Biblia Todo Logo
Bìoball air-loidhne

- Sanasan -

ເນເຫມີຢາ 2 - ພຣະຄຳພີສັກສິ


ເນເຫມີຢາ​ໄປ​ນະຄອນ​ເຢຣູຊາເລັມ

1 ຕໍ່ມາ​ໃນ​ເດືອນ​ນີຊານ ໃນ​ປີ​ທີ​ຊາວ​ຂອງ​ກະສັດ​ອາກຕາເຊເຊັດ ຂ້າພະເຈົ້າ​ໄດ້​ຢາຍ​ເຫຼົ້າ​ໃຫ້​ເພິ່ນ​ທີ່​ກຳລັງ​ຮັບປະທານ​ອາຫານ​ແລງ​ຢູ່. ແຕ່​ກ່ອນ​ເພິ່ນ​ບໍ່ເຄີຍ​ເຫັນ​ຂ້າພະເຈົ້າ​ໂສກເສົ້າ​ເຊັ່ນນີ້​ເລີຍ

2 ດັ່ງນັ້ນ ເພິ່ນ​ຈຶ່ງ​ຖາມ​ວ່າ, “ເປັນຫຍັງ​ເຈົ້າ​ຈຶ່ງ​ໂສກເສົ້າ​ແທ້? ເຈົ້າ​ກໍ​ບໍ່ໄດ້​ເຈັບໄຂ້​ຫຍັງ ສະນັ້ນ ເຈົ້າ​ຄົງ​ມີ​ເລື່ອງ​ທຸກໃຈ​ເປັນແນ່.” ຂ້າພະເຈົ້າ​ຕົກໃຈ​ຫລາຍ

3 ແລະ​ຕອບ​ເພິ່ນ​ວ່າ, “ຂໍ​ພະຣາຊາ ຈົ່ງ​ໝັ້ນຍືນ​ຕະຫລອດໄປ​ເທີ້ນ ຈະ​ໃຫ້​ຂ້ານ້ອຍ​ບໍ່​ໂສກເສົ້າ​ໄດ້​ຢ່າງໃດ ໃນ​ເມື່ອ​ເມືອງ​ທີ່​ບັນພະບຸລຸດ​ຂອງ​ຂ້ານ້ອຍ​ໄດ້​ຖືກ​ຝັງ​ໄວ້​ໃນ​ບ່ອນ​ຮົກຮ້າງ​ເພພັງ ແລະ​ປະຕູ​ເມືອງ​ກໍ​ຖືກ​ທຳລາຍ​ດ້ວຍໄຟ?”

4 ກະສັດ​ຖາມ​ວ່າ, “ເຈົ້າ​ຕ້ອງການ​ຫຍັງ?” ຂ້າພະເຈົ້າ​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າ​ແຫ່ງ​ສະຫວັນ

5 ແລ້ວ​ກໍ​ໄດ້ຕອບ​ກະສັດ​ວ່າ, “ຖ້າ​ທ່ານ​ພໍໃຈ​ນຳ​ຂ້ານ້ອຍ ແລະ​ຈະ​ອະນຸຍາດ​ໃຫ້​ຕາມ​ຄຳ​ຂໍຮ້ອງ​ຂອງ​ຂ້ານ້ອຍ​ແລ້ວ ຂໍ​ໃຫ້​ຂ້ານ້ອຍ​ກັບຄືນ​ໄປ​ແຂວງ​ຢູດາຍ ຄື​ໄປ​ເມືອງ​ທີ່​ບັນພະບຸລຸດ​ຂອງ​ຂ້ານ້ອຍ​ໄດ້​ຖືກ​ຝັງ​ໄວ້​ນັ້ນ ເພື່ອ​ວ່າ​ຂ້ານ້ອຍ​ຈະ​ໄດ້​ສ້າງ​ບ້ານເມືອງ​ຂຶ້ນ​ໃໝ່.”

6 ກະສັດ​ກັບ​ຣາຊີນີ​ທີ່ນັ່ງ​ຢູ່​ຄຽງ​ຂ້າງ​ເພິ່ນ ກໍ​ຕົກລົງ​ຕາມ​ຄຳ​ຂໍຮ້ອງ​ນັ້ນ. ເພິ່ນ​ຖາມ​ຂ້າພະເຈົ້າ​ວ່າ, “ຈະ​ໄປ​ດົນນານ​ປານໃດ ແລະ​ເຫິງ​ປານໃດ​ຈຶ່ງ​ຈະ​ກັບ​ມາ?” ແລະ​ຂ້າພະເຈົ້າ​ກໍ​ບອກ​ກຳນົດ​ແກ່​ເພິ່ນ.

7 ແລ້ວ​ຂ້າພະເຈົ້າ​ກໍໄດ້​ຂໍຮ້ອງ​ເພິ່ນ ໃຫ້​ຂຽນ​ຈົດໝາຍ​ໄປ​ຫາ​ບັນດາ​ຜູ້ປົກຄອງ​ແຂວງ​ທາງພາກ​ຕາເວັນຕົກ​ຂອງ​ແມ່ນໍ້າ​ເອີຟຣັດ ແລະ​ແນະນຳ​ພວກເຂົາ​ອະນຸຍາດ​ໃຫ້​ຂ້າພະເຈົ້າ​ເດີນທາງ​ໄປ​ແຂວງ​ຢູດາຍ.

8 ຂ້າພະເຈົ້າ​ຍັງ​ຂໍຮ້ອງ​ເພິ່ນ​ໃຫ້​ຂຽນ​ຈົດໝາຍ​ໄປ​ຫາ​ອາສັບ ຜູ້​ຮັກສາ​ປ່າໄມ້​ຂອງ​ກະສັດ ໂດຍ​ແນະນຳ​ເພິ່ນ​ໃຫ້​ຈັດຫາ​ໄມ້ ສຳລັບ​ສ້າງ​ປະຕູ​ປ້ອມ​ທີ່​ຮັກສາ​ພຣະວິຫານ, ສຳລັບ​ສ້າງ​ກຳແພງ​ເມືອງ ແລະ​ສຳລັບ​ສ້າງ​ເຮືອນ​ທີ່​ຂ້າພະເຈົ້າ​ຈະ​ຢູ່​ດ້ວຍ. ກະສັດ​ກໍໄດ້​ອະນຸຍາດ​ໃຫ້​ທຸກສິ່ງ ຕາມ​ທີ່​ຂ້າພະເຈົ້າ​ຂໍຮ້ອງ ເພາະ​ພຣະເຈົ້າ​ສະຖິດ​ຢູ່​ນຳ​ຂ້າພະເຈົ້າ.

9 ກະສັດ​ຍັງ​ໄດ້​ສົ່ງ​ນາຍ​ທະຫານ​ບາງຄົນ ແລະ​ທະຫານ​ມ້າ​ໝວດ​ໜຶ່ງ​ໄປ​ກັບ​ຂ້າພະເຈົ້າ​ດ້ວຍ; ແລະ​ຂ້າພະເຈົ້າ​ກໍໄດ້​ເດີນທາງ​ໄປ​ສູ່​ພາກ​ຕາເວັນຕົກ​ຂອງ​ແມ່ນໍ້າ​ເອີຟຣັດ. ເມື່ອ​ໄປ​ເຖິງ​ທີ່​ນັ້ນ ຂ້າພະເຈົ້າ​ກໍໄດ້​ມອບ​ຈົດໝາຍ​ໃຫ້​ແກ່​ບັນດາ​ຜູ້ປົກຄອງ.

10 ແຕ່​ສານບັນລັດ​ຊາວ​ໂຮໂຣນ ແລະ​ໂຕບີຢາ​ຂ້າຣາຊການ​ຄົນ​ໜຶ່ງ​ຂອງ​ແຂວງ​ອຳໂມນ ໄດ້ຍິນ​ຂ່າວ​ວ່າ, ມີ​ບາງຄົນ​ມາ​ເຮັດ​ວຽກ​ເພື່ອ​ຫາ​ຄວາມສຸກ​ສະບາຍ​ໃຫ້​ຊາວ​ອິດສະຣາເອນ; ສະນັ້ນ ພວກເຂົາ​ຈຶ່ງ​ບໍ່​ພໍໃຈ​ຢ່າງຍິ່ງ.

11 ຂ້າພະເຈົ້າ​ໄດ້​ໄປ​ທີ່​ນະຄອນ​ເຢຣູຊາເລັມ ແລະ​ພັກ​ຢູ່​ທີ່​ນັ້ນ​ສາມ​ວັນ

12 ໂດຍ​ບໍ່ໄດ້​ບອກ​ໃຫ້​ຜູ້ໃດ​ຮູ້​ກ່ຽວກັບ​ສິ່ງ​ທີ່​ພຣະເຈົ້າ ບັນດານ​ໃຈ​ຂ້າພະເຈົ້າ​ໃຫ້​ເຮັດ​ສຳລັບ​ນະຄອນ​ເຢຣູຊາເລັມ. ແລ້ວ​ໃນ​ຕອນ​ກາງຄືນ​ນັ້ນ ຂ້າພະເຈົ້າ​ກໍໄດ້​ອອກ​ເດີນທາງ ໂດຍ​ມີ​ເພື່ອນ​ບາງຄົນ​ຕິດຕາມ​ໄປ​ດ້ວຍ. ພວກເຮົາ​ມີ​ລໍ​ພຽງ​ໂຕດຽວ​ທີ່​ເປັນ​ພາຫານະ​ຂີ່​ໄປ.

13 ໃນ​ເວລາ​ທີ່​ພວກເຮົາ​ອອກ​ຈາກ​ເມືອງ ໂດຍ​ຜ່ານ​ປະຕູ​ຮ່ອມພູ​ທາງ​ທິດ​ຕາເວັນຕົກ​ໄປ​ນັ້ນ ກໍ​ຍັງ​ເປັນ​ເວລາ​ມືດ​ຢູ່; ພວກເຮົາ​ໄດ້​ກາຍ​ດ້ານ​ໃຕ້​ຂອງ​ນໍ້າພຸ​ໂຕ​ມັງກອນ ໄປ​ຈົນເຖິງ​ຮ່ອມພູ​ປະຕູ​ຂີ້ສັດ. ເມື່ອ​ກຳລັງ​ເດີນທາງ​ໄປ​ນັ້ນ ຂ້າພະເຈົ້າ​ໄດ້​ສຳຫລວດ​ເບິ່ງ​ກຳແພງ​ເມືອງ​ທີ່​ເພພັງ ແລະ​ປະຕູ​ເມືອງ​ທີ່​ຖືກ​ໄຟ​ໄໝ້.

14 ແລ້ວ​ຈາກ​ດ້ານ​ທິດ​ຕາເວັນອອກ​ຂອງ​ເມືອງ ຂ້າພະເຈົ້າ​ໄດ້​ໄປ​ທາງ​ດ້ານ​ເໜືອ​ສູ່​ປະຕູ​ນໍ້າພຸ ແລະ​ສູ່​ສະ​ອາບນໍ້າ​ຂອງ​ກະສັດ. ທາງ​ເສັ້ນ​ນີ້​ບໍ່ມີ​ບ່ອນ​ພໍ​ໃຫ້​ລໍ​ຂອງ​ຂ້າພະເຈົ້າ​ຜ່ານ​ໄປ​ໄດ້​ເລີຍ;

15 ດັ່ງນັ້ນ ຂ້າພະເຈົ້າ​ຈຶ່ງ​ຂີ່​ລໍ​ລົງ​ໄປ​ທາງ​ຮ່ອມພູ​ກິດໂຣນ ແລະ​ເລາະລຽບ​ເບິ່ງ​ກຳແພງ​ເມືອງ​ໄປ. ແລ້ວ​ຂ້າພະເຈົ້າ​ກໍ​ກັບ​ມາ​ທາງ​ເກົ່າ ແລະ​ຄືນ​ເມືອ​ໃນ​ເມືອງ​ໂດຍ​ຜ່ານ​ປະຕູ​ຮ່ອມພູ.

16 ບໍ່ມີ​ຂ້າຣາຊການ​ທ້ອງຖິ່ນ​ຄົນໃດ​ຮູ້​ເລີຍ​ວ່າ ຂ້າພະເຈົ້າ​ໄປ​ໃສ ຫລື​ຂ້າພະເຈົ້າ​ກຳລັງ​ເຮັດ​ຫຍັງ. ຈົນເຖິງ​ດຽວນີ້ ຂ້າພະເຈົ້າ​ກໍ​ຍັງ​ບໍ່ໄດ້​ບອກ​ໃຫ້​ພວກ​ພີ່ນ້ອງ​ຊາວຢິວ​ຮູ້​ນຳ​ເລີຍ​ເຊັ່ນ: ບັນດາ​ປະໂຣຫິດ, ບັນດາ​ຜູ້ນຳ, ບັນດາ​ຂ້າຣາຊການ ຫລື​ຄົນໃດ​ຄົນໜຶ່ງ​ທີ່​ໄດ້​ມີ​ສ່ວນ​ໃນ​ວຽກງານ​ນີ້.

17 ແຕ່​ມາບັດນີ້ ຂ້າພະເຈົ້າ​ໄດ້​ເວົ້າ​ກັບ​ພວກເຂົາ​ວ່າ, “ພວກທ່ານ​ເຫັນ​ບໍ​ວ່າ ພວກເຮົາ​ໄດ້​ຮັບ​ຄວາມ​ເດືອດຮ້ອນ​ຫລາຍ​ສໍ່າໃດ ຍ້ອນ​ນະຄອນ​ເຢຣູຊາເລັມ​ຖືກ​ເພພັງ ແລະ​ປະຕູ​ເມືອງ​ກໍ​ຖືກ​ໄຟ​ໄໝ້ ໃຫ້​ພວກເຮົາ​ຊ່ວຍກັນ​ສ້າງ​ກຳແພງ​ເມືອງ​ຂຶ້ນ​ໃໝ່ ແລະ​ລຶບ​ຄວາມ​ອັບອາຍ​ຂາຍໜ້າ​ຂອງ​ພວກເຮົາ​ໃຫ້​ສິ້ນສຸດ​ໄປ​ເສຍ​ເທາະ.”

18 ແລ້ວ​ຂ້າພະເຈົ້າ​ກໍໄດ້​ບອກ​ພວກເຂົາ​ວ່າ ພຣະເຈົ້າ​ສະຖິດ​ຢູ່​ນຳ​ຂ້າພະເຈົ້າ ແລະ​ຊ່ວຍ​ຊູ​ຂ້າພະເຈົ້າ​ຢ່າງໃດ ແລະ​ກະສັດ​ໄດ້​ເວົ້າ​ກັບ​ຂ້າພະເຈົ້າ​ຢ່າງໃດ​ອີກ​ດ້ວຍ. ພວກເຂົາ​ຕອບ​ວ່າ, “ໃຫ້​ພວກເຮົາ​ລົງມື​ສ້າງ​ເມືອງ​ຂຶ້ນ​ໃໝ່​ສາ” ແລ້ວ​ພວກເຂົາ​ກໍ​ຕຽມພ້ອມ​ທີ່​ຈະ​ລົງມື​ເຮັດ​ວຽກ.

19 ເມື່ອ​ສານບັນລັດ​ຊາວ​ໂຮໂຣນ, ໂຕບີຢາ​ຊາວ​ອຳໂມນ ແລະ​ເກເຊມ​ຊາວ​ອາຣັບ​ໄດ້ຍິນ​ສິ່ງ​ທີ່​ພວກເຮົາ​ກຳລັງ​ວາງແຜນ​ຈະ​ກະທຳ​ນັ້ນ ພວກເຂົາ​ຕ່າງ​ກໍ​ຫົວ​ເຍາະເຍີ້ຍ​ພວກເຮົາ ແລະ​ເວົ້າ​ວ່າ, “ພວກເຈົ້າ​ກຳລັງ​ຄິດ​ຈະ​ເຮັດ​ຫຍັງ​ກັນ? ພວກເຈົ້າ​ກຳລັງ​ຈະ​ກະບົດ​ຕໍ່​ກະສັດ​ຊັ້ນບໍ?”

20 ຂ້າພະເຈົ້າ​ຕອບ​ວ່າ, “ພຣະເຈົ້າ​ແຫ່ງ​ສະຫວັນ ຈະ​ໃຫ້​ພວກເຮົາ​ດຳເນີນ​ວຽກງານ​ນີ້​ສຳເລັດ. ພວກເຮົາ​ເປັນ​ຜູ້ຮັບໃຊ້​ຂອງ​ພຣະອົງ ແລະ​ກຳລັງ​ຈະ​ສ້າງ​ເມືອງ​ຂຶ້ນ​ໃໝ່. ແຕ່​ພວກທ່ານ​ບໍ່ມີ​ສິດ​ໃນ​ສົມບັດ​ສ່ວນ​ໃດໆ​ທີ່​ນະຄອນ​ເຢຣູຊາເລັມ​ນີ້ ແລະ​ທັງ​ບໍ່ມີ​ສ່ວນແບ່ງ​ໃດໆ​ໃນ​ເລື່ອງ​ນີ້​ດ້ວຍ.”

@ 2012 United Bible Societies. All Rights Reserved.

Lean sinn:



Sanasan