Biblia Todo Logo
Bìoball air-loidhne

- Sanasan -

ຈົດບັນຊີ 10 - ພຣະຄຳພີສັກສິ


ແກ​ເງິນ

1 ພຣະເຈົ້າຢາເວ​ໄດ້​ສັ່ງ​ໂມເຊ​ໄວ້​ວ່າ,

2 “ຈົ່ງ​ເອົາ​ເງິນ​ມາ​ເຮັດ​ແກ​ສອງ​ອັນ ເພື່ອ​ໃຊ້​ເອີ້ນ​ປະຊາຊົນ​ມາ​ປະຊຸມ ແລະ​ເອີ້ນ​ໃຫ້​ມ້າງ​ຄ້າຍ.

3 ເມື່ອ​ແກ​ທັງສອງ​ດັງ​ສຽງ​ຍາວໆ ໃຫ້​ຊຸມຊົນ​ທັງໝົດ​ມາ​ປະຊຸມ​ກັນ​ກັບ​ເຈົ້າ ທີ່​ທາງເຂົ້າ​ຫໍເຕັນ​ບ່ອນ​ຊຸມນຸມ.

4 ແຕ່​ເມື່ອ​ແກ​ດຽວ​ດັງ​ຂຶ້ນ ໃຫ້​ບັນດາ​ຫົວໜ້າ​ຕະກຸນ​ຕ່າງໆ​ມາ​ປະຊຸມ​ກັນ​ກັບ​ເຈົ້າ.

5 ເມື່ອ​ສຽງ​ແກ​ດັງ​ສັ້ນໆ ໃຫ້​ເຜົ່າ​ຕ່າງໆ​ທີ່​ຕັ້ງ​ຄ້າຍ​ຢູ່​ທາງທິດ​ຕາເວັນອອກ​ຍົກ​ອອກ​ໄປ.

6 ເມື່ອ​ສຽງ​ແກ​ດັງ​ສັ້ນໆ​ເທື່ອ​ທີ​ສອງ ໃຫ້​ເຜົ່າ​ທັງຫລາຍ​ທີ່​ຕັ້ງ​ຢູ່​ທາງໃຕ້​ຍົກ​ອອກ​ໄປ. ສະນັ້ນ ສຽງ​ແກ​ສັ້ນໆ​ຈຶ່ງ​ເປັນ​ສັນຍານ​ໃຫ້​ຍົກຍ້າຍ​ຄ້າຍພັກ,

7 ແຕ່​ເພື່ອ​ໃຫ້​ຊຸມຊົນ​ມາ​ປະຊຸມ​ກັນ ໃຫ້​ເປົ່າ​ແກ​ສຽງດັງ​ຍາວໆ.

8 ໃຫ້​ພວກ​ລູກຊາຍ​ຂອງ​ປະໂຣຫິດ​ອາໂຣນ ເປັນ​ຜູ້​ເຮັດ​ໜ້າທີ່​ເປົ່າ​ແກ​ນີ້. ໃຫ້​ຊາວ​ອິດສະຣາເອນ​ທຸກ​ຊົ່ວ​ເຊັ່ນ​ຄົນ​ໃນ​ພາຍ​ຄັ້ງໜ້າ ຢຶດຖື​ຂໍ້​ບັງຄັບ​ດັ່ງ​ຕໍ່ໄປນີ້:

9 ເມື່ອ​ອອກ​ໄປ​ເຮັດ​ເສິກ​ໃນ​ດິນແດນ​ຂອງ​ພວກເຈົ້າ​ທີ່​ສັດຕູ​ເຂົ້າ​ມາ​ໂຈມຕີ ຈົ່ງ​ເປົ່າແກ​ນີ້​ເປັນ​ສັນຍານ​ສູ້ຮົບ. ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ຈະ​ລະນຶກ​ຄິດເຖິງ​ພວກເຈົ້າ ແລະ​ຈະ​ຊ່ວຍ​ພວກເຈົ້າ​ໃຫ້​ພົ້ນ​ຈາກ​ເຫຼົ່າ​ສັດຕູ​ທັງຫລາຍ.

10 ໃນ​ໂອກາດ​ມ່ວນຊື່ນ​ເບີກບານ​ເຊັ່ນ: ວັນ​ສະຫລອງ​ເທດສະການ​ຕ່າງໆ​ແລະ​ເດືອນ​ອອກ​ໃໝ່ ເມື່ອ​ພວກເຈົ້າ​ຖວາຍ​ເຄື່ອງ​ບູຊາ​ດ້ວຍ​ໄຟ ແລະ​ຖວາຍ​ເພື່ອ​ຄວາມ​ສາມັກຄີທຳ ກໍ​ໃຫ້​ເປົ່າແກ​ສຽງດັງ​ກ້ອງສະໜັ່ນ. ການ​ສະຫລອງ​ເທດສະການ​ຕ່າງໆ​ນັ້ນ​ຈະ​ເປັນ​ທີ່​ລະນຶກ​ຄິດເຖິງ​ພວກເຈົ້າ​ຕໍ່ໜ້າ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ເຮົາ​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ.”


ຊາວ​ອິດສະຣາເອນ​ຍົກຍ້າຍ​ຄ້າຍພັກ

11 ໃນ​ວັນ​ທີ​ຊາວ​ຂອງ​ເດືອນ​ທີ​ສອງ​ໃນ​ປີ​ທີ​ສອງ ເມກ​ທີ່​ຢູ່​ເທິງ​ຫໍເຕັນ​ສັກສິດ ກໍໄດ້​ລອຍ​ຂຶ້ນ​ໄປ

12 ແລະ​ຊາວ​ອິດສະຣາເອນ​ໄດ້​ເລີ່ມ​ອອກ​ເດີນທາງ​ຈາກ​ຖິ່ນ​ແຫ້ງແລ້ງ​ກັນດານ​ຊີນາຍ. ເມກ​ນັ້ນ​ໄດ້​ມາ​ຢຸດ​ຢູ່​ທີ່​ຖິ່ນ​ແຫ້ງແລ້ງ​ກັນດານ​ປາຣານ.

13 ແມ່ນ​ຄັ້ງ​ທຳອິດ ທີ່​ປະຊາຊົນ​ອິດສະຣາເອນ​ໄດ້​ມ້າງ​ຄ້າຍ​ຍົກ​ອອກ​ໄປ ຕາມ​ຄຳສັ່ງ​ຂອງ​ພຣະເຈົ້າຢາເວ​ໂດຍ​ຜ່ານ​ທາງ​ໂມເຊ,

14 ແຕ່ລະ​ເທື່ອ​ທີ່​ຍົກຍ້າຍ​ນັ້ນ ພວກເຂົາ​ກໍ​ຍົກຍ້າຍ​ຕາມ​ລະບຽບ​ດຽວກັນ. ພວກ​ທີ່​ຢູ່​ໃຕ້​ທຸງໄຊ​ປະຈຳ​ກອງພົນ​ຂອງ​ເຜົ່າ​ຢູດາ​ອອກ​ເດີນທາງ​ກ່ອນ ຄື​ຍ້າຍ​ອອກ​ໄປ​ເທື່ອລະ​ກອງຮ້ອຍ ໂດຍ​ແມ່ນ​ນາໂຊນ​ລູກຊາຍ​ຂອງ​ອຳມີນາດາບ ເປັນ​ຜູ້​ບັນຊາການ.

15 ເນທາເນນ​ລູກຊາຍ​ຂອງ​ຊູອາ ເປັນ​ຜູ້​ບັນຊາການ​ເຜົ່າ​ອິດຊາຄາ

16 ແລະ​ເອລີອາບ​ລູກຊາຍ​ຂອງ​ເຮໂລນ​ເປັນ​ຜູ້​ບັນຊາການ​ເຜົ່າ​ເຊບູໂລນ.

17 ເວລາ​ມ້າງ​ຫໍເຕັນ​ສັກສິດ​ແລ້ວໆ ຕະກຸນ​ຂອງ​ເກໂຊນ​ແລະ​ເມຣາຣີ ຈະ​ເປັນ​ພວກ​ແບກຫາມ​ຫໍເຕັນ​ສັກສິດ​ອອກ​ເດີນທາງ​ໄປ.

18 ຕໍ່ມາ ພວກ​ທີ່​ຢູ່​ພາຍໃຕ້​ທຸງໄຊ​ປະຈຳ​ກອງພົນ​ຂອງ​ເຜົ່າ​ຣູເບັນ​ກໍ​ເລີ່ມ​ອອກ​ເດີນທາງ ໂດຍ​ແມ່ນ​ເອລີຊູ​ລູກຊາຍ​ຂອງ​ເຊເດອູເຣ ເປັນ​ຜູ້​ບັນຊາການ.

19 ເຊລູມີເອນ​ລູກຊາຍ​ຂອງ​ຊູຣິດຊັດດາຍ ເປັນ​ຜູ້​ບັນຊາການ​ເຜົ່າ​ຊີເມໂອນ

20 ແລະ​ເອລີອາສັບ​ລູກຊາຍ​ຂອງ​ດູເອນ ເປັນ​ຜູ້​ບັນຊາການ​ເຜົ່າກາດ.

21 ແລ້ວ​ຊາວ​ເລວີ​ໃນ​ຕະກຸນ​ໂກຮາດ​ທີ່​ເປັນ​ພວກ​ແບກຫາມ​ເຄື່ອງ​ສັກສິດ ກໍ​ເລີ່ມ​ອອກ​ເດີນທາງ. ເມື່ອ​ພວກ​ນີ້​ໄດ້​ເດີນທາງ​ໄປ​ຮອດ​ຄ້າຍພັກ​ໃໝ່​ແລ້ວ ພວກ​ອື່ນໆ​ທີ່​ໄປ​ກ່ອນ​ກໍໄດ້​ຕັ້ງ​ຫໍເຕັນ​ສັກສິດ​ຂຶ້ນ​ເປັນ​ທີ່​ຮຽບຮ້ອຍ​ແລ້ວ.

22 ຕໍ່ມາ ພວກ​ທີ່​ຢູ່​ພາຍໃຕ້​ທຸງໄຊ​ປະຈຳ​ກອງພົນ​ຂອງ​ເຜົ່າ​ເອຟຣາອິມ ກໍ​ເລີ່ມ​ອອກ​ເດີນທາງ ເທື່ອລະ​ກອງຮ້ອຍ​ໂດຍ​ມີ​ເອລີຊາມາ​ລູກຊາຍ​ຂອງ​ອາມມີຮຸດ ເປັນ​ຜູ້​ບັນຊາການ.

23 ກາມາລີເອນ​ລູກຊາຍ​ຂອງ​ເປດາຊູ​ເປັນ​ຜູ້​ບັນຊາການ​ເຜົ່າ​ມານາເຊ

24 ແລະ​ອາບີດານ​ລູກຊາຍ​ຂອງ​ກີເດໂອນີ ເປັນ​ຜູ້​ບັນຊາການ​ເຜົ່າ​ເບັນຢາມິນ.

25 ສຸດທ້າຍ​ໃຫ້​ພວກ​ທີ່​ຢູ່​ໃຕ້​ທຸງໄຊ​ປະຈຳ​ກອງພົນ​ຂອງ​ເຜົ່າ​ດານ ທີ່​ເປັນ​ໜ່ວຍ​ປ້ອງກັນ​ດ້ານຫລັງ​ຂອງ​ທຸກໆ​ກອງພົນ​ເລີ່ມ​ອອກ​ເດີນທາງ ເທື່ອລະ​ກອງຮ້ອຍ ໂດຍ​ມີ​ອາຮີເອເຊ​ລູກຊາຍ​ຂອງ​ອຳມີຊັດດາຍ ເປັນ​ຜູ້​ບັນຊາການ.

26 ປາກີເອນ​ລູກຊາຍ​ຂອງ​ອົກກະຣັນ ເປັນ​ຜູ້​ບັນຊາການ​ເຜົ່າ​ອາເຊ

27 ແລະ​ອາຮີຣາ​ລູກຊາຍ​ຂອງ​ເອນັນ ເປັນ​ຜູ້​ບັນຊາການ​ເຜົ່າ​ເນັບທາລີ.

28 ອັນນີ້ ແມ່ນ​ລະບຽບ​ການ​ຍົກຍ້າຍ​ຂະບວນ​ໄປ​ຕາມ​ລຳດັບ​ເທື່ອລະ​ກອງຮ້ອຍ ໃນ​ເວລາໃດ​ທີ່​ຊາວ​ອິດສະຣາເອນ​ມ້າງ​ຫລື​ຕັ້ງ​ຄ້າຍ​ຂຶ້ນ​ໃໝ່.

29 ແລ້ວ​ໂມເຊ​ກໍໄດ້​ເຊີນ​ໂຮບັບ ລູກຊາຍ​ຂອງ​ເຢທະໂຣ​ຊາວ​ມີດີອານ ຜູ້​ເປັນ​ລູງ​ຂອງຕົນ​ວ່າ, “ພວກເຮົາ​ກຳລັງ​ຈະ​ອອກ​ເດີນທາງ​ໄປ​ສູ່​ດິນແດນ​ທີ່​ພຣະເຈົ້າຢາເວ​ໄດ້​ບອກ​ໄວ້​ວ່າ​ຈະ​ມອບ​ໃຫ້. ພຣະເຈົ້າຢາເວ​ໄດ້​ສັນຍາ​ວ່າ ຈະ​ບັນດານ​ໃຫ້​ຊາວ​ອິດສະຣາເອນ​ຈະເລີນ​ຮຸ່ງເຮືອງ​ຂຶ້ນ; ສະນັ້ນ ຈົ່ງ​ໄປ​ກັບ​ພວກເຮົາ​ເທາະ ແລະ​ພວກເຮົາ​ຈະ​ແບ່ງປັນ​ຄວາມ​ຈະເລີນ​ຮຸ່ງເຮືອງ​ນັ້ນ​ໃຫ້​ແກ່​ເຈົ້າ​ດ້ວຍ.”

30 ໂຮບັບ​ຕອບ​ວ່າ, “ບໍ່​ໄປ​ດອກ ຂ້ອຍ​ຈະ​ກັບຄືນ​ສູ່​ບ້ານເກີດ​ເມືອງນອນ​ຂອງຂ້ອຍ.”

31 ໂມເຊ​ຂໍຮ້ອງ​ວ່າ, “ຢ່າ​ໜີໄປ​ປະ​ພວກເຮົາ​ເລີຍ ເຈົ້າ​ຮູ້ຈັກ​ດີ​ວ່າ ບ່ອນ​ໃດ​ທີ່​ພວກເຮົາ​ຄວນ​ຈະ​ຕັ້ງ​ຄ້າຍພັກ​ຢູ່​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ ແລະ​ເຈົ້າ​ກໍ​ເປັນ​ຜູ້ນຳ​ທາງ​ພວກເຮົາ​ໄດ້.

32 ຖ້າ​ເຈົ້າ​ຫາກ​ໄປ​ກັບ​ພວກເຮົາ ພວກເຮົາ​ຈະ​ແບ່ງປັນ​ພຣະພອນ​ທຸກຢ່າງ​ໃຫ້​ເຈົ້າ ຕາມ​ທີ່​ພຣະເຈົ້າຢາເວ​ໂຜດ​ໃຫ້​ພວກເຮົາ.”


ປະຊາຊົນ​ເລີ່ມ​ອອກ​ເດີນທາງ

33 ເມື່ອ​ປະຊາຊົນ​ອອກ​ຈາກ​ພູເຂົາ​ຂອງ​ພຣະເຈົ້າຢາເວ​ໄປ​ນັ້ນ ພວກເຂົາ​ໄດ້​ເດີນທາງ​ເປັນ​ເວລາ​ສາມ​ວັນ. ພວກເຂົາ​ຫາມ​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າຢາເວ​ອອກ​ໜ້າ​ໄປ​ກ່ອນ ເພື່ອ​ຊອກຫາ​ບ່ອນ​ຕັ້ງ​ຄ້າຍພັກ.

34 ເມື່ອ​ພວກເຂົາ​ຍ້າຍ​ອອກ​ຈາກ​ຄ້າຍພັກ​ເທື່ອໃດ ກ້ອນ​ເມກ​ຂອງ​ພຣະເຈົ້າຢາເວ​ກໍ​ຢູ່​ເທິງ​ພວກເຂົາ​ເທື່ອນັ້ນ.

35 ທຸກ​ເທື່ອ​ທີ່​ພວກເຂົາ​ຍົກຍ້າຍ​ຫີບ​ພັນທະສັນຍາ​ອອກ​ເດີນທາງ​ໄປ​ນັ້ນ ໂມເຊ​ຕ້ອງ​ໄດ້​ກ່າວ​ວ່າ, “ຂ້າແດ່​ພຣະເຈົ້າຢາເວ ຂໍ​ຊົງ​ໂຜດ​ລຸກ​ຂຶ້ນ​ເທີ້ນ ໂຜດ​ບັນດານ​ໃຫ້​ເຫຼົ່າ​ສັດຕູ​ຂອງ​ພຣະອົງ​ແຕກ​ກະຈັດ​ກະຈາຍ ແລະ​ໃຫ້​ຜູ້​ທີ່​ກຽດຊັງ​ພຣະອົງ​ປົບໜີ.”

36 ແລະ​ເມື່ອໃດ​ທີ່​ພວກເຂົາ​ຢຸດ​ເດີນທາງ ເພິ່ນ​ຕ້ອງ​ເວົ້າ​ວ່າ, “ຂ້າແດ່​ພຣະເຈົ້າຢາເວ ໂຜດ​ກັບ​ມາ​ຫາ​ຄອບຄົວ​ຊາວ​ອິດສະຣາເອນ​ທີ່​ມີ​ເປັນ​ໝື່ນໆ​ເຖີດ.”

@ 2012 United Bible Societies. All Rights Reserved.

Lean sinn:



Sanasan