Biblia Todo Logo
Bìoball air-loidhne

- Sanasan -

ຈົດບັນຊີ 15 - ພຣະຄຳພີສັກສິ


ກົດບັນຍັດ​ກ່ຽວກັບ​ການ​ຖວາຍບູຊາ

1 ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ໂມເຊ​ວ່າ,

2 “ຈົ່ງ​ບອກ​ປະຊາຊົນ​ອິດສະຣາເອນ​ວ່າ, ‘ເມື່ອ​ພວກເຈົ້າ​ເຂົ້າ​ໃນ​ດິນແດນ ທີ່​ເຮົາ​ຈະ​ມອບ​ໃຫ້​ເປັນ​ທີ່​ຢູ່​ອາໄສ​ຂອງ​ພວກເຈົ້າ​ແລ້ວ

3 ພວກເຈົ້າ​ຕ້ອງ​ຖວາຍ​ງົວເຖິກ​ໂຕໜຶ່ງ, ແກະເຖິກ​ໂຕໜຶ່ງ, ແກະ ຫລື​ແບ້​ໂຕໜຶ່ງ​ແກ່​ພຣະເຈົ້າຢາເວ​ກໍໄດ້ ຕາມ​ພິທີ​ເຜົາ​ສັດ​ທັງໂຕ​ຖວາຍ​ບູຊາ​ດ້ວຍ​ໄຟ ຫລື​ຖວາຍບູຊາ​ອັນ​ເນື່ອງ​ມາ​ຈາກ​ຜົນສຳເລັດ​ໃນ​ການ​ບະບົນ​ໄວ້ ຫລື​ຖວາຍ​ບູຊາ​ຕາມໃຈ​ສະໝັກ ຫລື​ຖວາຍບູຊາ​ໃນ​ວັນ​ສະຫລອງ​ເທດສະການ​ຕ່າງໆ​ຕາມ​ປົກກະຕິ ກິ່ນ​ຫອມຫວນ​ຂອງ​ເຄື່ອງ​ບູຊາ​ເຫຼົ່ານີ້ ຈຶ່ງ​ເປັນ​ທີ່​ພໍໃຈ​ອົງພຣະ​ຜູ້​ເປັນເຈົ້າ.

4-5 ຜູ້ໃດ​ກໍຕາມ​ທີ່​ເອົາ​ລູກແກະ​ຫລື​ແບ້​ມາ​ເຜົາ​ຖວາຍບູຊາ​ແກ່​ພຣະເຈົ້າຢາເວ ຈະ​ຕ້ອງ​ນຳ​ມາ​ພ້ອມ​ກັບ​ສັດ​ແຕ່ລະໂຕ​ຄື: ແປ້ງເຂົ້າ​ຢ່າງດີ​ໜຶ່ງ​ກິໂລກຼາມ​ປົນ​ກັບ​ນໍ້າມັນ​ໝາກກອກເທດ​ໜຶ່ງ​ລິດ ຕາມ​ພິທີການ​ຖວາຍ​ພືດຜົນ​ເປັນເມັດ​ພ້ອມ​ກັບ​ເຫຼົ້າ​ອະງຸ່ນ​ໜຶ່ງ​ລິດ.

6 ເມື່ອ​ຖວາຍ​ແກະເຖິກ​ໂຕໜຶ່ງ ໃຫ້​ນຳ​ເຄື່ອງ​ຖວາຍ​ມາ​ພ້ອມ ມີ​ແປ້ງເຂົ້າ​ຢ່າງດີ​ສອງ​ກິໂລກຼາມ ປົນ​ກັບ​ນໍ້າມັນ​ໝາກກອກເທດ​ເຄິ່ງລິດ

7 ພ້ອມ​ກັບ​ເຫຼົ້າ​ອະງຸ່ນ​ລິດເຄິ່ງ. ກິ່ນ​ຫອມຫວນ​ຂອງ​ເຄື່ອງບູຊາ​ນັ້ນ ຈຶ່ງ​ເປັນ​ທີ່​ພໍໃຈ​ພຣະເຈົ້າຢາເວ.

8 ເມື່ອ​ຖວາຍ​ງົວເຖິກ​ໂຕໜຶ່ງ​ແກ່​ພຣະເຈົ້າຢາເວ​ຕາມ​ພິທີ​ຖວາຍ​ບູຊາ​ດ້ວຍ​ໄຟ ຫລື​ຖວາຍ​ບູຊາ​ທີ່​ສືບ​ເນື່ອງ​ມາ​ຈາກ​ຜົນ​ສຳເລັດ​ໃນ​ການ​ບະບົນ​ໄວ້ ຫລື​ຕາມ​ພິທີ​ຖວາຍ​ເພື່ອ​ຄວາມ​ສາມັກຄີທຳ​ກໍດີ

9 ໃຫ້​ນຳ​ເຄື່ອງ​ມາ​ຖວາຍ​ພ້ອມ​ງົວເຖິກ ມີ​ແປ້ງເຂົ້າ​ຢ່າງດີ​ສາມ​ກິໂລກຼາມ ປົນ​ກັບ​ນໍ້າມັນ​ໝາກກອກເທດ​ສອງ​ລິດ

10 ພ້ອມ​ທັງ​ເຫຼົ້າ​ອະງຸ່ນ​ສອງ​ລິດ. ກິ່ນ​ຫອມຫວນ​ຂອງ​ເຄື່ອງ​ບູຊາ​ນັ້ນ ຈຶ່ງ​ເປັນ​ທີ່​ພໍໃຈ​ພຣະເຈົ້າຢາເວ.

11 ໃຫ້​ປະຕິບັດ​ດັ່ງນີ້ ເມື່ອ​ຖວາຍ​ບູຊາ​ງົວເຖິກ​ຫລື​ແບ້, ແກະເຖິກ, ລູກແກະ​ຫລື​ລູກ​ແບ້​ໜຸ່ມ.

12 ເມື່ອໃດ​ໄດ້​ຖວາຍ​ຫລາຍກວ່າ​ໜຶ່ງ​ໂຕ​ຂຶ້ນ​ໄປ ກໍ​ໃຫ້​ເພີ່ມ​ເຄື່ອງ​ຖວາຍ​ບູຊາ​ຄູ່​ກັນ​ໄປ​ຕາມ​ຊັດສ່ວນ.

13 ໃຫ້​ຊາວ​ອິດສະຣາເອນ​ພື້ນເມືອງ​ທຸກຄົນ​ປະຕິບັດ​ຕາມ​ລະບຽບການ​ນີ້ ເມື່ອ​ມີ​ການ​ຖວາຍ​ອາຫານ ກິ່ນ​ຫອມຫວນ​ຂອງ​ການ​ຖວາຍ​ນັ້ນ ຈຶ່ງ​ເປັນ​ທີ່​ພໍໃຈ​ພຣະເຈົ້າຢາເວ.

14 ຖ້າ​ຄົນ​ຕ່າງດ້າວ​ທີ່​ອາໄສ​ຢູ່​ນຳ​ພວກເຈົ້າ​ນັ້ນ ບໍ່​ວ່າ​ຢູ່​ຊົ່ວຄາວ​ຫລື​ຢູ່​ຢ່າງ​ຖາວອນ​ກໍດີ ຖ້າ​ຢາກ​ຖວາຍ​ອາຫານ​ກໍ​ໃຫ້​ປະຕິບັດ​ຕາມ​ແບບ​ດຽວກັນ. ກິ່ນ​ຫອມຫວນ​ຂອງ​ການ​ຖວາຍ​ນັ້ນ​ຈຶ່ງ​ເປັນ​ທີ່​ພໍໃຈ​ພຣະເຈົ້າຢາເວ.

15 ໃຫ້​ພວກເຈົ້າ​ເອງ ແລະ​ຄົນ​ຕ່າງດ້າວ​ທີ່​ຢູ່​ນຳ​ພວກເຈົ້າ ປະຕິບັດ​ຕາມ​ແບບ​ດຽວກັນ​ນີ້ ທຸກຍຸກ​ທຸກສະໄໝ​ສືບໄປ. ພວກເຈົ້າ ແລະ​ພວກເຂົາ​ມີ​ຄຸນຄ່າ​ເທົ່າທຽມ​ກັນ ຕໍ່ໜ້າ​ຂອງ​ພຣະເຈົ້າຢາເວ

16 ດັ່ງນັ້ນ ຈຶ່ງ​ໃຫ້​ໃຊ້​ກົດບັນຍັດ ແລະ​ລະບຽບການ​ຢ່າງ​ດຽວກັນ.”’

17 ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ໂມເຊ​ວ່າ,

18 “ຈົ່ງ​ບອກ​ປະຊາຊົນ​ອິດສະຣາເອນ​ວ່າ, ‘ເມື່ອ​ພວກເຈົ້າ​ເຂົ້າ​ໄປ​ໃນ​ດິນແດນ​ທີ່​ເຮົາ​ກຳລັງ​ຈະ​ນຳ​ພວກເຈົ້າ​ເຂົ້າ​ໄປ​ນັ້ນ.

19 ເມື່ອ​ກິນ​ອາຫານ​ຊະນິດ​ໃດ​ທີ່​ໄດ້​ຈາກ​ພືດຜົນ​ຢູ່​ໃນ​ດິນແດນ​ນັ້ນ ເຈົ້າ​ຈົ່ງ​ນຳ​ເຄື່ອງ​ບູຊາ ມາ​ຖວາຍ​ແກ່​ພຣະເຈົ້າຢາເວ.

20 ເມື່ອ​ພວກເຈົ້າ​ເຮັດ​ເຂົ້າຈີ່ ດ້ວຍ​ເມັດ​ພືດ​ທີ່​ຫາ​ກໍ​ເກັບກ່ຽວ​ໃໝ່ ຈົ່ງ​ເອົາ​ເຂົ້າຈີ່​ກ້ອນ​ທຳອິດ​ມາ​ຖວາຍ ເປັນ​ເຄື່ອງ​ບູຊາ​ຢ່າງ​ດຽວ​ກັບ​ເຄື່ອງ​ເຄື່ອງ​ບູຊາ​ເຂົ້າ​ທີ່​ຫາ​ກໍ​ເອົາ​ອອກ​ມາ​ຈາກ​ລານ​ຟາດເຂົ້າ.

21 ຈົ່ງ​ຖວາຍ​ເຂົ້າຈີ່​ທີ່​ເຮັດ​ນັ້ນ ເປັນ​ຂອງ​ຖວາຍ​ພິເສດ​ຖວາຍ​ແກ່​ພຣະເຈົ້າຢາເວ​ທຸກຍຸກ​ທຸກສະໄໝ​ສືບໄປ.

22 ແຕ່​ເມື່ອ​ມີ​ຜູ້ໜຶ່ງ​ບໍ່ໄດ້​ປະຕິບັດ ໂດຍ​ບໍ່ຕັ້ງໃຈ​ຕາມ​ກົດບັນຍັດ​ເຫຼົ່ານັ້ນ ທີ່​ພຣະເຈົ້າຢາເວ​ໄດ້​ມອບ​ໃຫ້​ໂມເຊ.

23 ໃນ​ຫລາຍ​ຊົ່ວອາຍຸ​ຄົນ​ໃນ​ຊຸມຊົນ ບໍ່ໄດ້​ປະຕິບັດ​ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໄວ້​ທຸກປະການ​ຜ່ານ​ທາງ​ໂມເຊ.

24 ຖ້າ​ການ​ຜິດພາດ​ຢ່າງ​ນີ້​ຫາກ​ໄດ້​ເກີດຂຶ້ນ​ເພາະ​ຊຸມຊົນ​ຮູ້ເທົ່າ​ບໍ່​ເຖິງການ ໃຫ້​ພວກເຈົ້າ​ນຳ​ງົວເຖິກ​ໂຕໜຶ່ງ​ມາ​ຕາມ​ພິທີ​ຖວາຍບູຊາ ຄູ່​ກັບ​ການ​ຖວາຍ​ພືດຜົນ​ເປັນເມັດ​ຢ່າງດີ ແລະ​ເຫຼົ້າ​ອະງຸ່ນ. ກິ່ນ​ຫອມຫວນ​ຂອງ​ການ​ຖວາຍ​ນັ້ນ ຈຶ່ງ​ເປັນ​ທີ່​ພໍໃຈ​ພຣະເຈົ້າຢາເວ. ນອກຈາກນີ້ ພວກເຂົາ​ຕ້ອງ​ຖວາຍ​ແບ້ເຖິກ​ຕື່ມ​ອີກ​ໂຕໜຶ່ງ​ຕາມ​ພິທີ​ຖວາຍ​ເພື່ອ​ລຶບລ້າງ​ບາບ.

25 ປະໂຣຫິດ​ຈະ​ເຮັດ​ພິທີ​ຊຳລະ​ບາບ​ສຳລັບ​ຊຸມຊົນ​ອິດສະຣາເອນ ແລະ​ພວກເຂົາ​ກໍ​ຈະ​ໄດ້​ຮັບ​ການອະໄພ ເພາະ​ແມ່ນ​ຄວາມ​ຜິດພາດ​ທີ່​ໄດ້​ເກີດຂຶ້ນ​ໂດຍ​ບໍ່ຕັ້ງໃຈ ແລະ​ພວກເຂົາ​ກໍໄດ້​ນຳ​ເຄື່ອງ​ຖວາຍ​ເພື່ອ​ລຶບລ້າງ​ບາບ​ມາ​ຕໍ່ໜ້າ​ພຣະເຈົ້າຢາເວ ຕາມ​ພິທີ​ຖວາຍບູຊາ​ດ້ວຍ​ໄຟ​ແກ່​ພຣະເຈົ້າຢາເວ​ແລ້ວ.

26 ຍ້ອນ​ທຸກໆຄົນ​ໄດ້​ມີ​ສ່ວນ​ໃນ​ຄວາມ​ຜິດພາດ​ນັ້ນ ສະນັ້ນ ຊຸມຊົນ​ອິດສະຣາເອນ​ທັງໝົດ ແລະ​ຄົນ​ຕ່າງດ້າວ​ທຸກໆຄົນ​ທີ່​ໄດ້​ອາໄສ​ຢູ່​ນຳ​ກໍ​ຈະ​ໄດ້​ຮັບ​ການອະໄພ​ດ້ວຍ.

27 ຖ້າ​ແມ່ນ​ຄົນດຽວ​ຫາກ​ເຮັດ​ບາບ​ໂດຍ​ບໍ່ຕັ້ງໃຈ ກໍ​ໃຫ້​ລາວ​ຖວາຍ​ແບ້​ແມ່​ໂຕໜຶ່ງ​ອາຍຸ​ໜຶ່ງ​ປີ ຕາມ​ພິທີ​ຖວາຍ​ເພື່ອ​ລຶບລ້າງ​ບາບ.

28 ປະໂຣຫິດ​ຈະ​ເຮັດ​ພິທີ​ຊຳລະ​ບາບ​ໃຫ້​ຜູ້ທີ່​ເຮັດ​ບາບ​ໂດຍ​ບໍ່ຕັ້ງໃຈ​ຕໍ່ໜ້າ​ພຣະເຈົ້າຢາເວ ແລະ​ລາວ​ກໍ​ຈະ​ໄດ້​ຮັບ​ການອະໄພ.

29 ໃຫ້​ທຸກຄົນ​ທີ່​ໄດ້​ເຮັດ​ບາບ​ໂດຍ​ບໍ່ຕັ້ງໃຈ​ປະຕິບັດ​ຕາມ​ລະບຽບການ​ດຽວກັນນີ້ ບໍ່​ວ່າ​ຄົນ​ນັ້ນ​ຈະ​ເປັນ​ຊາວ​ອິດສະຣາເອນ​ໂດຍ​ກຳເນີດ ຫລື​ຄົນ​ຕ່າງດ້າວ​ທີ່​ມາ​ອາໄສ​ຢູ່​ນຳ​ພວກ​ຕົນ​ກໍຕາມ.

30 ແຕ່​ຖ້າ​ບຸກຄົນ​ໃດ ບໍ່​ວ່າ​ຄົນ​ອິດສະຣາເອນ​ໂດຍ​ກຳເນີດ ຫລື​ຄົນ​ຕ່າງດ້າວ​ທີ່​ໄດ້​ມາ​ອາໄສ​ຢູ່​ນຳ​ກໍດີ ຫາກ​ເຮັດ​ບາບ​ໂດຍ​ຕັ້ງໃຈ​ດູໝິ່ນ​ປະໝາດ​ພຣະເຈົ້າຢາເວ ກໍ​ໃຫ້​ລົງໂທດ​ບຸກຄົນ​ນັ້ນ​ໃຫ້​ເຖິງ​ຕາຍ;

31 ຍ້ອນ​ວ່າ​ລາວ​ບໍ່ໄດ້​ເຊື່ອຟັງ​ພຣະເຈົ້າຢາເວ ແລະ​ໄດ້​ຕັ້ງໃຈ​ລະເມີດ​ຂໍ້ຄຳສັ່ງ​ຂອງ​ພຣະອົງ. ໃຫ້​ລາວ​ຮັບຜິດຊອບ​ການຕາຍ​ຂອງ​ລາວເອງ.”’


ຄົນ​ທີ່​ລະເມີດ​ວັນ​ຊະບາໂຕ

32 ມີຢູ່​ຄັ້ງໜຶ່ງ ເມື່ອ​ຊາວ​ອິດສະຣາເອນ​ຍັງ​ຢູ່​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ ມີ​ຊາຍ​ຄົນໜຶ່ງ​ໄດ້​ລະເມີດ​ວັນ​ຊະບາໂຕ​ໂດຍ​ໄປ​ຫາ​ຟືນ.

33 ລາວ​ໄດ້​ຖືກ​ນຳ​ຕົວ​ມາ​ຫາ​ໂມເຊ ອາໂຣນ ແລະ​ຊຸມຊົນ​ທັງໝົດ.

34 ແລ້ວ​ເພິ່ນ​ກໍ​ສັ່ງ​ໃຫ້​ຄຸມຂັງ​ລາວ​ໄວ້ ເພາະ​ຍັງ​ບໍ່​ຮູ້​ວ່າ​ຈະ​ເຮັດ​ຢ່າງ​ໃດ​ກັບ​ລາວ​ເທື່ອ.

35 ຕໍ່ມາ ພຣະເຈົ້າຢາເວ​ໄດ້​ບອກ​ໂມເຊ​ວ່າ, “ໃຫ້​ປະຫານ​ຊີວິດ​ຊາຍ​ຄົນນີ້ເສຍ ໂດຍ​ໃຫ້​ຊຸມຊົນ​ທັງໝົດ​ແກວ່ງ​ກ້ອນຫີນ​ໃສ່​ລາວ​ໃຫ້​ຕາຍ​ຢູ່​ນອກ​ຄ້າຍພັກ.”

36 ສະນັ້ນ ຊຸມຊົນ​ທັງໝົດ​ຈຶ່ງ​ໄດ້​ນຳ​ລາວ​ອອກ​ໄປ​ນອກ​ຄ້າຍ ແລະ​ແກວ່ງ​ກ້ອນຫີນ​ໃສ່​ໃຫ້​ຕາຍ ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໄວ້​ນັ້ນ.


ກົດ​ກ່ຽວກັບ​ຍອຍເສື້ອ

37 ແລ້ວ​ພຣະເຈົ້າຢາເວ​ໄດ້​ກ່າວ​ຕໍ່​ໂມເຊ​ວ່າ,

38 “ໃຫ້​ໄປ​ບອກ​ປະຊາຊົນ​ອິດສະຣາເອນ​ວ່າ, ‘ຈົ່ງ​ເຮັດ​ຍອຍ​ສີຟ້າ​ໃສ່​ຕາມ​ແຈ​ຂອງ​ເຄື່ອງນຸ່ງ. ໃຫ້​ເຮັດ​ຢ່າງ​ນີ້​ທຸກຍຸກ​ທຸກສະໄໝ​ສືບໄປ.’

39 ຍອຍ​ນັ້ນ​ຈະ​ເປັນ​ສິ່ງ​ເຕືອນໃຈ ແລະ​ທຸກໆ​ເທື່ອ​ທີ່​ພວກເຈົ້າ​ເຫັນ​ຍອຍ​ນັ້ນ ມັນ​ຈະ​ຊ່ວຍ​ໃຫ້​ພວກເຈົ້າ​ຄິດເຖິງ​ຂໍ້ຄຳສັ່ງ​ຂອງ​ພຣະເຈົ້າຢາເວ ແລະ​ປະຕິບັດ​ຕາມ ແລ້ວ​ພວກເຈົ້າ​ກໍ​ຈະ​ບໍ່​ລືມໄລ​ເຮົາ​ໄປ​ເຮັດ​ຕາມໃຈ​ມັກ.

40 ຍອຍ​ນັ້ນ​ຈະ​ເຕືອນ​ພວກເຈົ້າ​ໃຫ້​ຮັກສາ​ຂໍ້ຄຳສັ່ງ​ທັງໝົດ​ຂອງເຮົາ ແລະ​ພວກເຈົ້າ​ກໍ​ຈະ​ເປັນ​ຄົນ​ບໍຣິສຸດ​ແກ່​ພຣະເຈົ້າ​ຂອງ​ພວກເຈົ້າ.

41 ເຮົາ​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ, ເຮົາ​ໄດ້​ນຳພາ​ພວກເຈົ້າ​ອອກ​ມາ​ຈາກ​ປະເທດ​ເອຢິບ ເພື່ອ​ເປັນ​ພຣະເຈົ້າ​ຂອງ​ພວກເຈົ້າ ເຮົາ​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ.”

@ 2012 United Bible Societies. All Rights Reserved.

Lean sinn:



Sanasan