ເນເຫມີຢາ 3 - ພຣະຄຳພີສັກສິການສ້າງກຳແພງເມືອງຂຶ້ນໃໝ່ 1 ຕໍ່ໄປນີ້ແມ່ນເລື່ອງການສ້າງກຳແພງເມືອງຂຶ້ນໃໝ່. ມະຫາປະໂຣຫິດເອລີອາຊິບກັບເພື່ອນປະໂຣຫິດຄົນອື່ນໆ ໄດ້ສ້າງປະຕູຄອກແກະຂຶ້ນໃໝ່ ເພື່ອອຸທິດຖວາຍ ແລະຕັ້ງປະຕູໃນບ່ອນຂອງມັນ. ພວກເຂົາໄດ້ອຸທິດຖວາຍກຳແພງເມືອງ ຊຶ່ງຍາວອອກໄປຈົນຮອດຫໍຄອຍໜຶ່ງຮ້ອຍ ແລະຫໍຄອຍຂອງຮານາເນນ. 2 ຜູ້ຊາຍຊາວເມືອງເຢຣິໂກໄດ້ສ້າງສ່ວນຕໍ່ໄປ. ຊັກກູເຣ ລູກຊາຍຂອງອິມຣີ ໄດ້ສ້າງສ່ວນຂອງປະຕູປາ. 3 ຕະກຸນຂອງຮັດເສນາຢາໄດ້ສ້າງສ່ວນຂອງປະຕູປາ. ພວກເຂົາໄດ້ຕັ້ງວົງກົບ, ໃສ່ບານປະຕູໃນບ່ອນຂອງມັນ ແລະໃຊ້ເຫລັກແທ່ງເປັນໄລຄັດ. 4 ເມເຣໂມດ ລູກຊາຍຂອງອູຣິຢາ ແລະຫລານຊາຍຂອງຮັກກົກ ໄດ້ສ້າງສ່ວນຕໍ່ໄປ. ເມຊຸນລຳ ລູກຊາຍຂອງເບເຣກີຢາ ແລະຫລານຊາຍຂອງເມເຊຊາເບນໄດ້ສ້າງສ່ວນຕໍ່ໄປ. ຊາດົກ ລູກຊາຍຂອງບາອານາໄດ້ສ້າງສ່ວນຕໍ່ໄປ. 5 ພວກຜູ້ຊາຍຊາວເມືອງເຕກົວໄດ້ສ້າງສ່ວນຕໍ່ໄປ; ແຕ່ຊາວເມືອງທີ່ເປັນຊົນຊັ້ນຜູ້ນຳບໍ່ຍອມເຮັດວຽກໜັກ ຊຶ່ງພວກຄວບຄຸມວຽກໄດ້ມອບໝາຍໃຫ້ພວກຕົນ. 6 ໂຢອີອາດາລູກຊາຍຂອງປາເສຢາ ແລະເມຊຸນລຳລູກຊາຍຂອງເບໂສເດອີຢາ ໄດ້ສ້າງປະຕູຂອງເຢຊານາ. ຂຶ້ນໃໝ່ ພວກເຂົາໄດ້ຕັ້ງວົງກົບ, ໃສ່ບານປະຕູໃນບ່ອນຂອງມັນ ແລະໃຊ້ເຫລັກແທ່ງເປັນໄລຄັດ. 7 ເມລາຕີຢາຊາວກີເບໂອນ, ຢາໂດນຊາວເມໂຣໂນດ ແລະພວກຜູ້ຊາຍໃນເມືອງກີເບໂອນ ແລະໃນເມືອງມີຊະປາໄດ້ສ້າງສ່ວນຕໍ່ໄປ; ແລະເລີຍໄປໄກຈົນຮອດສຳນັກຂອງຜູ້ປົກຄອງແຂວງ ທາງພາກຕາເວັນຕົກຂອງແມ່ນໍ້າເອີຟຣັດ. 8 ອຸດຊີເອນລູກຊາຍຂອງຮາກຮາອີຢາຊ່າງຕີຄຳໄດ້ສ້າງສ່ວນຕໍ່ໄປ; ແລະຮານານີຢາ ຊ່າງປຸງນໍ້າຫອມໄດ້ສ້າງສ່ວນຕໍ່ໄປ ແລະເລີຍໄປໄກຈົນຮອດກຳແພງກວ້າງ. 9 ເຣຟາອີຢາລູກຊາຍຂອງຮູເຣ ຜູ້ປົກຄອງເຄິ່ງໜຶ່ງຂອງເຢຣູຊາເລັມ ໄດ້ສ້າງສ່ວນຕໍ່ໄປ. 10 ເຢດາອີຢາລູກຊາຍຂອງຮາຣູແມບໄດ້ສ້າງສ່ວນຕໍ່ໄປ ຊຶ່ງຢູ່ໃກ້ທີ່ພັກຂອງເພິ່ນເອງ; ແລະຮັດຕຸຊະລູກຊາຍຂອງຮາຊັບເນອີຢາໄດ້ສ້າງສ່ວນຕໍ່ໄປ. 11 ມັນກີຢາລູກຊາຍຂອງຮາຣິມ ແລະຮາຊຸບລູກຊາຍຂອງປາຮາດໂມອາບ ໄດ້ສ້າງສ່ວນຕໍ່ໄປ ແລະທັງຫໍຄອຍເຕົາອົບ. 12 ຊານລູມລູກຊາຍຂອງຮັນໂລເຮັດ ຜູ້ປົກຄອງອີກເຄິ່ງໜຶ່ງຂອງນະຄອນເຢຣູຊາເລັມ ໄດ້ສ້າງສ່ວນຕໍ່ໄປ. (ພວກລູກສາວຂອງລາວໄດ້ຊ່ວຍໃນວຽກງານນີ້.) 13 ຮານູນແລະປະຊາຊົນໃນເມືອງຊາໂນອາໄດ້ສ້າງປະຕູໃນຮ່ອມພູຂຶ້ນໃໝ່. ພວກເຂົາໄດ້ຕັ້ງປະຕູໃນບ່ອນຂອງມັນ, ຕິດບານປະຕູໃສ່, ພ້ອມທັງໃຊ້ເຫລັກແທ່ງເປັນໄລຄັດ ແລະໄດ້ສ້ອມແປງກຳແພງ ຊຶ່ງຍາວປະມານ 440 ແມັດ ເລີຍໄປໄກຈົນຮອດປະຕູບ່ອນຖອກຂີ້ເຫຍື້ອ. 14 ມັນກີຢາ ລູກຊາຍຂອງເຣກາບ ຜູ້ປົກຄອງເຂດເບັດຮັກເກເຣັມ ໄດ້ສ້າງປະຕູບ່ອນຖອກຂີ້ເຫຍື້ອຂຶ້ນໃໝ່. ເພິ່ນຕັ້ງປະຕູຂຶ້ນຢູ່ໃນບ່ອນຂອງມັນ ພ້ອມທັງໃຊ້ເຫລັກແທ່ງເປັນໄລຄັດ. 15 ຊານລູມລູກຊາຍຂອງໂກນໂຮເຊ ຜູ້ປົກຄອງເມືອງມີຊະປາໄດ້ສ້າງປະຕູນໍ້າພຸ. ເພິ່ນໄດ້ມຸງທາງຍ່າງ ແລະໃສ່ປະຕູໃນບ່ອນຂອງມັນ ພ້ອມທັງໃຊ້ເຫລັກແທ່ງເປັນໄລຄັດ. ຢູ່ໃນບ່ອນອາບນໍ້າຂອງເຊລາ ເພິ່ນໄດ້ສ້າງກຳແພງໄປຕໍ່ໃສ່ກັບສວນຂອງກະສັດ ຈົນເຖິງຂັ້ນໄດລົງໄປເຖິງເມືອງຂອງດາວິດ. 16 ເນເຫມີຢາລູກຊາຍຂອງອາຊະບຸກ ຜູ້ປົກຄອງເຄິ່ງໜຶ່ງຂອງເມືອງເບັດຊູເຣ ໄດ້ສ້າງສ່ວນຕໍ່ໄປ ຈົນຮອດອຸບມຸງຂອງກະສັດດາວິດ, ສະອາບນໍ້າ ແລະ ທີ່ພັກຂອງທະຫານ. ຊາວເລວີຜູ້ທີ່ສ້າງກຳແພງເມືອງ 17 ຊາວເລວີທີ່ໄດ້ສືບຕໍ່ສ້າງກຳແພງເມືອງຫລາຍຕອນຂຶ້ນໃໝ່ ມີດັ່ງນີ້: ເຣຮຸມລູກຊາຍຂອງບານີໄດ້ສ້າງສ່ວນຕໍ່ໄປ; ຮັດຊາບີຢາ ຜູ້ປົກຄອງເຄິ່ງໜຶ່ງຂອງເມືອງເກອີລາໄດ້ສ້າງສ່ວນຕໍ່ໄປໃນນາມຂອງເມືອງ; 18 ບາໄວລູກຊາຍຂອງເຮນາດາດ ຜູ້ປົກຄອງເຄິ່ງໜຶ່ງອີກຂອງເມືອງເກອີລາ ໄດ້ສ້າງສ່ວນຕໍ່ໄປ; 19 ເອເຊລູກຊາຍຂອງເຢຊູອາ ຜູ້ປົກຄອງເມືອງມີຊະປາໄດ້ສ້າງສ່ວນຕໍ່ໄປ ຊຶ່ງກົງກັນຂ້າມກັບສາງໄວ້ອາວຸດ ຈົນເລີຍໄປຮອດບ່ອນທີ່ມີກຳແພງໂຄ້ງ; 20 ບາຣຸກລູກຊາຍຂອງຊັບບາຍໄດ້ສ້າງສ່ວນຕໍ່ໄປ ຈົນເລີຍໄປຮອດທາງປະຕູເຂົ້າສຳນັກຂອງມະຫາປະໂຣຫິດເອລີອາຊິບ; 21 ເມເຣໂມດລູກຊາຍຂອງອູຣິຢາ ແລະຫລານຊາຍຂອງຮັກກົກໄດ້ສ້າງສ່ວນຕໍ່ໄປ ຈົນເລີຍໄປສຸດທີ່ສົ້ນສຳນັກຂອງເອລີອາຊິບ. ປະໂຣຫິດຜູ້ທີ່ສ້າງກຳແພງເມືອງ 22 ບັນດາປະໂຣຫິດເຫຼົ່ານີ້ ທີ່ໄດ້ສ້າງກຳແພງເມືອງຕໍ່ໄປຫລາຍສ່ວນຂຶ້ນໃໝ່ ມີດັ່ງນີ້: ບັນດາປະໂຣຫິດຈາກອ້ອມແອ້ມບໍລິເວນນະຄອນເຢຣູຊາເລັມໄດ້ສ້າງສ່ວນຕໍ່ໄປ; 23 ເບັນຢາມິນ ແລະຮັດຊຸບໄດ້ສ້າງສ່ວນຕໍ່ໄປ ຊຶ່ງຢູ່ຕໍ່ໜ້າເຮືອນຂອງພວກເຂົາເອງ; ອາຊາຣີຢາລູກຊາຍຂອງມາອາເສອີຢາ ແລະຫລານຊາຍຂອງອານານີຢາໄດ້ສ້າງສ່ວນຕໍ່ໄປ ຊຶ່ງຢູ່ຕໍ່ໜ້າເຮືອນຂອງຕົນເອງ; 24 ບິນນູອີລູກຊາຍຂອງເຮນາດາດໄດ້ສ້າງສ່ວນຕໍ່ໄປ ຕັ້ງແຕ່ເຮືອນຂອງອາຊາຣີຢາ ຈົນໄປຮອດແຈຂອງກຳແພງເມືອງ; 25-26 ປາລານລູກຊາຍຂອງອູໄຊໄດ້ສ້າງສ່ວນຕໍ່ໄປ ໂດຍເລີ່ມທີ່ແຈຂອງກຳແພງ ແລະຫໍຄອຍຊັ້ນເທິງຂອງວັງ ແລະໃກ້ກັບເດີ່ນຫຍ້າ; ເປດາອີຢາລູກຊາຍຂອງປາຣົດໄດ້ສ້າງສ່ວນຕໍ່ໄປ ຈົນຮອດຈຸດໜຶ່ງຢູ່ທາງດ້ານຕາເວັນອອກ ຊຶ່ງຢູ່ໃກ້ກັບປະຕູນໍ້າແລະຫໍຄອຍເຝົ້າຍາມຂອງພຣະວິຫານ. (ບ່ອນນີ້ຢູ່ໃກ້ກັບສ່ວນໜຶ່ງໃນເມືອງທີ່ເອີ້ນວ່າໂອເຟນ ບ່ອນທີ່ພວກກຳມະກອນເຮັດວຽກໃນພຣະວິຫານອາໄສຢູ່.) ພວກສ້າງກຳແພງເມືອງຄົນອື່ນໆ 27 ພວກຜູ້ຊາຍຊາວເມືອງເຕກົວໄດ້ສ້າງສ່ວນຕໍ່ໄປ ເປັນຕອນທີສອງຂອງພວກເຂົາ ຄືຕັ້ງແຕ່ຈຸດໜຶ່ງທີ່ກົງກັນຂ້າມກັບຫໍຄອຍໃຫຍ່ ຊຶ່ງໃຊ້ເຝົ້າຍາມພຣະວິຫານ ຈົນໄປຮອດກຳແພງຂອງໂອເຟນ. 28 ປະໂຣຫິດໝວດໜຶ່ງອີກໄດ້ສ້າງສ່ວນຕໍ່ໄປ ໂດຍສ້າງທາງດ້ານເໜືອຕັ້ງແຕ່ປະຕູມ້າ ຊຶ່ງແຕ່ລະຄົນສ້າງຢູ່ຕໍ່ໜ້າເຮືອນຂອງຕົນເອງ. 29 ຊາດົກລູກຊາຍຂອງອິມເມ ໄດ້ສ້າງສ່ວນຕໍ່ໄປ ຊຶ່ງຢູ່ຕໍ່ໜ້າເຮືອນຂອງຕົນເອງ. ເຊມາອີຢາລູກຊາຍຂອງເຊການີຢາ ຜູ້ຮັກສາປະຕູທາງດ້ານທິດຕາເວັນອອກ ໄດ້ສ້າງສ່ວນຕໍ່ໄປ. 30 ຮານານີຢາລູກຊາຍຂອງເຊເລມີຢາ ແລະຮານູນລູກຊາຍຜູ້ທີຫົກຂອງຊາລາບ ໄດ້ສ້າງສ່ວນຕໍ່ໄປ ຄືສ່ວນທີສອງຂອງພວກເຂົາ. ເມຊຸນລຳລູກຊາຍຂອງເບເຣກີຢາ ໄດ້ສ້າງສ່ວນຕໍ່ໄປ ຊຶ່ງຢູ່ຕໍ່ໜ້າເຮືອນຂອງຕົນເອງ. 31 ມັນກີຢາ ຊ່າງຕີຄຳໄດ້ສ້າງສ່ວນຕໍ່ໄປ ຈົນຮອດຕຶກຂອງພວກກຳມະກອນໃນພຣະວິຫານ ແລະພວກພໍ່ຄ້າ ຊຶ່ງຢູ່ໃກ້ກັບປະຕູຂອງມີຟະກາດ ແລະໃກ້ກັບຫ້ອງເທິງແຈດ້ານຕາເວັນອອກສ່ຽງເໜືອຂອງກຳແພງເມືອງ. 32 ພວກຊ່າງຕີຄຳແລະພວກພໍ່ຄ້າໄດ້ສ້າງສ່ວນສຸດທ້າຍ ຄືຕັ້ງແຕ່ຫ້ອງທີ່ຢູ່ແຈກຳແພງເມືອງ ຈົນໄປຮອດປະຕູແກະ. |
@ 2012 United Bible Societies. All Rights Reserved.