ເນເຫມີຢາ 7 - ພຣະຄຳພີສັກສິ1 ມາບັດນີ້ ກຳແພງທີ່ໄດ້ຖືກສ້າງຂຶ້ນໃໝ່ກໍສຳເລັດແລ້ວ ປະຕູທັງໝົດໄດ້ຖືກຕັ້ງຂຶ້ນຕາມບ່ອນຂອງມັນ ແລະຜູ້ເຝົ້າຍາມພຣະວິຫານ, ສະມາຊິກຂອງກຸ່ມຮ້ອງເພງສັນລະເສີນ ແລະຊາວເລວີອື່ນໆກໍໄດ້ຮັບມອບໝາຍໜ້າວຽກຂອງພວກຕົນ. 2 ຂ້າພະເຈົ້າໄດ້ມອບໝາຍໃຫ້ສອງຄົນເປັນຜູ້ຮັບຜິດຊອບໃນການປົກຄອງນະຄອນເຢຣູຊາເລັມຄື: ຮານານີນ້ອງຊາຍຂອງຂ້າພະເຈົ້າ ແລະຮານານີຢາຜູ້ບັນຊາການປ້ອມຂອງເມືອງ. ຮານານີຢາເປັນຄົນທີ່ໄວ້ວາງໃຈໄດ້ ແລະຢຳເກງພຣະເຈົ້າຢ່າງບໍ່ມີຜູ້ໃດທໍ່. 3 ຂ້າພະເຈົ້າບອກພວກເຂົາບໍ່ໃຫ້ໄຂປະຕູຂອງນະຄອນເຢຣູຊາເລັມໃນຕອນເຊົ້າ ຈົນກວ່າຕາເວັນຂຶ້ນແລ້ວ ແລະອັດປະຕູໃສ່ໄລໄວ້ກ່ອນຄົນເຝົ້າຍາມຫວິດໜ້າທີ່ໃນຍາມຕາເວັນຕົກດິນ. ຂ້າພະເຈົ້າໄດ້ບອກພວກເຂົາໃຫ້ແຕ່ງຕັ້ງຜູ້ເຝົ້າຍາມຈາກປະຊາຊົນ ທີ່ຢູ່ໃນນະຄອນເຢຣູຊາເລັມ ແລະມອບໝາຍໜ້າທີ່ໂດຍສະເພາະໃຫ້ພວກເຂົາບາງຄົນ; ແລະສ່ວນຄົນອື່ນໆໃຫ້ຢູ່ຍາມຕາມບໍລິເວນບ້ານເຮືອນຂອງຕົນ. ລາຍຊື່ຜູ້ເປັນຊະເລີຍທີ່ກັບຄືນຈາກຕ່າງຖິ່ນ ( ອຊຣ 2:1-70 ) 4 ນະຄອນເຢຣູຊາເລັມເປັນເມືອງໃຫຍ່ເມືອງໜຶ່ງ ແຕ່ບໍ່ມີຫລາຍຄົນຢູ່ອາໄສ ແລະເຮືອນທີ່ປຸກຂຶ້ນໃໝ່ກໍບໍ່ມີຫລາຍຫລັງເທື່ອ. 5 ພຣະເຈົ້າໄດ້ບັນດານໃຈຂ້າພະເຈົ້າໃຫ້ເອີ້ນປະຊຸມປະຊາຊົນ ແລະພວກຜູ້ນຳຂອງພວກເຂົາ ພ້ອມທັງເຈົ້າໜ້າທີ່ຕ່າງໆ ເພື່ອກວດເບິ່ງບັນຊີລາຍຊື່ຂອງປະຊາຊົນ. ຂ້າພະເຈົ້າໄດ້ພົບບັນຊີລາຍຊື່ຂອງພວກທີ່ກັບຄືນມາຈາກການເປັນຊະເລີຍໃນຕ່າງຖິ່ນໝວດທຳອິດ ຊຶ່ງລາຍລະອຽດມີດັ່ງນີ້: 6 ມີຊະເລີຍຫລາຍຄົນໄດ້ອອກຈາກແຂວງ ແລະກັບຄືນມາສູ່ນະຄອນເຢຣູຊາເລັມແລະຢູດາຍ; ແຕ່ລະຄົນກັບຄືນໄປສູ່ບ້ານເກີດເມືອງນອນຂອງໃຜລາວ. ຄອບຄົວຂອງພວກເຂົາໄດ້ອາໄສຢູ່ຕ່າງຖິ່ນທີ່ນະຄອນບາບີໂລນ ຕັ້ງແຕ່ສະໄໝຂອງກະສັດເນບູກາດເນັດຊາ ໄດ້ຈັບພວກເຂົາໄປເປັນຊະເລີຍ. 7 ບັນດາຜູ້ນຳຂອງພວກເຂົາມີດັ່ງນີ້: ເສຣຸບບາເບັນ, ເຢຊູອາ, ເນເຫມີຢາ, ອາຊາຣີຢາ, ຣາອາມີຢາ, ນາຮາມານີ, ມໍເດໄກ, ບິນຊານ, ມີຊະເປເຣດ, ບິກໄຫວ, ເນຮຸມ ແລະບາອານາ. 8 ຕໍ່ໄປນີ້ແມ່ນລາຍຊື່ຂອງຕະກຸນຕ່າງໆຂອງຊາດອິດສະຣາເອນ ພ້ອມທັງຈຳນວນຄົນຂອງແຕ່ລະຕະກຸນທີ່ໄດ້ກັບຄືນມາຈາກການເປັນຊະເລີຍໃນຕ່າງຖິ່ນ: ປາຣົດ - 2.172 ຄົນ 9 ເຊຟາຕີຢາ - 372 ຄົນ 10 ອາຣາ - 652 ຄົນ 11 ປາຮາດໂມອາບ (ເຊື້ອສາຍຂອງເຢຊູອາ ແລະໂຢອາບ) - 2.818 ຄົນ 12 ເອລາມ - 1.254 ຄົນ 13 ຊັດຕຸ - 845 ຄົນ 14 ຊັກກາຍ - 760 ຄົນ 15 ບິນນູອີ - 648 ຄົນ 16 ເບບາຍ - 628 ຄົນ 17 ອາຊະກາດ - 2.322 ຄົນ 18 ອາໂດນີກຳ - 667 ຄົນ 19 ບິກໄຫວ - 2.067 ຄົນ 20 ອາດິນ - 655 ຄົນ 21 ອາເຕ (ມີຊື່ອີກວ່າເຮເຊກີຢາ) - 98 ຄົນ 22 ຮາຊຸມ - 328 ຄົນ 23 ເບໄຊ - 324 ຄົນ 24 ຮາຣິບ - 112 ຄົນ 25 ກີເບໂອນ - 95 ຄົນ 26 ຄົນທີ່ບັນພະບຸລຸດໄດ້ອາໄສຢູ່ຕາມເມືອງດັ່ງຕໍ່ໄປນີ້ ກໍໄດ້ກັບຄືນມາຄືກັນ: ເບັດເລເຮັມແລະເນໂຕຟາ - 188 ຄົນ 27 ອານາທົດ - 128 ຄົນ 28 ເບັດອາຊະມາເວດ - 42 ຄົນ 29 ກີຣີອາດເຢອາຣີມ, ເກຟີຣາ ແລະເບເອໂຣດ - 743 ຄົນ 30 ຣາມາແລະເກບາ - 621 ຄົນ 31 ມິກມາດ - 122 ຄົນ 32 ເບັດເອນແລະອາອີ - 123 ຄົນ 33 ເນໂບ ອີກແຫ່ງອື່ນ - 52 ຄົນ 34 ເອລາມ ອີກແຫ່ງອື່ນ - 1.254 ຄົນ 35 ຮາຣິມ - 320 ຄົນ 36 ເຢຣິໂກ - 345 ຄົນ 37 ໂລດ, ຮາດິດ ແລະໂອໂນ - 721 ຄົນ 38 ເສນາຢາ - 3.930 ຄົນ 39 ຕໍ່ໄປນີ້ແມ່ນບັນຊີລາຍຊື່ຂອງຕະກຸນຂອງປະໂຣຫິດ ທີ່ໄດ້ກັບຄືນມາຈາກການເປັນຊະເລີຍໃນຕ່າງຖິ່ນ ມີດັ່ງນີ້: ເຢດາອີຢາ (ເຊື້ອສາຍຂອງເຢຊູອາ) - 973 ຄົນ 40 ອີມເມ - 1.052 ຄົນ 41 ປັດຊູ - 1.247 ຄົນ 42 ຮາຣິມ - 1.017 ຄົນ 43 ຕະກຸນຕ່າງໆຂອງຊາວເລວີ ທີ່ໄດ້ກັບຄືນມາຈາກການເປັນຊະເລີຍໃນຕ່າງຖິ່ນ ມີດັ່ງນີ້: ເຢຊູອາແລະກາດມີເອນ (ເຊື້ອສາຍຂອງໂຮດາວີຢາ) - 74 ຄົນ 44 ນັກດົນຕຼີປະຈຳພຣະວິຫານ (ເຊື້ອສາຍຂອງອາສັບ) - 148 ຄົນ 45 ຄົນເຝົ້າຍາມປະຈຳພຣະວິຫານ (ເຊື້ອສາຍຂອງຊານລູມ, ອາເຕ, ຕານໂມນ, ອັກກຸບ, ຮາຕີຕາ ແລະໂຊບາຍ) - 138 ຄົນ 46 ຕະກຸນຕ່າງໆຂອງຄົນເຮັດວຽກປະຈຳພຣະວິຫານ ທີ່ໄດ້ກັບຄືນມາຈາກການເປັນຊະເລີຍໃນຕ່າງຖິ່ນ ມີດັ່ງນີ້: ຊີຮາ, ຮາສູຟາ, ຕັບບາອົດ, 47 ເກໂຣ, ສີອາ, ປາໂດນ, 48 ເລບານາ, ຮາກາບາ, ຊານໄມ, 49 ຮານານ, ກິດເດນ, ກາຮາ, 50 ເຣອາອີຢາ, ເຣຊິນ, ເນໂກດາ, 51 ກັດຊຳ, ອຸດຊາ, ປາເສຢາ, 52 ເບສາຍ, ເມອູນິມ, ເນຟູເຊສິມ, 53 ບັກບຸກ, ຮາກູຟາ, ຮັກຮູຣະ, 54 ບາຊະລິດ, ເມຮີດາ, ຮັກຊາ, 55 ບາກໂກ, ສີເສຣາ, ເຕມາ, 56 ເນຊີຢາ ແລະຮາຕີຟາ. 57 ຕະກຸນຕ່າງໆຂອງຄົນຮັບໃຊ້ຂອງກະສັດໂຊໂລໂມນ ທີ່ໄດ້ກັບຄືນມາຈາກການເປັນຊະເລີຍໃນຕ່າງຖິ່ນ ມີດັ່ງນີ້: ໂສໄຕ, ໂສເຟເຣັດ, ເປຣີດາ, 58 ຢາອາລາ, ດາກໂກນ, ກິດເດນ, 59 ເຊຟາຕີຢາ, ຮັດຕິນ, ໂປເກເຣດຮັດເຊບາອິມ ແລະອາໂມນ. 60 ຈຳນວນທັງໝົດຂອງເຊື້ອສາຍຂອງຄົນເຮັດວຽກໃນພຣະວິຫານ ແລະຄົນຮັບໃຊ້ຂອງກະສັດໂຊໂລໂມນທີ່ໄດ້ກັບຄືນມາຈາກການເປັນຊະເລີຍໃນຕ່າງຖິ່ນມີທັງໝົດ 392 ຄົນ. 61-62 ໃນຕະກຸນຂອງເດລາອີຢາ, ໂຕບີຢາ ແລະເນໂກດາ ທີ່ໄດ້ກັບຄືນມາຈາກເມືອງເຕັນເມລາ, ເຕັນຮັກຊາ, ເຄຣຸບ, ອັດໂດນ ແລະອິມເມ, ແຕ່ພວກເຂົາພິສູດບໍ່ໄດ້ວ່າ ພວກຕົນເປັນເຊື້ອສາຍຂອງຊາວອິດສະຣາເອນ ມີ 642 ຄົນ. 63-64 ຕະກຸນຕ່າງໆຕໍ່ໄປນີ້ແມ່ນປະໂຣຫິດທີ່ບໍ່ມີເອກະສານ ເພື່ອພິສູດເຖິງບັນພະບຸລຸດຂອງຕົນມີດັ່ງນີ້: ໂຮບາອີຢາ, ຮັກກົດ ແລະບາກຊິນໄລ. (ບັນພະບຸລຸດຂອງຕະກຸນບາກຊິນໄລທີ່ເປັນປະໂຣຫິດ ໄດ້ແຕ່ງງານກັບຍິງຜູ້ໜຶ່ງຈາກຕະກຸນບາກຊິນໄລແຫ່ງກີເລອາດ ແລະໄດ້ໃສ່ຊື່ຕາມຕະກຸນຂອງພໍ່ເຖົ້າຂອງຕົນ.) ເນື່ອງຈາກຄົນເຫຼົ່ານີ້ພິສູດບໍ່ໄດ້ວ່າ ແມ່ນຜູ້ໃດທີ່ເປັນບັນພະບຸລຸດຂອງຕົນ. ດັ່ງນັ້ນ ພວກເຂົາຈຶ່ງບໍ່ໄດ້ຮັບໃຊ້ເປັນປະໂຣຫິດ. 65 ຜູ້ປົກຄອງຊາວຢິວໄດ້ສັ່ງບໍ່ໃຫ້ພວກເຂົາກິນອາຫານທີ່ໄດ້ຖວາຍແກ່ພຣະເຈົ້າ ຈົນກວ່າຈະມີປະໂຣຫິດທີ່ສາມາດໃຊ້ອູຣິມ ແລະທູມມິມ. 66 ພວກທີ່ເປັນຊະເລີຍໃນຕ່າງຖິ່ນທີ່ກັບຄືນມາສູ່ປະເທດທັງໝົດມີ - 42.360 ຄົນ. 67 ຜູ້ຮັບໃຊ້ຊາຍຍິງຂອງພວກເຂົາມີ - 7.337 ຄົນ; ນັກດົນຕຼີຊາຍຍິງມີ - 245 ຄົນ. 68 ພວກເຂົາມີມ້າ - 736 ໂຕ; ມີໂຕລໍ - 245 ໂຕ 69 ມີໂຕອູດ - 435 ໂຕ; ແລະມີໂຕລາ - 6.720 ໂຕ 70 ປະຊາຊົນຫລາຍຄົນໄດ້ຊ່ວຍຈ່າຍຄ່າສ້ອມແປງພຣະວິຫານ ມີດັ່ງນີ້: ຜູ້ປົກຄອງ: ຄຳ - 8 ກິໂລກຼາມ, ຊາມສຳລັບພິທີການ - 50 ໃບ, ເສື້ອຄຸມປະໂຣຫິດ - 530 ຜືນ 71 ພວກຫົວໜ້າຕະກຸນຕ່າງໆ: ຄຳ - 168 ກິໂລກຼາມ, ເງິນ - 1.250 ກິໂລກຼາມ 72 ຄົນອື່ນໆ: ຄຳ - 168 ກິໂລກຼາມ, ເງິນ - 140 ກິໂລກຼາມ, ເສື້ອຄຸມສຳລັບປະໂຣຫິດ - 67 ຜືນ 73 ບັນດາປະໂຣຫິດຊາວເລວີ, ຄົນເຝົ້າຍາມພຣະວິຫານ, ນັກດົນຕຼີ ແລະຄົນທຳມະດາຫລາຍຄົນ ຄືປະຊາຊົນອິດສະຣາເອນທັງໝົດ ໄດ້ມາຕັ້ງຖິ່ນຖານຢູ່ຕາມບ້ານ ແລະເມືອງຕ່າງໆຂອງຢູດາຍ. |
@ 2012 United Bible Societies. All Rights Reserved.