄດ້ຍົກຍ້າຍໄປຕັ້ງຄ້າຍຢູ່ທາງພາກເໜືອຂອງແມ່ນໍ້າອາກໂນນ ໃນຖິ່ນແຫ້ງແລ້ງກັນດານ ຊຶ່ງຢຽດຍາວອອກໄປສູ່ເຂດແດນຂອງຊາວອາໂມ. (ແມ່ນໍ້າອາກໂນນແມ່ນໃຊ້ເປັນເຂດແດນລະຫວ່າງຊາວໂມອາບແລະຊາວອາໂມ.) 14 ດ້ວຍເຫດນີ້ ປື້ມບັນທຶກແຫ່ງບັ້ນຮົບຕ່າງໆຂອງພຣະເຈົ້າຢາເວ ຈຶ່ງມີຄຳຂຽນໄວ້ວ່າ, “...ເມືອງຂອງວາເຮັບໃນເຂດຂອງຊູຟາແລະຮ່ອມພູທັງຫລາຍ ແມ່ນໍ້າອາກໂນນ 15 ເນີນຂອງຮ່ອມພູທັງຫລາຍ ຊຶ່ງຢຽດຍາວອອກໄປສູ່ເມືອງອາຣະ ແລະຕໍ່ໃສ່ຊາຍແດນຂອງໂມອາບ.” 16 ຈາກທີ່ນັ້ນ ພວກເຂົາໄດ້ເດີນທາງຕໍ່ໄປຮອດບ່ອນໜຶ່ງທີ່ມີຊື່ວ່າ ບໍ່ນໍ້າ ຄືບ່ອນທີ່ພຣະເຈົ້າຢາເວໄດ້ບອກໂມເຊວ່າ, “ຈົ່ງໃຫ້ປະຊາຊົນທັງໝົດມາເຕົ້າໂຮມກັນ ແລະເຮົາຈະໃຫ້ນໍ້າດື່ມແກ່ພວກເຈົ້າ.” 17-18 ໃນທີ່ນີ້ ຊາວອິດສະຣາເອນໄດ້ຮ້ອງເພງວ່າ, “ບໍ່ນໍ້າເອີຍ ຂ້າຂໍເອີ່ຍເຜີຍວາຈີ ເປັນດົນຕຼີບັນເລງເພງຈາກໃຈ; ເຈົ້າຜະລິດນໍ້າລໍ້າຄ່າກວ່າສິ່ງໃດ ນໍ້າສົດໄສໄຫລຫລັ່ງທັ່ງອອກມາ. ໃຕ້ຕະບອງຄອງອຳນາດແຫ່ງຣາຊາ ນຳປະຊາຂຸດຄົ້ນບໍ່ນໍ້າໄສ; ໃຕ້ໄມ້ຄ້ອນເທົ້າເຫຼົ່າຫົວໜ້ານຳພາ ພ້ອມປະຊາຕັ້ງໜ້າເຮັດຕາມ.” ພວກເຂົາໄດ້ຍ້າຍຈາກຖິ່ນແຫ້ງແລ້ງກັນດານໄປເຖິງມັດຕານາ 19 ແລະຈາກມັດຕານາເຖິງນາຮາລີເອນ ແລະຈາກນາຮາລີເອນເຖິງບາໂມດ 20 ແລະຈາກບາໂມດເຖິງຮ່ອມພູທີ່ເຂດແດນຂອງໂມອາບ ໃຕ້ຍອດພູປີສະກາຊຶ່ງແນມອອກໄປເຫັນຖິ່ນແຫ້ງແລ້ງກັນດານ. ໂມເຊຕີຊະນະເຈົ້າສີໂຫນແລະເຈົ້າໂອກ ( ພບຍ 2:26–3:11 ) 21 ແລ້ວປະຊາຊົນອິດສະຣາເອນກໍໄດ້ສົ່ງທູດນຳຂ່າວໄປບອກເຈົ້າສີໂຫນ ກະສັດຂອງຊາວອາໂມວ່າ, 22 “ກະລຸນາໃຫ້ພວກຂ້າພະເຈົ້າຜ່ານດິນແດນຂອງທ່ານໄປແດ່ທ້ອນ. ພວກຂ້າພະເຈົ້າກັບຝູງສັດຈະໄປຕາມຖະໜົນ ແລະຈະບໍ່ເຂົ້າໄປໃນໄຮ່ນາຫລືສວນອະງຸ່ນເລີຍ ແລະຈະບໍ່ດື່ມນໍ້າຈາກບໍ່ໃດໆຂອງທ່ານ ພວກຂ້າພະເຈົ້າຈະໄປຕາມຖະໜົນໃຫຍ່ ຈົນກວ່າຈະພົ້ນເຂດແດນຂອງທ່ານອອກໄປ.” 23 ແຕ່ເຈົ້າສີໂຫນບໍ່ອະນຸຍາດໃຫ້ປະຊາຊົນອິດສະຣາເອນ ຜ່ານເຂດແດນຂອງເພິ່ນໄປ. ເພິ່ນໄດ້ຮວບຮວມເອົາກອງທະຫານ ແລະຍົກທັບອອກໄປທີ່ຢາຮາດໃນຖິ່ນແຫ້ງແລ້ງກັນດານ ແລະບຸກໂຈມຕີຊາວອິດສະຣາເອນ. 24 ແຕ່ຊາວອິດສະຣາເອນໄດ້ທຳລາຍສັດຕູດ້ວຍຄົມດາບໃນສະໜາມຮົບຢ່າງຫລວງຫລາຍ ແລະຢຶດເອົາດິນແດນຂອງພວກເຂົາຈາກພາກເໜືອຂອງແມ່ນໍ້າອາກໂນນຈົນເຖິງຢັບໂບກ ໝາຍຄວາມວ່າຮອດຊາວອຳໂມນ ເພາະເຂດແດນຂອງຊາວອຳໂມນຖືກປ້ອງກັນໄວ້ຢ່າງເຂັ້ມແຂງ. 25 ດັ່ງນັ້ນ ຊາວອິດສະຣາເອນຈຶ່ງໄດ້ຢຶດເອົາໝົດທຸກເມືອງຂອງຊາວອາໂມ ພ້ອມທັງເຮັດຊະໂບນກັບເມືອງທີ່ອ້ອມແອ້ມດ້ວຍ ແລະໄດ້ຕັ້ງຫຼັກແຫຼ່ງຢູ່ທີ່ນັ້ນ. 26 ເຮັດຊະໂບນເປັນເມືອງຫລວງຂອງເຈົ້າສີໂຫນ ກະສັດຂອງຊາວອາໂມ; ເພິ່ນໄດ້ຊະນະກະສັດແຫ່ງໂມອາບຄົນກ່ອນ ແລ້ວກໍຢຶດຄອງເອົາດິນແດນທັງໝົດມາປົກຄອງ ຈົນຮອດແມ່ນໍ້າອາກໂນນ. 27 ເຫດສະນັ້ນ ຈຶ່ງມີນັກກະວີໄດ້ປະພັນເພງໄວ້ວ່າ “ເຊີນມາທີ່ເຮັດຊະໂບນ ເຈົ້າສີໂຫນພະນະຄອນ ມາບຸຣະນະສ້ອມແປງ ສ້າງນະຄອນເພພັງຂຶ້ນໃໝ່. 28 ມີຄັ້ງໜຶ່ງໃນນະຄອນນີ້ ທີ່ມີຊື່ວ່າເຮັດຊະໂບນ; ກອງທັບເຈົ້າສີໂຫນ ໄດ້ຮຸກຮານລາມໄປດັ່ງໄຟໄໝ້ ແລະໄດ້ທຳລາຍເມືອງອາຣະ ໃນດິນແດນໂມອາບຈົນໝົດ; ພ້ອມທັງກືນກິນ ອາກໂນນ ເມືອງໂພນພູດອຍເຜົາຜານກ້ຽງ. 29 ຊາວໂມອາບຖືກປາບສ້ຽງ ສູນເສຍຢ່າງຫລວງຫລາຍ; ເຈົ້າຜູ້ຝຶກຂາບໄຫວ້ ພະເຄໂມດເລີຍສິ້ນວອດວາຍ. ພະຂອງພວກເຈົ້ານັ້ນເຮັດໃຫ້ ຄົນປົບຫລົບໄພໄປຍົ່ວໆ; ຍິງຕ້ອງຖິ້ມຜົວຖິ້ມລູກ ເປັນຊະເລີຍຮັບໃຊ້ເຈົ້າອາໂມ. 30 ແຕ່ບັດນີ້ ລູກຫລານຂອງພວກເຂົານັ້ນ ຊໍ້າຖືກທຳລາຍຖິ້ມໝົດ; ຕາຍຢາຍກັນຕາມທາງ ແຕ່ເຮັດຊະໂບນເຖິງດີໂບນພຸ້ນ. ຕາຍແຕ່ນາຊິມດ້ວຍ ຈົນເຖິງເມືອງໂນຟາແດ່; ຄືບ່ອນທີ່ຢູ່ໃກ້ ກັບເຂດເມເດບາ”. 31 ດັ່ງນັ້ນ ປະຊາຊົນອິດສະຣາເອນຈຶ່ງໄດ້ຕັ້ງຫຼັກແຫຼ່ງ ຢູ່ໃນເຂດຂອງຊາວອາໂມຕະຫລອດມາ 32 ແລະໂມເຊໄດ້ສົ່ງພວກນັກສືບເຂົ້າໄປສອດແນມເບິ່ງຊ່ອງທາງ ທີ່ດີທີ່ສຸດເພື່ອເຂົ້າໂຈມຕີເມືອງຢາເຊ. ຊາວອິດສະຣາເອນຈຶ່ງຢຶດເອົາຕົວເມືອງໄດ້ ພ້ອມທັງເມືອງເລັກເມືອງນ້ອຍທີ່ຢູ່ອ້ອມແອ້ມນັ້ນ ແລະໄດ້ຂັບໄລ່ຊາວອາໂມທີ່ອາໄສຢູ່ໃນເມືອງເຫຼົ່ານີ້ອອກໄປ. 33 ແລ້ວຊາວອິດສະຣາເອນກໍລ້ຽວໄປຕາມທາງທີ່ມຸ່ງໜ້າສູ່ບາຊານ ແລ້ວເຈົ້າໂອກແຫ່ງເມືອງບາຊານກໍໄດ້ຍົກທັບອອກມາ ເພື່ອໂຈມຕີພວກເຂົາທີ່ເອັດເຣອີ. 34 ແຕ່ພຣະເຈົ້າຢາເວໄດ້ບອກໂມເຊວ່າ, “ຢ່າສູ່ຢ້ານເລີຍ ເຮົາຈະໃຫ້ເຈົ້າຕີຊະນະກະສັດຄົນນີ້, ຊະນະປະຊາຊົນທັງໝົດ ແລະຢຶດຄອງເອົາດິນແດນຂອງລາວ. ຈົ່ງເຮັດກັບເຈົ້າໂອກຄືກັນກັບທີ່ເຈົ້າໄດ້ເຮັດຕໍ່ເຈົ້າສີໂຫນ ກະສັດຂອງຊາວອາໂມຜູ້ທີ່ໄດ້ປົກຄອງທີ່ນະຄອນເຮັດຊະໂບນ.” 35 ສະນັ້ນ ຊາວອິດສະຣາເອນຈຶ່ງໄດ້ສັງຫານເຈົ້າໂອກ ພ້ອມທັງພວກລູກຊາຍກັບປະຊາຊົນທັງໝົດຂອງລາວໂດຍບໍ່ມີໃຜລອດຊີວິດເລີຍ ແລ້ວຢຶດເອົາດິນແດນມາປົກຄອງ. |
@ 2012 United Bible Societies. All Rights Reserved.