Biblia Todo Logo
Bìoball air-loidhne

- Sanasan -

ເນເຫມີຢາ 9 - ພຣະຄຳພີສັກສິ


ປະຊາຊົນ​ສາລະພາບ​ການບາບ​ຂອງຕົນ

1-2 ໃນ​ມື້​ທີ​ຊາວສີ່ ຂອງ​ເດືອນ​ດຽວກັນ​ນີ້ ປະຊາຊົນ​ຊາວ​ອິດສະຣາເອນ​ໄດ້​ເຕົ້າໂຮມ​ກັນ​ຖືສິນ​ອົດອາຫານ ເພື່ອ​ສະແດງ​ຄວາມ​ໂສກເສົ້າ​ເສຍໃຈ​ສຳລັບ​ການບາບ​ຂອງ​ພວກເຂົາ. ພວກເຂົາ​ແຍກຕົວ​ເອງ​ອອກ​ຈາກ​ຄົນຕ່າງຊາດ​ທຸກຄົນ. ພວກເຂົາ​ນຸ່ງ​ເຄື່ອງ​ທີ່​ເຮັດ​ດ້ວຍ​ຜ້າ​ກະສອບເຂົ້າ ພ້ອມ​ທັງ​ໂຮຍ​ຂີ້ຝຸ່ນ​ດິນ​ໃສ່​ເທິງ​ຫົວ ອັນ​ສະແດງ​ເຖິງ​ຄວາມ​ໂສກເສົ້າ. ແລ້ວ​ພວກເຂົາ​ກໍ​ຢືນ​ຂຶ້ນ​ສາລະພາບ​ການ​ຜິດບາບ​ຂອງ​ພວກ​ເຂົາເອງ ແລະ​ຜິດບາບ​ຂອງ​ບັນພະບຸລຸດ​ຂອງ​ພວກເຂົາ​ທີ່​ໄດ້​ເຮັດ.

3 ເປັນ​ເວລາ​ເກືອບ​ສາມ​ຊົ່ວໂມງ ທີ່​ກົດບັນຍັດ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຂົາ​ໄດ້​ມີ​ການ​ອ່ານ​ສູ່​ພວກເຂົາ​ຟັງ ແລະ​ໃນ​ສາມ​ຊົ່ວໂມງ​ຕໍ່ໄປ ພວກເຂົາ​ໄດ້​ສາລະພາບ​ການບາບ​ຂອງ​ພວກເຂົາ ແລະ​ນະມັດສະການ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຂົາ.

4 ມີ​ເວທີ​ຖືກ​ຈັດ​ໄວ້​ໂດຍ​ສະເພາະ ຊຶ່ງ​ທີ່​ເທິງ​ນັ້ນ​ມີ​ຊາວ​ເລວີ​ຢືນ​ຢູ່​ດັ່ງນີ້: ເຢຊູອາ, ບານີ, ກາດມີເອນ, ເຊບານີຢາ, ບັນນີ, ເຊເຣບີຢາ, ບານີ ແລະ​ເກນານີ. ພວກເຂົາ​ຕ່າງ​ກໍ​ພາວັນນາ​ອະທິຖານ​ດ້ວຍ​ສຽງດັງ ຕໍ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຂົາ.

5 ແລ້ວ​ກໍ​ມີ​ການ​ຮຽກຮ້ອງ​ປະຊາຊົນ​ໃຫ້​ນະມັດສະການ​ພຣະເຈົ້າ ໂດຍ​ຊາວ​ເລວີ ມີ​ດັ່ງນີ້: ເຢຊູອາ, ກາດມີເອນ, ບານີ, ຮາຊັບເນອີຢາ, ເຊເຣບີຢາ, ໂຮດີຢາ, ເຊບານີຢາ ແລະ​ເປທາຮີຢາ. ພວກເຂົາ​ໄດ້​ເວົ້າ​ວ່າ, “ຈົ່ງ​ລຸກ​ຢືນ​ຂຶ້ນ ແລະ​ສັນລະເສີນ ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ; ຈົ່ງ​ສັນລະເສີນ​ພຣະອົງ​ສືບ​ໄປ​ຊົ່ວນິຣັນດອນ ຈົ່ງ​ໃຫ້​ທຸກຄົນ​ຍົກຍໍ​ພຣະນາມ​ອັນ​ຮຸ່ງເຮືອງ​ຍິ່ງໃຫຍ່ ເຖິງ​ແມ່ນ​ວ່າ​ມະນຸດ​ນັ້ນ​ໃຫ້​ຄຳ​ຍົກຍໍ ບໍ່​ຍິ່ງໃຫຍ່​ພໍ​ສຳລັບ​ພຣະອົງ​ກໍຕາມ.”


ຄຳພາວັນນາ​ອະທິຖານ​ຮັບ​ສາລະພາບ

6 ແລ້ວ​ປະຊາຊົນ​ອິດສະຣາເອນ​ກໍໄດ້​ພາວັນນາ​ອະທິຖານ​ດ້ວຍ​ຖ້ອຍຄຳ​ດັ່ງນີ້: “ຂ້າແດ່​ພຣະເຈົ້າຢາເວ ພຣະອົງ​ເທົ່ານັ້ນ ພຣະອົງ​ເທົ່ານັ້ນ; ພຣະອົງ​ໄດ້​ຊົງສ້າງ​ສະຫວັນ, ຟ້າ​ສະຫວັນ​ທີ່​ສູງສຸດ ພ້ອມທັງ​ບໍລິວານ​ຂອງ​ຟ້າ​ສະຫວັນ​ທຸກຢ່າງ​ທັງໝົດ, ແຜ່ນດິນ​ໂລກ​ກັບ​ທະເລ ແລະ​ທຸກໆສິ່ງ​ທີ່​ຢູ່​ໃນ​ນັ້ນ; ພຣະອົງ​ຊົງ​ພິທັກ​ຮັກສາ​ສິ່ງ​ເຫຼົ່ານັ້ນ​ທັງໝົດ ທຸກສິ່ງ​ໃນ​ສະຫວັນ​ກໍ​ນະມັດສະການ​ພຣະອົງ.

7 ຂ້າແດ່​ພຣະເຈົ້າຢາເວ ພຣະເຈົ້າ​ຜູ້​ຊົງ​ເລືອກ​ເອົາ​ອັບຣາມ ໄດ້ນຳ​ອອກ​ມາ​ແຕ່​ອູເຣ ໃນ​ບາບີໂລນ​ພຸ້ນ; ພຣະອົງ​ປ່ຽນ​ຊື່​ໃຫ້​ອັບຣາມ​ເສຍ​ໃໝ່ ກາຍມາເປັນ​ອັບຣາຮາມ.

8 ພຣະອົງ​ຮູ້​ວ່າ​ເພິ່ນ​ສັດຊື່​ຕໍ່​ພຣະອົງ ແລະ​ໄດ້​ຕັ້ງ​ພັນທະສັນຍາ​ໄວ້​ກັບ​ເພິ່ນ. ຄື​ຈະ​ມອບ​ດິນແດນ​ຂອງ​ຊາວ​ການາອານ ຂອງ​ຊາວ​ຮິດຕີ​ແລະ​ຊາວ​ອາໂມ​ດ້ວຍ ຂອງ​ຊາວ​ເປຣີຊີ​ພ້ອມ​ຊາວ​ເຢບຸດ​ແດ່ ແລະ​ຂອງ​ເກີດກາຊີ​ໃຫ້​ເປັນ​ຂອງ​ພວກເພິ່ນ; ຄື​ດິນແດນ​ທີ່​ເຊື້ອສາຍ​ຂອງ​ເພິ່ນ​ຢູ່​ອາໄສ ພຣະອົງ​ຮັກສາ​ຄຳສັນຍາ​ເພາະ​ຊົງ​ສັດຊື່.

9 ໃນ​ປະເທດ​ເອຢິບ​ພຣະອົງ​ເຫັນ​ພວກເພິ່ນ​ທົນທຸກ​ສໍ່າໃດ ຄື​ບັນພະບຸລຸດ​ຮ້ອງ​ໃຫ້​ຊ່ວຍເຫຼືອ​ທີ່​ທະເລແດງ​ນັ້ນ,

10 ພຣະອົງ​ເຮັດ​ການ​ອັດສະຈັນ​ໃຫຍ່​ຕໍ່ສູ້​ກະສັດ ຕໍ່ສູ້​ຂ້າຣາຊການ ແລະ​ປະຊາຊົນ​ດ້ວຍ; ເພາະ​ຮູ້ວ່າ​ປະຊາຊົນ​ພຣະອົງ​ຖືກ​ກົດຂີ່​ຢ່າງໃດ ແລ້ວ​ຊື່ສຽງ​ພຣະອົງ​ກໍ​ຍັງ​ໂດ່ງດັງ​ເຖິງ​ດຽວນີ້.

11 ເພື່ອ​ຜ່ານ​ທະເລ ພຣະອົງ​ໄດ້​ໃຫ້​ທາງ​ແກ່​ພວກເພິ່ນ ແລະ​ນຳພາ​ຍ່າງ​ຜ່ານ​ເທິງ​ພື້ນດິນ​ແຫ້ງ. ພວກ​ທີ່​ໄລ່ຕາມ​ມາ​ນັ້ນ​ກໍ​ພາກັນ​ຈົມລົງ​ໄປ ດັ່ງ​ກ້ອນຫີນ​ຈົມລົງ​ໃນ​ທະເລ​ປ່ວງບ້າ.

12 ໂດຍ​ເສົາເມກ​ຊົງ​ນຳພາ​ພວກເພິ່ນ​ໃນ​ກາງເວັນ ໂດຍ​ເສົາໄຟ​ຊົງ​ນຳພາ​ພວກເພິ່ນ​ໃນ​ກາງຄືນ​ດ້ວຍ.

13 ທີ່​ພູເຂົາ​ຊີນາຍ​ພຣະອົງ​ໄດ້​ລົງ​ມາ​ຈາກ​ສະຫວັນ; ພຣະອົງ​ໄດ້​ກ່າວ​ແກ່​ປະຊາຊົນ​ໃນ​ທີ່ນັ້ນ ແລະ​ໄດ້​ມອບ​ກົດບັນຍັດ​ທີ່​ດີ​ແກ່​ພວກເພິ່ນ ທັງ​ຄຳ​ສັ່ງສອນ​ທີ່​ມີ​ຫລັກ​ແກ່​ພວກເພິ່ນ​ດ້ວຍ.

14 ພຣະອົງ​ສັ່ງສອນ​ໃຫ້​ຢຶດຖື​ວັນ​ຊະບາໂຕ ໃຫ້​ເປັນ​ວັນ​ບໍຣິສູດ ຊົງ​ໃຫ້​ຂໍ້ຄຳສັ່ງ ແລະ​ກົດບັນຍັດ​ຜ່ານ​ທາງ​ໂມເຊ ຜູ້ຮັບໃຊ້.

15 ເມື່ອ​ຫິວເຂົ້າ ຊົງ​ໃຫ້​ເຂົ້າ​ຕົກ​ຈາກ​ສະຫວັນ ເມື່ອ​ຫິວນໍ້າ ກໍ​ມີ​ນໍ້າ​ໄຫລ​ຈາກ​ໂງ່ນຫີນ​ໄດ້​ດື່ມ. ພຣະອົງ​ບອກ​ພວກເພິ່ນ​ໃຫ້​ເຂົ້າ​ຢຶດ​ດິນແດນ ບ່ອນ​ທີ່​ພຣະອົງ​ໄດ້​ສັນຍາ​ມອບ​ໃຫ້​ພວກເພິ່ນ.

16 ແຕ່​ບັນພະບຸລຸດ​ຂອງ​ພວກ​ຂ້ານ້ອຍ​ພັດ​ດື້ດ້ານ​ຈອງຫອງ ໂດຍ​ບໍ່ຍອມ​ເຊື່ອຟັງ​ຄຳສັ່ງ​ຂອງ​ພຣະອົງ.

17 ເມື່ອ​ບໍ່​ເຊື່ອຟັງ​ແລ້ວ​ພວກເພິ່ນ​ກໍ​ລືມໄລ​ທຸກສິ່ງ ຄື​ການ​ອັດສະຈັນ​ຕ່າງໆ​ທີ່​ພຣະອົງ​ໄດ້​ກະທຳ; ດ້ວຍ​ຄວາມ​ຈອງຫອງ​ພວກເພິ່ນ​ໄດ້​ເລືອກເອົາ​ຜູ້ນຳ ພາ​ພວກເພິ່ນ​ກັບຄືນ​ສູ່​ປະເທດ​ເອຢິບ​ໄປ​ເປັນ​ທາດ. ແຕ່​ພຣະອົງ​ເປັນ​ພຣະເຈົ້າ​ທີ່​ໃຫ້​ອະໄພ ຊົງ​ເມດຕາ​ເອັນດູ ແລະ​ມີ​ຄວາມຮັກ; ພຣະອົງ​ໂກດຮ້າຍ​ຊ້າ​ເພາະ​ເມດຕາ​ພວກເພິ່ນ ພຣະອົງ​ຈຶ່ງ​ບໍ່ໄດ້​ປະຖິ້ມ​ພວກເພິ່ນ.

18 ພວກເພິ່ນ​ເຮັດ​ຮູບ​ງົວ​ນ້ອຍ​ຂາບໄຫວ້​ບູຊາ ແລະ​ເວົ້າ​ວ່າ, ພະ​ນີ້ແຫລະ ທີ່​ນຳພາ​ພວກເພິ່ນ; ຄື​ນຳພາ​ພວກເພິ່ນ​ທັງໝົດ​ອອກ​ມາ​ຈາກ​ປະເທດ​ເອຢິບ. ພວກເພິ່ນ​ດູຖູກ​ພຣະອົງ​ແທ້ໆ

19 ແຕ່​ພຣະອົງ​ບໍ່ໄດ້​ປະຖິ້ມ​ພວກເພິ່ນ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ ຍ້ອນ​ຄວາມ​ເມດຕາ​ຂອງ​ພຣະອົງ​ຍິ່ງໃຫຍ່. ພຣະອົງ​ບໍ່ໄດ້​ເອົາ​ເສົາເມກ​ກັບ​ເສົາໄຟ ທີ່​ເຍືອງທາງ​ທັງເວັນ ແລະ​ຄືນ​ໜີໄປ​ຈາກ​ພວກເພິ່ນ.

20 ດ້ວຍ​ຄຸນງາມ​ຄວາມດີ​ຂອງ​ພຣະອົງ​ນັ້ນ ພຣະອົງ​ຈຶ່ງ​ບອກ​ສິ່ງ​ທີ່​ພວກເພິ່ນ​ຄວນ​ກະທຳ; ພຣະອົງ​ໄດ້​ລ້ຽງດູ​ພວກເພິ່ນ​ດ້ວຍ​ມານາ ແລະ​ໃຫ້​ພວກເພິ່ນ​ໄດ້​ມີ​ນໍ້າ​ດື່ມ.

21 ຕະຫລອດ​ສີ່ສິບ​ປີ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ ພຣະອົງ​ໄດ້​ຈັດຫາ​ສິ່ງ​ຈຳເປັນ​ໃຫ້​ແກ່​ພວກເພິ່ນ; ຕົນຕົວ ເຄື່ອງນຸ່ງ​ບໍ່ໄດ້​ຂາດສ້ອຍ​ຈັກເທື່ອ ແລະ​ຕີນ ກໍ​ບໍ່ໄດ້​ບວມຊໍ້າ​ແຕ່​ປະການ​ໃດ.

22 ພຣະອົງ​ໃຫ້​ພວກເພິ່ນ​ຊະນະ​ເໜືອ​ຊົນຊາດ​ກັບ​ອານາຈັກ ຄື​ດິນແດນ​ທີ່​ເປັນ​ຊາຍແດນ​ຂອງ​ພວກເພິ່ນ. ພວກເພິ່ນ​ຕີ​ຊະນະ​ເຮັດຊະໂບນ​ຂອງ​ເຈົ້າສີໂຫນ ແລະ​ບາຊານ​ທີ່​ເຈົ້າໂອກ​ຄອງ​ອຳນາດ.

23 ພຣະອົງ​ໃຫ້​ພວກເພິ່ນ​ມີ​ລູກຫລານ​ຢ່າງ​ຫລວງຫລາຍ ດັ່ງ​ໝູ່​ດວງດາວ​ຢູ່​ໃນ​ທ້ອງຟ້າ ໃຫ້​ຕີ​ເອົາ​ດິນແດນ​ໄດ້​ຄື​ບ່ອນ​ພວກເພິ່ນ​ອາໄສ​ຢູ່ ທີ່​ຊົງ​ໄດ້​ສັນຍາ​ໄວ້​ກັບ​ບັນພະບຸລຸດ​ຂອງ​ພວກເພິ່ນ.

24 ພວກເພິ່ນ​ຕີ​ເອົາ​ໄດ້​ດິນແດນ​ການາອານ ພຣະອົງ​ໄດ້​ໄຊຊະນະ​ປະຊາຊົນ​ທີ່​ຢູ່​ທີ່​ນັ້ນ. ພຣະອົງ​ໃຫ້​ພວກເພິ່ນ​ມີ​ອຳນາດ​ເຮັດ​ຕາມຊອບໃຈ ຈັດການ​ກັບ​ປະຊາຊົນ​ແລະ​ກະສັດ​ການາອານ​ໄດ້​ຕາມ​ໃຈຊອບ.

25 ພວກເພິ່ນ​ຢຶດ​ເມືອງ​ຕ່າງໆ​ທີ່​ມີ​ປ້ອມ​ປ້ອງກັນ ທັງ​ດິນແດນ​ທີ່​ອຸດົມ​ຮັ່ງມີ ເຮືອນ​ກັບ​ຊັບສິນ​ດ້ວຍ ມີ​ອ່າງນໍ້າ​ຂຸດ​ໄວ້ ແລະ​ຕົ້ນ​ໝາກກອກເທດ​ກໍ​ມີ​ຄືກັນ ຕົ້ນ​ໝາກໄມ້​ນາໆ​ຊະນິດ ແລະ​ສວນອະງຸ່ນ​ພ້ອມ. ພວກເພິ່ນ​ກິນ​ທຸກສິ່ງ​ຕາມ​ຄວາມ​ຕ້ອງການ ແລະ​ເຮັດ​ໃຫ້​ພວກເພິ່ນ​ຕຸ້ຍພີ​ດີ; ແລະ​ພວກເພິ່ນ​ພໍໃຈ​ກັບ​ທຸກສິ່ງ ທີ່​ຊົງ​ຈັດຫາ​ໃຫ້​ພວກເພິ່ນ.

26 ແຕ່​ພວກເພິ່ນ​ພັດ​ຄິດຄົດ ແລະ​ບໍ່​ເຊື່ອຟັງ ກົດບັນຍັດ ແລະ​ໄດ້​ຫັນຫລັງ​ໃຫ້​ພຣະເຈົ້າ. ພວກເພິ່ນ​ຂ້າ​ຜູ້ທຳນວາຍ​ທີ່​ໄດ້​ກ່າວ​ຕັກເຕືອນ ໃຫ້​ພວກເພິ່ນ​ຕ່າວຄືນ​ມາ​ຫາ​ພຣະອົງ. ແຕ່​ພວກເພິ່ນ​ຊໍ້າ​ປະໝາດ​ດູຖູກ​ພຣະອົງ ຫລາຍ​ຄັ້ງ​ຫລາຍຄາວ​ສືບມາ​ເລື້ອຍໆ.

27 ສະນັ້ນ ພຣະອົງ​ຈຶ່ງ​ປ່ອຍ​ໃຫ້​ເຫຼົ່າ​ສັດຕູ ເອົາ​ຊະນະ​ພວກເພິ່ນ​ແລະ​ປົກຄອງ​ເໜືອ​ພວກເພິ່ນ. ເມື່ອ​ຖືກ​ເດືອດຮ້ອນ​ຈຶ່ງ​ຮ້ອງຫາ​ພຣະອົງ​ໃຫ້​ຊ່ວຍເຫລືອ ຈາກ​ສະຫວັນ​ຊົງ​ຕອບ​ຄຳພາວັນນາ​ອະທິຖານ​ຂອງ​ພວກເພິ່ນ. ເພາະ​ຊົງ​ເມດຕາ​ພວກເພິ່ນ​ແທ້ໆ​ຈຶ່ງ​ສົ່ງ​ຜູ້ນຳ​ມາ ເພື່ອ​ຊ່ວຍ​ເອົາ​ພວກເພິ່ນ​ໃຫ້ພົ້ນ​ຈາກ​ເຫຼົ່າ​ສັດຕູ​ນັ້ນ.

28 ເມື່ອ​ມີ​ສັນຕິສຸກ​ພັດ​ກັບ​ເຮັດ​ບາບ​ຄືນອີກ ພຣະອົງ​ຈຶ່ງ​ໃຫ້​ເຫຼົ່າ​ສັດຕູ​ເອົາ​ຊະນະ​ພວກເພິ່ນ. ແຕ່​ເມື່ອ​ພວກເພິ່ນ​ກັບໃຈ​ໃໝ່​ແລ້ວ ແລະ​ຂໍ​ພຣະອົງ​ໃຫ້​ຄວາມ​ຊ່ວຍເຫລືອ ທີ່​ສະຫວັນ​ພຣະອົງ​ໄດ້​ຮັບ​ຟັງ ຄຳ​ຂໍຮ້ອງ​ຂອງ​ພວກເພິ່ນ​ອີກ. ພຣະອົງ​ໄດ້​ຊ່ວຍເຫລືອ​ຫລາຍ​ຄັ້ງ​ຫລາຍຄາວ ໂດຍ​ຊ່ວຍກູ້​ເອົາ​ພວກເພິ່ນ​ດ້ວຍ​ຄວາມ​ເມດຕາ​ຍິ່ງໃຫຍ່.

29 ພຣະອົງ​ເຕືອນ​ພວກເພິ່ນ​ໃຫ້​ເຊື່ອຟັງ​ຄຳສັ່ງສອນ ແຕ່​ເພາະ​ພວກເພິ່ນ​ຈອງຫອງ​ຈຶ່ງ​ບໍ່​ຍອມ​ເຮັດ​ຕາມ​ນັ້ນ ເຖິງ​ແມ່ນ​ວ່າ​ການ​ຢຶດຖື​ກົດບັນຍັດ​ໄດ້​ຊີວິດ​ກໍດີ ຍ້ອນ​ພວກເພິ່ນ​ດື້ດຶງ​ຈຶ່ງ​ບໍ່​ເຊື່ອຟັງ​ພຣະອົງ.

30 ເປັນ​ເວລາ​ຫລາຍ​ປີ​ແລ້ວ ທີ່​ພຣະອົງ​ໄດ້​ຕັກເຕືອນ​ພວກເພິ່ນ ໂດຍ​ບັນດານ​ໃຈ​ຜູ້ທຳນວາຍ​ໃຫ້​ກ່າວ​ຕັກເຕືອນ​ພວກເພິ່ນ; ແຕ່​ປະຊາຊົນ​ຂອງ​ພຣະອົງ​ຫູ​ໜວກ ແລະ​ຫູຕຶງ ສະນັ້ນ ພຣະອົງ​ຈຶ່ງ​ປ່ອຍ​ໃຫ້​ພວກເພິ່ນ​ຖືກ​ພ່າຍແພ້.

31 ແຕ່​ຍ້ອນ​ພຣະເມດຕາ​ຊົງ​ຍິ່ງໃຫຍ່​ຫລາຍ ຈຶ່ງ​ບໍ່ໄດ້​ປະຖິ້ມ​ພວກເພິ່ນ ແລະ​ທຳລາຍ​ພວກເພິ່ນ. ພຣະອົງ​ເປັນ​ພຣະເຈົ້າ​ທີ່​ຊົງຄຸນງາມ​ຄວາມດີ ທັງ​ຊົງ​ເມດຕາ​ແລະ​ເອັນດູ​ດ້ວຍ.

32 ໂອ ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ​ເອີຍ ພຮະເຈົ້າ​ຊົງຣິດ ແລະ​ອຳນາດ​ຍິ່ງໃຫຍ່ ຊົງ​ກະທຳ​ໃຫ້​ຢ້ານກົວ​ແລະ​ຊົງ​ຍິ່ງໃຫຍ່​ແທ້ ພຣະອົງ​ຮັກສາ​ພັນທະສັນຍາ​ຢ່າງ​ສັດຊື່ ຄາວ​ກະສັດ​ອັດຊີເຣຍ​ໄດ້​ຂົ່ມເຫັງ​ພວກ​ຂ້ານ້ອຍ. ຈົນເຖິງ​ບັດນີ້​ພວກ​ຂ້ານ້ອຍ​ຍັງ​ໄດ້​ທົນທຸກ​ໜັກ ລວມ​ກະສັດ ແລະ​ຜູ້ນຳ​ຂອງ​ພວກ​ຂ້ານ້ອຍ​ດ້ວຍ ພວກ​ປະໂຣຫິດ ແລະ​ທັງ​ພວກ​ຜູ້ທຳນວາຍ ກັບ​ບັນພະບຸລຸດ ແລະ​ປະຊາຊົນ​ອີກ​ດ້ວຍ. ທຸກຄົນ​ຕ່າງ​ກໍໄດ້​ຮັບ​ຄວາມ​ທົນທຸກ​ທໍລະມານ ຂໍໂຜດ​ລະນຶກເຖິງ​ພວກ​ຂ້ານ້ອຍ​ແດ່ທ້ອນ

33 ຖືກຕ້ອງ​ແລ້ວ​ທີ່​ຊົງ​ລົງໂທດ​ພວກ​ຂ້ານ້ອຍ ເພາະ​ພຣະອົງ​ສັດຊື່ ໃນ​ຂະນະທີ່​ພວກ​ຂ້ານ້ອຍ​ເຮັດ​ບາບ.

34 ພວກ​ກະສັດ, ພວກຜູ້ນຳ, ພວກ​ປະໂຣຫິດ ແລະ​ພວກ​ປູ່ຍ່າຕາຍາຍ​ຂອງ​ພວກ​ຂ້ານ້ອຍ ຕ່າງ​ກໍ​ບໍ່​ຖື​ຮັກສາ​ກົດບັນຍັດ​ຂອງ​ພຣະອົງ​ທັງນັ້ນ. ພວກເພິ່ນ​ບໍ່​ຍອມ​ຟັງ​ຂໍ້ຄຳສັ່ງ​ຂອງ​ພຣະອົງ ຕະຫລອດ​ທັງ​ຄຳເຕືອນ​ຂອງ​ພຣະອົງ​ດ້ວຍ.

35 ດ້ວຍ​ພຣະພອນ​ກະສັດ​ໄດ້​ປົກຄອງ​ປະຊາຊົນ ເມື່ອ​ພວກເພິ່ນ​ອາໄສ​ຢູ່​ໃນ​ດິນແດນ​ອັນ​ໃຫຍ່ກວ້າງ ຄື​ເປັນ​ດິນແດນ​ທີ່​ອຸດົມ​ແລະ​ຮັ່ງມີ ຊຶ່ງ​ພຣະອົງ​ໄດ້​ມອບໝາຍ​ໃຫ້​ແກ່​ພວກເພິ່ນ. ແຕ່​ພວກເພິ່ນ​ບໍ່​ຍອມ​ເລີກ ແລະ​ເຮັບ​ບາບ​ຕໍ່ໄປ ແລະ​ບໍ່ໄດ້​ຫັນ​ມາ​ບົວລະບັດ​ຮັບໃຊ້​ພຣະເຈົ້າ.

36 ບັດນີ້ ພວກ​ຂ້ານ້ອຍ​ເປັນ​ທາດຮັບໃຊ້​ໃນ​ດິນແດນ ເປັນ​ບ່ອນ​ທີ່​ພຣະອົງ​ໄດ້​ມອບໝາຍ​ໃຫ້​ຢູ່​ນັ້ນ. ດິນແດນ​ແຫ່ງ​ນີ້​ເປັນ​ທີ່​ອຸດົມ​ແລະ​ຮັ່ງມີ ໃຫ້​ອາຫານ​ແກ່​ພວກ​ຂ້ານ້ອຍ​ໄດ້​ຮັບ.

37 ສິ່ງ​ທີ່​ພື້ນດິນ​ຜະລິດ​ກໍ​ຖືກ​ນຳ​ໄປ​ໃຫ້​ກະສັດ ຜູ້​ທີ່​ຢູ່​ເໜືອ ເພາະ​ພວກ​ຂ້ານ້ອຍ​ໄດ້​ເຮັດ​ບາບ ເພິ່ນ​ເຮັດ​ຕາມໃຈ​ຕໍ່​ພວກ​ຂ້ານ້ອຍ​ແລະ​ຝູງສັດ​ຂອງ​ພວກ​ຂ້ານ້ອຍ ພວກ​ຂ້ານ້ອຍ​ຈຶ່ງ​ເປັນທຸກ​ໜັກ​ຫລາຍ​ແທ້ໆ.”


ປະຊາຊົນ​ເຊັນ​ຂໍ້​ຕົກລົງ

38 ຍ້ອນ​ສິ່ງ​ທັງໝົດ​ທີ່​ໄດ້​ເກີດຂຶ້ນ​ນັ້ນ; ພວກເຮົາ​ຜູ້​ເປັນ​ປະຊາຊົນ​ອິດສະຣາເອນ ຈຶ່ງ​ໄດ້​ເຊັນ​ຂໍ້​ຕົກລົງ​ຢ່າງ​ແທ້ຈິງ​ໄວ້​ໃນ​ທີ່​ນີ້ ແລະ​ບັນດາ​ຜູ້ນຳ, ຊາວ​ເລວີ ແລະ​ບັນດາ​ປະໂຣຫິດ​ຂອງ​ພວກເຮົາ​ກໍໄດ້​ປະທັບຕາ​ໄວ້​ດ້ວຍ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan