ຈົດບັນຊີ 17 - ພຣະຄຳພີສັກສິໄມ້ຄ້ອນເທົ້າຂອງອາໂຣນ 1 ພຣະເຈົ້າຢາເວໄດ້ກ່າວກັບໂມເຊວ່າ, 2 “ຈົ່ງບອກປະຊາຊົນອິດສະຣາເອນໃຫ້ເອົາໄມ້ຄ້ອນເທົ້າສິບສອງອັນມາໃຫ້ເຈົ້າຄື: ໄມ້ຄ້ອນເທົ້າອັນໜຶ່ງຈາກຜູ້ນຳແຕ່ລະເຜົ່າ. ຈົ່ງຂຽນຊື່ຂອງຜູ້ນຳເຜົ່າໃສ່ໄມ້ຄ້ອນເທົ້າແຕ່ລະອັນ 3 ແລະໃຫ້ຂຽນຊື່ອາໂຣນໃສ່ເທິງໄມ້ຄ້ອນເທົ້າຂອງເຜົ່າເລວີ. ຫົວໜ້າແຕ່ລະເຜົ່າຈະມີໄມ້ຄ້ອນເທົ້າອັນໜຶ່ງ. 4 ຈົ່ງນຳໄມ້ຄ້ອນເທົ້າເຫຼົ່ານີ້ໄປທີ່ຫໍເຕັນບ່ອນຊຸມນຸມ ແລະວາງລົງຕໍ່ໜ້າຫີບພັນທະສັນຍາບ່ອນທີ່ເຮົາພົບກັບເຈົ້າ. 5 ແລ້ວໄມ້ຄ້ອນເທົ້າຂອງໃຜທີ່ເຮົາໄດ້ເລືອກເອົາ ກໍຈະອອກດອກ. ດ້ວຍວິທີນີ້ ເຮົາຈະເຮັດໃຫ້ຊາວອິດສະຣາເອນເຊົາຈົ່ມຮ້າຍໃສ່ພວກເຈົ້າ.” 6 ດັ່ງນັ້ນ ໂມເຊຈຶ່ງກ່າວແກ່ຊາວອິດສະຣາເອນ ແລະຜູ້ນຳຂອງພວກເຂົາແຕ່ລະຄົນກໍໄດ້ນຳໄມ້ຄ້ອນເທົ້າອັນໜຶ່ງມາໃຫ້ເຜົ່າລະອັນຄື: ທັງໝົດມີຢູ່ສິບສອງອັນແລະມີໄມ້ຄ້ອນເທົ້າຂອງອາໂຣນຮ່ວມຢູ່ດ້ວຍ. 7 ແລ້ວໂມເຊກໍເອົາໄມ້ຄ້ອນເທົ້າເຫຼົ່ານັ້ນໄປໄວ້ໃນຫໍເຕັນ ຕໍ່ໜ້າຫີບພັນທະສັນຍາຂອງພຣະເຈົ້າຢາເວ. 8 ວັນຕໍ່ມາ ເມື່ອໂມເຊໄດ້ເຂົ້າໄປໃນຫໍເຕັນ ເພິ່ນຈຶ່ງໄດ້ເຫັນວ່າໄມ້ຄ້ອນເທົ້າຂອງອາໂຣນ ຊຶ່ງເປັນຂອງເຜົ່າເລວີນັ້ນອອກດອກຄື: ດອກຈູມ, ດອກບານ ແລະມີໝາກອາມອນສຸກຄ້າຍໆໝາກບົກຕິດຢູ່ດ້ວຍ 9 ໂມເຊໄດ້ເອົາໄມ້ຄ້ອນເທົ້າທັງໝົດອອກຈາກຕໍ່ໜ້າພຣະເຈົ້າຢາເວ ໄປໃຫ້ຊາວອິດສະຣາເອນທັງໝົດເບິ່ງ. ພວກເຂົາໄດ້ເຫັນເຫດການທີ່ເກີດຂຶ້ນ ແລະຫົວໜ້າຂອງແຕ່ລະເຜົ່າ ຈຶ່ງຮັບເອົາໄມ້ຄ້ອນເທົ້າຂອງໃຜລາວຄືນ. 10 ແລະພຣະເຈົ້າຢາເວໄດ້ກ່າວຕໍ່ໂມເຊວ່າ, “ຈົ່ງເອົາໄມ້ຄ້ອນເທົ້າຂອງອາໂຣນ ໄປວາງໄວ້ຕໍ່ໜ້າຫີບພັນທະສັນຍາ ເພື່ອຮັກສາໄວ້ເປັນສິ່ງເຕືອນໃຈຊາວອິດສະຣາເອນຜູ້ກະບົດຕໍ່ເຮົາວ່າ ພວກເຂົາຈະເຊົາຈົ່ມຮ້າຍຕໍ່ເຮົາ ເພື່ອພວກເຂົາຈະບໍ່ຕາຍ.” 11 ໂມເຊກໍເຮັດຕາມທີ່ພຣະເຈົ້າຢາເວໄດ້ສັ່ງໄວ້ທຸກປະການ. 12 ປະຊາຊົນອິດສະຣາເອນໄດ້ເວົ້າກັບໂມເຊວ່າ, “ພວກເຮົາກຳລັງຈະຈິບຫາຍ ພວກເຮົາໝົດກຳລັງເສຍແລ້ວ, ພວກເຮົາທັງໝົດຈະຕາຍ 13 ທຸກໆຄົນທີ່ເຂົ້າໄປໃກ້ຫໍເຕັນສັກສິດຂອງພຣະເຈົ້າຢາເວຕ້ອງຕາຍ ພວກເຮົາທັງໝົດຈະບໍ່ຕາຍໝົດບໍ?” |
@ 2012 United Bible Societies. All Rights Reserved.