Biblia Todo Logo
Bìoball air-loidhne

- Sanasan -

ເນເຫມີຢາ 6 - ພຣະຄຳພີສັກສິ


ການ​ປອງຮ້າຍ​ຕໍ່ສູ້​ເນເຫມີຢາ

1 ສານບັນລັດ, ໂຕບີຢາ, ເກເຊມ​ຊາວ​ອາຣັບ ແລະ​ເຫຼົ່າ​ສັດຕູ​ອື່ນໆ​ຮູ້​ຂ່າວ​ວ່າ ພວກເຮົາ​ໄດ້​ສ້າງ​ກຳແພງ​ເມືອງ​ສຳເລັດ​ແລ້ວ ແລະ​ບໍ່ມີ​ປ່ອງ​ບໍ່ມີ​ຮູ​ເຫຼືອ​ຢູ່​ເລີຍ; ເຖິງແມ່ນ​ວ່າ​ພວກເຮົາ​ຍັງ​ບໍ່​ທັນ​ໄດ້​ຕັ້ງ​ປະຕູ​ຂຶ້ນ​ຕາມ​ວົງ​ຂອງ​ມັນ​ກໍຕາມ.

2 ດັ່ງນັ້ນ ສານບັນລັດ ແລະ​ເກເຊມ​ຈຶ່ງ​ສົ່ງ​ຈົດໝາຍ​ສະບັບ​ໜຶ່ງ​ມາ​ຫາ​ຂ້າພະເຈົ້າ ໂດຍ​ຊັກຊວນ​ໃຫ້​ຂ້າພະເຈົ້າ​ລົງ​ໄປ​ພົບ​ພວກເຂົາ ໃນ​ທົ່ງພຽງ​ແຫ່ງ​ໜຶ່ງ​ຂອງ​ໝູ່ບ້ານ​ທີ່​ເມືອງ​ໂອໂນ. ອັນ​ນີ້ ເປັນ​ກົນອຸບາຍ​ຂອງ​ພວກເຂົາ​ເພື່ອ​ທຳຮ້າຍ​ຂ້າພະເຈົ້າ.

3 ຂ້າພະເຈົ້າ​ຈຶ່ງ​ສົ່ງ​ຜູ້ນຳຂ່າວ​ໄປ​ບອກ​ພວກເຂົາ​ວ່າ, “ຂ້າພະເຈົ້າ​ກຳລັງ​ເຮັດ​ວຽກ​ທີ່​ສຳຄັນ ແລະ​ຂ້າພະເຈົ້າ​ໄປ​ທີ່​ນັ້ນ​ບໍ່ໄດ້. ຂ້າພະເຈົ້າ​ຈະ​ບໍ່ຍອມ​ຢຸດ​ວຽກ ພຽງແຕ່​ເພື່ອ​ໄປ​ຫາ​ພວກທ່ານ​ໄດ້​ດອກ.”

4 ພວກເຂົາ​ຍັງ​ສົ່ງ​ຈົດໝາຍ​ແບບ​ດຽວ​ກັນ​ນັ້ນ ມາ​ຫາ​ຂ້າພະເຈົ້າ​ເຖິງ​ສີ່​ເທື່ອ ແລະ​ທຸກ​ເທື່ອ​ຂ້າພະເຈົ້າ​ກໍໄດ້​ຕອບ​ພວກເຂົາ​ໄປ​ແບບເກົ່າ.

5 ແລ້ວ​ສານບັນລັດ​ກໍ​ສົ່ງ​ຜູ້ຮັບໃຊ້​ຂອງຕົນ​ຜູ້ໜຶ່ງ​ມາ​ຫາ​ຂ້າພະເຈົ້າ​ອີກ ພ້ອມ​ຈົດໝາຍ​ສະບັບ​ທີ​ຫ້າ ຈົດໝາຍ​ສະບັບ​ນີ້​ເປັນ​ລັກສະນະ​ຈົດໝາຍ​ເປີດ​ຊອງ

6 ໂດຍ​ມີ​ຖ້ອຍຄຳ​ດັ່ງນີ້: “ເກເຊມ​ບອກ​ຂ້າພະເຈົ້າ​ເຖິງ​ຂ່າວ​ທີ່​ກຳລັງ​ຊ່າລື​ກັນ​ທົ່ວ​ໄປ ຢູ່​ໃນ​ທ່າມກາງ​ປະຊາຊົນ​ທີ່​ໃກ້ຄຽງ​ວ່າ ທ່ານ​ແລະ​ປະຊາຊົນ​ຊາວຢິວ​ມີ​ຄວາມ​ຕັ້ງໃຈ​ທີ່​ຈະ​ກໍ່​ການ​ກະບົດ​ຂຶ້ນ; ດ້ວຍເຫດນີ້ ທ່ານ​ຈຶ່ງ​ສ້າງ​ກຳແພງ​ເມືອງ​ຂຶ້ນ​ໃໝ່. ລາວ​ຍັງ​ໄດ້​ບອກ​ຂ້າພະເຈົ້າ​ອີກ​ວ່າ ທ່ານ​ເອງ​ຈະ​ຕັ້ງ​ຕົວ​ຂຶ້ນ​ເປັນ​ກະສັດ.

7 ເຂົາ​ເວົ້າ​ວ່າ, ‘ທ່ານ​ໄດ້​ຈັດ​ໃຫ້​ມີ​ຜູ້ທຳນວາຍ​ບາງຄົນ ປະກາດ​ຢູ່​ທີ່​ນະຄອນ​ເຢຣູຊາເລັມ​ວ່າ​ທ່ານ​ແມ່ນ​ກະສັດ​ແຫ່ງ​ຢູດາຍ.’ ພະຣາຊາ​ຈະ​ຕ້ອງ​ຮູ້ຈັກ​ເລື່ອງ​ນີ້​ແນ່ນອນ; ສະນັ້ນ ຂ້າພະເຈົ້າ​ຈຶ່ງ​ຂໍ​ແນະນຳ​ໃຫ້​ທ່ານ ແລະ​ຂ້າພະເຈົ້າ​ມາ​ພົບ​ກັນ ເພື່ອ​ປຶກສາ​ຫາລື​ເຖິງ​ສະຖານະການ​ນີ້.”

8 ແລ້ວ​ຂ້າພະເຈົ້າ​ກໍ​ຕອບ​ລາວ​ໄປ​ວ່າ, “ສິ່ງ​ທີ່​ທ່ານ​ໄດ້​ເວົ້າ​ມາ​ນັ້ນ ບໍ່​ເປັນ​ຄວາມຈິງ​ແຕ່​ປະການ​ໃດ​ເລີຍ. ທ່ານເອງ​ເປັນ​ຜູ້​ປັ້ນແຕ່ງ​ເລື່ອງ​ທັງໝົດ​ຂຶ້ນ​ມາ​ຕ່າງຫາກ.”

9 ພວກເຂົາ​ພະຍາຍາມ​ຂົ່ມຂູ່​ພວກເຮົາ​ໃຫ້​ຢ້ານກົວ ແລະ​ເຮັດ​ໃຫ້​ວຽກງານ​ຢຸດ​ສະງັກ. ຂ້າພະເຈົ້າ​ພາວັນນາ​ອະທິຖານ​ວ່າ, “ຂ້າແດ່​ພຣະເຈົ້າ ບັດນີ້ ໂຜດ​ເຮັດ​ໃຫ້​ຂ້ານ້ອຍ​ເຂັ້ມແຂງ​ດ້ວຍ​ເຖີດ.”

10 ໃນ​ເວລາ​ນັ້ນ​ເອງ ຂ້າພະເຈົ້າ​ໄດ້​ໄປ​ຢ້ຽມຢາມ​ເຊມາອີຢາ​ລູກຊາຍ​ຂອງ​ເດລາອີຢາ ແລະ​ຫລານຊາຍ​ຂອງ​ເມເຮຕາເບນ ຜູ້​ທີ່​ປະ​ເຮືອນ​ໄປ​ໃສ​ບໍ່ໄດ້. ລາວ​ເວົ້າ​ກັບ​ຂ້າພະເຈົ້າ​ວ່າ, “ທ່ານ​ແລະ​ຂ້າພະເຈົ້າ​ຕ້ອງ​ໄປ​ລີ້​ຢູ່​ໃນ​ວິຫານ​ຂອງ​ພຣະເຈົ້າ​ໃນ​ພຣະວິຫານ ແລະ​ອັດ​ປະຕູ​ລົງໄລ​ໄວ້ ເພາະ​ພວກເຂົາ​ຈະ​ມາ​ຂ້າ​ທ່ານ. ບັດນີ້ ພວກເຂົາ​ອາດ​ຈະ​ຂ້າ​ທ່ານ​ໃນ​ຄືນໃດ ຫລື​ໃນ​ຄືນໜຶ່ງ​ກໍໄດ້.”

11 ຂ້າພະເຈົ້າ​ຕອບ​ວ່າ, “ຂ້ອຍ​ບໍ່ແມ່ນ​ຄົນ​ຊະນິດ​ທີ່​ຈະ​ແລ່ນ​ໜີ ແລະ​ໄປ​ລີ້ຕົວ​ຢູ່. ເຈົ້າ​ຄິດ​ວ່າ​ຂ້ອຍ​ຈະ​ເອົາ​ຊີວິດ​ລອດ ໂດຍ​ໄປ​ລີ້​ຢູ່​ໃນ​ພຣະວິຫານ​ຊັ້ນບໍ? ຂ້ອຍ​ຈະ​ບໍ່​ເຮັດ​ເຊັ່ນນັ້ນ​ດອກ.”

12 ເວລາ​ຂ້າພະເຈົ້າ​ມາ​ຮິ່ນຕອງ​ເບິ່ງ​ແລ້ວ ຂ້າພະເຈົ້າ​ຈຶ່ງ​ຮູ້​ວ່າ​ພຣະເຈົ້າ​ບໍ່ໄດ້​ກ່າວ​ຜ່ານ​ທາງ​ເຊມາອີຢາ; ແຕ່​ໂຕບີຢາ​ກັບ​ສານບັນລັດ​ໃຫ້​ສິນຈ້າງ​ລາງວັນ​ແກ່​ເຊມາອີຢາ ເພື່ອ​ໃຫ້​ຕັກເຕືອນ​ຂ້າພະເຈົ້າ​ເຊັ່ນນີ້.

13 ພວກເຂົາ​ໄດ້​ຈ້າງ​ລາວ​ຂົ່ມຂູ່​ຂ້າພະເຈົ້າ​ໃຫ້​ຢ້ານ​ແລະ​ເຮັດ​ບາບ ເພື່ອ​ວ່າ​ພວກເຂົາ​ຈະ​ໄດ້​ທຳລາຍ​ຊື່ສຽງ​ຂອງ​ຂ້າພະເຈົ້າ ແລະ​ເຮັດ​ໃຫ້​ຂ້າພະເຈົ້າ​ອັບອາຍ.

14 ຂ້າພະເຈົ້າ​ພາວັນນາ​ອະທິຖານ​ວ່າ, “ຂ້າແດ່​ພຣະເຈົ້າ​ຂອງ​ຂ້ານ້ອຍ​ເອີຍ ໂຜດ​ຈົດຈຳ​ສິ່ງ​ທີ່​ໂຕບີຢາ ແລະ​ສານບັນລັດ​ເຮັດ​ນັ້ນ ແລະ​ໂຜດ​ລົງໂທດ​ພວກເຂົາ​ດ້ວຍ. ໂຜດ​ຈົດຈຳ​ຜູ້ທຳນວາຍຍິງ​ໂນອາດີຢາ​ກັບ​ຜູ້ທຳນວາຍ​ຄົນອື່ນໆ​ທີ່​ພະຍາຍາມ​ຂົ່ມຂູ່​ຂ້ານ້ອຍ​ໃຫ້​ຢ້ານ.”


ສະຫລຸບ​ຜົນງານ​ຂອງ​ການ​ສ້າງ​ກຳແພງ

15 ຫລັງຈາກ​ເຮັດ​ວຽກ​ໄປ​ໄດ້​ຫ້າສິບສອງ​ວັນ​ແລ້ວ ການ​ສ້າງ​ກຳແພງ​ທັງໝົດ​ກໍ​ສຳເລັດ​ລົງ​ໃນ​ວັນ​ທີ​ຊາວຫ້າ​ຂອງ​ເດືອນ​ເອລູນ .

16 ເມື່ອ​ພວກ​ສັດຕູ​ໃນ​ຊົນຊາດ​ອ້ອມແອ້ມ​ໄດ້ຍິນ​ເຊັ່ນນີ້​ແລ້ວ ພວກເຂົາ​ຈຶ່ງ​ຮັບຮູ້​ວ່າ​ພວກຕົນ​ເສຍໜ້າ ເພາະ​ໃນ​ເມື່ອ​ທຸກຄົນ​ຕ່າງ​ກໍ​ຮູ້​ວ່າ ວຽກງານ​ນີ້​ໄດ້​ສຳເລັດ​ລົງ​ໂດຍ​ການ​ຊ່ວຍເຫຼືອ​ຂອງ​ພຣະເຈົ້າ​ຂອງ​ພວກເຮົາ.

17 ໃນ​ລະຫວ່າງ​ສະໄໝ​ນີ້ ພວກຜູ້ນຳ​ຊາວຢິວ​ໄດ້​ຂຽນ​ໜັງສື​ຕິດຕໍ່​ກັບ​ໂຕບີຢາ.

18 ປະຊາຊົນ​ຫລາຍ​ຄົນ​ຢູ່​ໃນ​ແຂວງ​ຢູດາຍ​ເຂົ້າຂ້າງ​ລາວ ຍ້ອນ​ລາວ​ມີ​ພໍ່ເຖົ້າ​ເປັນ​ຊາດ​ຢິວ​ຄື: ເຊການີຢາ​ລູກຊາຍ​ຂອງ​ອາຣາ. ນອກຈາກນີ້ ເຢໂຮຮານານ​ລູກຊາຍ​ຂອງ​ລາວ ກໍໄດ້​ແຕ່ງງານ​ກັບ​ລູກສາວ​ຂອງ​ເມຊູນລຳ​ລູກຊາຍ​ຂອງ​ເບເຣກີຢາ.

19 ປະຊາຊົນ​ເວົ້າ​ຕໍ່ໜ້າ​ຂ້າພະເຈົ້າ​ເຖິງ​ການດີ​ທີ່​ໂຕບີຢາ​ໄດ້​ເຮັດ ແລະ​ເຂົາ​ກໍ​ໄປ​ບອກ​ລາວ​ທຸກໆ​ສິ່ງ​ທີ່​ຂ້າພະເຈົ້າ​ໄດ້​ເວົ້າ. ສ່ວນ​ໂຕບີຢາ​ນັ້ນ​ກໍ​ສືບຕໍ່​ສົ່ງ​ຈົດໝາຍ ມາ​ຂົ່ມຂູ່​ຂ້າພະເຈົ້າ​ໃຫ້​ຢ້ານ​ສະເໝີ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan