Biblia Todo Logo
Bìoball air-loidhne

- Sanasan -

ຈົດບັນຊີ 1 - ພຣະຄຳພີສັກສິ


ການ​ຈົດ​ຈຳນວນພົນ​ຄັ້ງ​ທີ​ໜຶ່ງ

1 ໃນ​ມື້​ທີ​ໜຶ່ງ​ຂອງ​ເດືອນ​ທີ​ສອງ​ໃນ​ປີ​ທີ​ສອງ ຫລັງຈາກ​ທີ່​ປະຊາຊົນ​ອິດສະຣາເອນ​ອອກ​ຈາກ​ປະເທດ​ເອຢິບ​ແລ້ວ ພຣະເຈົ້າຢາເວ​ໄດ້​ບອກ​ໂມເຊ ທີ່​ຫໍເຕັນ​ບ່ອນ​ຊຸມນຸມ ທີ່​ຖິ່ນ​ແຫ້ງແລ້ງ​ກັນດານ​ຊີນາຍ​ວ່າ,

2 “ໃຫ້​ເຈົ້າ​ແລະ​ອາໂຣນ​ຈົດ​ຈຳນວນພົນ​ຊາວ​ອິດສະຣາເອນ ຕາມ​ຕະກຸນ​ແລະ​ຕາມ​ຄອບຄົວ ໃຫ້​ຈົດ​ລາຍຊື່​ຜູ້ຊາຍ​ທັງໝົດ

3 ແຕ່​ອາຍຸ​ຊາວ​ປີ​ຂຶ້ນ​ໄປ​ທີ່​ເປັນ​ທະຫານ​ໄດ້.

4 ຈົ່ງ​ຂໍ​ເອົາ​ຫົວໜ້າ​ທຸກໆ​ຕະກຸນ​ຂອງ​ແຕ່ລະເຜົ່າ​ໃຫ້​ຊ່ວຍ​ພວກເຈົ້າ.”

5-16 ຕໍ່ໄປນີ້​ແມ່ນ​ລາຍຊື່​ບຸກຄົນ ຄື​ບັນດາ​ຜູ້ນຳ​ຢູ່​ໃນ​ເຜົ່າ​ຂອງ​ພວກເຂົາ ຜູ້​ທີ່​ໄດ້​ຖືກ​ຄັດເລືອກ​ຈາກ​ຊຸມຊົນ ໃຫ້​ຊ່ວຍເຫລືອ​ໃນ​ວຽກງານ​ການ​ຈົດ​ຈຳນວນພົນ​ໃນ​ຄັ້ງ​ນີ້: ຊື່​ເຜົ່າ ຜູ້​ທີ່​ເປັນ​ຫົວໜ້າ​ຕະກຸນ ຣູເບັນ ເອລີຊູ ລູກຊາຍ​ຂອງ​ເຊເດອູເຣ ຊີເມໂອນ ເຊລູມີເອນ ລູກຊາຍ​ຂອງ​ຊູຣິດຊັດດາຍ ຢູດາ ນາໂຊນ ລູກຊາຍ​ຂອງ​ອຳມີນາດາບ ອິດຊາຄາ ເນທາເນນ ລູກຊາຍ​ຂອງ​ຊູອາ ເຊບູໂລນ ເອລີອາບ ລູກຊາຍ​ຂອງ​ເຮໂລນ ເອຟຣາອິມ ເອລີຊາມາ ລູກຊາຍ​ຂອງ​ອາມມີຮຸດ ມານາເຊ ກາມາລີເອນ ລູກຊາຍ​ຂອງ​ເປດາຊູ ເບັນຢາມິນ ອາບີດານ ລູກຊາຍ​ຂອງ​ກີເດໂອນີ ດານ ອາຮີເອເຊ ລູກຊາຍ​ຂອງ​ອຳມີຊັດດາຍ ອາເຊ ປາກີເອນ ລູກຊາຍ​ຂອງ​ອົກກະຣັນ ກາດ ເອລີອາສັບ ລູກຊາຍ​ຂອງ​ດູເອນ ເນັບທາລີ ອາຮີຣາ ລູກຊາຍ​ຂອງ​ເອນັນ


ຊື່​ເຜົ່າ ຜູ້​ທີ່​ເປັນ​ຫົວໜ້າ​ຕະກຸນ

17 ດ້ວຍ​ການ​ຊ່ວຍເຫລືອ​ຂອງ​ສິບສອງ​ຄົນ​ນີ້ ໃນ​ມື້​ທີ​ໜຶ່ງ​ຂອງ​ເດືອນ​ທີ​ສອງ

18 ໂມເຊ​ແລະ​ອາໂຣນ​ຈຶ່ງ​ໄດ້​ເອີ້ນ​ຊຸມຊົນ​ອິດສະຣາເອນ​ທັງໝົດ​ມາ ແລະ​ໄດ້​ຈົດ​ຊື່​ພວກເຂົາ​ທັງໝົດ​ຕາມ​ຕະກຸນ ແລະ​ຕາມ​ຄອບຄົວ. ຜູ້ຊາຍ​ອິດສະຣາເອນ​ທຸກຄົນ ຕັ້ງແຕ່​ອາຍຸ​ຊາວ​ປີ​ຂຶ້ນ​ໄປ​ໄດ້​ຖືກ​ຈົດ​ຊື່ ແລະ​ຖືກ​ນັບ​ໄວ້

19 ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໄວ້. ໂມເຊ​ໄດ້​ຈົດ​ຊື່​ປະຊາຊົນ​ນີ້​ຢູ່​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ຊີນາຍ.

