ຈົດບັນຊີ 2 - ພຣະຄຳພີສັກສິການຈັດວາງເຜົ່າຕ່າງໆໃນຄ້າຍພັກ 1 ພຣະເຈົ້າຢາເວໄດ້ແນະນຳໂມເຊແລະອາໂຣນດັ່ງຕໍ່ໄປນີ້ 2 ຄື: ເມື່ອຊາວອິດສະຣາເອນຕັ້ງຄ້າຍພັກ ໃຫ້ແຕ່ລະຄົນຕັ້ງຄ້າຍຢູ່ພາຍໃຕ້ທຸງໄຊປະຈຳກອງພົນ ແລະທຸງປະຈຳຕະກຸນຂອງຕົນເອງ. ໃຫ້ຕັ້ງຄ້າຍພັກຢູ່ອ້ອມຮອບຫໍເຕັນບ່ອນຊຸມນຸມ ແຕ່ໃຫ້ຫ່າງໄກພໍສົມຄວນ. 3-9 ທາງດ້ານຕາເວັນອອກ ໃຫ້ເຜົ່າທີ່ຢູ່ພາຍໃຕ້ທຸງໄຊປະຈຳກອງພົນຢູດາ ຕັ້ງຄ້າຍພັກເປັນໝວດໝູ່ຕ່າງໆ ຢູ່ພາຍໃຕ້ການນຳພາຂອງຫົວໜ້າຂອງພວກເຂົາດັ່ງຕໍ່ໄປນີ້: ເຜົ່າ ຫົວໜ້າ ຈຳນວນ ຢູດາ ນາໂຊນ ລູກຊາຍຂອງອຳມີນາດາບ 74.600 ຄົນ ອິດຊາຄາ ເນທາເນນ ລູກຊາຍຂອງຊູອາ 54.400 ຄົນ ເຊບູໂລນ ເອລີອາບ ລູກຊາຍຂອງເຮໂລນ 57.400 ຄົນ ລວມ: 186.400 ຄົນ ໃຫ້ກອງພົນຂອງຢູດາຍົກອອກໜ້າກ່ອນ. ເຜົ່າ ຫົວໜ້າ ຈຳນວນ 10-16 ທາງດ້ານໃຕ້ໃຫ້ເຜົ່າທີ່ຢູ່ພາຍໃຕ້ທຸງໄຊປະຈຳກອງພົນຂອງຣູເບັນ ຕັ້ງຄ້າຍພັກເປັນໝວດໝູ່ຕ່າງໆຢູ່ພາຍໃຕ້ການນຳພາຂອງຫົວໜ້າຂອງພວກເຂົາດັ່ງຕໍ່ໄປນີ້: ເຜົ່າ ຫົວໜ້າ ຈຳນວນ ຣູເບັນ ເອລີຊູ, ລູກຊາຍຂອງເຊເດອູເຣ 46.500 ຄົນ ຊີເມໂອນ ເຊລູມີເອນ, ລູກຊາຍຂອງຊູຣິດຊັດດາຍ 59.300 ຄົນ ກາດ ເອລີອາສັບ, ລູກຊາຍຂອງດູເອນ 45.650 ຄົນ ລວມ: 151.450 ຄົນ ໃຫ້ກອງພົນຂອງຣູເບັນຍົກອອກໄປເປັນພວກທີສອງ. ເຜົ່າ ຫົວໜ້າ ຈຳນວນ 17 ຕໍ່ມາ ລະຫວ່າງສອງກອງພົນທີ່ນຳໜ້າກ່ອນ ແລະສອງກອງພົນທີ່ນຳຫລັງນັ້ນ ໃຫ້ຊາວເລວີຫາມຫໍເຕັນບ່ອນຊຸມນຸມຍົກອອກໄປ. ແຕ່ລະກອງພົນຈະຕ້ອງຍົກອອກໄປໃຫ້ເປັນລຳດັບແບບດຽວກັນ ແລະໃນບ່ອນທີ່ຕັ້ງຄ້າຍພັກກໍໃຫ້ຢູ່ໃນລະບຽບນີ້ຄື: ແຕ່ລະກອງພົນໃຫ້ຢູ່ພາຍໃຕ້ທຸງໄຊຂອງຕົນ. 18-24 ທາງດ້ານຕາເວັນຕົກ ໃຫ້ເຜົ່າທີ່ຢູ່ພາຍໃຕ້ທຸງໄຊປະຈຳກອງພົນຂອງເອຟຣາອິມ ຕັ້ງຄ້າຍພັກເປັນໝວດໝູ່ຕ່າງໆຢູ່ພາຍໃຕ້ການນຳພາຂອງຫົວໜ້າຂອງພວກເຂົາດັ່ງຕໍ່ໄປນີ້: ເຜົ່າ ຫົວໜ້າ ຈຳນວນ ເອຟຣາອິມ ເອລີຊາມາ ລູກຊາຍຂອງອາມມີຮຸດ 40.500 ຄົນ ມານາເຊ ກາມາລີເອນ ລູກຊາຍຂອງເປດາຊູ 32.200 ຄົນ ເບັນຢາມິນ ອາບີດານ ລູກຊາຍຂອງກີເດໂອນີ 35.400 ຄົນ ລວມ: 108.100 ຄົນ ໃຫ້ກອງພົນຂອງເອຟຣາອິມຍົກອອກໄປເປັນພວກທີສາມ. ເຜົ່າ ຫົວໜ້າ ຈຳນວນ 25-31 ທາງດ້ານເໜືອໃຫ້ເຜົ່າທີ່ຢູ່ພາຍໃຕ້ທຸງໄຊປະຈຳກອງພົນຂອງດານ ຕັ້ງຄ້າຍພັກເປັນໝວດໝູ່ຕ່າງໆຢູ່ພາຍໃຕ້ການນຳພາຂອງຫົວໜ້າຂອງພວກເຂົາດັ່ງຕໍ່ໄປນີ້: ເຜົ່າ ຫົວໜ້າ ຈຳນວນ ດານ ອາຮີເອເຊ ລູກຊາຍຂອງອຳມີຊັດດາຍ 62.700 ຄົນ ອາເຊ ປາກີເອນ ລູກຊາຍຂອງອົກກະຣັນ 41.500 ຄົນ ເນັບທາລີ ອາຮີຣາ ລູກຊາຍຂອງເອນັນ 53.400 ຄົນ ລວມ: 157.600 ຄົນ ໃຫ້ກອງພົນຂອງດານຍົກອອກໄປເປັນພວກສຸດທ້າຍ. ເຜົ່າ ຫົວໜ້າ ຈຳນວນ 32 ລວມຈຳນວນປະຊາຊົນອິດສະຣາເອນທັງໝົດ ທີ່ຖືກເກນເຂົ້າເປັນທະຫານຢູ່ໃນກອງພົນ ເປັນໝວດໝູ່ຕ່າງໆນັ້ນມີ: 603.550 ຄົນ. 33 ສ່ວນຊາວເລວີບໍ່ໄດ້ຖືກຈົດຊື່ລວມເຂົ້ານຳພວກອິດສະຣາເອນ ຕາມທີ່ພຣະເຈົ້າຢາເວໄດ້ສັ່ງກັບໂມເຊ. 34 ສະນັ້ນ ປະຊາຊົນອິດສະຣາເອນຈຶ່ງປະຕິບັດຕາມ ທີ່ພຣະເຈົ້າຢາເວໄດ້ສັ່ງກັບໂມເຊໄວ້ທຸກປະການ. ແຕ່ລະຄົນໃນພວກເຂົາໄດ້ຕັ້ງຄ້າຍພັກຢູ່ພາຍໃຕ້ທຸງໄຊຂອງຕົນ ແລະຍົກອອກໄປຕາມຕະກຸນຂອງຕົນ. |
@ 2012 United Bible Societies. All Rights Reserved.