ຈົດບັນຊີ 13 - ພຣະຄຳພີສັກສິພວກນັກສືບສອດແນມ ( ພບຍ 1:19-33 ) 1 ພຣະເຈົ້າຢາເວໄດ້ບອກໂມເຊວ່າ, 2 “ຈົ່ງເລືອກເອົາຜູ້ນຳຄົນໜຶ່ງໃນແຕ່ລະເຜົ່າ ແລະສົ່ງພວກເຂົາໄປສອດແນມເບິ່ງດິນແດນການາອານ ບ່ອນທີ່ເຮົາກຳລັງຈະມອບໃຫ້ແກ່ຊາວອິດສະຣາເອນ.” 3-15 ໂມເຊໄດ້ປະຕິບັດຕາມຄຳສັ່ງຂອງພຣະເຈົ້າຢາເວ ແລະຈາກຖິ່ນແຫ້ງແລ້ງກັນດານປາຣານ ເພິ່ນໄດ້ສົ່ງພວກຜູ້ນຳອອກໄປດັ່ງນີ້: ເຜົ່າ ຜູ້ນຳ ຣູເບັນ ຊາມມູອາ ລູກຊາຍຂອງຊັກກູເຣ ຊີເມໂອນ ຊາຟັດ ລູກຊາຍຂອງໂຮຣີ ຢູດາ ກາເລັບ ລູກຊາຍຂອງເຢຟຸນເນ ອິດຊາຄາ ອີການ ລູກຊາຍຂອງໂຢເຊັບ ເອຟຣາອິມ ໂຮເຊຢາ ລູກຊາຍຂອງນູນ ເບັນຢາມິນ ປານຕີ ລູກຊາຍຂອງຣາຟູ ເຊບູໂລນ ກາດດີເອນ ລູກຊາຍຂອງໂສດີ ມານາເຊ ກາດດີ ລູກຊາຍຂອງສູສີ ດານ ອາມມີເອນ ລູກຊາຍຂອງເກມາລີ ອາເຊ ເສທູເຣ ລູກຊາຍຂອງມີກາເອນ ເນັບທາລີ ນາບີ ລູກຊາຍຂອງວົບສີ ກາດ ເກອູເອນ ລູກຊາຍຂອງມາກີ ເຜົ່າ ຜູ້ນຳ 16 ພວກເຫຼົ່ານີ້ແມ່ນນັກສືບສອດແນມ ທີ່ໂມເຊສົ່ງໄປສຳຫລວດເບິ່ງດິນແດນ. ເພິ່ນໄດ້ປ່ຽນຊື່ໃຫ້ໂຮເຊຢາລູກຊາຍຂອງນູນວ່າ ໂຢຊວຍ. 17 ເມື່ອໂມເຊສົ່ງພວກສອດແນມອອກໄປນັ້ນ ເພິ່ນໄດ້ບອກພວກເຂົາວ່າ, “ໃຫ້ຂຶ້ນໄປທິດເໜືອ ແລະເຂົ້າໄປທາງທິດໃຕ້ຂອງດິນແດນການາອານ ແລະໄປສູ່ເຂດເນີນພູ. 18 ເພື່ອສຳຫລວດເບິ່ງວ່າ ດິນແດນນັ້ນເປັນຢ່າງໃດ ມີປະຊາຊົນຫລາຍເທົ່າໃດ ແລະເປັນຄົນມີກຳລັງເຂັ້ມແຂງຫລືບໍ່? 19 ຈົ່ງສຳຫລວດເບິ່ງອີກວ່າດິນແດນນັ້ນ ມີທີ່ດິນອຸດົມສົມບູນຫລືບໍ່ ແລະປະຊາຊົນຢູ່ໃນເມືອງມີປ້ອມລ້ອມດ້ວຍກຳແພງ ຫລືຢູ່ໃນເມືອງເປີດແປນ. 20 ຈົ່ງສຳຫລວດເບິ່ງວ່າດິນປູກຝັງນັ້ນອຸດົມສົມບູນແລະມີປ່າໄມ້ຫລືບໍ່? ຈົ່ງນຳໝາກໄມ້ບາງຊະນິດໃນທີ່ນັ້ນມາພ້ອມ.” (ໃນຍາມນັ້ນເປັນລະດູໝາກອະງຸ່ນລຸ້ນທຳອິດສຸກ.) 21 ດັ່ງນັ້ນ ພວກສອດແນມຈຶ່ງເດີນທາງໄປສູ່ເຂດເໜືອ ແລະສຳຫລວດເບິ່ງດິນແດນ ແຕ່ຖິ່ນແຫ້ງແລ້ງກັນດານຊິນຢູ່ທາງເຂດໃຕ້ ຈົນເຖິງທາງໄປສູ່ເມືອງເຣໂຮບໃກ້ກັບຊ່ອງແຄບຮາມັດທາງທິດເໜືອ. 22 ພວກເຂົາໄດ້ໄປທາງເຂດໃຕ້ຂອງດິນແດນກ່ອນ ແລະຈຶ່ງມາເຖິງເມືອງເຮັບໂຣນ ບ່ອນທີ່ຕະກຸນຕ່າງໆຂອງອາຮີມານ, ເຊຊາຍ ແລະຕານໄມ ຊຶ່ງເປັນເຊື້ອສາຍຂອງຊົນຊາດຮູບຮ່າງໃຫຍ່ອາໄສຢູ່ເອີ້ນວ່າ, ອານາກີມ. (ເມືອງເຮັບໂຣນໄດ້ຕັ້ງຂຶ້ນກ່ອນເມືອງໂຊອານໃນປະເທດເອຢິບເຈັດປີ.) 23 ພວກເຂົາໄດ້ມາຮອດຮ່ອມພູເອັດຊະໂຄນ ແລະຢູ່ໃນທີ່ນັ້ນພວກເຂົາໄດ້ຕັດເອົາງ່າອະງຸ່ນຊຶ່ງມີໝາກດົກຫລາຍ ຈົນຕ້ອງໃຊ້ໄມ້ຄານສອດໃຫ້ສອງຄົນຫາມ. ພວກເຂົາຍັງໄດ້ນຳເອົາໝາກພີລາແລະໝາກເດື່ອບາງສ່ວນມາດ້ວຍ. 24 ບ່ອນນັ້ນຖືກໃສ່ຊື່ໃຫ້ວ່າຮ່ອມພູເອັດຊະໂຄນ ເພາະວ່າພວກອິດສະຣາເອນໄດ້ຕັດເອົາພົ້ວໝາກອະງຸ່ນຢູ່ທີ່ນັ້ນ. 25 ຫລັງຈາກໄດ້ສຳຫລວດດິນແດນເປັນເວລາສີ່ສິບວັນແລ້ວ; 26 ພວກນັກສືບສອດແນມຈຶ່ງກັບຄືນມາຫາໂມເຊ, ອາໂຣນ ແລະຊຸມຊົນອິດສະຣາເອນທັງໝົດທີ່ກາເດັດ ຢູ່ໃນຖິ່ນແຫ້ງແລ້ງກັນດານປາຣານ. ພວກເຂົາໄດ້ລາຍງານສິ່ງທີ່ພວກເຂົາໄດ້ເຫັນ ແລະໄດ້ເອົາໝາກໄມ້ທີ່ພວກເຂົາໄດ້ນຳມານັ້ນໃຫ້ເບິ່ງ. 27 ພວກເຂົາໄດ້ບອກໂມເຊວ່າ, “ພວກເຮົາໄດ້ສຳຫລວດເບິ່ງດິນແດນແລ້ວ ແລະເຫັນວ່າເປັນດິນແດນທີ່ອຸດົມແລະຮັ່ງມີ; ນີ້ເດ ໝາກໄມ້ບາງຊະນິດຈາກທີ່ນັ້ນ. 28 ແຕ່ປະຊາຊົນທີ່ອາໄສຢູ່ໃນທີ່ນັ້ນມີກຳລັງແຂງແຮງຫລາຍ ແລະເມືອງຂອງພວກເຂົາກໍໃຫຍ່ ທັງມີປ້ອມປ້ອງກັນເມືອງເປັນຢ່າງດີ. ນອກເໜືອໄປຈາກນີ້ ພວກເຮົາຍັງໄດ້ເຫັນເຊື້ອສາຍຂອງອານາກີມຄົນຮູບຮ່າງໃຫ່ຍຢູ່ທີ່ນັ້ນດ້ວຍ. 29 ຊາວອາມາເຫຼັກອາໄສຢູ່ທາງທິດໃຕ້ຂອງດິນແດນ; ຊາວຮິດຕີ, ຊາວເຢບຸດ ແລະຊາວອາໂມອາໄສຢູ່ເຂດເນີນພູ ແລະຊາວການາອານກໍອາໄສຢູ່ຕາມຝັ່ງທີ່ທະເລເມດີແຕຣາເນແລະຝັ່ງແມ່ນໍ້າຈໍແດນ.” 30 ແຕ່ກາເລັບໄດ້ບອກປະຊາຊົນທີ່ກຳລັງຈົ່ມຮ້າຍ ໃສ່ໂມເຊນັ້ນໃຫ້ພວກເຂົາມິດ ແລ້ວລາວກໍເວົ້າຕໍ່ໄປວ່າ, “ໃຫ້ພວກເຮົາເຂົ້າໂຈມຕີດຽວນີ້ໂລດແລະຢຶດເອົາດິນແດນ ພວກເຮົາມີກຳລັງເຂັ້ມແຂງພໍທີ່ຈະຕີຊະນະພວກເຂົາໄດ້.” 31 ແຕ່ພວກທີ່ໄດ້ໄປນຳກາເລັບນັ້ນຕ່າງກໍຕອບວ່າ, “ບໍ່ແມ່ນ ພວກເຮົາບໍ່ເຂັ້ມແຂງພໍເພື່ອຈະໂຈມຕີພວກເຂົາໄດ້; ຄົນຢູ່ໃນທີ່ນັ້ນມີກຳລັງເຂັ້ມແຂງຫລາຍກວ່າພວກເຮົາ.” 32 ດັ່ງນັ້ນ ພວກເຂົາຈຶ່ງແຜ່ຂ່າວບໍ່ຈິງໃນທ່າມກາງຊາວອິດສະຣາເອນ ກ່ຽວກັບດິນແດນທີ່ພວກເຂົາໄດ້ໄປສຳຫລວດມານັ້ນ. ພວກເຂົາໄດ້ເວົ້າວ່າ, “ດິນແດນນັ້ນບໍ່ມີອາຫານພຽງພໍເພື່ອລ້ຽງປະຊາຊົນໃນທີ່ນັ້ນຊໍ້າ. ພວກເຮົາໄດ້ເຫັນແຕ່ຄົນຮູບຮ່າງໃຫຍ່ສູງ 33 ແລະຄົນຮູບຮ່າງໃຫຍ່ສູງທີ່ເປັນເຊື້ອສາຍຂອງຊາວອານາກີມກໍອາໄສຢູ່ໃນບ່ອນນັ້ນ. ພວກເຮົາເລີຍເບິ່ງເປັນດັ່ງຕັກແຕນໃນສາຍຕາຂອງຄົນເຫຼົ່ານັ້ນ.” |
@ 2012 United Bible Societies. All Rights Reserved.