20-46 ຜູ້ຊາຍ​ແຕ່​ຊາວ​ປີ​ຂຶ້ນ​ໄປ​ທີ່​ເປັນ​ທະຫານ​ໄດ້ ກໍ​ຖືກ​ຈົດ​ຊື່​ໄວ້​ຕາມ​ຕະກຸນ​ແລະ​ຕາມ​ຄອບຄົວ ໂດຍ​ເລີ່ມ​ແຕ່​ເຜົ່າ​ຣູເບັນ​ລູກຊາຍ​ຂອງ​ຢາໂຄບ​ເປັນ​ຕົ້ນ​ໄປ. ຈຳນວນພົນ​ທັງໝົດ​ມີ​ດັ່ງນີ້: ຊື່​ເຜົ່າ ຈຳນວນ ຣູເບັນ 46.500 ຄົນ ຊີເມໂອນ 59.300 ຄົນ ກາດ 45.650 ຄົນ ຢູດາ 74.600 ຄົນ ອິດຊາຄາ 54.400 ຄົນ ເຊບູໂລນ 57.400 ຄົນ ເອຟຣາອິມ 40.500 ຄົນ ມານາເຊ 32.200 ຄົນ ເບັນຢາມິນ 35.400 ຄົນ ດານ 62.700 ຄົນ ອາເຊ 41.500 ຄົນ ເນັບທາລີ 53.400 ຄົນ ລວມ 603.550 ຄົນ


ຊື່​ເຜົ່າ ຈຳນວນ

47 ພວກ​ເລວີ​ບໍ່ໄດ້​ຖືກ​ຈົດຊື່​ເຂົ້າ​ກັບ​ເຜົ່າ​ອື່ນໆ

48 ເພາະ​ພຣະເຈົ້າຢາເວ​ໄດ້​ສັ່ງ​ໂມເຊ​ໄວ້​ວ່າ,

49 “ເມື່ອ​ເຈົ້າ​ຈົດ​ຈຳນວນພົນ​ທີ່​ເປັນ​ທະຫານ​ໄດ້​ນັ້ນ ຢ່າ​ນັບ​ເຜົ່າ​ເລວີ​ເຂົ້າ​ນຳ,

50 ແຕ່​ໃຫ້​ພວກເຂົາ​ກຳ​ກັບ​ຫໍເຕັນ​ສັກສິດ​ແຫ່ງ​ພັນທະສັນຍາ, ແລະ​ກຳ​ກັບ​ເຄື່ອງໃຊ້​ປະຈຳ​ແລະ​ສິ່ງຂອງ​ໃນນັ້ນ​ທັງໝົດ; ພວກເຂົາ​ຈະ​ແບກຫາມ​ຫໍເຕັນ​ສັກສິດ ແລະ​ເຄື່ອງໃຊ້​ຕ່າງໆ​ປະຈຳ​ຫໍເຕັນ​ສັກສິດ ຕະຫລອດ​ທັງ​ຮັບໃຊ້​ຢູ່​ໃນ​ທີ່ນັ້ນ ແລະ​ຕັ້ງ​ທີ່ພັກ​ອ້ອມຮອບ​ທີ່​ນັ້ນ​ດ້ວຍ.

51 ເມື່ອ​ພວກເຈົ້າ​ຍົກຍ້າຍ​ຄ້າຍພັກ​ເທື່ອໃດ ພວກ​ເລວີ​ກໍ​ຈະ​ມ້າງ​ຫໍເຕັນ​ສັກສິດ​ລົງ ແລະ​ຕັ້ງ​ຂຶ້ນ​ອີກ​ຢູ່​ໃນ​ຄ້າຍພັກ​ບ່ອນ​ໃໝ່​ເທື່ອນັ້ນ. ຜູ້ໃດ​ຜູ້ໜຶ່ງ​ທີ່​ເຂົ້າ​ມາ​ໃກ້​ຫໍເຕັນ​ສັກສິດ ຈະ​ໄດ້​ຮັບ​ໂທດ​ເຖິງ​ຕາຍ.

52 ສ່ວນ​ຊາວ​ອິດສະຣາເອນ​ພວກ​ອື່ນ​ນັ້ນ ຈະ​ຕ້ອງ​ຕັ້ງ​ຄ້າຍພັກ​ຂອງ​ພວກ​ຕົນ​ເປັນ​ກອງຮ້ອຍ​ຄື: ແຕ່ລະຄົນ​ຕາມ​ໝວດ​ແລະ​ຕາມ​ທຸງ​ປະຈຳ​ຕະກຸນ​ຂອງຕົນ.

53 ສ່ວນ​ພວກ​ເລວີ​ນັ້ນ ພວກເຂົາ​ຈະ​ຕ້ອງ​ຕັ້ງ​ຄ້າຍ​ອ້ອມຮອບ​ຫໍເຕັນ​ສັກສິດ​ແຫ່ງ​ພັນທະສັນຍາ​ໄວ້ ເພື່ອ​ຈະ​ບໍ່ມີ​ໃຜ​ເຂົ້າ​ມາ​ໃກ້ ແລະ​ກໍ່​ເຫດ​ໃຫ້​ມີ​ຄວາມ​ໂກດຮ້າຍ​ຕໍ່​ຊຸມຊົນ​ອິດສະຣາເອນ​ໄດ້. ໃຫ້​ພວກ​ເລວີ​ເຝົ້າຮັກສາ​ຫໍເຕັນ​ສັກສິດ​ແຫ່ງ​ພັນທະສັນຍາ​ໄວ້.”

54 ສະນັ້ນ ປະຊາຊົນ​ອິດສະຣາເອນ​ຈຶ່ງ​ໄດ້​ເຮັດ​ທຸກໆ​ສິ່ງ ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໂມເຊ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan