Biblia Todo Logo
Bìoball air-loidhne

- Sanasan -

ເນເຫມີຢາ 13 - ພຣະຄຳພີສັກສິ


ການ​ແຍກຕົວ​ອອກ​ຈາກ​ຊາວ​ຕ່າງຊາດ

1 ເມື່ອ​ກຳລັງ​ອ່ານ​ກົດບັນຍັດ​ຂອງ​ໂມເຊ​ດ້ວຍ​ສຽງ​ອັນ​ດັງ​ໃຫ້​ປະຊາຊົນ​ຟັງ​ຢູ່​ນັ້ນ ພວກເຂົາ​ກໍ​ອ່ານ​ມາ​ຮອດ​ຕອນ​ທີ່​ໄດ້​ກ່າວ​ວ່າ ບໍ່ມີ​ຊາວ​ອຳໂມນ ຫລື​ຊາວ​ໂມອາບ​ໃດໆ ໄດ້​ຮັບ​ອະນຸຍາດ​ໃຫ້​ເຂົ້າ​ຮ່ວມ​ກັບ​ປະຊາຊົນ​ຂອງ​ພຣະເຈົ້າ.

2 ເລື່ອງ​ນີ້​ໄດ້​ສືບເນື່ອງ​ມາ​ຈາກ​ຊາວ​ອຳໂມນ ແລະ​ຊາວ​ໂມອາບ ບໍ່​ຍອມ​ໃຫ້​ອາຫານ ແລະ​ນໍ້າ​ແກ່​ຊາວ​ອິດສະຣາເອນ ໃນ​ຄາວ​ທີ່​ພວກເຂົາ​ໄດ້​ໜີ​ອອກ​ມາ​ຈາກ​ປະເທດ​ເອຢິບ. ແຕ່​ພວກເຂົາ​ຊໍ້າ​ພັດ​ໃຊ້​ເງິນ​ໄປ​ຈ້າງ​ບາລາອາມ ເພື່ອ​ມາ​ສາບແຊ່ງ​ຊາດ​ອິດສະຣາເອນ; ແຕ່​ພຣະເຈົ້າ​ຂອງ​ພວກເຮົາ​ໄດ້​ປ່ຽນ​ຄຳສາບແຊ່ງ​ມາ​ເປັນ​ຄຳອວຍພອນ.

3 ເມື່ອ​ປະຊາຊົນ​ອິດສະຣາເອນ​ໄດ້ຍິນ​ກົດບັນຍັດ​ທີ່​ໄດ້​ອ່ານ​ນີ້ ພວກເຂົາ​ຈຶ່ງ​ໄລ່​ຄົນຕ່າງຊາດ​ທັງໝົດ​ອອກ​ໄປ​ຈາກ​ທີ່​ຊຸມນຸມ​ຂອງ​ປະຊາຊົນ.


ເນເຫມີຢາ​ເຮັດ​ການ​ປະຕິຮູບ

4 ປະໂຣຫິດ​ເອລີອາຊິບ ຜູ້​ທີ່​ຮັບຜິດຊອບ​ຄັງ​ມ້ຽນ​ເຄື່ອງຂອງ​ພຣະວິຫານ ໄດ້​ມີ​ຄວາມ​ສຳພັນ​ທີ່​ດີ​ກັບ​ໂຕບີຢາ​ເປັນ​ເວລາ​ດົນນານ.

5 ເພິ່ນ​ໄດ້​ອະນຸຍາດ​ໃຫ້​ໂຕບີຢາ​ໃຊ້​ຫ້ອງ​ໃຫຍ່​ຫ້ອງ​ໜຶ່ງ ຊຶ່ງ​ແຕ່​ກ່ອນ​ໄດ້​ໃຊ້​ມ້ຽນເຄື່ອງ​ຖວາຍ​ໂດຍ​ສະເພາະ​ເຊັ່ນ: ພືດຜົນ​ເປັນເມັດ​ກັບ​ເຄື່ອງຫອມ, ເຄື່ອງໃຊ້​ປະຈຳ​ພຣະວິຫານ, ເຄື່ອງ​ຖວາຍ​ຕ່າງໆ​ສຳລັບ​ບັນດາ​ປະໂຣຫິດ ແລະ​ໜຶ່ງສ່ວນສິບ​ຂອງ​ພືດຜົນ​ເປັນເມັດ, ເຫຼົ້າ​ອະງຸ່ນ ແລະ​ນໍ້າມັນ​ໝາກກອກເທດ​ທີ່​ໄດ້​ຖວາຍ​ໃຫ້​ຊາວ​ເລວີ, ໃຫ້​ພວກ​ນັກຮ້ອງ ແລະ​ໃຫ້​ພວກ​ຄົນເຝົ້າຍາມ.

6 ໃນ​ຂະນະທີ່​ເກີດ​ເລື່ອງ​ເຊັ່ນນີ້ ຂ້າພະເຈົ້າ​ບໍ່ໄດ້​ຢູ່​ໃນ​ນະຄອນ​ເຢຣູຊາເລັມ ເພາະວ່າ​ໃນ​ຣາຊການ​ປີ​ທີ​ສາມສິບສອງ​ຂອງ​ເຈົ້າ​ອາກຕາເຊເຊັດ ໄດ້​ເປັນ​ກະສັດ​ຂອງ​ນະຄອນ​ບາບີໂລນ​ນັ້ນ ຂ້າພະເຈົ້າ​ໄດ້​ກັບຄືນ​ໄປ​ລາຍງານ​ຕໍ່​ເພິ່ນ.

7 ຕໍ່ມາ​ບໍ່​ດົນ ຂ້າພະເຈົ້າ​ກໍໄດ້​ຮັບ​ອະນຸຍາດ​ຈາກ​ເພິ່ນ ໃຫ້​ກັບຄືນ​ມາ​ນະຄອນ​ເຢຣູຊາເລັມ. ຢູ່​ທີ່​ນະຄອນ​ເຢຣູຊາເລັມ​ນີ້ ຂ້າພະເຈົ້າ​ຕົກ​ຕະລຶງ​ເມື່ອ​ເຫັນ​ວ່າ ເອລີອາຊິບ​ໄດ້​ອະນຸຍາດ​ໃຫ້​ໂຕບີຢາ ໃຊ້​ຫ້ອງ​ໃນ​ວິຫານ​ຂອງ​ພຣະເຈົ້າ.

8 ຂ້າພະເຈົ້າ​ໂກດຮ້າຍ​ຫລາຍ ແລະ​ໂຍນ​ສິ່ງ​ທັງໝົດ​ທີ່​ເປັນ​ຂອງ​ໂຕບີຢາ​ນັ້ນ​ອອກ​ໄປ.

9 ຂ້າພະເຈົ້າ​ສັ່ງ​ໃຫ້​ເຮັດ​ພິທີ​ຊຳລະ​ຫ້ອງ​ນີ້​ຈາກ​ມົນທິນ ແລະ​ໃຫ້​ນຳ​ເຄື່ອງໃຊ້​ປະຈຳ​ວິຫານ​ຂອງ​ພຣະເຈົ້າ, ເຄື່ອງ​ຖວາຍ​ພືດຜົນ​ເປັນເມັດ ແລະ​ເຄື່ອງຫອມ​ຄືນ​ມາ​ໄວ້​ບ່ອນເກົ່າ.

10 ຂ້າພະເຈົ້າ​ຮູ້​ເຊັ່ນກັນ​ວ່າ ພວກ​ນັກຮ້ອງ ແລະ​ຊາວ​ເລວີ​ຄົນອື່ນໆ ໄດ້​ໜີ​ຈາກ​ນະຄອນ​ເຢຣູຊາເລັມ ແລະ​ກັບຄືນ​ໄປ​ເຮັດ​ໄຮ່​ເຮັດ​ນາ​ຂອງ​ພວກເຂົາ ເພາະ​ປະຊາຊົນ​ບໍ່ໄດ້​ບໍລິຈາກ​ເຄື່ອງຂອງ​ໃຫ້​ພວກເຂົາ​ພຽງພໍ​ເພື່ອ​ການ​ດຳລົງ​ຊີວິດ​ຢູ່.

11 ຂ້າພະເຈົ້າ​ຈຶ່ງ​ຕິຕຽນ​ບັນດາ​ຂ້າຣາຊການ​ທີ່​ໄດ້​ລະເລີຍ​ຕໍ່​ວິຫານ​ຂອງ​ພຣະເຈົ້າ. ແລ້ວ​ຂ້າພະເຈົ້າ​ກໍ​ເຕົ້າໂຮມ​ເອົາ​ຊາວ​ເລວີ​ແລະ​ພວກ​ນັກຮ້ອງ ໃຫ້​ກັບຄືນ​ມາ​ປະຈຳ​ໜ້າທີ່​ຂອງ​ພວກເຂົາ​ອີກ ແລະ​ໃຫ້​ພວກເຂົາ​ປະຕິບັດ​ໜ້າທີ່​ຄືນໃໝ່.

12 ຕໍ່ມາ ປະຊາຊົນ​ອິດສະຣາເອນ​ທຸກຄົນ​ຈຶ່ງ​ເລີ່ມຕົ້ນ​ນຳ​ໜຶ່ງສ່ວນສິບ ມາ​ສູ່​ຄັງ​ຂອງ​ພຣະວິຫານ​ເຊັ່ນ: ພືດຜົນ​ເປັນເມັດ, ເຫຼົ້າ​ອະງຸ່ນ ແລະ​ນໍ້າມັນ​ໝາກກອກເທດ.

13 ຂ້າພະເຈົ້າ​ໄດ້​ແຕ່ງຕັ້ງ​ບຸກຄົນ​ດັ່ງ​ຕໍ່ໄປນີ້​ໃຫ້​ຮັບຜິດຊອບ​ຄັງ​ຂອງ​ພຣະວິຫານ: ປະໂຣຫິດ​ເຊເລມີຢາ; ຊາດົກ​ນັກຮຽນ​ຮູ້​ດ້ານ​ກົດບັນຍັດ ແລະ​ເປດາອີຢາ​ຄົນເລວີ. ຮານານ​ລູກຊາຍ​ຂອງ​ຊັກກູເຣ ແລະ​ຫລານຊາຍ​ຂອງ​ມັດຕານີຢາ ເປັນ​ຜູ້​ຊ່ວຍ​ຂອງ​ພວກເຂົາ. ຂ້າພະເຈົ້າ​ຮູ້ວ່າ ຄົນ​ເຫຼົ່ານີ້​ເປັນ​ທີ່​ໄວ້ວາງໃຈ​ໄດ້ ແລະ​ເປັນ​ຄົນ​ສັດຊື່​ໃນ​ການ​ແຈກ​ຢາຍ​ເຄື່ອງຂອງ​ໃຫ້​ແກ່​ພີ່ນ້ອງ​ທີ່​ເຮັດ​ວຽກ​ດ້ວຍກັນ.

14 ຂ້າແດ່​ພຣະເຈົ້າ​ຂອງ​ຂ້ານ້ອຍ ຂໍ​ຊົງ​ໂຜດ​ຈົດຈຳ​ສິ່ງດີໆ​ທັງໝົດ​ເຫຼົ່ານີ້ ທີ່​ຂ້ານ້ອຍ​ໄດ້​ເຮັດ​ສຳລັບ​ວິຫານ​ຂອງ​ພຣະເຈົ້າ​ຂອງ​ຂ້ານ້ອຍ ແລະ​ການ​ຮັບໃຊ້​ພຣະອົງ​ໃນ​ທີ່ນັ້ນ​ດ້ວຍ​ເຖີດ.

15 ໃນ​ເວລາ​ນັ້ນ ຂ້າພະເຈົ້າ​ໄດ້​ເຫັນ​ປະຊາຊົນ​ທີ່​ແຂວງ​ຢູດາຍ ບີບ​ໝາກອະງຸ່ນ​ໃນ​ວັນ​ຊະບາໂຕ. ພວກ​ອື່ນ​ອີກ​ພວມ​ຂົນ​ເອົາ​ພືດຜົນ​ເປັນເມັດ, ເຫຼົ້າ​ອະງຸ່ນ, ໝາກອະງຸ່ນ, ໝາກເດື່ອ ແລະ​ສິ່ງຂອງ​ອື່ນໆ​ໃສ່​ເທິງ​ຫລັງ​ລໍ​ຂອງ​ພວກເຂົາ ນຳ​ມາ​ທີ່​ນະຄອນ​ເຢຣູຊາເລັມ; ຂ້າພະເຈົ້າ​ໄດ້​ເຕືອນ​ພວກເຂົາ​ບໍ່​ໃຫ້​ຂາຍ​ສິ່ງໃດໆ​ໃນ​ວັນ​ຊະບາໂຕ.

16 ມີ​ຊາວ​ເມືອງ​ຕີເຣ​ບາງຄົນ​ທີ່​ອາໄສ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ ໄດ້​ນຳ​ປາ ແລະ​ສິນຄ້າ​ນາໆ​ຊະນິດ​ທີ່​ມີ​ໃນ​ເມືອງ ມາ​ຂາຍ​ໃຫ້​ປະຊາຊົນ​ຂອງ​ພວກເຮົາ​ໃນ​ວັນ​ຊະບາໂຕ.

17 ຂ້າພະເຈົ້າ​ໄດ້​ກ່າວ​ປະນາມ​ບັນດາ​ຜູ້ນຳ​ຊາວຢິວ ໂດຍ​ບອກ​ພວກເຂົາ​ວ່າ, “ເບິ່ງ​ຄວາມ​ຊົ່ວຊ້າ​ທີ່​ພວກເຈົ້າ​ກຳລັງ​ເຮັດ​ດູ ພວກເຈົ້າ​ກຳລັງ​ເຮັດ​ໃຫ້​ວັນ​ຊະບາໂຕ​ຂາດ​ຄວາມ​ສັກສິດ.

18 ສະນັ້ນ ພຣະເຈົ້າ​ຈຶ່ງ​ລົງໂທດ​ບັນພະບຸລຸດ​ຂອງ​ພວກເຈົ້າ ເມື່ອ​ພຣະອົງ​ໄດ້​ນຳ​ຄວາມ​ຈິບຫາຍ​ມາ​ສູ່​ເມືອງ​ນີ້ ແລະ​ດຽວ​ນີ້​ພວກເຈົ້າ​ຍັງ​ຂືນ​ເຮັດ ໃຫ້​ພຣະອົງ​ໂກດຮ້າຍ​ຊາດ​ອິດສະຣາເອນ​ຢູ່ ໂດຍ​ເຮັດ​ໃຫ້​ວັນ​ຊະບາໂຕ​ຂາດ​ຄວາມ​ສັກສິດ.”

19 ສະນັ້ນ ທຸກໆ​ເທື່ອ ກ່ອນ​ຈະ​ເຖິງ​ວັນ​ຊະບາໂຕ ຂ້າພະເຈົ້າ​ຈຶ່ງ​ສັ່ງ​ໃຫ້​ອັດ​ປະຕູ​ເມືອງ​ກ່ອນ​ຄໍ່າ ແລະ​ບໍ່​ໃຫ້​ໄຂ​ອີກ​ຈົນກວ່າ​ວັນ​ຊະບາໂຕ​ຜ່ານ​ພົ້ນ​ໄປ. ຂ້າພະເຈົ້າ​ໃຫ້​ຄົນ​ຂອງ​ຂ້າພະເຈົ້າ​ບາງຄົນ​ປະຈຳ​ຢູ່​ທີ່​ປະຕູ ເພື່ອ​ໃຫ້​ແນ່ໃຈ​ວ່າ​ບໍ່ມີ​ສິ່ງໃດ​ຖືກ​ນຳ​ເຂົ້າ​ມາ​ໃນ​ເມືອງ​ໃນ​ວັນ​ຊະບາໂຕ.

20 ມີ​ເທື່ອໜຶ່ງ​ຫລື​ສອງ​ເທື່ອ ທີ່​ພວກ​ພໍ່ຄ້າ​ໄດ້​ນອນ​ຄ້າງຄືນ ພ້ອມ​ດ້ວຍ​ສິນຄ້າ​ຕ່າງໆ​ຂອງ​ພວກເຂົາ​ໃນ​ວັນສຸກ​ທາງ​ນອກ​ປະຕູ​ເມືອງ.

21 ຂ້າພະເຈົ້າ​ໄດ້​ເຕືອນ​ພວກເຂົາ​ວ່າ, “ບໍ່ມີ​ປະໂຫຍດ​ຫຍັງ​ທີ່​ຄອຍ​ຢູ່​ທີ່​ນີ້​ຈົນເຖິງ​ຕອນເຊົ້າ. ຖ້າ​ພວກເຈົ້າ​ຂືນ​ເຮັດ​ອີກ ຂ້ອຍ​ຈະ​ໃຊ້​ກຳລັງ.” ຕັ້ງແຕ່​ນັ້ນ​ມາ ພວກເຂົາ​ກໍ​ບໍ່​ກ້າ​ກັບ​ມາ​ອີກ​ໃນ​ວັນ​ຊະບາໂຕ.

22 ຂ້າພະເຈົ້າ​ສັ່ງ​ໃຫ້​ຊາວ​ເລວີ​ຊຳລະ​ຕົວ ແລະ​ໄປ​ເຝົ້າຍາມ​ປະຕູ ເພື່ອ​ໃຫ້​ແນ່ໃຈ​ວ່າ​ວັນ​ຊະບາໂຕ​ໄດ້​ຖືກ​ຮັກສາ​ໄວ້​ໃຫ້​ບໍຣິສຸດ. ໂອ ພຣະເຈົ້າ​ຂອງ​ຂ້ານ້ອຍ​ເອີຍ ໂຜດ​ລະນຶກເຖິງ​ຂ້ານ້ອຍ​ໃນ​ເລື່ອງ​ນີ້​ເຊັ່ນດຽວ​ກັນ​ແດ່ທ້ອນ ແລະ​ຂໍ​ຊົງໂຜດ​ເອັນດູ​ຂ້ານ້ອຍ​ດ້ວຍ ເພາະ​ເຫັນ​ແກ່​ຄວາມຮັກ​ອັນ​ຍິ່ງໃຫຍ່​ຂອງ​ພຣະອົງ.

23 ໃນ​ເວລາ​ນັ້ນ ຂ້າພະເຈົ້າ​ກໍ​ຄົ້ນພົບ​ເຊັ່ນດຽວ​ກັນ​ວ່າ ມີ​ຜູ້ຊາຍ​ຢິວ​ຫລາຍ​ຄົນ​ໄດ້​ແຕ່ງງານ​ກັບ​ຜູ້ຍິງ​ຊາວ​ເມືອງ​ອາຊະໂດດ, ອຳໂມນ ແລະ​ໂມອາບ.

24 ລູກ​ຂອງ​ພວກເຂົາ​ຕັ້ງ​ເຄິ່ງ​ໜຶ່ງ​ເວົ້າ​ພາສາ​ຂອງ​ຊາວ​ເມືອງ​ອາຊະໂດດ ຫລື​ພາສາ​ອື່ນໆ ແລະ​ບໍ່​ຮູ້ຈັກ​ເວົ້າ​ພາສາ​ຂອງ​ພວກເຮົາ​ເລີຍ.

25 ຂ້າພະເຈົ້າ​ໄດ້​ກ່າວ​ປະນາມ​ພວກ​ຜູ້ຊາຍ​ເຫຼົ່ານັ້ນ ໂດຍ​ໄດ້​ສາບແຊ່ງ, ຕົບຕີ ແລະ​ດືງ​ຜົມ​ຂອງ​ພວກເຂົາ. ແລ້ວ​ຂ້າພະເຈົ້າ​ກໍ​ໃຫ້​ພວກເຂົາ​ສາບານ​ໃນ​ນາມ​ຂອງ​ພຣະເຈົ້າ​ວ່າ ພວກເຂົາ ຫລື​ລູກຫລານ​ຂອງ​ພວກເຂົາ​ຈະ​ແຕ່ງງານ​ກັບ​ຄົນຕ່າງຊາດ​ອີກ​ບໍ່ໄດ້​ຈັກເທື່ອ.

26 ຂ້າພະເຈົ້າ​ບອກ​ພວກເຂົາ​ວ່າ, “ແມ່ນ​ພວກຜູ້ຍິງ​ຕ່າງຊາດ ທີ່​ໄດ້​ເຮັດ​ໃຫ້​ກະສັດ​ໂຊໂລໂມນ​ເຮັດ​ບາບ. ເພິ່ນ​ເປັນ​ກະສັດ​ຜູ້​ຍິ່ງໃຫຍ່​ລື່ນ​ບັນດາ​ກະສັດ​ຂອງ​ຊົນຊາດ​ອື່ນໆ. ພຣະເຈົ້າ​ຮັກ​ເພິ່ນ ແລະ​ໃຫ້​ເພິ່ນ​ຂຶ້ນ​ເປັນ​ກະສັດ ປົກຄອງ​ຊາດ​ອິດສະຣາເອນ​ທັງໝົດ ແລະ​ໃນຂະນະ​ດຽວກັນ​ນັ້ນ​ເພິ່ນ​ໄດ້​ຫລົງ​ເຮັດ​ບາບ​ນີ້.

27 ຖ້າດັ່ງນັ້ນ ຈະ​ໃຫ້​ພວກເຮົາ​ເຫັນດີ​ດ້ວຍກັນ​ກັບ​ພວກເຈົ້າ ແລະ​ບໍ່​ເຊື່ອຟັງ​ພຣະເຈົ້າ​ຂອງ​ພວກເຮົາ​ໂດຍ​ໄປ​ແຕ່ງງານ​ກັບ​ຍິງ​ຕ່າງຊາດ​ໄດ້​ບໍ?”

28 ໂຢອີອາດາ​ເປັນ​ລູກຊາຍ​ຂອງ​ມະຫາ​ປະໂຣຫິດ​ເອລີອາຊິບ, ແຕ່​ລູກຊາຍ​ຜູ້ໜຶ່ງ​ຂອງ​ໂຢອີອາດາ​ໄດ້​ແຕ່ງງານ​ກັບ​ລູກສາວ​ຂອງ​ສານບັນລັດ ຈາກ​ເມືອງ​ເບັດ​ໂຮໂຣນ; ດັ່ງນັ້ນ ຂ້າພະເຈົ້າ​ຈຶ່ງ​ໃຫ້​ໂຢອີອາດາ ອອກ​ໄປ​ຈາກ​ນະຄອນ​ເຢຣູຊາເລັມ.

29 ຂ້າແດ່​ພຣະເຈົ້າ​ຂອງ​ຂ້ານ້ອຍ​ເອີຍ ໂຜດ​ຈົດຈຳ​ສິ່ງ​ທີ່​ຄົນ​ເຫຼົ່ານັ້ນ ໄດ້​ດູໝິ່ນ​ປະໝາດ​ຕຳແໜ່ງ​ປະໂຣຫິດ​ແລະ​ພັນທະສັນຍາ ທີ່​ພຣະອົງ​ໄດ້​ເຮັດ​ໄວ້​ກັບ​ພວກ​ປະໂຣຫິດ ແລະ​ຊາວ​ເລວີ​ດ້ວຍ​ເຖີດ.

30 ຂ້າພະເຈົ້າ​ໄດ້​ຊຳລະ​ປະຊາຊົນ​ຈາກ​ມົນທິນ​ຂອງ​ທຸກສິ່ງ ທີ່​ເປັນ​ຂອງ​ຊາວ​ຕ່າງຊາດ; ຂ້າພະເຈົ້າ​ຈັດຕຽມ​ກົດລະບຽບ​ສຳລັບ​ບັນດາ​ປະໂຣຫິດ​ແລະ​ຊາວ​ເລວີ ເພື່ອ​ວ່າ​ແຕ່ລະຄົນ​ຈະ​ໄດ້​ຮູ້ຈັກ​ໜ້າທີ່​ຂອງຕົນ;

31 ຂ້າພະເຈົ້າ​ຈັດແຈງ​ໃຫ້​ພວກເຂົາ​ຫາ​ຟືນ ເພື່ອ​ເຜົາ​ເຄື່ອງ​ບູຊາ​ໃຫ້​ໄດ້​ຕາມ​ກຳນົດ ແລະ​ໃຫ້​ປະຊາຊົນ​ນຳ​ພືດຜົນ ແລະ​ໝາກໄມ້​ສຸກ​ເທື່ອ​ທຳອິດ​ມາ​ຖວາຍ. ຂ້າແດ່​ພຣະເຈົ້າ​ຂອງ​ຂ້ານ້ອຍ​ເອີຍ ຂໍໂຜດ​ນັບ​ສິ່ງ​ທັງໝົດ​ນີ້​ວ່າ ເປັນ​ກິດຈະການ​ອັນ​ດີ​ຂອງ​ຂ້ານ້ອຍ​ດ້ວຍ​ເທີ້ນ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan