Biblia Todo Logo
Bìoball air-loidhne

- Sanasan -

ຈົດບັນຊີ 14 - ພຣະຄຳພີສັກສິ


ປະຊາຊົນ​ຈົ່ມຮ້າຍ​ໃສ່​ໂມເຊ

1 ປະຊາຊົນ​ຕ່າງ​ກໍ​ຮ້ອງໄຫ້​ດ້ວຍ​ຄວາມທຸກໃຈ​ຕະຫລອດ​ທັງຄືນ.

2 ພວກເຂົາ​ຈົ່ມຮ້າຍ​ໃສ່​ໂມເຊ​ແລະ​ອາໂຣນ​ວ່າ, “ຕາຍ​ຢູ່​ທີ່​ປະເທດ​ເອຢິບ ຫລື​ຢູ່​ທີ່​ຖິ່ນ​ແຫ້ງແລ້ງ​ກັນດານ​ກໍ​ຍັງ​ດີກວ່າ

3 ເປັນຫຍັງ​ພຣະເຈົ້າຢາເວ​ຈຶ່ງ​ຈະ​ນຳ​ພວກເຮົາ​ເຂົ້າ​ໄປ​ໃນ​ດິນແດນ​ນັ້ນ? ພວກເຮົາ​ຈະ​ຖືກ​ຂ້າ​ໃນ​ສະໜາມຮົບ ແລະ​ບັນດາ​ລູກ​ເມຍ​ຂອງ​ພວກເຮົາ​ກໍ​ຈະ​ຖືກ​ຈັບ​ໄປ. ພວກເຮົາ​ກັບຄືນ​ໄປ​ເອຢິບ​ບໍ່​ດີກວ່າ​ບໍ?”

4 ສະນັ້ນ ພວກເຂົາ​ຈຶ່ງ​ເວົ້າ​ຕໍ່​ກັນແລະກັນ​ວ່າ, “ໃຫ້​ເລືອກ​ເອົາ​ຜູ້ນຳ​ຜູ້ໜຶ່ງ​ແລະ​ກັບຄືນ​ໄປ​ປະເທດ​ເອຢິບ.”

5 ແລ້ວ​ໂມເຊ​ແລະ​ອາໂຣນ​ກໍ​ຂາບລົງ​ດິນ​ຕໍ່ໜ້າ​ປະຊາຊົນ​ທັງໝົດ.

6 ແຕ່​ໂຢຊວຍ​ລູກຊາຍ​ຂອງ​ນູນ ແລະ​ກາເລັບ​ລູກຊາຍ​ຂອງ​ເຢຟຸນເນ ສອງ​ຄົນ​ໃນ​ຈຳນວນ​ພວກ​ນັກສືບ​ສອດແນມ ໄດ້​ຈີກ​ເສື້ອ​ຂອງຕົນ​ດ້ວຍ​ຄວາມ​ເສຍໃຈ

7 ແລະ​ເວົ້າ​ຕໍ່​ປະຊາຊົນ​ວ່າ, “ດິນແດນ​ຊຶ່ງ​ພວກ​ຂ້າພະເຈົ້າ​ໄດ້​ໄປ​ສຳຫລວດ​ເບິ່ງ​ນັ້ນ ເປັນ​ດິນແດນ​ທີ່​ດີເລີດ.

8 ຖ້າ​ພຣະເຈົ້າຢາເວ​ຫາກ​ພໍໃຈ​ນຳ​ພວກເຮົາ ພຣະອົງ​ກໍ​ຈະ​ນຳພາ​ພວກເຮົາ​ໄປ​ທີ່ນັ້ນ ແລະ​ມອບ​ດິນແດນ​ທີ່​ອຸດົມ​ແລະ​ຮັ່ງມີ​ໃຫ້​ແກ່​ພວກເຮົາ.

9 ຢ່າ​ກະບົດ​ຕໍ່ສູ້​ພຣະເຈົ້າຢາເວ​ເລີຍ ແລະ​ຢ່າສູ່ຢ້ານ​ປະຊາຊົນ​ທີ່​ອາໄສ​ຢູ່​ທີ່​ນັ້ນ. ພວກເຮົາ​ຈະ​ຊະນະ​ພວກເຂົາ​ຢ່າງ​ງ່າຍດາຍ. ພຣະເຈົ້າຢາເວ​ສະຖິດ​ຢູ່​ນຳ​ພວກເຮົາ ແລະ​ຈະ​ຊົງ​ທຳລາຍ​ບັນດາ​ພະ​ທີ່​ປົກປັກ​ຮັກສາ​ພວກເຂົາ​ໃຫ້​ສູນສິ້ນ​ໄປ​ໝົດ; ສະນັ້ນ ຢ່າສູ່ຢ້ານເລີຍ.”

10 ຊຸມຊົນ​ທັງໝົດ​ກຳລັງ​ຈະ​ໃຊ້​ຫີນ​ແກວ່ງ​ໃສ່​ໂມເຊ​ແລະ​ອາໂຣນ​ໃຫ້​ຕາຍ, ແຕ່​ໃນ​ທັນໃດນັ້ນ ປະຊາຊົນ​ໄດ້​ເຫັນ​ສະຫງ່າຣາສີ​ຂອງ​ພຣະເຈົ້າຢາເວ​ປາກົດ​ທີ່​ເທິງ​ຫໍເຕັນ​ບ່ອນ​ຊຸມນຸມ.


ໂມເຊ​ໄຫວ້ວອນ​ເພື່ອ​ປະຊາຊົນ

11 ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ໂມເຊ​ວ່າ, “ປະຊາຊົນ​ເຫຼົ່ານີ້​ຍັງ​ຈະ​ໝິ່ນປະໝາດ​ເຮົາ​ອີກ​ດົນນານ​ປານໃດ? ເຖິງແມ່ນ​ວ່າ ເຮົາ​ໄດ້​ເຮັດ​ການ​ອັດສະຈັນ​ຫລາຍ​ຢ່າງ​ໃນ​ທ່າມກາງ​ພວກເຂົາ​ແລ້ວ ພວກເຂົາ​ກໍ​ຍັງ​ປະຕິເສດ​ທີ່​ຈະ​ໄວ້ວາງໃຈ​ໃນ​ເຮົາ​ຕະຫລອດໄປ​ບໍ?

12 ເຮົາ​ຈະ​ສົ່ງ​ໂຣກ​ລະບາດ​ຮ້າຍແຮງ​ທຳລາຍ​ພວກເຂົາ ແຕ່​ເຮົາ​ຈະ​ເຮັດ​ໃຫ້​ເຈົ້າ​ເປັນ​ພໍ່​ຂອງ​ຊົນຊາດ​ໃຫຍ່​ຊາດ​ໜຶ່ງ ແລະ​ມີ​ອຳນາດ​ຫລາຍກວ່າ​ພວກເຂົາ.”

13 ແຕ່​ໂມເຊ​ໄດ້​ຕອບ​ພຣະເຈົ້າຢາເວ​ວ່າ, “ພຣະອົງ​ໄດ້​ນຳ​ປະຊາຊົນ​ເຫຼົ່ານີ້​ອອກ​ມາ​ຈາກ​ປະເທດ​ເອຢິບ​ດ້ວຍ​ຣິດອຳນາດ​ຂອງ​ພຣະອົງ​ເອງ. ເມື່ອ​ຊາວ​ເອຢິບ​ໄດ້ຍິນ​ສິ່ງ​ທີ່​ພຣະອົງ​ເຮັດ​ຕໍ່​ປະຊາຊົນ​ຂອງ​ພຣະອົງ

14 ພວກເຂົາ​ກໍ​ຈະ​ບອກ​ເລື່ອງ​ນັ້ນ​ໃຫ້​ແກ່​ປະຊາຊົນ​ທີ່​ອາໄສ​ຢູ່​ໃນ​ດິນແດນ​ນີ້. ຄົນ​ພວກ​ນັ້ນ​ໄດ້ຍິນ​ແລ້ວ​ວ່າ​ພຣະອົງ​ຄື​ພຣະເຈົ້າຢາເວ ສະຖິດ​ຢູ່​ທ່າມກາງ​ພວກ​ຂ້ານ້ອຍ ແລະ​ພຣະເຈົ້າຢາເວ​ໄດ້​ປາກົດ​ໜ້າ​ຕໍ່​ໜ້າ​ໃຫ້​ພວກ​ຂ້ານ້ອຍ​ເຫັນ, ແລະ​ເປັນ​ເສົາເມກ​ຊຶ່ງ​ຢຸດ​ຢູ່​ເທິງ​ພວກ​ຂ້ານ້ອຍ ແລະ​ພຣະອົງ​ຍັງ​ໄດ້​ນຳພາ​ພວກ​ຂ້ານ້ອຍ​ໄປ ເປັນ​ເສົາເມກ​ໃນ​ເວລາ​ກາງເວັນ ແລະ​ເປັນ​ເສົາໄຟ​ໃນ​ເວລາ​ກາງຄືນ.

15 ມາບັດນີ້ ຖ້າ​ພຣະອົງ​ຫາກ​ຂ້າ​ປະຊາຊົນ​ຂອງ​ພຣະອົງ​ທັງໝົດ ຊົນຊາດ​ທັງຫລາຍ​ທີ່​ໄດ້ຍິນ​ເຖິງ​ຊື່ສຽງ​ຂອງ​ພຣະອົງ​ກໍ​ຈະ​ກ່າວ​ວ່າ

16 ‘ເພາະ​ພຣະເຈົ້າຢາເວ​ບໍ່​ສາມາດ​ນຳພາ​ພວກເຂົາ​ເຂົ້າ​ໄປ​ໃນ​ດິນແດນ ທີ່​ພຣະອົງ​ໄດ້​ສັນຍາ​ໄວ້​ກັບ​ພວກເຂົາ​ນັ້ນ​ໄດ້. ພຣະອົງ​ຈຶ່ງ​ຂ້າ​ປະຊາຊົນ​ຂອງ​ພຣະອົງ​ເອງ​ຢູ່​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ.’

17 ສະນັ້ນ ບັດນີ້​ພຣະເຈົ້າຢາເວ​ອົງ​ຍິ່ງໃຫຍ່​ເອີຍ ຂ້ານ້ອຍ​ຈຶ່ງ​ວິງວອນ​ຂໍ​ພຣະອົງ​ຊົງ​ໂຜດ​ສຳແດງ​ຣິດອຳນາດ​ຂອງ​ພຣະອົງ ແລະ​ເຮັດ​ສິ່ງ​ທີ່​ພຣະອົງ​ໄດ້​ສັນຍາ​ໄວ້ ເມື່ອ​ພຣະອົງ​ກ່າວ​ວ່າ,

18 ‘ພຣະເຈົ້າຢາເວ​ຜູ້​ບໍ່​ຮ້າຍ​ງ່າຍ, ຜູ້​ສຳແດງ​ຄວາມຮັກ​ອັນ​ໝັ້ນຄົງ ແລະ​ຄວາມ​ສັດຊື່​ຕະຫລອດໄປ ພ້ອມ​ທັງ​ຍົກ​ບາບ​ໃຫ້​ອະໄພ​ແກ່​ຜູ້​ທີ່​ກະບົດ​ຕໍ່ສູ້​ເຮົາ, ແຕ່​ເຮົາ​ຈະ​ບໍ່​ລະເລີຍ​ທີ່​ຈະ​ລົງໂທດ ລູກຫລານ​ຂອງ​ຜູ້​ທີ່​ໄດ້​ກະທຳ​ບາບ​ຕໍ່ສູ້​ເຮົາ​ເຖິງ​ສາມ​ສີ່​ຊົ່ວ​ເຊັ່ນ​ຄົນ ສຳລັບ​ການບາບ​ຂອງ​ພໍ່​ແມ່​ພວກເຂົາ.’

19 ຂໍ​ຊົງ​ຍົກ​ໂທດບາບ​ໃຫ້​ຄົນ​ເຫຼົ່ານີ້​ເສຍເຖີດ ຕາມ​ຄວາມຮັກ​ອັນ​ໝັ້ນຄົງ ເໝືອນ​ດັ່ງ​ທີ່​ພຣະອົງ​ໄດ້​ຍົກ​ໂທດບາບ​ໃຫ້​ພວກເຂົາ ຕອນ​ທີ່​ຫາກໍໄດ້​ອອກ​ມາ​ຈາກ​ປະເທດ​ເອຢິບ​ຈົນ​ເຖິງ​ທຸກ​ວັນນີ້.”

20 ພຣະເຈົ້າຢາເວ​ໄດ້​ຕອບ​ວ່າ, “ເຮົາ​ຈະ​ຍົກໂທດ​ບາບ​ໃຫ້​ພວກເຂົາ ຕາມ​ທີ່​ເຈົ້າ​ໄດ້​ຂໍຮ້ອງ​ມາ,

21 ແຕ່​ເຮົາ​ມີ​ຊີວິດ​ຢູ່​ຢ່າງ​ແນ່ແທ້​ສັນໃດ ທົ່ວ​ແຜ່ນດິນ​ໂລກ​ຈະ​ເຕັມ​ໄປ​ດ້ວຍ​ສະຫງ່າຣາສີ​ຂອງ​ພຣະເຈົ້າຢາເວ​ສັນນັ້ນ,

22 ບໍ່ມີ​ໃຜ​ຈັກ​ຄົນ​ໃນ​ຈຳນວນ​ຄົນ​ເຫຼົ່ານີ້ ທີ່​ໄດ້​ເຫັນ​ສະຫງ່າຣາສີ​ຂອງເຮົາ ແລະ​ການ​ອັດສະຈັນ​ແລະ​ໝາຍສຳຄັນ​ຕ່າງໆ​ທີ່​ເຮົາ​ໄດ້​ກະທຳ ຢູ່​ໃນ​ປະເທດ​ເອຢິບ​ແລະ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ ແລະ​ໄດ້​ທົດລອງ​ເຮົາ​ເຖິງ​ສິບ​ເທື່ອ​ແລ້ວ ແຕ່​ຍັງ​ໄດ້​ປະຕິເສດ​ທີ່​ຈະ​ເຊື່ອຟັງ​ເຮົາ.

23 ພວກເຂົາ​ຈະ​ບໍ່ໄດ້​ເຂົ້າ​ໄປ​ໃນ​ດິນແດນ ຊຶ່ງ​ເຮົາ​ໄດ້​ສັນຍາ​ໄວ້​ກັບ​ບັນພະບຸລຸດ​ຂອງ​ພວກເຂົາ​ນັ້ນ​ຈັກເທື່ອ. ພວກ​ທີ່​ໝິ່ນປະໝາດ​ເຮົາ​ນັ້ນ ຈະ​ບໍ່ມີ​ຈັກ​ຄົນໜຶ່ງ​ຄົນດຽວ​ທີ່​ໄດ້​ເຂົ້າ​ໄປ​ໃນ​ທີ່ນັ້ນ.

24 ແຕ່​ຍ້ອນ​ກາເລັບ ຄົນ​ຮັບໃຊ້​ຂອງເຮົາ ມີ​ທ່າທີ​ແຕກຕ່າງ​ຈາກ​ຄົນ​ເຫຼົ່ານີ້ ແລະ​ລາວ​ສັດຊື່​ຕໍ່​ເຮົາ ເຮົາ​ຈະ​ນຳພາ​ລາວ​ເຂົ້າ​ໄປ​ໃນ​ດິນແດນ​ທີ່​ລາວ​ໄດ້​ໄປ​ສຳຫລວດ ແລະ​ເຊື້ອສາຍ​ຂອງ​ລາວ​ຈະ​ໄດ້​ເປັນ​ກຳມະສິດ​ດິນແດນ

25 ຊຶ່ງ​ເປັນ​ຮ່ອມພູ​ທີ່​ຊາວ​ອາມາເຫຼັກ​ກັບ​ຊາວ​ການາອານ​ອາໄສ​ຢູ່​ໃນ​ເວລານີ້. ໃນ​ມື້ອື່ນ ພວກເຈົ້າ​ຈົ່ງ​ກັບຄືນ​ໄປ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ຕາມ​ສາຍ​ທາງ​ໄປ​ສູ່​ອ່າວ​ອາກາບາ.”


ພຣະເຈົ້າຢາເວ​ລົງໂທດ​ປະຊາຊົນ​ຍ້ອນ​ຈົ່ມຮ້າຍ

26 ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ໂມເຊ​ກັບ​ອາໂຣນ​ວ່າ,

27 “ຄົນຊົ່ວ​ເຫຼົ່ານີ້ ຈະ​ຈົ່ມຮ້າຍ​ໃສ່​ເຮົາ​ໄປ​ອີກ​ດົນນານ​ປານໃດ? ເຮົາ​ໄດ້ຍິນ​ສຽງ​ຈົ່ມຮ້າຍ​ເຫຼົ່ານັ້ນ​ພຽງພໍ​ແລ້ວ

28 ບັດນີ້ ຈົ່ງ​ໃຫ້​ຄຳຕອບ​ນີ້​ແກ່​ພວກເຂົາ​ວ່າ, ‘ພຣະເຈົ້າຢາເວ​ກ່າວ​ວ່າ ເຮົາ​ມີ​ຊີວິດ​ຢູ່​ແນ່ນອນ​ສັນໃດ ເຮົາ​ຈະ​ເຮັດ​ຕາມ​ທີ່​ເຈົ້າ​ໄດ້​ຂໍຮ້ອງ​ເຮົາ​ສັນນັ້ນ.

29 ພວກເຈົ້າ​ຈະ​ຕາຍ​ແລະ​ຊາກສົບ​ຂອງ​ພວກເຈົ້າ​ຈະ​ກະຈັດ​ກະຈາຍ ທົ່ວ​ຖິ່ນ​ແຫ້ງແລ້ງ​ກັນດານ. ຍ້ອນ​ພວກເຈົ້າ​ຈົ່ມຮ້າຍ​ໃສ່​ເຮົາ ຄົນ​ທີ່​ມີ​ອາຍຸ​ຊາວ​ປີ​ຂຶ້ນ​ໄປ​ໃນ​ພວກເຈົ້າ ຈະ​ບໍ່ໄດ້​ເຂົ້າ​ໄປ​ໃນ​ດິນແດນ​ນັ້ນ​ເດັດຂາດ.

30 ເຮົາ​ໄດ້​ສັນຍາ​ວ່າ​ຈະ​ໃຫ້​ພວກເຈົ້າ​ຢູ່​ທີ່​ນັ້ນ ແຕ່​ໃນ​ພວກເຈົ້າ​ຈະ​ບໍ່ມີ​ໃຜ​ໄດ້​ຢູ່ ນອກຈາກ​ກາເລັບ​ລູກຊາຍ​ຂອງ​ເຢຟຸນເນ​ແລະ​ໂຢຊວຍ​ລູກຊາຍ​ຂອງ​ນູນ.

31 ພວກເຈົ້າ​ໄດ້​ເວົ້າ​ວ່າ, ລູກຫລານ​ຂອງ​ພວກເຈົ້າ​ຈະ​ຖືກ​ຈັບ​ໄປ ແຕ່​ເຮົາ​ຈະ​ນຳ​ພວກເຂົາ​ເຂົ້າ​ໄປ​ໃນ​ດິນແດນ​ທີ່​ພວກເຈົ້າ​ບໍ່​ຍອມ​ຮັບ​ເອົາ ແລະ​ທີ່​ນັ້ນ​ຈະ​ເປັນ​ບ້ານ​ເຮືອນ​ຂອງ​ພວກເຂົາ.

32 ພວກເຈົ້າ​ຈະ​ຕາຍ​ຢູ່​ທີ່​ຖິ່ນ​ແຫ້ງແລ້ງ​ກັນດານ​ນີ້.

33 ພວກ​ລູກຫລານ​ຂອງ​ພວກເຈົ້າ​ຈະ​ທ່ອງທ່ຽວ​ໄປມາ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ ເປັນ​ເວລາ​ສີ່ສິບ​ປີ ຕ້ອງ​ທົນທຸກ​ລຳບາກ​ຍ້ອນ​ຄວາມ​ບໍ່​ສັດຊື່​ຂອງ​ພວກເຈົ້າ ຈົນກວ່າ​ຄົນ​ສຸດທ້າຍ​ໃນ​ພວກເຈົ້າ​ຕາຍໄປ.

34 ພວກເຈົ້າ​ຈະ​ໄດ້​ຮັບ​ຜົນ​ກຳ​ເພາະ​ການບາບ​ຂອງ​ພວກເຈົ້າ​ເປັນ​ເວລາ 40 ປີ​ນັ້ນ​ຄື: ໜຶ່ງ​ປີ​ຕໍ່​ໜຶ່ງ​ວັນ​ຂອງ​ສີ່ສິບ​ວັນ ຕາມ​ເວລາ​ທີ່​ພວກເຈົ້າ​ໄດ້​ໃຊ້​ສຳຫລວດ​ດິນແດນ​ນັ້ນ. ພວກເຈົ້າ​ຈະ​ຮູ້​ວ່າ​ການ​ເປັນ​ສັດຕູ​ກັບ​ເຮົາ​ນັ້ນ​ເປັນ​ຢ່າງ​ໃດ.

35 ເຮົາ​ແມ່ນ​ພຣະເຈົ້າຢາເວ ເຮົາ​ໄດ້ກ່າວ​ວ່າ ເຮົາ​ຈະ​ເຮັດ​ເຊັ່ນນີ້​ຕໍ່​ຄົນ​ຢ່າງ​ພວກເຈົ້າ ທີ່​ຮ່ວມ​ຫົວ​ກັນ​ຕໍ່ສູ້​ເຮົາ. ພວກເຈົ້າ​ແຕ່ລະຄົນ​ຈະ​ຕາຍ​ຢູ່​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ນີ້.”’

36-37 ຄົນ​ທີ່​ໂມເຊ​ໄດ້​ສົ່ງ​ໄປ​ສຳຫລວດ​ດິນແດນ​ນຳ​ລາຍງານ​ບໍ່ຈິງ​ມາ​ເວົ້າ ຊຶ່ງ​ພາ​ໃຫ້​ປະຊາຊົນ​ຈົ່ມຮ້າຍ​ຕໍ່ສູ້​ພຣະອົງ. ສະນັ້ນ ຈຶ່ງ​ເຮັດ​ໃຫ້​ພວກເຂົາ​ເປັນ​ໂຣກ​ລະບາດ​ຮ້າຍແຮງ ແລະ​ຕາຍໄປ​ຕໍ່ໜ້າ​ພຣະເຈົ້າຢາເວ.

38 ໃນ​ຈຳນວນ​ນັກສືບ​ສອດແນມ​ສິບສອງ​ຄົນ​ນັ້ນ ມີ​ແຕ່​ໂຢຊວຍ​ລູກຊາຍ​ຂອງ​ນູນ​ແລະ​ກາເລັບ​ລູກຊາຍ​ຂອງ​ເຢຟຸນເນ​ເທົ່ານັ້ນ​ທີ່​ມີ​ຊີວິດ​ຢູ່.


ຄວາມ​ພະຍາຍາມ​ບຸກຢຶດ​ດິນແດນ​ເທື່ອ​ທຳອິດ
( ພບຍ 1:41-46 )

39 ເມື່ອ​ໂມເຊ​ໄດ້​ບອກ​ເຖິງ​ຖ້ອຍຄຳ​ເຫຼົ່ານີ້​ໃຫ້​ຊາວ​ອິດສະຣາເອນ​ທັງໝົດ​ຟັງ, ພວກເຂົາ​ກໍ​ພາກັນ​ຮ້ອງໄຫ້​ທຸກໂສກ​ຢ່າງ​ຂົມຂື່ນ.

40 ພວກເຂົາ​ໄດ້​ລຸກຂື້ນ​ຕັ້ງແຕ່​ເຊົ້າໆ ແລະ​ພວກເຂົາ​ໄດ້​ຂື້ນ​ໄປ​ເທິງ​ເນີນພູ​ສູງ​ໂດຍ​ເວົ້າ​ວ່າ, “ບັດນີ້ ພວກເຮົາ​ພ້ອມແລ້ວ​ທີ່​ຈະ​ໄປ​ສູ່​ດິນແດນ​ບ່ອນ​ທີ່​ພຣະເຈົ້າຢາເວ​ໄດ້​ຊົງ​ສັນຍາ​ໄວ້. ພວກເຮົາ​ຍອມ​ຮັບ​ວ່າ​ພວກເຮົາ​ໄດ້​ເຮັດ​ບາບ​ແລ້ວ.”

41 ແຕ່​ໂມເຊ​ໄດ້​ບອກ​ວ່າ, “ຖ້າ​ດັ່ງນັ້ນ ເປັນຫຍັງ​ພວກເຈົ້າ​ຈຶ່ງ​ບໍ່​ເຊື່ອຟັງ​ຄຳສັ່ງ​ຂອງ​ພຣະເຈົ້າຢາເວ? ພວກເຈົ້າ​ຈະ​ບໍ່ໄດ້​ຮັບ​ໄຊຊະນະ​ດອກ

42 ຢ່າໄປເລີຍ ເພາະ​ພຣະເຈົ້າຢາເວ​ຈະ​ບໍ່​ສະຖິດ​ຢູ່​ນຳ​ພວກເຈົ້າ ແລະ​ພວກເຈົ້າ​ຈະ​ພ່າຍແພ້​ພວກ​ສັດຕູ.

43 ເມື່ອ​ພວກເຈົ້າ​ປະເຊີນ​ໜ້າ​ກັບ​ຊາວ​ອາມາເຫຼັກ ແລະ​ຊາວ​ການາອານ​ໃນ​ທີ່ນັ້ນ ພວກເຈົ້າ​ຈະ​ຕາຍ​ຢູ່​ໃນ​ສະໜາມຮົບ; ເພາະວ່າ​ພວກເຈົ້າ​ບໍ່​ຍິນຍອມ​ເຮັດ​ຕາມ​ຄຳສັ່ງ​ຂອງ​ພຣະເຈົ້າຢາເວ, ພຣະເຈົ້າຢາເວ​ຈະ​ບໍ່​ສະຖິດ​ຢູ່​ນຳ​ພວກເຈົ້າ.”

44 ແຕ່​ພວກເຂົາ​ກໍ​ຍັງ​ຕັ້ງໃຈ​ຂຶ້ນ​ໄປ​ເທິງ​ເນີນພູ​ສູງ ໂດຍ​ທີ່​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າຢາເວ​ແລະ​ໂມເຊ​ຍັງ​ຢູ່​ໃນ​ຄ້າຍ.

45 ແລ້ວ​ພວກ​ອາມາເຫຼັກ​ແລະ​ພວກ​ການາອານ​ທີ່​ຢູ່​ໃນ​ທີ່ນັ້ນ​ກໍໄດ້​ໂຈມຕີ​ຄືນ ແລະ​ຂັບໄລ່​ພວກເຂົາ​ໃຫ້​ພ່າຍແພ້​ຢ່າງ​ສິ້ນເຊີງ​ທີ່​ເມືອງ​ໂຮມາ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan