ເນເຫມີຢາ 4 - ພຣະຄຳພີສັກສິເນເຫມີຢາເອົາຊະນະຜູ້ຂັດຂວາງວຽກງານ 1 ເມື່ອສານບັນລັດໄດ້ຍິນວ່າ ພວກເຮົາຊາວຢິວໄດ້ຕັ້ງຕົ້ນສ້າງກຳແພງເມືອງຂຶ້ນໃໝ່ ລາວກໍໂມໂຫ ແລະເວົ້າເຍາະເຍີ້ຍພວກເຮົາ. 2 ລາວເວົ້າຕໍ່ໜ້າໝູ່ເພື່ອນ ແລະທະຫານຊາວຊາມາເຣຍວ່າ, “ຊາວຢິວທີ່ໜ້າສົມເພດເວດທະນາພວກນີ້ ຄິດຢ່າງໃດຈຶ່ງເຮັດເຊັ່ນນີ້? ພວກເຂົາຕັ້ງໃຈຈະສ້າງເມືອງຂຶ້ນໃໝ່ຊັ້ນບໍ? ພວກເຂົາຄິດວ່າ ການນຳເຄື່ອງມາເຜົາບູຊານັ້ນ ຈະພາໃຫ້ພວກເຂົາເຮັດວຽກແລ້ວໃນມື້ດຽວຊັ້ນບໍ? ພວກເຂົາຈະເອົາເສດຫີນກຳແພງແຕກກໍ່ສ້າງຂຶ້ນໃໝ່ໄດ້ຊັ້ນບໍ?” 3 ໂຕບີຢາຊາວອຳໂມນຜູ້ທີ່ຢືນຢູ່ໃກ້ກັບລາວໃນທີ່ນັ້ນເວົ້າຂຶ້ນວ່າ, “ພວກເຂົາສ້າງກຳແພງຂຶ້ນແບບໃດກັນ? ແມ່ນແຕ່ໝາແລ່ນຕຳກໍຍັງຊິລົ້ມ.” 4 ຂ້າພະເຈົ້າພາວັນນາອະທິຖານວ່າ, “ໂອ ພຣະເຈົ້າຂອງພວກຂ້ານ້ອຍເອີຍ ໂຜດຟັງຖ້ອຍຄຳທີ່ພວກເຂົາເວົ້າດູໝິ່ນຂ້ານ້ອຍແດ່ທ້ອນ. ຂໍໃຫ້ຄຳເຍາະເຍີ້ຍນັ້ນຕົກຖືກພວກເຂົາເອງ. ຂໍໃຫ້ທຸກໆສິ່ງທີ່ພວກເຂົາມີຢູ່ຖືກປຸ້ນໄປຈົນໝົດສິ້ນ ແລະໃຫ້ພວກເຂົາຖືກຈັບໄປເປັນຊະເລີຍໃນຕ່າງຖິ່ນດ້ວຍ. 5 ຂໍຢ່າໄດ້ຍົກໂທດຄວາມຊົ່ວຊ້າທີ່ພວກເຂົາໄດ້ເຮັດ ແລະຂໍຢ່າລືມການບາບຂອງພວກເຂົາ; ເພາະພວກເຂົາໄດ້ໝິ່ນປະໝາດພວກຂ້ານ້ອຍ ຜູ້ທີ່ກຳລັງສ້າງເມືອງນີ້ຂຶ້ນໃໝ່.” 6 ສະນັ້ນ ພວກເຮົາຈຶ່ງສ້າງກຳແພງເມືອງຕໍ່ໄປ ແລະບໍ່ທັນເທົ່າໃດກຳແພງເມືອງກໍສູງຂຶ້ນໄດ້ຕັ້ງເຄິ່ງໜຶ່ງ ຍ້ອນວ່າປະຊາຊົນພາກັນຮ້ອນຮົນເຮັດວຽກ. 7 ສານບັນລັດ, ໂຕບີຢາ ແລະປະຊາຊົນຊາວອາຣັບ, ຊາວອຳໂມນ ແລະຊາວອາຊະໂດດ ເມື່ອໄດ້ຍິນວ່າພວກເຮົາສ້າງກຳແພງນະຄອນເຢຣູຊາເລັມຄືບໜ້າ ແລະທັງຮູ້ວ່າປ່ອງທີ່ແຕກນັ້ນກໍໄດ້ອັດໝົດແລ້ວ ພວກເຂົາກໍເກີດຄຽດແຄ້ນຫລາຍທີ່ສຸດ. 8 ສະນັ້ນ ພວກເຂົາຈຶ່ງຮ່ວມກັນວາງແຜນ ເພື່ອຈະມາໂຈມຕີນະຄອນເຢຣູຊາເລັມ ແລະທັງສ້າງຄວາມປັ່ນປ່ວນຂຶ້ນ; 9 ແຕ່ພວກເຮົາພາກັນພາວັນນາອະທິຖານຕໍ່ພຣະເຈົ້າຂອງພວກເຮົາ ແລະທັງຈັດຄົນເຝົ້າຍາມຕະຫລອດທັງກາງເວັນແລະກາງຄືນ. 10 ຊາວຢູດາມັກຮ້ອງເພງບົດໜຶ່ງຊຶ່ງມີຖ້ອຍຄຳດັ່ງນີ້: “ເຫື່ອແຮງພວກເຮົາເກືອບຈະໝົດສິ້ນໄປ ຍ້ອນພາລະໜັກທີ່ພວກເຮົາພວມແບກ ຫີນແຕກຫາມໄປຖິ້ມມີຫລາຍເຫລືອລົ້ນ ວັນນີ້ພວກເຮົາຈະສ້າງກຳແພງເມືອງໄດ້ຢ່າງໃດ?” 11 ສັດຕູຂອງພວກເຮົາຄິດວ່າ ພວກເຮົາບໍ່ອາດເຫັນພວກເຂົາໄດ້ ຫລືບໍ່ຮູ້ວ່າສິ່ງໃດທີ່ກຳລັງເກີດຂຶ້ນ ຈົນກວ່າພວກເຂົາເຂົ້າມາຫາ ເພື່ອຈະຂ້າພວກເຮົາ ແລະເຮັດໃຫ້ວຽກງານຂອງພວກເຮົາຢຸດສະງັກ. 12 ແຕ່ຊາວຢິວທີ່ຢູ່ນຳພວກສັດຕູກໍມາເຕືອນພວກເຮົາທຸກໄລຍະ ເຖິງແຜນການທີ່ພວກເຂົາກຳລັງວາງຕໍ່ສູ້ພວກເຮົາ. 13 ສະນັ້ນ ຂ້າພະເຈົ້າຈຶ່ງເອົາຫອກ, ດາບ ແລະໜ້າທະນູໃຫ້ປະຊາຊົນ ພ້ອມທັງໃຫ້ພວກເຂົາເຂົ້າປະຈຳໜ້າທີ່ຢູ່ທາງເບື້ອງຫລັງຂອງກຳແພງເມືອງເປັນຕະກຸນ ໃນທຸກບ່ອນທີ່ຍັງສ້າງບໍ່ທັນແລ້ວ. 14 ຂ້າພະເຈົ້າເຫັນວ່າປະຊາຊົນວຸ້ນວາຍໃຈ; ສະນັ້ນ ຂ້າພະເຈົ້າຈຶ່ງເວົ້າກັບພວກເຂົາ ພ້ອມທັງພວກຜູ້ນຳ ແລະພວກຂ້າຣາຊການວ່າ, “ບໍ່ຕ້ອງຢ້ານພວກສັດຕູດອກ. ຈົ່ງຈົດຈຳໄວ້ວ່າພຣະເຈົ້າຢາເວຂອງພວກເຮົາຍິ່ງໃຫຍ່ ແລະເປັນທີ່ເກງກົວຫລາຍສໍ່າໃດ ແລະຈົ່ງສູ້ຮົບເພື່ອເພື່ອນຮ່ວມຊາດ, ລູກ, ເມຍ ແລະເຮືອນຂອງພວກທ່ານ.” 15 ເມື່ອສັດຕູຮູ້ວ່າພວກເຮົາຮູ້ຈັກແຜນການຂອງພວກເຂົາແລ້ວ ພວກເຂົາຈຶ່ງຮັບຮູ້ວ່າ ພຣະເຈົ້າໄດ້ເຮັດໃຫ້ແຜນການຂອງພວກເຂົາຫລົ້ມເຫລວ. ແລ້ວພວກເຮົາທັງໝົດກໍກັບຄືນມາສ້າງກຳແພງຂຶ້ນໃໝ່ຕໍ່. 16 ຕັ້ງແຕ່ນັ້ນມາ ປະຊາຊົນຂອງຂ້າພະເຈົ້າເຄິ່ງໜຶ່ງກໍພາກັນເຮັດວຽກ ແລະອີກເຄິ່ງໜຶ່ງພາກັນຢືນຍາມໂດຍໃສ່ເຄື່ອງນຸ່ງຫຸ້ມເກາະ ແລະມີອາວຸດຄົບມືດ້ວຍ ເຊັ່ນ: ຫອກ, ໂລ້ ແລະໜ້າທະນູ; 17 ແລະພວກຜູ້ນຳກໍສະໜັບສະໜູນປະຊາຊົນທີ່ສ້າງກຳແພງເມືອງຂຶ້ນໃໝ່ນັ້ນຢ່າງເຕັມກຳລັງ. ແມ່ນແຕ່ຜູ້ທີ່ຫາມວັດຖຸກໍ່ສ້າງກໍໃຊ້ມືໜຶ່ງເຮັດວຽກ ແລະອີກມືໜຶ່ງຖືອາວຸດ 18 ແລະແຕ່ລະຄົນທີ່ກຳລັງເຮັດກໍ່ສ້າງ ຕ່າງກໍພາຍດາບຂອງຕົນໄວ້ທຸກຄົນໃນເວລາເຮັດວຽກ. ສ່ວນຄົນທີ່ເປົ່າແກສັນຍານບອກເຫດການ ກໍຢູ່ກັບຂ້າພະເຈົ້າສະເໝີ. 19 ຂ້າພະເຈົ້າບອກປະຊາຊົນບັນດາຂ້າຣາຊການ ແລະພວກຜູ້ນຳອີກວ່າ, “ວຽກງານຂອງພວກເຮົາຄືບໜ້າອອກໄປໄກເຕັມທີ ຊຶ່ງເຮັດໃຫ້ພວກເຮົາຕ້ອງຢາຍຫ່າງກັນຢູ່ເທິງກຳແພງ. 20 ຖ້າພວກເຈົ້າໄດ້ຍິນສຽງສັນຍານບອກເຫດການ ຈົ່ງຮີບພາກັນມາເຕົ້າໂຮມອ້ອມຮອບຂ້າພະເຈົ້າ. ພຣະເຈົ້າຂອງພວກເຮົາຈະຕໍ່ສູ້ເພື່ອພວກເຮົາ.” 21 ສະນັ້ນ ທຸກມື້ຕັ້ງແຕ່ເຊົ້າມືດຈົນເຖິງດາວອອກໃນເວລາກາງຄືນ ເຄິ່ງໜຶ່ງໃນພວກເຮົາເຮັດວຽກເທິງກຳແພງ ແລະໃນຂະນະດຽວກັນ ອີກເຄິ່ງໜຶ່ງກໍຖືຫອກຢືນຍາມ. 22 ໃນເວລານັ້ນ ຂ້າພະເຈົ້າໄດ້ບອກຜູ້ຮັບຜິດຊອບວຽກງານວ່າ, “ພວກເຈົ້າກັບຜູ້ຊ່ວຍວຽກທຸກຄົນຕ້ອງຢູ່ໃນນະຄອນເຢຣູຊາເລັມຕອນກາງຄືນ ເພື່ອວ່າພວກເຮົາຈະໄດ້ເຝົ້າຍາມເມືອງທັງກາງຄືນ ແລະທັງກາງເວັນ ໃນຍາມເຮັດວຽກດ້ວຍ.” 23 ຂ້າພະເຈົ້າບໍ່ໄດ້ຖອດເຄື່ອງນຸ່ງອອກແມ່ນແຕ່ຍາມກາງຄືນ ບໍ່ວ່າແຕ່ໝູ່ເພື່ອນ, ຄົນຮັບໃຊ້ ແລະຜູ້ປ້ອງກັນຕົວຂອງຂ້າພະເຈົ້າ. ພວກເຮົາທຸກຄົນຖືອາວຸດຢູ່ໃນມືສະເໝີ. |
@ 2012 United Bible Societies. All Rights Reserved.