ເນເຫມີຢາ 8 - ພຣະຄຳພີສັກສິເອຊະຣາອ່ານກົດບັນຍັດສູ່ປະຊາຊົນຟັງ 1 ເມື່ອເຖິງເດືອນທີເຈັດ ປະຊາຊົນອິດສະຣາເອນກໍໄດ້ຕັ້ງຖິ່ນຖານ ຢູ່ຕາມບ້ານເກີດເມືອງນອນຂອງຕົນໝົດທຸກຄົນ. ໃນວັນທີໜຶ່ງຂອງເດືອນນັ້ນ ພວກເຂົາທັງໝົດໄດ້ມາເຕົ້າໂຮມກັນຢູ່ທີ່ນະຄອນເຢຣູຊາເລັມ ຄືທີ່ສີ່ແຍກກາງເມືອງຢູ່ຕໍ່ໜ້າປະຕູນໍ້າ. ພວກເຂົາຂໍຮ້ອງເອຊະຣາ ຜູ້ທີ່ເປັນປະໂຣຫິດ ແລະເປັນນັກຮຽນຮູ້ດ້ານກົດບັນຍັດ ຊຶ່ງພຣະເຈົ້າຢາເວໄດ້ມອບໃຫ້ແກ່ປະຊາຊົນອິດສະຣາເອນຜ່ານທາງໂມເຊ ນຳໜັງສືກົດບັນຍັດອອກມາ. 2 ດັ່ງນັ້ນ ເອຊະຣາຈຶ່ງນຳເອົາໜັງສືນັ້ນອອກມາຍັງບ່ອນທີ່ປະຊາຊົນໄດ້ເຕົ້າໂຮມກັນ ຄືມີຜູ້ຊາຍ, ແມ່ຍິງ ແລະເດັກນ້ອຍທີ່ໃຫຍ່ພໍຈະເຂົ້າໃຈໄດ້. 3 ໃນສີ່ແຍກທີ່ປະຕູນັ້ນ ເພິ່ນໄດ້ອ່ານກົດບັນຍັດສູ່ພວກເຂົາຟັງແຕ່ເຊົ້າມືດຈົນເຖິງທ່ຽງ ແລະພວກເຂົາທຸກຄົນກໍຟັງຢ່າງຕັ້ງອົກຕັ້ງໃຈ. 4 ເອຊະຣາຢືນຢູ່ເທິງເວທີທີ່ເຮັດດ້ວຍໄມ້ ຊຶ່ງພວກເຂົາສ້າງຂຶ້ນສຳລັບໂອກາດນີ້ໂດຍສະເພາະ. ພວກທີ່ຢືນຢູ່ຂ້າງຂວາຂອງເພິ່ນມີດັ່ງນີ້: ມັດຕີທີຢາ, ເຊມາ, ອານາອີຢາ, ອູຣິຢາ, ຮິນກີຢາ ແລະມາອາເສອີຢາ ແລະພວກທີ່ຢືນຢູ່ຂ້າງຊ້າຍຂອງເພິ່ນມີດັ່ງນີ້: ເປດາອີຢາ, ມີຊາເອນ, ມັນກີຢາ, ຮາຊຸມ, ຮັດຊະບັດດານາ, ເຊກາຣີຢາ ແລະເມຊຸນລຳ. 5 ໃນຂະນະທີ່ເອຊະຣາຢືນຢູ່ເທິງເວທີຕໍ່ໜ້າປະຊາຊົນນັ້ນ ພວກເຂົາທັງໝົດຕ່າງກໍແນມໄປເບິ່ງເພິ່ນ. ພໍເພິ່ນເປີດໜັງສືອອກພວກເຂົາທັງໝົດກໍຢືນຂຶ້ນ. 6 ເອຊະຣາກ່າວວ່າ, “ສັນລະເສີນພຣະເຈົ້າຢາເວ ພຣະເຈົ້າອົງຍິ່ງໃຫຍ່.” ປະຊາຊົນທຸກຄົນຕ່າງກໍຍົກແຂນຂຶ້ນ ແລະພ້ອມກັນຕອບວ່າ, “ອາແມນ ອາແມນ” ແລ້ວພວກເຂົາກໍຄຸເຂົ່າລົງ ແລະກົ້ມຂາບນ້ອມນະມັດສະການພຣະເຈົ້າຢາເວ. 7 ແລ້ວພວກເຂົາກໍພ້ອມກັນລຸກຢືນຂຶ້ນກັບທີ່ ແລະຊາວເລວີກໍອະທິບາຍກົດບັນຍັດສູ່ພວກເຂົາຟັງ ຄົນເລວີນັ້ນມີດັ່ງນີ້: ເຢຊູອາ, ບານີ, ເຊເຣບີຢາ, ຢາມິນ, ອັກກຸບ, ຊັບເບທາຍ, ໂຮດີຢາ, ມາອາເສອີຢາ, ເກລີຕາ, ອາຊາຣີຢາ, ໂຢຊາບັດ, ຮານານ ແລະເປລາອີຢາ. 8 ແລ້ວພວກເຂົາກໍໃຫ້ມີການແປ ແບບປາກເປົ່າກົດບັນຍັດຂອງພຣະເຈົ້າ ແລະອະທິບາຍ ກົດບັນຍັດນັ້ນ ເພື່ອວ່າປະຊາຊົນຈະເຂົ້າໃຈໄດ້. 9 ເມື່ອພວກເຂົາໄດ້ຍິນຂໍ້ຄວາມທີ່ກົດບັນຍັດນັ້ນຮຽກຮ້ອງໃຫ້ເຮັດ ຕ່າງກໍຮູ້ສຶກຕື້ນຕັນໃຈ ແລະຮ້ອງໄຫ້ຂຶ້ນ. ສະນັ້ນ ເນເຫມີຢາຜູ້ທີ່ເປັນຜູ້ປົກຄອງ ແລະເອຊະຣາຜູ້ທີ່ເປັນທັງປະໂຣຫິດ ແລະເປັນນັກຮຽນຮູ້ດ້ານກົດບັນຍັດຕະຫລອດທັງຄົນເລວີທີ່ເປັນຜູ້ອະທິບາຍກົດບັນຍັດ ຈຶ່ງບອກປະຊາຊົນທັງໝົດວ່າ, “ວັນນີ້ເປັນວັນສັກສິດສຳລັບພຣະເຈົ້າຢາເວ ພຣະເຈົ້າຂອງພວກທ່ານ; ສະນັ້ນ ຈຶ່ງບໍ່ສົມຄວນທີ່ພວກທ່ານຈະໄວ້ທຸກ ຫລືຮ້ອງໄຫ້. 10 ບັດນີ້ ຈົ່ງກັບເມືອເຮືອນ ແລະລ້ຽງສະຫລອງກັນສາ. ຈົ່ງແບ່ງປັນອາຫານ ແລະເຫຼົ້າອະງຸ່ນໃຫ້ແກ່ຜູ້ທີ່ບໍ່ມີພຽງພໍ. ວັນນີ້ແມ່ນວັນສັກສິດທີ່ຖວາຍແກ່ພຣະເຈົ້າຢາເວຂອງພວກເຮົາ; ສະນັ້ນ ຢ່າສູ່ໂສກເສົ້າ. ຄວາມຊົມຊື່ນຍິນດີທີ່ພຣະເຈົ້າຢາເວໂຜດໃຫ້ແກ່ພວກທ່ານນັ້ນ ຈະເຊີດຊູໃຈຂອງພວກທ່ານໃຫ້ເຂັ້ມແຂງຂຶ້ນໃໝ່.” 11 ສ່ວນພວກເລວີກໍຍ່າງໄປມາເລົ້າໂລມປະຊາຊົນທັງໝົດໃຫ້ມິດ ທັງບອກພວກເຂົາບໍ່ໃຫ້ຮ້ອງໄຫ້ໃນວັນສັກສິດເຊັ່ນນີ້. 12 ດັ່ງນັ້ນ ປະຊາຊົນທຸກຄົນຈຶ່ງກັບຄືນເມືອບ້ານເຮືອນຂອງໃຜລາວ; ພວກເຂົາກິນແລະດື່ມດ້ວຍຄວາມຊົມຊື່ນຍິນດີ ພ້ອມທັງແບ່ງປັນສິ່ງທີ່ພວກຕົນມີຢູ່ນັ້ນໃຫ້ແກ່ຜູ້ອື່ນດ້ວຍ; ເພາະພວກເຂົາເຂົ້າໃຈສິ່ງທີ່ພວກຜູ້ນຳໄດ້ອ່ານສູ່ຟັງນັ້ນ. ເທດສະການປຸກຕູບຢູ່ 13 ມື້ຕໍ່ມາ ບັນດາຫົວໜ້າຕະກຸນຕ່າງໆພ້ອມກັບພວກປະໂຣຫິດແລະຊາວເລວີ ໄດ້ໄປສຶກສາຄຳສັ່ງສອນຂອງກົດບັນຍັດນຳເອຊະຣາ. 14 ພວກເຂົາຄົ້ນພົບວ່າ ກົດບັນຍັດຊຶ່ງພຣະເຈົ້າຢາເວໄດ້ມອບໃຫ້ຜ່ານທາງໂມເຊນັ້ນ ສັ່ງໃຫ້ປະຊາຊົນອິດສະຣາເອນອາໄສຢູ່ໃນຕູບຊົ່ວຄາວ ເວລາເທດສະການປຸກຕູບຢູ່ໃນເດືອນທີເຈັດ. 15 ດັ່ງນັ້ນ ພວກເຂົາຈຶ່ງໃຫ້ຄຳແນະນຳຕໍ່ໄປນີ້ ແລະສົ່ງຄຳແນະນຳນັ້ນ ໄປທົ່ວນະຄອນເຢຣູຊາເລັມ ທົ່ວເມືອງໃຫຍ່ ແລະເມືອງນ້ອຍທັງຫລາຍ ດັ່ງນີ້: “ຈົ່ງອອກໄປທີ່ເນີນພູ ແລະຊອກເອົາງ່າຕົ້ນໝາກກອກເທດ, ງ່າຕົ້ນສົນ, ງ່າຕົ້ນໄມ້ຫອມ, ງ່າຕົ້ນຕານ ແລະງ່າຂອງຕົ້ນໄມ້ຕ່າງໆ ມາເຮັດຕູບຕາມຄຳແນະນຳທີ່ໄດ້ມີຂຽນໄວ້ໃນກົດບັນຍັດ.” 16 ດັ່ງນັ້ນ ປະຊາຊົນຈຶ່ງອອກໄປເອົາງ່າໄມ້ມາເຮັດຕູບຢູ່ ຕາມຫລັງຄາພຽງເທິງເຮືອນຂອງພວກເຂົາ, ຕາມເດີ່ນຫຍ້າ, ຕາມເດີ່ນຂອງວິຫານຂອງພຣະເຈົ້າ ແລະຕາມສີ່ແຍກໃນກາງເມືອງໃກ້ປະຕູນໍ້າ ແລະໃກ້ປະຕູຂອງເອຟຣາອິມ. 17 ປະຊາຊົນທຸກຄົນທີ່ໄດ້ກັບຄືນມາຈາກການເປັນຊະເລີຍໃນຕ່າງຖິ່ນ ຕ່າງກໍປຸກຕູບຂຶ້ນ ແລະອາໄສຢູ່ໃນຕູບນັ້ນ. ນີ້ແມ່ນເທື່ອທຳອິດທີ່ໄດ້ຖືກຈັດໃຫ້ມີຂຶ້ນ ນັບຕັ້ງແຕ່ສະໄໝຂອງໂຢຊວຍລູກຊາຍຂອງນູນ ແລະທຸກຄົນຕ່າງກໍຕື່ນເຕັ້ນປິຕິຍິນດີ. 18 ທຸກໆວັນ ຕັ້ງແຕ່ວັນທຳອິດຈົນຮອດວັນສຸດທ້າຍຂອງເທດສະການ ພວກເຂົາໄດ້ອ່ານຈາກປື້ມກົດບັນຍັດຂອງພຣະເຈົ້າ. ງານສະຫລອງມີຢູ່ເຈັດວັນ ແລະໃນວັນທີແປດແມ່ນມີການຊຸມນຸມເຮັດພິທີປິດຕາມກົດບັນຍັດ. |
@ 2012 United Bible Societies. All Rights Reserved.