ຈົດບັນຊີ 16 - ພຣະຄຳພີສັກສິການກະບົດຂອງໂກຣາ ດາທານ ແລະອາບີຣາມ 1 ໂກຣາ ລູກຊາຍຂອງອີຊະຮາ ຊາວເລວີຢູ່ໃນຕະກຸນໂກຮາດ ກໍໄດ້ຍົກຍໍຕົວຂຶ້ນກະບົດຕໍ່ໂມເຊ. ສະມາຊິກໃນເຜົ່າຣູເບັນສາມຄົນຄື: ດາທານ, ອາບີຣາມ ລູກຊາຍຂອງເອລີອາບ ແລະອອນລູກຊາຍຂອງເປເລັດ 2 ໄດ້ຮ່ວມມືກັບລາວໂດຍມີຜູ້ນຳ 250 ຄົນ ທີ່ມີຊື່ສຽງດີໃນທ່າມກາງຊຸມນຸມເປັນຜູ້ສະໜັບສະໜູນ. 3 ພວກເຂົາໄດ້ມາເຕົ້າໂຮມກັນຕໍ່ສູ້ໂມເຊແລະຕໍ່ສູ້ອາໂຣນ ແລະກ່າວວ່າ, “ທ່ານເຮັດໂພດເກີນໄປແລ້ວໃດ! ສະມາຊິກທັງໝົດຢູ່ໃນຊຸມຊົນເປັນຄົນບໍຣິສຸດ ແລະພຣະເຈົ້າຢາເວກໍສະຖິດຢູ່ນຳພວກເຮົາທຸກຄົນ. ແລ້ວເປັນຫຍັງທ່ານຈຶ່ງຖືຕົວເໜືອກວ່າຊຸມຊົນຂອງພຣະເຈົ້າຢາເວ?” 4 ເມື່ອໂມເຊໄດ້ຍິນເຊັ່ນນັ້ນ ເພິ່ນຈຶ່ງຂາບລົງກັບພື້ນດິນ. 5 ແລ້ວເພິ່ນກໍໄດ້ບອກໂກຣາແລະພັກພວກຂອງລາວວ່າ, “ໃນມື້ອື່ນເຊົ້າ ພຣະເຈົ້າຢາເວຈະສຳແດງໃຫ້ພວກເຮົາເຫັນວ່າຜູ້ໃດເປັນຂອງພຣະອົງ ພຣະອົງຈະໃຫ້ຜູ້ທີ່ເປັນຂອງພຣະອົງ ຄືຜູ້ທີ່ພຣະອົງໄດ້ເລືອກນັ້ນ ຫຍັບເຂົ້າໃກ້ພຣະອົງທີ່ແທ່ນບູຊາ. 6-7 ໃນມື້ອື່ນເຊົ້າ ໃຫ້ເຈົ້າກັບພັກພວກຂອງເຈົ້າເອົາໝໍ້ຂາງ ແລະໃສ່ຖ່ານໄຟທີ່ລຸກແດງພ້ອມທັງໂຮຍເຄື່ອງຫອມໃສ່ດ້ວຍ ແລະຖືມາຕໍ່ໜ້າພຣະເຈົ້າຢາເວ ແລ້ວພວກເຮົາກໍຈະຮູ້ວ່າ ແມ່ນຜູ້ໃດໃນພວກເຮົາທີ່ພຣະເຈົ້າຢາເວໄດ້ເລືອກເອົາ. ແມ່ນພວກເຈົ້າຊາວເລວີນັ້ນແຫຼະ ທີ່ໄດ້ເຮັດໂພດເກີນໄປ.” 8 ໂມເຊບອກໂກຣາອີກວ່າ, “ຟັງໃຫ້ດີ ພວກເຈົ້າ ຊາວເລວີເອີຍ 9 ພວກເຈົ້າຖືເປັນເລື່ອງເລັກນ້ອຍຊັ້ນບໍ ທີ່ພຣະເຈົ້າຂອງຊາດອິດສະຣາເອນໄດ້ຕັ້ງພວກເຈົ້າໄວ້ຕ່າງຫາກຈາກຊຸມຊົນ ເພື່ອວ່າພວກເຈົ້າຈະໄດ້ເຂົ້າໃກ້ຊິດພຣະອົງ ແລະເຮັດພິທີຕ່າງໆຢູ່ໃນຫໍເຕັນສັກສິດຂອງພຣະເຈົ້າຢາເວ ພ້ອມທັງເຮັດໜ້າທີ່ຮັບໃຊ້ຊຸມຊົນດ້ວຍ. 10 ພຣະອົງໄດ້ໃຫ້ພວກເຈົ້າແລະຊາວເລວີອື່ນໆທັງໝົດໄດ້ຮັບກຽດນີ້ ແລະມາບັດນີ້ ພວກເຈົ້າກຳລັງພະຍາຍາມຢາກເອົາຕຳແໜ່ງປະໂຣຫິດອີກ 11 ເມື່ອພວກເຈົ້າກ່າວຮ້າຍໃສ່ອາໂຣນກໍສໍ່າກັບວ່າ ພວກເຈົ້າກ່າວຮ້າຍໃສ່ພຣະເຈົ້າຢາເວ ອົງທີ່ພວກເຈົ້າແລະພັກພວກກຳລັງກະບົດຕໍ່ສູ້ຢູ່ນີ້.” 12 ຕໍ່ມາ ໂມເຊໃຫ້ຄົນໄປຕາມດາທານ ແລະອາບີຣາມລູກຊາຍຂອງເອລີອາບມາ ແຕ່ພວກເຂົາເວົ້າວ່າ, “ພວກເຮົາບໍ່ໄປ! 13 ທ່ານໄດ້ນຳພວກເຮົາອອກມາຈາກດິນແດນທີ່ອຸດົມສົມບູນໃນປະເທດເອຢິບ ເພື່ອຈະຂ້າພວກເຮົາໃນຖິ່ນແຫ້ງແລ້ງກັນດານນີ້ຍັງບໍ່ພໍບໍ? ທ່ານຍັງຈະມາຕັ້ງຕົວເປັນນາຍເໜືອຫົວເຮົາອີກບໍ? 14 ທ່ານບໍ່ໄດ້ນຳພວກເຮົາເຂົ້າໄປໃນດິນແດນອັນອຸດົມສົມບູນແລະຮັ່ງມີ ຫລືມອບໄຮ່ນາແລະສວນອະງຸ່ນໃຫ້ພວກເຮົາເປັນກຳມະສິດ ແລະບັດນີ້ ທ່ານກຳລັງພະຍາຍາມຫລອກລວງພວກເຮົາອີກ. ພວກເຮົາບໍ່ໄປດອກ.” 15 ໂມເຊໃຈຮ້າຍແລະກ່າວຕໍ່ພຣະເຈົ້າຢາເວວ່າ, “ຂໍພຣະອົງຢ່າຮັບເຄື່ອງຖວາຍໃດໆ ທີ່ຄົນເຫຼົ່ານີ້ນຳມາເລີຍ. ຂ້ານ້ອຍບໍ່ໄດ້ເຮັດຜິດຫຍັງຕໍ່ພວກເຂົາ; ແມ່ນແຕ່ລໍໂຕໜຶ່ງຂ້ານ້ອຍກໍບໍ່ໄດ້ເອົາມາຈາກພວກເຂົາ.” 16 ໂມເຊໄດ້ເວົ້າຕໍ່ໂກຣາວ່າ, “ມື້ອື່ນ ໃຫ້ເຈົ້າແລະພັກພວກ 250 ຄົນຂອງເຈົ້າ ມາຕໍ່ໜ້າພຣະເຈົ້າຢາເວ ອາໂຣນຈະໄປທີ່ນັ້ນຄືກັນ. 17 ໃຫ້ພວກເຈົ້າແຕ່ລະຄົນຖືໝໍ້ຂາງທີ່ມີຖ່ານໄຟແດງ ແລະໂຮຍເຄື່ອງຫອມໃສ່ເທິງໝໍ້ຂາງ 250 ໜ່ວຍນັ້ນມາຕໍ່ໜ້າພຣະເຈົ້າຢາເວ ພວກເຈົ້າແຕ່ລະຄົນພ້ອມອາໂຣນໃຫ້ຖືໝໍ້ຂາງຂອງຕົນມາດ້ວຍ.” 18 ດັ່ງນັ້ນ ທຸກໆຄົນຈຶ່ງໄດ້ເອົາໝໍ້ຂາງຂອງຕົນໃສ່ຖ່ານໄຟທີ່ກຳລັງລຸກຢູ່ ພ້ອມທັງເຄື່ອງຫອມໂຮຍໃສ່ເທິງຖືມາ ແລະຢືນຢູ່ທີ່ທາງເຂົ້າຫໍເຕັນບ່ອນຊຸມນຸມພ້ອມກັບໂມເຊແລະອາໂຣນ. 19 ແລ້ວໂກຣາກໍຮວບຮວມພັກພວກຂອງຕົນ ມາຢືນປະເຊີນໜ້າກັບໂມເຊແລະອາໂຣນ ທີ່ທາງເຂົ້າຫໍເຕັນບ່ອນຊຸມນຸມ. ໃນທັນໃດນັ້ນ ແສງສຸກໃສແຫ່ງສະຫງ່າຣາສີຂອງພຣະເຈົ້າຢາເວ ກໍປາກົດຕໍ່ຊຸມຊົນທັງໝົດ 20 ແລະພຣະເຈົ້າຢາເວກໍໄດ້ບອກໂມເຊແລະອາໂຣນວ່າ, 21 “ຈົ່ງຖ່ອຍໜີຈາກປະຊາຊົນເຫຼົ່ານີ້ ເຮົາຈະທຳລາຍພວກເຂົາດຽວນີ້.” 22 ແຕ່ໂມເຊແລະອາໂຣນຂາບລົງດິນ ທູນວ່າ, “ໂອ ຂ້າແດ່ພຣະເຈົ້າ ອົງເປັນພຣະເຈົ້າແຫ່ງຈິດວິນຍານທັງໝົດຂອງມະນຸດ. ເມື່ອຄົນຜູ້ດຽວເຮັດບາບ ພຣະອົງຈະໂກດຮ້າຍຊຸມຊົນທັງໝົດຫລື?” 23 ພຣະເຈົ້າຢາເວຕອບໂມເຊວ່າ, 24 “ບອກໃຫ້ປະຊາຊົນຍ້າຍໜີຈາກເຕັນຂອງໂກຣາ, ດາທານ ແລະອາບີຣາມ ດຽວນີ້.” 25 ແລ້ວໂມເຊ ຕິດຕາມດ້ວຍບັນດາຜູ້ນຳຂອງຊາດອິດສະຣາເອນ ກໍໄດ້ໄປຫາດາທານແລະອາບີຣາມ. 26 ເພິ່ນໄດ້ບອກປະຊາຊົນວ່າ, “ຈົ່ງຍ້າຍໜີຈາກເຕັນຂອງຄົນຊົ່ວເຫຼົ່ານີ້ ແລະຢ່າແຕະຕ້ອງສິ່ງໃດສິ່ງໜຶ່ງທີ່ເປັນຂອງພວກເຂົາ. ບໍ່ດັ່ງນັ້ນ ພວກເຈົ້າຈະຖືກກວາດໄປນຳ ເພາະການບາບຂອງພວກເຂົາ.” 27 ສະນັ້ນ ປະຊາຊົນຈຶ່ງຍ້າຍໜີຈາກເຕັນຂອງໂກຣາ, ດາທານ ແລະອາບີຣາມ. ດາທານແລະອາບີຣາມພ້ອມດ້ວຍເມຍແລະລູກຂອງພວກເຂົາ ໄດ້ອອກມາຢືນຢູ່ຕໍ່ໜ້າເຕັນຂອງພວກເຂົາ. 28 ໂມເຊກ່າວຕໍ່ປະຊາຊົນວ່າ, “ດ້ວຍວິທີນີ້ ພວກເຈົ້າຈຶ່ງຈະຮູ້ວ່າ ພຣະເຈົ້າຢາເວໄດ້ໃຊ້ຂ້າພະເຈົ້າມາເຮັດສິ່ງທັງໝົດນີ້ ແລະຂ້າພະເຈົ້າບໍ່ໄດ້ເລືອກເຮັດເອງ. 29 ຖ້າຄົນເຫຼົ່ານີ້ຫາກຕາຍແບບທຳມະດາ ໂດຍບໍ່ໄດ້ຖືກລົງໂທດພວກເຂົາແຕ່ຢ່າງໃດຢ່າງໜຶ່ງ ກໍໝາຍຄວາມວ່າພຣະເຈົ້າຢາເວບໍ່ໄດ້ໃຊ້ຂ້າພະເຈົ້າມາ. 30 ແຕ່ຖ້າພຣະເຈົ້າຢາເວຫາກເຮັດບາງສິ່ງບາງຢ່າງທີ່ພວກເຈົ້າບໍ່ເຄີຍເຫັນ ແລະພື້ນດິນຍະກືນກິນພວກເຂົາພ້ອມກັບທຸກສິ່ງທີ່ເປັນຂອງພວກເຂົາ ເພື່ອໃຫ້ລົງໄປສູ່ແດນມໍຣະນາ; ພວກເຈົ້າກໍຈະຮູ້ວ່າ ຄົນພວກນີ້ໄດ້ໝິ່ນປະໝາດຢຽບຢໍ່າພຣະເຈົ້າຢາເວໄປເສຍແລ້ວ.” 31 ພໍໂມເຊກ່າວຈົບ ພື້ນດິນບ່ອນທີ່ດາທານແລະອາບີຣາມຢືນຢູ່ນັ້ນ 32 ກໍຍະອອກກືນກິນພວກເຂົາແລະຄອບຄົວພ້ອມພັກພວກຂອງໂກຣາ ແລະສິ່ງຂອງທັງໝົດຂອງພວກເຂົາ. 33 ພື້ນດິນຍະກືນກິນພວກເຂົາທັງເປັນ ແລະທຸກຢ່າງກໍດັບສູນໄປໝົດ. 34 ປະຊາຊົນອິດສະຣາເອນທຸກຄົນທີ່ຢູ່ໃນທີ່ນັ້ນ ໄດ້ແລ່ນປົບໜີໄປ ເມື່ອໄດ້ຍິນສຽງຮ້ອງຂອງຄົນເຫຼົ່ານັ້ນ. ປະຊາຊົນໄດ້ຮ້ອງຂຶ້ນວ່າ, “ແລ່ນໜີໄວໆ! ພື້ນດິນອາດຍະກືນກິນພວກເຮົາເໝືອນກັນກໍໄດ້.” 35 ແລ້ວໄຟຈາກພຣະເຈົ້າຢາເວກໍໄດ້ລົງມາເຜົາຜານ 250 ຄົນ ຄືຜູ້ທີ່ໄດ້ເຜົາເຄື່ອງຫອມມາຖວາຍນັ້ນ. ໝໍ້ຂາງໄຟ 36 ຕໍ່ມາ ພຣະເຈົ້າຢາເວໄດ້ສັ່ງໂມເຊໄວ້ວ່າ, 37 “ຈົ່ງບອກເອເລອາຊາລູກຊາຍຂອງປະໂຣຫິດອາໂຣນ ໃຫ້ເອົາຖ່ານໄຟຢູ່ໃນໝໍ້ຂາງທອງສຳຣິດ ຈາກຄົນທີ່ຖືກໄຟເຜົາຜານນັ້ນໄປຖອກຖິ້ມບ່ອນອື່ນ ເພາະເປັນໝໍ້ຂາງບໍຣິສຸດ. 38 ໝໍ້ຂາງເຫຼົ່ານີ້ບໍຣິສຸດ ເມື່ອໄດ້ຖວາຍຕໍ່ໜ້າພຣະເຈົ້າຢາເວທີ່ແທ່ນບູຊາ. ສະນັ້ນ ຈົ່ງເອົາໝໍ້ຂາງຈາກຜູ້ທີ່ຖືກຂ້າຕາຍ ເພາະການບາບຂອງພວກເຂົາເຫຼົ່ານີ້ໄປຊຸບຕີເປັນແຜ່ນບາງໆສຳລັບປົກແທ່ນບູຊາ ເພື່ອຈະເປັນໝາຍສຳຄັນແກ່ປະຊາຊົນອິດສະຣາເອນ.” 39 ສະນັ້ນ ປະໂຣຫິດເອເລອາຊາຈຶ່ງເອົາໝໍ້ຂາງເຫຼົ່ານັ້ນ ມາຕີເປັນແຜ່ນບາງໆສຳລັບປົກຄຸມແທ່ນບູຊາ. 40 ແຜ່ນນີ້ເປັນສິ່ງເຕືອນຊາວອິດສະຣາເອນວ່າ ຢ່າໃຫ້ຜູ້ໃດຜູ້ໜຶ່ງທີ່ບໍ່ແມ່ນລູກຫລານຂອງອາໂຣນມາໃກ້ແທ່ນບູຊາ ເພື່ອເຜົາເຄື່ອງຫອມຖວາຍຕໍ່ໜ້າພຣະເຈົ້າຢາເວ. ບໍ່ດັ່ງນັ້ນ ເຂົາຈະຖືກທຳລາຍເໝືອນດັ່ງໂກຣາ ແລະພັກພວກຂອງຕົນ. ເອເລອາຊາກໍໄດ້ເຮັດຕາມທີ່ພຣະເຈົ້າຢາເວໄດ້ສັ່ງໄວ້ຜ່ານທາງໂມເຊທຸກປະການ. ອາໂຣນຊ່ວຍຊີວິດປະຊາຊົນ 41 ວັນຕໍ່ມາ ຊຸມຊົນທັງໝົດໄດ້ມາຈົ່ມຮ້າຍໃສ່ໂມເຊແລະອາໂຣນວ່າ, “ທ່ານເປັນຜູ້ເຮັດໃຫ້ປະຊາຊົນບາງຄົນຂອງພຣະເຈົ້າຢາເວ ຖືກຂ້າຕາຍ.” 42 ຫລັງຈາກທີ່ພວກເຂົາໄດ້ມາເຕົ້າໂຮມກັນ ເພື່ອປະທ້ວງໂມເຊກັບອາໂຣນແລ້ວ ພວກເຂົາຕ່າງກໍຫັນໜ້າໄປທາງຫໍເຕັນບ່ອນຊຸມນຸມ; ພວກເຂົາຈຶ່ງເຫັນສະຫງ່າຣາສີຂອງພຣະເຈົ້າຢາເວປາກົດຂຶ້ນ. 43 ໂມເຊແລະອາໂຣນໄດ້ອອກໄປຢືນຢູ່ຕໍ່ໜ້າຫໍເຕັນບ່ອນຊຸມນຸມ, 44 ແລະພຣະເຈົ້າຢາເວໄດ້ບອກໂມເຊວ່າ, 45 “ຈົ່ງຖອຍອອກຫ່າງຈາກປະຊາຊົນເຫຼົ່ານີ້ສາ ເພາະເຮົາຈະທຳລາຍພວກເຂົາກັບບ່ອນນີ້.” ທັງສອງພາກັນໝູບໜ້າລົງດິນ 46 ແລະໂມເຊບອກອາໂຣນວ່າ, “ຈົ່ງເອົາໝໍ້ຂາງໄປໃສ່ຖ່ານໄຟໃນແທ່ນບູຊາ ແລະເອົາເຄື່ອງຫອມໂຮຍໃສ່ເທິງເພື່ອເຮັດພິທີຊຳລະປະຊາຊົນໄວໆ. ພຣະເຈົ້າຢາເວໂກດຮ້າຍ ແລະເຮັດໃຫ້ໂຣກລະບາດເກີດຂຶ້ນແລ້ວ.” 47 ອາໂຣນກໍໄດ້ປະຕິບັດຕາມນັ້ນ ເພິ່ນໄດ້ເອົາໝໍ້ຂາງທີ່ມີຖ່ານໄຟລຸກແດງຢູ່ ແລ່ນໄປທ່າມກາງປະຊາຊົນ. ເມື່ອເຫັນວ່າໂຣກລະບາດຮ້າຍແຮງໄດ້ແຜ່ກວ້າງອອກໄປຫລາຍແລ້ວ ເພິ່ນກໍເອົາເຄື່ອງຫອມໂຮຍໃສ່ເທິງຖ່ານ ແລະເຮັດພິທີຊຳລະມົນທິນໃຫ້ປະຊາຊົນ. 48 ໂຣກລະບາດຮ້າຍແຮງຈຶ່ງຢຸດເຊົາ ແລະເພິ່ນໄດ້ຢືນຂຶ້ນລະຫວ່າງຄົນເປັນແລະຄົນຕາຍ. 49 ຈຳນວນຄົນຕາຍມີ 14.700 ຄົນໂດຍບໍ່ນັບຜູ້ທີ່ຕາຍຍ້ອນໂກຣາໄດ້ກະບົດ. 50 ເມື່ອໂຣກລະບາດຮ້າຍແຮງເຊົາແລ້ວ ອາໂຣນຈຶ່ງກັບຄືນໄປຫາໂມເຊທີ່ທາງເຂົ້າຫໍເຕັນບ່ອນຊຸມນຸມ. |
@ 2012 United Bible Societies. All Rights Reserved.