Biblia Todo Logo
Bìoball air-loidhne

- Sanasan -

ເນເຫມີຢາ 5 - ພຣະຄຳພີສັກສິ


ການ​ລຶບລ້າງ​ຄວາມ​ບໍ່​ຍຸດຕິທຳ​ທາງ​ສັງຄົມ

1 ແລ້ວ​ມີ​ຫລາຍ​ຄົນ ທັງ​ຊາຍ​ແລະ​ຍິງ​ໄດ້​ເລີ່ມ​ຈົ່ມຮ້າຍ​ຕໍ່​ພີ່ນ້ອງ​ຊາວຢິວ​ດ້ວຍກັນ.

2 ບາງຄົນ​ເວົ້າ​ວ່າ, “ພວກເຮົາ​ມີ​ຄອບຄົວ​ໃຫຍ່ ຈຶ່ງ​ຕ້ອງການ​ເຂົ້າ​ກິນ ເພື່ອ​ໃຫ້​ມີ​ຊີວິດ​ຢູ່​ຕໍ່ໄປ.”

3 ຄົນອື່ນ​ອີກ​ເວົ້າ​ວ່າ, “ພວກເຮົາ​ຕ້ອງ​ເອົາ​ໄຮ່​ນາ​ພ້ອມ​ທັງ​ສວນໝາກ​ອະງຸ່ນ ແລະ​ເຮືອນ​ຂອງ​ພວກເຮົາ​ໄປ​ຈຳນຳ ເພື່ອ​ຈະ​ມີ​ເຂົ້າ​ກິນ​ພໍ​ບໍ່​ໃຫ້​ອຶດ​ຕາຍ.”

4 ຍັງ​ມີ​ຄົນອື່ນ​ອີກ​ເວົ້າ​ວ່າ, “ພວກເຮົາ​ຈຳເປັນ​ຕ້ອງ​ໄປ​ຢືມ​ເງິນ ເພື່ອ​ມາ​ເສຍ​ພາສີ​ໄຮ່​ນາ ແລະ​ສວນອະງຸ່ນ​ໃຫ້​ແກ່​ກະສັດ.

5 ພວກເຮົາ​ກໍ​ເປັນ​ພີ່ນ້ອງ​ຊາວຢິວ​ເຊື້ອຊາດ​ດຽວກັນ. ລູກຫລານ​ຂອງ​ພວກເຮົາ​ກໍດີ​ສໍ່າໆ​ກັບ​ລູກຫລານ​ຂອງ​ພວກເຂົາ​ບໍ່​ແມ່ນ​ບໍ? ແຕ່​ພວກເຮົາ​ຕ້ອງ​ໃຫ້​ລູກຫລານ​ເປັນ​ທາດຮັບໃຊ້. ມີ​ລູກສາວ​ຂອງ​ພວກເຮົາ​ບາງຄົນ​ໄດ້​ຖືກ​ຂາຍ​ໄປ​ເປັນ​ທາດຮັບໃຊ້​ແລ້ວ. ພວກເຮົາ​ຈຶ່ງ​ໝົດຫວັງ ເພາະ​ໄຮ່​ນາ ແລະ​ສວນອະງຸ່ນ​ຂອງ​ພວກເຮົາ​ໄດ້​ຖືກ​ຢຶດ​ໄປ​ຈົນ​ໝົດ.”

6 ເມື່ອ​ຂ້າພະເຈົ້າ​ໄດ້ຍິນ​ຄຳ​ຈົ່ມທຸກ​ຂອງ​ພວກເຂົາ ຂ້າພະເຈົ້າ​ກໍ​ຄຽດແຄ້ນ​ຢ່າງ​ຮ້າຍແຮງ

7 ແລະ​ໄດ້​ຕັດສິນໃຈ​ເຮັດ​ຢ່າງໃດ​ຢ່າງໜຶ່ງ​ລົງ​ໄປ. ຂ້າພະເຈົ້າ​ໄດ້​ປະນາມ​ພວກຜູ້ນຳ ແລະ​ບັນດາ​ເຈົ້າໜ້າທີ່​ຂອງ​ປະຊາຊົນ ແລະ​ບອກ​ພວກເຂົາ​ວ່າ, “ພວກທ່ານ​ພວມ​ຂົ່ມເຫັງ​ພີ່ນ້ອງ​ຂອງ​ພວກທ່ານ​ເອງ.” ຂ້າພະເຈົ້າ​ໄດ້​ເອີ້ນ​ປະຊຸມ​ເພື່ອ​ແກ້ໄຂ​ບັນຫາ​ນີ້​

8 ແລະ​ກ່າວ​ວ່າ, “ຕາບໃດ​ທີ່​ພວກເຮົາ​ຍັງ​ເຮັດ​ໄດ້ ພວກເຮົາ​ຕ້ອງ​ຊື້​ພີ່ນ້ອງ​ຊາວຢິວ​ຂອງ​ພວກເຮົາ ທີ່​ໄດ້​ຖືກ​ຂາຍ​ໃຫ້​ແກ່​ຊາວ​ຕ່າງຊາດ​ນັ້ນ​ກັບຄືນ​ມາ. ບັດນີ້ ພວກທ່ານ​ກຳລັງ​ຂາຍ​ພີ່ນ້ອງ​ຂອງ​ພວກທ່ານ​ເອງ ພຽງແຕ່​ເພື່ອ​ພວກເຂົາ​ຈະ​ໄດ້​ຖືກ​ຂາຍ​ກັບ​ຄືນ​ມາ​ໃຫ້​ແກ່​ພວກເຮົາ.” ພວກຜູ້ນຳ​ພາກັນ​ມິດ​ຢູ່ ແລະ​ບໍ່​ຮູ້​ວ່າ​ຈະ​ຕອບ​ແນວໃດ.

9 ແລ້ວ​ຂ້າພະເຈົ້າ​ກໍ​ເວົ້າ​ວ່າ, “ສິ່ງ​ທີ່​ພວກທ່ານ​ເຮັດ​ໄປ​ນັ້ນ​ບໍ່​ຖືກຕ້ອງ ພວກທ່ານ​ຕ້ອງ​ຢຳເກງ​ພຣະເຈົ້າ​ຂອງ​ພວກເຮົາ ແລະ​ເຮັດ​ໃນ​ສິ່ງ​ທີ່​ຖືກຕ້ອງ. ແລ້ວ​ຄົນຕ່າງຊາດ​ທີ່​ເປັນ​ສັດຕູ​ຂອງ​ພວກເຮົາ ກໍ​ຈະ​ບໍ່ໄດ້​ຫົວ​ເຍາະເຍີ້ຍ​ພວກເຮົາ.

10 ຂ້າພະເຈົ້າ​ໃຫ້​ປະຊາຊົນ​ກູ້ຢືມ​ເງິນ ແລະ​ເຂົ້າ​ຈາກ​ຂ້າພະເຈົ້າ​ໄດ້. ເໝືອນກັນ​ກັບ​ເພື່ອນ​ຝູງ​ຂອງ​ຂ້າພະເຈົ້າ ແລະ​ຄົນ​ທີ່​ເຮັດ​ວຽກ​ໃຫ້​ຂ້າພະເຈົ້າ. ບັດນີ້ ຈົ່ງ​ເລີກ​ໜີ້​ທັງໝົດ​ຂອງ​ພວກເຮົາ​ນັ້ນ​ເສຍ.

11 ຈົ່ງ​ຍົກໜີ້​ທັງໝົດ ທີ່​ພວກເຂົາ​ກູ້ຢືມ​ພວກທ່ານ​ນັ້ນ​ເສຍ ເຊັ່ນ: ເປັນ​ເງິນ ຫລື​ເຂົ້າ ຫລື​ເຫຼົ້າ​ອະງຸ່ນ ຫລື​ນໍ້າມັນ​ໝາກກອກເທດ ແລະ​ຈົ່ງ​ສົ່ງ​ໄຮ່​ນາ, ສວນ​ອະງຸ່ນ, ສວນ​ໝາກກອກເທດ ແລະ​ເຮືອນ​ຂອງ​ພວກເຂົາ​ດຽວນີ້​ສາ.”

12 ພວກຜູ້ນຳ​ຈຶ່ງ​ຕອບ​ວ່າ, “ພວກເຮົາ​ຈະ​ເຮັດ​ຕາມ​ສິ່ງ​ທີ່​ທ່ານ​ໄດ້​ເວົ້າ​ມາ. ພວກເຮົາ​ຈະ​ສົ່ງ​ຊັບສິນ​ຄືນ​ໃຫ້​ພວກເຂົາ ທັງ​ຈະ​ບໍ່​ພະຍາຍາມ​ຖາມ​ເອົາ​ໜີ້ສິນ​ອີກ​ດ້ວຍ.” ຂ້າພະເຈົ້າ​ໄດ້​ເອີ້ນ​ພວກເຂົາ​ໃຫ້​ເຂົ້າ​ໄປ​ຫາ​ປະໂຣຫິດ ແລະ​ໃຫ້​ພວກຜູ້ນຳ​ສາບານ​ຕໍ່ໜ້າ​ປະໂຣຫິດ​ວ່າ ພວກເຂົາ​ຈະ​ປະຕິບັດ​ຕາມ​ຄຳສັນຍາ​ທີ່​ພວກຕົນ​ໄດ້​ເຮັດ​ນັ້ນ.

13 ແລ້ວ​ຂ້າພະເຈົ້າ​ກໍ​ແກ້​ຜ້າ​ຄຽນແອວ ອອກ​ສັ່ນ​ໄປມາ. ຂ້າພະເຈົ້າ​ໄດ້​ເວົ້າ​ວ່າ, “ພຣະເຈົ້າ​ຈະ​ສັ່ນ​ພວກທ່ານ ຜູ້​ທີ່​ບໍ່​ຮັກສາ​ຄຳສັນຍາ​ຂອງຕົນ​ດັ່ງນີ້ແຫລະ. ພຣະອົງ​ຈະ​ເອົາ​ເຮືອນ​ກັບ​ທຸກໆ​ສິ່ງ ທີ່​ພວກທ່ານ​ມີ​ນັ້ນ​ໜີໄປ​ໝົດ ໂດຍ​ບໍ່​ໃຫ້​ເຫຼືອ​ຫຍັງ​ໄວ້​ເລີຍ.” ທຸກຄົນ​ທີ່​ມີ​ໜ້າ​ຢູ່​ໃນ​ທີ່ນັ້ນ​ຕ່າງ​ກໍ​ເວົ້າ​ວ່າ, “ອາແມນ” ແລະ​ພວກເຂົາ​ໄດ້​ພາກັນ​ສັນລະເສີນ​ພຣະເຈົ້າຢາເວ. ແລ້ວ​ພວກຜູ້ນຳ​ກໍໄດ້​ຮັກສາ​ຄຳສັນຍາ​ທີ່​ພວກຕົນ​ໄດ້​ເຮັດ​ໄວ້​ນັ້ນ.


ເນເຫມີຢາ​ບໍ່​ເປັນ​ຄົນ​ເຫັນແກ່ຕົວ

14 ໃນ​ລະຫວ່າງ​ສິບສອງ​ປີ ທີ່​ຂ້າພະເຈົ້າ​ໄດ້​ເປັນ​ຜູ້ປົກຄອງ​ດິນແດນ​ຢູດາຍ​ນັ້ນ ຄື​ຕັ້ງແຕ່​ຣາຊການ​ທີ​ຊາວ ຈົນເຖິງ​ຣາຊການ​ທີ​ສາມສິບສອງ ຂອງ​ກະສັດ​ອາກຕາເຊເຊັດ; ຍາດຕິພີ່ນ້ອງ​ຂອງ​ຂ້າພະເຈົ້າ ແລະ​ແມ່ນແຕ່​ຂ້າພະເຈົ້າ​ເອງ ບໍ່ມີ​ຜູ້ໃດ​ໄດ້​ກິນ​ອັດຕາ​ອາຫານ ທີ່​ຖືກ​ມອບ​ໃຫ້​ຂ້າພະເຈົ້າ​ໃນ​ຖານະ​ທີ່​ເປັນ​ຜູ້ປົກຄອງ.

15 ຜູ້ປົກຄອງ​ທຸກຄົນ ທີ່​ມາ​ຮັບ​ໜ້າທີ່​ກ່ອນ​ຂ້າພະເຈົ້າ​ນັ້ນ ລ້ວນແຕ່​ວາງ​ພາລະ​ໜັກ​ໃຫ້​ແກ່​ປະຊາຊົນ ໂດຍ​ຮຽກຮ້ອງ​ເອົາ​ເງິນ​ສີ່ສິບ​ຫລຽນ​ຕໍ່​ວັນ ເປັນ​ຄ່າ​ອາຫານ​ແລະ​ຄ່າ​ເຫຼົ້າ​ອະງຸ່ນ. ແມ່ນແຕ່​ຄົນ​ຮັບໃຊ້​ຂອງ​ພວກເຂົາ​ກໍໄດ້​ບີບບີ້​ປະຊາຊົນ. ແຕ່​ຂ້າພະເຈົ້າ​ປະຕິບັດ​ແຕກຕ່າງ​ນັ້ນ ເພາະ​ຂ້າພະເຈົ້າ​ຢຳເກງ​ຢຳເກງ​ພຣະເຈົ້າ.

16 ຂ້າພະເຈົ້າ​ໄດ້​ທຸ້ມເທ​ເຫື່ອແຮງ​ທັງໝົດ​ຂອງ​ຂ້າພະເຈົ້າ ໃສ່​ໃນ​ການ​ກໍ່ສ້າງ​ກຳແພງ​ເມືອງ​ຂຶ້ນ​ໃໝ່ ແລະ​ບໍ່​ຢາກ​ໄດ້​ຊັບສິນ​ໃດໆ​ເລີຍ. ທຸກຄົນ​ທີ່​ເຮັດ​ວຽກ​ໃຫ້​ຂ້າພະເຈົ້າ ກໍ​ຮ່ວມ​ໃນ​ການ​ສ້າງ​ກຳແພງ​ເມືອງ​ຂຶ້ນ​ໃໝ່.

17 ຂ້າພະເຈົ້າ​ໄດ້​ໃຫ້​ຊາວຢິວ​ໜຶ່ງຮ້ອຍ​ຫ້າສິບ​ຄົນ ແລະ​ບັນດາ​ຜູ້ນຳ​ຂອງ​ພວກເຂົາ​ກິນລ້ຽງ​ຮ່ວມ​ໂຕະ​ກັບ​ຂ້າພະເຈົ້າ​ສະເໝີ; ນອກນີ້​ກໍ​ຍັງ​ມີ​ຊົນຊາດ​ທີ່​ຢູ່​ອ້ອມແອ້ມ​ນັ້ນ ມາ​ຫາ​ຂ້າພະເຈົ້າ​ດ້ວຍ.

18 ທຸກໆ​ມື້ໃດ ຂ້າພະເຈົ້າ​ໃຊ້​ງົວ​ໜຶ່ງ​ໂຕ, ແກະ​ທີ່​ຕຸ້ຍພີ​ຫົກ​ໂຕ ແລະ​ໄກ່​ຈຳນວນ​ຫລວງຫລາຍ​ແຕ່ງ​ອາຫານ ແລະ​ທຸກໆ​ສິບ​ມື້​ໃດ ຂ້າພະເຈົ້າ​ໄດ້​ຈັດຫາ​ເຫຼົ້າ​ອະງຸ່ນ​ສົດ​ມາ​ໃຫ້. ແຕ່​ຂ້າພະເຈົ້າ​ຮູ້​ພາລະ​ໜັກ​ທີ່​ປະຊາຊົນ​ແບກຫາບ; ສະນັ້ນ ຂ້າພະເຈົ້າ​ຈຶ່ງ​ບໍ່​ຮຽກຮ້ອງ​ເອົາ​ສ່ວນ​ທີ່​ຜູ້ປົກຄອງ​ຄວນ​ຈະ​ໄດ້​ຮັບ​ນັ້ນ.

19 ຂ້າແດ່​ພຣະເຈົ້າ​ຂອງ​ຂ້ານ້ອຍ ຂ້ານ້ອຍ​ພາວັນນາ​ອະທິຖານ​ຂໍໃຫ້​ພຣະອົງ​ຈົດຈຳ​ທຸກໆ​ສິ່ງ​ທີ່​ຂ້ານ້ອຍ​ໄດ້​ເຮັດ ເພື່ອ​ປະຊາຊົນ​ເຫຼົ່ານີ້​ດ້ວຍ​ເຖີດ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan