ຈົດບັນຊີ 11 - ພຣະຄຳພີສັກສິບ່ອນທີ່ມີຊື່ວ່າຕາເບຣາ 1 ປະຊາຊົນໄດ້ເລີ່ມຈົ່ມທຸກຕໍ່ພຣະເຈົ້າຢາເວເຖິງຄວາມເດືອດຮ້ອນຂອງພວກເຂົາ. ເມື່ອພຣະເຈົ້າຢາເວໄດ້ຍິນພວກເຂົາ ພຣະອົງກໍໂກດຮ້າຍແລະສົ່ງໄຟລົງມາເທິງພວກເຂົາ. ໄຟພຣະເຈົ້າຢາເວໄດ້ລຸກໄໝ້ຢູ່ທ່າມກາງພວກເຂົາ ແລະໄດ້ທຳລາຍສົ້ນໜຶ່ງຂອງຄ້າຍພັກ. 2 ປະຊາຊົນໄດ້ຮ້ອງຫາໂມເຊໃຫ້ຊ່ວຍເຫລືອ; ເພິ່ນໄດ້ພາວັນນາອະທິຖານຕໍ່ພຣະເຈົ້າຢາເວແລະໄຟນັ້ນກໍໄດ້ມອດລົງ. 3 ສະນັ້ນ ບ່ອນນີ້ຈຶ່ງມີຊື່ວ່າຕາເບຣາ ກໍເພາະວ່າໃນທີ່ນັ້ນ ໄຟຂອງພຣະເຈົ້າຢາເວໄດ້ລຸກໄໝ້ຕໍ່ສູ້ພວກເຂົາ. ໂມເຊເລືອກຜູ້ນຳເຈັດສິບຄົນ 4 ມີພວກຄົນມັກໂລບບາງຄົນໄດ້ເດີນທາງໄປກັບຊາວອິດສະຣາເອນ. ພວກເຂົາຢາກກິນຊີ້ນຫລາຍທີ່ສຸດ ແລະແມ່ນແຕ່ຊາວອິດສະຣາເອນເອງກໍໄດ້ເລີ່ມຕໍ່ວ່າຕໍ່ຂານວ່າ, “ພວກເຮົາຢາກກິນຊີ້ນເຫລືອເກີນ 5 ຢູ່ໃນປະເທດເອຢິບ ພວກເຮົາເຄີຍກິນປາຕາມຄວາມຕ້ອງການໂດຍບໍ່ຕ້ອງຊື້. ພວກເຮົາຄິດຮອດໝາກແຕງ, ໝາກໂມ, ຜັກຫອມແປ້ນ, ຜັກບົ່ວ ແລະຜັກທຽມເດ 6 ແຕ່ດຽວນີ້ບໍ່ມີຫຍັງກິນເລີຍ ທຸກໆມື້ໄດ້ກິນແຕ່ມານາເທົ່ານັ້ນ ແລະພວກເຮົາກໍອິດອ່ອນໝົດແຮງ.” ( 7 ມານາເປັນຄືເມັດຜັກກໍຣຽນເດ ແລະສີຄືຢາງເຣຊິນ. 8-9 ມັນຕົກລົງເທິງຄ້າຍພັກໃນຕອນກາງຄືນພ້ອມກັບນໍ້າໝອກ. ເຊົ້າວັນໃໝ່ມາ ປະຊາຊົນຈະໄປເກັບເອົາມາໂມ້ເຮັດແປ້ງ ແລະຕົ້ມໃຫ້ສຸກເພື່ອເຮັດເຂົ້າໜົມແຜ່ນ. ຣົດຊາດຂອງມານາຄືກັບເຂົ້າຈີ່ ທີ່ອົບໃສ່ນໍ້າມັນໝາກກອກເທດ.) 10 ໂມເຊໄດ້ຍິນປະຊາຊົນທັງໝົດກຳລັງຈົ່ມຕໍ່ວ່າຕໍ່ຂານ ໃນຂະນະທີ່ພວກເຂົາຢືນຈົ່ມຢູ່ທີ່ປະຕູເຂົ້າເຕັນຂອງພວກເຂົາ, ພຣະເຈົ້າຢາເວໄດ້ໂກດຮ້າຍຢ່າງແຮງ ແລະໂມເຊກໍເປັນທຸກໜັກໃຈຫລາຍ. 11 ດັ່ງນັ້ນ ໂມເຊຈຶ່ງໄດ້ກ່າວຕໍ່ພຣະເຈົ້າຢາເວວ່າ, “ເປັນຫຍັງພຣະອົງຈຶ່ງນຳຄວາມເດືອດຮ້ອນຢ່າງນີ້ມາຖືກຂ້ານ້ອຍ? ພຣະອົງເຊົາພໍໃຈກັບຂ້ານ້ອຍແລ້ວບໍ? ດ້ວຍເຫດໃດ ພຣະອົງຈຶ່ງໄດ້ໃຫ້ຂ້ານ້ອຍຮັບຜິດຊອບຄົນທັງໝົດເຫຼົ່ານີ້. 12 ຂ້ານ້ອຍບໍ່ໄດ້ຖືພາພວກເຂົາ ຫລືບໍ່ໄດ້ໃຫ້ກຳເນີດແກ່ພວກເຂົາ ເປັນຫຍັງພຣະອົງຈຶ່ງໃຫ້ຂ້ານ້ອຍເຮັດໜ້າທີ່ເປັນນາງພະຍາບານ ຄອຍອູ້ມໂຊມພວກເຂົາເໝືອນດັ່ງແອນ້ອຍໄປຕະຫລອດທາງຢ່າງນີ້ ເພື່ອນຳພວກເຂົາໄປສູ່ດິນແດນທີ່ພຣະອົງໄດ້ສັນຍາໄວ້ກັບບັນພະບຸລຸດຂອງພວກເຂົາ? 13 ຂ້ານ້ອຍຈະໄປຫາຊີ້ນມາແຕ່ໃສ ເພື່ອໃຫ້ພຽງພໍກັບຄົນເຫຼົ່ານີ້ກິນ? ພວກເຂົາກຳລັງຈົ່ມທຸກຕໍ່ຂ້ານ້ອຍວ່າ, ‘ຈົ່ງເອົາຊີ້ນໃຫ້ພວກເຮົາກິນແດ່!’ 14 ຂ້ານ້ອຍບໍ່ສາມາດຮັບຜິດຊອບຄົນທັງໝົດເຫຼົ່ານີ້ໂດຍຕົນເອງໄດ້ດອກ ມັນເຫລືອບ່າກວ່າແຮງຂອງຂ້ານ້ອຍແທ້ໆ. 15 ຖ້າພຣະອົງຈະເຮັດຕໍ່ຂ້ານ້ອຍຢ່າງນີ້ແລ້ວ ຈົ່ງສັງຫານຂ້ານ້ອຍຖິ້ມເສຍ ຖ້າພຣະຄຸນຂອງພຣະອົງຍັງມີສຳລັບຂ້ານ້ອຍ ຂ້ານ້ອຍຈະບໍ່ໄດ້ປະເຊີນຕໍ່ຄວາມຫຼົ້ມຈົມອັນໂຫດຮ້າຍທີ່ຈະມາຖືກຂ້ານ້ອຍຕໍ່ໄປ.” 16 ດັ່ງນັ້ນ ພຣະເຈົ້າຢາເວໄດ້ກ່າວແກ່ໂມເຊວ່າ, “ຈົ່ງນັດປະຊຸມຫົວໜ້າເຈັດສິບຄົນທີ່ປະຊາຊົນເຄົາຣົບນັບຖື ແລະພາພວກເຂົາມາຫາເຮົາທີ່ຫໍເຕັນບ່ອນຊຸມນຸມ ແລະບອກພວກເຂົາໃຫ້ຢືນຢູ່ໃກ້ເຈົ້າ. 17 ເຮົາຈະລົງມາກ່າວແກ່ເຈົ້າຢູ່ໃນທີ່ນັ້ນ ແລະເຮົາຈະເອົາພຣະວິນຍານບາງສ່ວນ ທີ່ເຮົາໄດ້ປະທານໃຫ້ເຈົ້າ ແລະມອບໃຫ້ພວກເຂົາ. ແລ້ວພວກເຂົາກໍຈະຊ່ວຍເຈົ້າຮັບຜິດຊອບປະຊາຊົນເຫຼົ່ານີ້ ເພື່ອເຈົ້າຈະບໍ່ຕ້ອງຮັບພາລະນີ້ຜູ້ດຽວ. 18 ບັດນີ້ ຈົ່ງບອກປະຊາຊົນວ່າ, ‘ໃນມື້ອື່ນໃຫ້ພວກເຈົ້າເຮັດພິທີຊຳລະຕົນເອງ. ພວກເຈົ້າຈະມີຊີ້ນກິນ ເພາະພຣະເຈົ້າຢາເວໄດ້ຍິນພວກເຈົ້າຈົ່ມທຸກ. ພຣະອົງຮູ້ວ່າພວກເຈົ້າຢາກກິນຊີ້ນ ແລະເວົ້າວ່າຢູ່ປະເທດເອຢິບພຸ້ນສະບາຍກວ່າ. ບັດນີ້ ພຣະເຈົ້າຢາເວຈະໃຫ້ພວກເຈົ້າມີຊີ້ນກິນ ແລະພວກເຈົ້າຈະຕ້ອງກິນຊີ້ນນີ້. 19 ພວກເຈົ້າຈະມີຊີ້ນກິນບໍ່ພຽງແຕ່ມື້ໜຶ່ງຫລືສອງມື້ ຫລືຫ້າມື້ ຫລືສິບມື້ ຫລືຊາວມື້ເທົ່ານັ້ນ 20 ແຕ່ຈະມີກິນໜຶ່ງເດືອນເຕັມ ຈົນມັນລົ້ນອອກມາທາງຮູດັງ ຈົນພວກເຈົ້າເບື່ອໜ່າຍມັນ. ເລື່ອງນີ້ຈະເກີດຂຶ້ນເພາະວ່າພວກເຈົ້າບໍ່ໄດ້ຍອມຮັບເອົາພຣະເຈົ້າຢາເວ ອົງທີ່ໄດ້ສະຖິດຢູ່ທີ່ນີ້ທ່າມກາງພວກເຈົ້າ ແລະພວກເຈົ້າຍັງໄດ້ຈົ່ມຕໍ່ວ່າຕໍ່ຂານໃສ່ພຣະອົງວ່າ ພວກເຈົ້າບໍ່ຄວນອອກມາຈາກປະເທດເອຢິບກໍດີກວ່າ.”’ 21 ໂມເຊໄດ້ກ່າວວ່າ, “ພວກທີ່ຢູ່ນຳຂ້ານ້ອຍມີຊາຍສະກັນຫົກແສນຄົນ ແລະພຣະອົງກ່າວວ່າ, ‘ຈະໃຫ້ພວກເຂົາມີຊີ້ນກິນພຽງພໍໜຶ່ງເດືອນຊັ້ນບໍ?’ 22 ຈະມີງົວແລະແກະມາແຕ່ໃສພຽງພໍ ເພື່ອຂ້າໃຫ້ພວກເຂົາກິນ? ປາໝົດທັງທ້ອງທະເລຈະພຽງພໍສຳລັບໃຫ້ພວກເຂົາກິນບໍ?” 23 ພຣະເຈົ້າຢາເວໄດ້ກ່າວແກ່ໂມເຊວ່າ, “ເຈົ້າຄິດວ່າອຳນາດຂອງພຣະເຈົ້າຢາເວມີຂອບເຂດຈຳກັດຊັ້ນບໍ? ໃນບໍ່ຊ້ານີ້ ເຈົ້າຈະໄດ້ເຫັນວ່າສິ່ງທີ່ເຮົາໄດ້ກ່າວໄປນັ້ນຈະເກີດຂຶ້ນແທ້ຫລືບໍ່.” 24 ສະນັ້ນ ໂມເຊຈຶ່ງອອກໄປ ແລະໄດ້ບອກປະຊາຊົນ ເຖິງສິ່ງທີ່ພຣະເຈົ້າຢາເວໄດ້ກ່າວ. ເພິ່ນໄດ້ນັດປະຊຸມພວກຜູ້ນຳເຈັດສິບຄົນ ແລະຈັດໃຫ້ພວກເຂົາຢືນຢູ່ອ້ອມຫໍເຕັນ. 25 ແລ້ວພຣະເຈົ້າຢາເວກໍໄດ້ລົງມາໃນກ້ອນເມກແລະກ່າວແກ່ໂມເຊ. ພຣະອົງໄດ້ເອົາພຣະວິນຍານທີ່ພຣະອົງໄດ້ປະທານໃຫ້ແກ່ໂມເຊນັ້ນ ມອບໃຫ້ແກ່ຜູ້ນຳເຈັດສິບຄົນດ້ວຍ. ເມື່ອພຣະວິນຍານໄດ້ລົງມາເທິງພວກເຂົານັ້ນ ຕ່າງກໍຮ້ອງສຽງດັງເໝືອນດັ່ງຜູ້ທຳນວາຍ ແຕ່ຫລັງຈາກນັ້ນພວກເຂົາບໍ່ໄດ້ເຮັດຢ່າງນັ້ນອີກ. 26 ມີສອງຄົນໃນພວກຜູ້ນຳເຈັດສິບຄົນ ຄືເອັນດາດແລະເມດາດທີ່ພັກຢູ່ໃນຄ້າຍ ແລະບໍ່ໄດ້ເຂົ້າມາໃນຫໍເຕັນ. ພຣະວິນຍານໄດ້ລົງມາເທິງພວກເຂົາຢູ່ທີ່ຄ້າຍພັກນັ້ນ ແລະພວກເຂົາກໍໄດ້ຮ້ອງສຽງດັງເໝືອນດັ່ງຜູ້ທຳນວາຍ. 27 ມີຊາຍໜຸ່ມຄົນໜຶ່ງຮີບຟ້າວແລ່ນອອກໄປບອກໂມເຊ ເຖິງສິ່ງທີ່ໄດ້ເກີດຂຶ້ນກັບເອັນດາດແລະເມດາດ. 28 ແລ້ວໂຢຊວຍລູກຊາຍຂອງນູນ ຜູ້ຊ່ວຍຂອງໂມເຊຕັ້ງແຕ່ສະໄໝຍັງເປັນໜຸ່ມ ກໍໄດ້ເວົ້າກັບໂມເຊວ່າ, “ທ່ານເອີຍ ຈົ່ງໄປບອກພວກເຂົາໃຫ້ຢຸດສາ.” 29 ໂມເຊໄດ້ຕອບວ່າ, “ເຈົ້າມາອິດສາຜົນປະໂຫຍດຂອງຂ້ອຍເຮັດຫຍັງ? ຂ້ອຍຢາກໃຫ້ປະຊາຊົນທຸກໆຄົນຂອງພຣະອົງເປັນຜູ້ທຳນວາຍ ແລະຂໍໃຫ້ພຣະເຈົ້າຢາເວມອບພຣະວິນຍານຂອງພຣະອົງໃຫ້ແກ່ພວກເຂົາເທີ້ນ.” 30 ແລ້ວໂມເຊພ້ອມດ້ວຍພວກຜູ້ນຳຂອງຊາດອິດສະຣາເອນເຈັດສິບຄົນ ກໍໄດ້ພາກັນກັບຄືນເມືອຄ້າຍພັກ. ພຣະເຈົ້າຢາເວສົ່ງນົກຂຸ້ມມາ 31 ໃນທັນໃດນັ້ນ ພຣະເຈົ້າຢາເວໄດ້ບັນດານໃຫ້ມີລົມພັດເອົາຝູງນົກຂຸ້ມມາຈາກທະເລ ໂດຍກອງກັນຂຶ້ນຈາກພື້ນດິນປະມານໜຶ່ງແມັດ. ມັນໄດ້ມາຈາກທຸກທິດທາງອ້ອມຄ້າຍພັກ ເປັນໄລຍະຫລາຍກິໂລແມັດທົ່ວທຸກບ່ອນທີ່ອ້ອມແອ້ມຄ້າຍພັກນັ້ນ. 32 ດັ່ງນັ້ນ ປະຊາຊົນຈຶ່ງພາກັນຈັບເອົານົກຂຸ້ມນັ້ນຕະຫລອດວັນຕະຫລອດຄືນ, ແຕ່ລະຄົນຈັບໄດ້ຫລາຍບໍ່ຕໍ່າກວ່າຫ້າຍາງ ແລ້ວພວກເຂົາກໍເອົາອອກໄປຕາກໄວ້ທົ່ວຄ້າຍພັກ. 33 ໃນຂະນະທີ່ພວກເຂົາຍັງມີຊີ້ນກິນຢ່າງອຸດົມສົມບູນຢູ່ນັ້ນ ພຣະເຈົ້າຢາເວຊໍ້າໂກດຮ້າຍປະຊາຊົນ ແລະພຣະເຈົ້າຢາເວໄດ້ບັນດານໃຫ້ເກີດໂຣກອະຫິວາໃນທ່າມກາງພວກເຂົາ. 34 ພວກເຂົາໄດ້ໃສ່ຊື່ບ່ອນນັ້ນວ່າ ກິບໂຣດ ຮັດຕາອາວາ (ຊຶ່ງໝາຍຄວາມວ່າ “ຂຸມຝັງສົບຂອງຜູ້ຢາກກິນແຮງ”) ເພາະໃນທີ່ນັ້ນແມ່ນບ່ອນຝັງສົບຂອງຄົນທີ່ອຶດຫິວຊີ້ນກິນເປັນອາຫານ. 35 ແລ້ວປະຊາຊົນກໍໄດ້ຍົກຍ້າຍໄປສູ່ ຮາເຊໂຣດ ບ່ອນທີ່ພວກເຂົາໄດ້ຕັ້ງຄ້າຍພັກ. |
@ 2012 United Bible Societies. All Rights Reserved.