Biblia Todo Logo
Bìoball air-loidhne

- Sanasan -

ຈົດບັນຊີ 18 - ພຣະຄຳພີສັກສິ


ໜ້າທີ່​ຂອງ​ປະໂຣຫິດ​ແລະ​ຊາວ​ເລວີ

1 ພຣະເຈົ້າຢາເວ​ໄດ້​ບອກ​ອາໂຣນ​ວ່າ, “ເຈົ້າ​ກັບ​ພວກ​ລູກຊາຍ​ຂອງ​ເຈົ້າ ພ້ອມ​ທັງ​ຊາວ​ເລວີ​ຕ້ອງ​ເປັນ​ຜູ້​ຮັບ​ຜົນ​ກຳ​ຈາກ​ຄວາມຜິດ​ໃນ​ການ​ຮັບໃຊ້ ແລະ​ການ​ປະຕິບັດ​ໜ້າທີ່​ໃນ​ຫໍເຕັນ​ບ່ອນ​ເຮົາ​ສະຖິດ​ຢູ່, ແຕ່​ເຈົ້າ​ກັບ​ພວກ​ລູກຊາຍ​ຂອງ​ເຈົ້າ​ໃນ​ຖານະ​ທີ່​ເປັນ​ປະໂຣຫິດ​ຂອງເຮົາ ຈະ​ເປັນ​ຜູ້​ຮັບຜິດຊອບ​ຕໍ່​ຄວາມຜິດ​ນັ້ນ.

2 ໃຫ້​ນຳ​ຍາດຕິພີ່ນ້ອງ​ໃນ​ເຜົ່າເລວີ​ຂອງ​ເຈົ້າ​ມາ​ເຮັດ​ວຽກ​ຊ່ວຍ​ເຈົ້າ ໃນ​ເວລາ​ທີ່​ພວກເຈົ້າ​ເຂົ້າ​ໄປ​ຮັບໃຊ້​ເຮົາ​ໃນ​ຫໍເຕັນ.

3 ໃຫ້​ພວກເຂົາ​ເຮັດ​ວຽກ​ເພື່ອ​ເຈົ້າ ແລະ​ຮັບຜິດຊອບ​ໜ້າທີ່​ໃນ​ຫໍເຕັນ, ແຕ່​ຢ່າ​ໃຫ້​ພວກເຂົາ​ເຂົ້າ​ໃກ້​ສິ່ງ​ໃດໆ​ໃນ​ບ່ອນ​ສັກສິດ​ຂອງເຮົາ​ຫລື​ໃກ້​ແທ່ນບູຊາ. ຖ້າ​ພວກເຂົາ​ຫາກ​ຂືນ​ເຮັດ​ທັງ​ເຂົາ ແລະ​ເຈົ້າ​ເອງ​ຈະ​ໄດ້​ຮັບ​ໂທດ​ເຖິງ​ຕາຍ.

4 ພວກເຂົາ​ຈະ​ເຮັດ​ວຽກ​ກັບ​ເຈົ້າ ແລະ​ຮັບຜິດຊອບ​ໜ້າທີ່​ທຸກຢ່າງ​ໃນ​ຫໍເຕັນ​ບ່ອນ​ຊຸມນຸມ, ແຕ່​ຢ່າ​ເອົາ​ຄົນ​ທີ່​ຂາດ​ຄຸນສົມບັດ​ມາ​ເຮັດ​ວຽກ​ການ​ນຳ​ເຈົ້າ.

5 ເຈົ້າ​ແລະ​ພວກ​ລູກຊາຍ​ຂອງ​ເຈົ້າ​ເທົ່ານັ້ນ ຈະ​ຕ້ອງ​ຮັບຜິດຊອບ​ຕໍ່​ບ່ອນ​ສັກສິດ​ແລະ​ຕໍ່​ແທ່ນບູຊາ ເພື່ອ​ຄວາມ​ໂກດຮ້າຍ​ຂອງເຮົາ​ຈະ​ບໍ່ໄດ້​ຕົກຖືກ​ປະຊາຊົນ​ອິດສະຣາເອນ​ອີກ.

6 ແມ່ນ​ເຮົາ​ເອງ​ທີ່​ເປັນ​ຜູ້​ເລືອກ​ເອົາ​ຍາດຕິພີ່ນ້ອງ​ຊາວ​ເລວີ​ຂອງ​ເຈົ້າ ຈາກ​ທ່າມກາງ​ຊາວ​ອິດສະຣາເອນ ເພື່ອ​ໃຫ້​ເປັນ​ຂອງຂວັນ​ແກ່​ເຈົ້າ. ເຈົ້າ​ໄດ້​ອຸທິດ​ຖວາຍ​ພວກເຂົາ​ໃຫ້​ແກ່​ພຣະເຈົ້າຢາເວ ເພື່ອ​ວ່າ​ພວກເຂົາ​ຈະ​ປະຕິບັດ​ໜ້າທີ່​ໃນ​ຫໍເຕັນ​ບ່ອນ​ຊຸມນຸມ​ໄດ້.

7 ແຕ່​ແມ່ນ​ເຈົ້າ​ກັບ​ພວກ​ລູກຊາຍ​ຂອງ​ເຈົ້າ​ເທົ່ານັ້ນ ທີ່​ຈະ​ປະຕິບັດ​ໜ້າທີ່​ຄວາມ​ຮັບຜິດຊອບ​ທັງໝົດ​ຂອງ​ປະໂຣຫິດ ກ່ຽວກັບ​ແທ່ນບູຊາ​ແລະ​ໃນ​ບ່ອນ​ສັກສິດ​ທີ່ສຸດ​ໃຫ້​ສຳເລັດ. ສິ່ງ​ເຫຼົ່ານີ້​ເປັນ​ຄວາມ​ຮັບຜິດຊອບ​ຂອງ​ເຈົ້າ ກໍ​ຍ້ອນ​ວ່າ​ເຮົາ​ໄດ້​ມອບ​ຕຳແໜ່ງ​ປະໂຣຫິດ​ໃຫ້​ເຈົ້າ. ຜູ້ອື່ນໃດ​ທີ່​ເຂົ້າ​ມາ​ໃກ້ ຈະ​ໄດ້​ຮັບ​ໂທດ​ເຖິງ​ຕາຍ.”


ສ່ວນ​ແບ່ງ​ຂອງ​ປະໂຣຫິດ

8 ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ອາໂຣນ​ວ່າ, “ຈົ່ງ​ຈົດຈຳ​ໄວ້​ວ່າ​ເຮົາ​ໄດ້​ມອບ​ເຄື່ອງ​ຖວາຍ​ພິເສດ​ທຸກສິ່ງ​ທີ່​ບໍ່ໄດ້​ເຜົາບູຊາ ທີ່​ຊາວ​ອິດສະຣາເອນ​ໄດ້​ຖວາຍ​ແກ່​ເຮົາ​ໃຫ້​ແກ່​ເຈົ້າ. ເຮົາ​ໄດ້​ມອບ​ສິ່ງ​ນັ້ນ​ທັງໝົດ​ໃຫ້​ເປັນ​ສ່ວນແບ່ງ​ແກ່​ເຈົ້າ ແລະ​ເຊື້ອສາຍ​ຂອງ​ພວກເຈົ້າ​ຕະຫລອດໄປ.

9 ເຄື່ອງ​ຖວາຍ​ອັນ​ບໍຣິສຸດ​ທີ່ສຸດ ຊຶ່ງ​ບໍ່ໄດ້​ຖືກ​ເຜົາ​ເທິງ​ແທ່ນບູຊາ​ເປັນ​ຂອງ​ເຈົ້າ ແລະ​ມີ​ດັ່ງ​ຕໍ່ໄປນີ້: ເຄື່ອງ​ຖວາຍ​ພືດຜົນ​ເປັນເມັດ, ເຄື່ອງ​ຖວາຍ​ລຶບລ້າງ​ບາບ ແລະ​ເຄື່ອງ​ຖວາຍ​ໃນ​ການ​ໃຊ້ແທນຄືນ. ທຸກໆ​ສິ່ງ​ທີ່​ໄດ້​ຖວາຍ​ຢ່າງ​ບໍຣິສຸດ​ໃຫ້​ແກ່​ເຮົາ​ເປັນ​ຂອງ​ເຈົ້າ​ແລະ​ພວກ​ລູກ​ຂອງ​ເຈົ້າ.

10 ພວກເຈົ້າ​ຕ້ອງ​ກິນ​ສິ່ງ​ເຫຼົ່ານີ້​ຢູ່​ໃນ​ບ່ອນ​ສັກສິດ​ທີ່ສຸດ ແລະ​ມີ​ພຽງແຕ່​ຜູ້ຊາຍ​ເທົ່ານັ້ນ​ທີ່​ກິນ​ໄດ້​ເພາະ​ເປັນ​ຂອງ​ບໍຣິສຸດ.

11 ນອກຈາກນີ້​ອີກ ເຄື່ອງ​ຖວາຍ​ພິເສດ​ອື່ນໆ​ທີ່​ຊາວ​ອິດສະຣາເອນ​ຖວາຍ​ແກ່​ເຮົາ ຈະ​ເປັນ​ຂອງ​ເຈົ້າ. ເຮົາ​ຍົກ​ໃຫ້​ເປັນ​ຂອງ​ເຈົ້າ, ພວກ​ລູກຊາຍ​ຂອງ​ເຈົ້າ ແລະ​ລູກສາວ​ຂອງ​ເຈົ້າ​ທຸກຍຸກ​ທຸກສະໄໝ​ສືບໄປ. ສະມາຊິກ​ທຸກໆ​ຄົນ​ໃນ​ຄອບຄົວ​ຂອງ​ເຈົ້າ ທີ່​ບໍ່​ເປັນ​ມົນທິນ​ກິນ​ຂອງ​ຖວາຍ​ນັ້ນ​ໄດ້.

12 ຜົນລະປູກ​ຫົວປີ​ອັນ​ດີທີ່ສຸດ ຊຶ່ງ​ຊາວ​ອິດສະຣາເອນ​ນຳ​ມາ​ຖວາຍ​ແກ່​ພຣະເຈົ້າຢາເວ​ແຕ່ລະປີ​ເຊັ່ນ: ນໍ້າມັນ​ໝາກກອກເທດ, ເຫຼົ້າ​ອະງຸ່ນ ແລະ​ພືດຜົນ​ເປັນເມັດ​ເຮົາ​ໄດ້​ມອບ​ໃຫ້​ແກ່​ເຈົ້າ.

13 ຜົນລະປູກ​ລຸ້ນ​ທຳອິດ​ຂອງ​ທຸກຢ່າງ​ທີ່​ຢູ່​ໃນ​ດິນແດນ​ຂອງ​ພວກເຂົາ ທີ່​ພວກເຂົາ​ນຳມາ​ຖວາຍ​ແກ່​ພຣະເຈົ້າຢາເວ​ເປັນ​ຂອງ​ເຈົ້າ. ສະມາຊິກ​ທຸກໆ​ຄົນ​ໃນ​ຄອບຄົວ​ຂອງ​ເຈົ້າ​ທີ່​ບໍ່​ເປັນ​ມົນທິນ ກິນ​ຂອງ​ຖວາຍ​ນັ້ນ​ໄດ້.

14 ທຸກໆ​ສິ່ງ​ທີ່​ປະຊາຊົນ​ໃນ​ຊາດ​ອິດສະຣາເອນ ໄດ້​ນຳ​ມາ​ຖວາຍ​ແກ່​ເຮົາ ໂດຍ​ບໍ່ມີ​ເງື່ອນໄຂ​ເປັນ​ຂອງ​ເຈົ້າ.

15 ລູກກົກ​ຂອງ​ຊາວ​ອິດສະຣາເອນ ບໍ່​ວ່າ​ເປັນ​ຄົນ​ຫລື​ສັດ​ກໍດີ​ທີ່​ນຳ​ມາ​ຖວາຍ​ແກ່​ພຣະເຈົ້າຢາເວ​ເປັນ​ຂອງ​ເຈົ້າ. ແຕ່​ໃຫ້​ໄຖ່​ລູກກົກ​ຂອງ​ທຸກໆ​ຄົນ​ຄືນ​ໄວ້ ແລະ​ສັດ​ຫົວປີ​ທຸກໆ​ໂຕ​ທີ່​ເປັນ​ມົນທິນ​ຕາມ​ກົດບັນຍັດ​ກໍ​ໃຫ້​ໄຖ່ຄືນ​ໄດ້​ເໝືອນກັນ.

16 ສິ່ງ​ທີ່​ຖືກ​ໄຖ່ຄືນ​ນັ້ນ ຈົ່ງ​ໄຖ່​ໄວ້​ແຕ່​ອາຍຸ​ໜຶ່ງ​ເດືອນ​ຂຶ້ນ​ໄປ ໃຫ້​ໄຖ່​ເອົາ​ຄືນ​ໄດ້​ໃນ​ລາຄາ​ເງິນ​ຫ້າ​ຫລຽນ ຕາມ​ອັດຕາ​ເງິນ​ຂອງ​ສຳນັກ​ນະມັດສະການ​ຊຶ່ງ​ໄດ້​ກຳນົດ​ໄວ້.

17 ແຕ່​ລູກຫົວປີ​ຂອງ​ງົວ, ແກະ ແລະ​ແບ້​ໄຖ່ຄືນ​ໄວ້​ບໍ່ໄດ້; ສັດ​ເຫຼົ່ານີ້​ເປັນ​ຂອງເຮົາ​ຢ່າງ​ສົມບູນ ແລະ​ໃຫ້​ພວກເຈົ້າ​ຂ້າ​ຖວາຍບູຊາ​ແກ່​ເຮົາ. ຈົ່ງ​ຖອກ​ເລືອດ​ໃສ່​ແທ່ນບູຊາ ແລະ​ເຜົາ​ໄຂມັນ​ຕາມ​ພິທີ​ຖວາຍບູຊາ​ດ້ວຍ​ໄຟ ກິ່ນ​ຫອມຫວນ​ນັ້ນ​ຈຶ່ງ​ເປັນ​ທີ່​ພໍໃຈ​ແກ່​ພຣະເຈົ້າຢາເວ.

18 ສ່ວນ​ຊີ້ນ​ສັດ​ເຫຼົ່ານັ້ນ​ເປັນ​ຂອງ​ເຈົ້າ ເຊັ່ນ: ຊີ້ນ​ໜ້າເອິກ ແລະ​ຊີ້ນ​ຂາ​ຫລັງ​ເບື້ອງຂວາ ທີ່​ເປັນ​ເຄື່ອງ​ຖວາຍ​ແກວ່ງໄປ​ແກວ່ງມາ.

19 ເຄື່ອງ​ຖວາຍ​ພິເສດ​ທັງໝົດ​ເປັນ​ບໍຣິສຸດ​ທີ່​ຊາວ​ອິດສະຣາເອນ​ໄດ້​ນຳ​ມາ​ຖວາຍ​ແກ່​ພຣະເຈົ້າຢາເວ ເປັນ​ຂອງ​ເຈົ້າ​ແລະ​ພວກ​ລູກ​ຊາຍ​ຍິງ​ຂອງ​ເຈົ້າ​ທຸກຍຸກ​ທຸກສະໄໝ​ສືບໄປ. ອັນນີ້ ແມ່ນ​ພັນທະສັນຍາ​ຂອງ​ເກືອ​ອັນ​ປ່ຽນແປງ​ບໍ່ໄດ້​ຕໍ່ໜ້າ​ພຣະເຈົ້າຢາເວ​ສຳລັບ​ເຈົ້າ​ແລະ​ເຊື້ອສາຍ​ຂອງ​ເຈົ້າ.”

20 ພຣະເຈົ້າຢາເວ​ໄດ້​ບອກ​ອາໂຣນ​ວ່າ, “ເຈົ້າ​ຈະ​ບໍ່ໄດ້​ຮັບ​ຊັບສົມບັດ​ໃດໆ​ເປັນ​ມູນ​ມໍຣະດົກ ແລະ​ທັງ​ຈະ​ບໍ່ໄດ້​ທີ່ດິນ​ສ່ວນ​ໃດໆ​ໃນ​ດິນແດນ​ອິດສະຣາເອນ​ເປັນ​ຂອງ​ພວກເຈົ້າ​ໃນ​ທ່າມກາງ​ພວກເຂົາ. ເຮົາ​ເປັນ​ທຸກສິ່ງ​ທີ່​ເຈົ້າ​ຕ້ອງການ.”


ສ່ວນແບ່ງ​ຕ່າງໆ​ຂອງ​ຊາວ​ເລວີ

21 “ເຮົາ​ໄດ້​ມອບ​ໜຶ່ງສ່ວນສິບ​ຂອງ​ທຸກໆ​ສິ່ງ ທີ່​ຊາວ​ອິດສະຣາເອນ​ຖວາຍ​ແກ່​ເຮົາ​ໃຫ້​ຊາວ​ເລວີ. ອັນ​ນີ້​ເປັນ​ຄ່າ​ຕອບແທນ​ວຽກ​ການ​ທີ່​ພວກເຂົາ​ຮັບຜິດຊອບ​ເບິ່ງແຍງ​ຮັກສາ​ຫໍເຕັນ​ບ່ອນ​ຊຸມນຸມ.

22 ຊາວ​ອິດສະຣາເອນ​ຄົນອື່ນໆ​ບໍ່​ຕ້ອງ​ເຂົ້າ​ມາ​ໃກ້​ຫໍເຕັນ​ບ່ອນ​ຊຸມນຸມ ບໍ່​ດັ່ງນັ້ນ ພວກເຂົາ​ຈະ​ຖືກ​ລົງໂທດ​ເຖິງ​ຕາຍ.

23 ຕັ້ງແຕ່​ນີ້​ໄປ ໃຫ້​ຊາວ​ເລວີ​ເທົ່ານັ້ນ​ເບິ່ງແຍງ​ຮັກສາ​ຫໍເຕັນ​ບ່ອນ​ຊຸມນຸມ ແລະ​ໃຫ້​ພວກເຂົາ​ຮັບຜິດຊອບ​ຢ່າງ​ເຕັມສ່ວນ​ຕໍ່​ໜ້າທີ່​ນີ້. ອັນນີ້​ແມ່ນ​ລະບຽບການ​ຕາຍຕົວ​ທີ່​ໃຫ້​ພວກ​ເຊື້ອສາຍ​ຂອງ​ພວກເຈົ້າ​ປະຕິບັດ​ຄືກັນ. ຊາວ​ເລວີ​ຈະ​ບໍ່ມີ​ສົມບັດ​ອັນ​ຖາວອນ ໃນ​ດິນແດນ​ອິດສະຣາເອນ​ເຊັ່ນກັນ

24 ເພາະ​ເຮົາ​ໄດ້​ຍົກ​ໜຶ່ງສ່ວນສິບ​ຂອງ​ການ​ຖວາຍ​ພິເສດ ທີ່​ຊາວ​ອິດສະຣາເອນ​ໄດ້​ນຳ​ມາ​ຖວາຍ​ແກ່​ພຣະເຈົ້າຢາເວ​ນັ້ນ ໃຫ້​ເປັນ​ກຳມະສິດ​ຂອງ​ພວກເຂົາ. ດັ່ງນັ້ນ ເຮົາ​ຈຶ່ງ​ບອກ​ວ່າ​ພວກເຂົາ​ຈະ​ບໍ່ມີ​ຊັບສົມບັດ​ອັນ​ຖາວອນ​ໃດໆ ຢູ່​ໃນ​ດິນແດນ​ອິດສະຣາເອນ.”


ໜຶ່ງສ່ວນສິບ​ຂອງ​ຊາວ​ເລວີ

25 ພຣະເຈົ້າຢາເວ​ໄດ້​ສັ່ງ​ໂມເຊ​ໄວ້

26 ໃຫ້​ບອກ​ຊາວ​ເລວີ​ດັ່ງນີ້, “ເມື່ອ​ພວກເຈົ້າ​ຮັບ​ໜຶ່ງສ່ວນສິບ​ທີ່​ໄດ້​ຈາກ​ຊາວ​ອິດສະຣາເອນ ພວກເຈົ້າ​ຕ້ອງ​ແບ່ງ​ໜຶ່ງສ່ວນສິບ​ຖວາຍ​ເປັນ​ສ່ວນ​ຖວາຍ​ພິເສດ​ໃຫ້​ແກ່​ພຣະເຈົ້າຢາເວ​ເໝືອນກັນ.

27 ສ່ວນ​ຖວາຍ​ພິເສດ​ນີ້ ຈະ​ຖື​ເປັນ​ດັ່ງ​ເຂົ້າ​ໃໝ່ ແລະ​ເຫຼົ້າ​ອະງຸ່ນ​ໃໝ່​ທີ່​ຊາວ​ສວນ​ໄດ້​ນຳ​ມາ​ຖວາຍ.

28 ໃນ​ທຳນອງນີ້ ພວກເຈົ້າ​ຈົ່ງ​ຖວາຍ​ສ່ວນ​ຖວາຍ​ພິເສດ​ທີ່​ເປັນ​ຂອງ​ພຣະເຈົ້າຢາເວ ທີ່​ໄດ້​ຮັບ​ຈາກ​ໜຶ່ງສ່ວນສິບ​ທັງໝົດ​ຂອງ​ຊາວ​ອິດສະຣາເອນ​ເໝືອນກັນ. ໃຫ້​ພວກເຈົ້າ​ມອບ​ສ່ວນ​ຖວາຍ​ພິເສດ​ນີ້​ໃຫ້​ປະໂຣຫິດ​ອາໂຣນ ເພື່ອ​ໃຫ້​ເພິ່ນ​ຖວາຍ​ແກ່​ພຣະເຈົ້າຢາເວ.

29 ຈາກ​ສິ່ງ​ທັງໝົດ​ຊຶ່ງ​ພວກເຈົ້າ​ໄດ້​ຮັບ ຈົ່ງ​ເອົາ​ສ່ວນ​ດີທີ່ສຸດນັ້ນ​ມາ​ຖວາຍ​ແກ່​ພຣະເຈົ້າຢາເວ.

30 ເມື່ອ​ພວກເຈົ້າ​ໄດ້​ຖວາຍ​ສ່ວນ​ທີ່ດີ​ທີ່ສຸດ​ແລ້ວ ພວກເຈົ້າ​ກໍ​ຮັກສາ​ສ່ວນ​ທີ່​ເຫຼືອ​ນັ້ນ​ໄວ້​ໄດ້ ເໝືອນກັນ​ກັບ​ຊາວ​ສວນ​ໄດ້​ຮັກສາ​ສິ່ງ​ທີ່​ເຫຼືອ​ໄວ້ ຫລັງຈາກ​ທີ່​ພວກເຂົາ​ໄດ້​ຖວາຍ​ແລ້ວ.

31 ພວກເຈົ້າ​ແລະ​ຄອບຄົວ​ຈະ​ເອົາ​ໄປ​ກິນ​ບ່ອນ​ໃດ​ບ່ອນ​ໜຶ່ງ​ກໍໄດ້ ເພາະວ່າ​ແມ່ນ​ຄ່າຈ້າງ​ສຳລັບ​ວຽກງານ​ທີ່​ພວກເຈົ້າ​ໄດ້​ເຮັດ​ໃນ​ຫໍເຕັນ​ບ່ອນ​ຊຸມນຸມ.

32 ພວກເຈົ້າ​ບໍ່ມີ​ຄວາມຜິດ​ໃນ​ຂອງ​ຖວາຍ ເມື່ອ​ພວກເຈົ້າ​ກິນ​ສ່ວນ​ທີ່​ໄດ້​ຮັບ​ນັ້ນ. ແຕ່​ຢ່າ​ເຮັດ​ໃຫ້​ຂອງ​ຖວາຍ​ທີ່​ຊາວ​ອິດສະຣາເອນ​ຖື​ວ່າ​ບໍຣິສຸດ​ນັ້ນ​ເປັນ​ມົນທິນ ໂດຍ​ກິນ​ສ່ວນໃດ​ສ່ວນໜຶ່ງ​ກ່ອນ​ຖວາຍ​ສ່ວນ​ທີ່ດີ​ທີ່ສຸດ ຖ້າ​ພວກເຈົ້າ​ຫາກ​ຂືນ​ເຮັດ ພວກເຈົ້າ​ຈະ​ໄດ້​ຮັບ​ໂທດ​ເຖິງ​ຕາຍ.”

@ 2012 United Bible Societies. All Rights Reserved.

Lean sinn:



Sanasan