ເນເຫມີຢາ 12 - ພຣະຄຳພີສັກສິລາຍຊື່ຂອງພວກປະໂຣຫິດແລະຊາວເລວີ 1 ຕໍ່ໄປນີ້ແມ່ນບັນຊີລາຍຊື່ຂອງພວກປະໂຣຫິດແລະຊາວເລວີ ທີ່ໄດ້ກັບຄືນມາຈາກການເປັນຊະເລີຍໃນຕ່າງຖິ່ນນຳເຊຣຸບບາເບນລູກຊາຍຂອງເຊອານຕີເອນ ແລະນຳມະຫາປະໂຣຫິດເຢຊູອາ ມີດັ່ງນີ້: 2-7 ພວກປະໂຣຫິດ: ເສຣາອີຢາ, ເຢເຣມີຢາ, ເອຊະຣາ, ອາມາຣີຢາ, ມັນລຸກ, ຮັດຕຸຊະ, ເຊການີຢາ, ເຣຮຸມ, ເມເຣໂມດ, ອິດໂດ, ກິນເນໂທອີ, ອາບີຢາ, ມີຢາມິນ, ມາອາດີຢາ, ບີນກາ, ເຊມາອີຢາ, ໂຢອີອາຣິບ, ເຢດາອີຢາ, ສານລູ, ອາມົກ, ຮິນກີຢາ ແລະເຢດາອີຢາ. ຄົນເຫຼົ່ານີ້ແມ່ນພວກຜູ້ນຳໃນທ່າມກາງພີ່ນ້ອງປະໂຣຫິດຂອງພວກເຂົາທັງໝົດ ຢູ່ໃນສະໄໝຂອງມະຫາປະໂຣຫິດເຢຊູອາ. 8 ຊາວເລວີ: ພວກທີ່ຮັບຜິດຊອບຮ້ອງເພງໂມທະນາຂອບພຣະຄຸນ ມີດັ່ງນີ້: ເຢຊູອາ, ບິນນູອີ, ກາດມີເອນ, ເຊເຣບີຢາ, ຢູດາ ແລະມັດຕານີຢາ. 9 ພວກທີ່ຕັ້ງກຸ່ມຮ້ອງເພງສະຫລັບກັນ ມີດັ່ງນີ້: ບັກບຸກີຢາ, ອັນໂນ ແລະພີ່ນ້ອງຊາວເລວີຄົນອື່ນໆຂອງພວກເຂົາ. ເຊື້ອສາຍຂອງມະຫາປະໂຣຫິດເຢຊູອາ 10 ເຢຊູອາເປັນພໍ່ຂອງໂຢອີອາກິມ; ໂຢອີອາກິມເປັນພໍ່ຂອງເອລີອາຊິບ; ເອລີອາຊິບເປັນພໍ່ຂອງໂຢອີອາດາ; 11 ໂຢອີອາດາເປັນພໍ່ຂອງໂຢນາທານ; ໂຢນາທານເປັນພໍ່ຂອງຢັດດູອາ. ຫົວໜ້າຂອງປະໂຣຫິດໃນຕະກຸນຕ່າງໆ 12-21 ເມື່ອໂຢອີອາກິມໄດ້ເປັນມະຫາປະໂຣຫິດ ບັນດາປະໂຣຫິດທີ່ມີຊື່ດັ່ງຕໍ່ໄປນີ້ ແມ່ນເປັນຫົວໜ້າຂອງຕະກຸນຕ່າງໆ ດັ່ງນີ້: ປະໂຣຫິດ ຕະກຸນ ເມຣາອີຢາ ເສຣາອີຢາ; ຮານານີຢາ ເຢເຣມີຢາ; ເມຊຸນລຳ ເອຊະຣາ; ເຢໂຮຮານານ ອາມາຣີຢາ; ໂຢນາທານ ມັນລູກີ; ໂຢເຊັບ ເຊບານີຢາ; ອັດນາ ຮາຣິມ; ເຮນໄກ ເມຣາອີໂຢດ; ເຊກາຣີຢາ ອິດໂດ; ເມຊຸນລຳ ກິນເນໂທນ; ຊີກະຣີ ອາບີຢາ; ... ມີນີອາມິນ; ປີນໄຕ ໂມອາດີຢາ; ຊາມມູອາ ບີນກາ; ເຢໂຮນາທານ ເຊມາອີຢາ; ມັດເຕໄນ ໂຢອີອາຣິບ; ອຸດຊີ ເຢດາອີຢາ; ກັນໄລ ສານໄລ; ເອເບ ອາມົກ; ຮາຊາບີຢາ ຮິນກີຢາ; ເນທາເນນ ເຢດາອີຢາ; ປະໂຣຫິດ ຕະກຸນ ບັນທຶກຂອງຄອບຄົວປະໂຣຫິດແລະຊາວເລວີ 22 ໄດ້ມີບັນທຶກສະບັບໜຶ່ງຂອງຫົວໜ້າຄອບຄົວຊາວເລວີແລະຂອງພວກປະໂຣຫິດ ໄດ້ຖືກຮັກສາໄວ້ນຳມະຫາປະໂຣຫິດໃນສະໄໝທີ່ພວກເຂົາຄອງຕຳແໜ່ງ ມີດັ່ງນີ້: ເອລີອາຊິບ, ໂຢອີອາດາ, ໂຢນາທານ ແລະຢັດດູອາ. ບົດບັນທຶກນີ້ເຮັດສຳເລັດ ເມື່ອກະສັດດາຣິອຸດຂຶ້ນເປັນຈັກກະພັດແຫ່ງເປີເຊຍ. 23 ເຖິງຢ່າງໃດກໍຕາມ ບັນດາຫົວໜ້າຂອງຄອບຄົວຊາວເລວີໄດ້ຖືກບັນທຶກໄວ້ເປັນທາງການ ພຽງແຕ່ໃນສະໄໝຂອງໂຢນາທານ ຫລານຊາຍຂອງເອລີອາຊິບເທົ່ານັ້ນ. ຊາວເລວີຮັບມອບໝາຍໜ້າທີ່ໃນພຣະວິຫານ 24 ພາຍໃຕ້ການຊີ້ນຳຂອງຮາຊາບີຢາ, ເຊເຣບີຢາ, ເຢຊູອາ, ບິນນູອີ, ແລະກາດມີເອນ, ຊາວເລວີໄດ້ຖືກຈັດຕັ້ງກັນເປັນຫລາຍໝວດ. ສອງໝວດຈະຕົກຜຽນກັນເພື່ອຮ້ອງເພງສຳລັບການສັນລະເສີນແລະການໂມທະນາຂອບພຣະຄຸນ ຕາມຄຳແນະນຳທີ່ກະສັດດາວິດຄົນຂອງພຣະເຈົ້າໄດ້ມອບໝາຍໃຫ້. 25 ພວກຄົນເຝົ້າຍາມທີ່ມີໜ້າທີ່ຮັບຜິດຊອບບ່ອນມ້ຽນເຄື່ອງທາງປະຕູເຂົ້າພຣະວິຫານ ມີດັ່ງນີ້: ມັດຕານີຢາ, ບັກບຸກີຢາ, ໂອບາດີຢາ, ເມຊຸນລຳ, ຕານໂມນ ແລະອັກກຸບ. 26 ປະຊາຊົນເຫຼົ່ານີ້ໄດ້ມີຊີວິດຢູ່ໃນສະໄໝຂອງໂຢອີອາກິມລູກຊາຍຂອງເຢຊູອາຫລານຊາຍຂອງໂຢຊາດັກ ແລະໃນສະໄໝຂອງຜູ້ປົກຄອງເນເຫມີຢາ ແລະສະໄໝຂອງເອຊະຣາຜູ້ທີ່ເປັນປະໂຣຫິດທັງເປັນນັກຮຽນຮູ້ດ້ານກົດບັນຍັດ. ເນເຫມີຢາອຸທິດຖວາຍກຳແພງເມືອງ 27 ເວລາອຸທິດຖວາຍກຳແພງຂອງນະຄອນເຢຣູຊາເລັມນັ້ນ ຊາວເລວີແມ່ນໄດ້ຖືກນຳມາຈາກທົ່ວທຸກບ່ອນທີ່ພວກເຂົາອາໄສຢູ່ ເພື່ອພວກເຂົາຈະສາມາດຮ່ວມໃນພິທີສະຫລອງຂອງການອຸທິດຖວາຍໃນຄັ້ງນີ້ ໂດຍຮ້ອງເພງໂມທະນາຂອບພຣະຄຸນພ້ອມດ້ວຍສຽງແສ່ງແລະສຽງພິນ. 28 ຄອບຄົວຂອງພວກນັກຮ້ອງຊາວເລວີໄດ້ຖືກນຳມາເຕົ້າໂຮມກັນ ຈາກບ່ອນທີ່ພວກເຂົາໄດ້ຕັ້ງຖິ່ນຖານຢູ່ອ້ອມແອ້ມນະຄອນເຢຣູຊາເລັມ ແລະຈາກເມືອງເລັກເມືອງນ້ອຍຕ່າງໆອ້ອມແອ້ມເມືອງເນໂຕຟາ, 29 ແລະຈາກເບັດກິນການ, ເກບາ ແລະອາຊະມາເວດ. 30 ພວກປະໂຣຫິດແລະຊາວເລວີໄດ້ປະກອບພິທີຊຳລະສຳລັບຕົນເອງ, ປະຊາຊົນ, ປະຕູຕ່າງໆຂອງກຳແພງເມືອງ ແລະກຳແພງນະຄອນເຢຣູຊາເລັມ. 31 ຂ້າພະເຈົ້າໄດ້ເຕົ້າໂຮມພວກຜູ້ນຳຂອງແຂວງຢູດາຍທີ່ເທິງກຳແພງເມືອງ ແລະມອບໝາຍໃຫ້ພວກເຂົາຄວບຄຸມສອງໝວດໃຫຍ່ ເດີນເປັນຂະບວນອ້ອມຮອບຕົວເມືອງ ເພື່ອໂມທະນາຂອບພຣະຄຸນພຣະເຈົ້າ. ໝວດທີໜຶ່ງໃຫ້ຍ່າງເທິງກຳແພງເບື້ອງຂວາ ໄປສູ່ປະຕູກອງຂີ້ເຫຍື້ອ. 32 ໂຮຊາອີຢາຍ່າງທາງຫລັງຂອງນັກຮ້ອງ ຕິດຕາມດ້ວຍບັນດາຜູ້ນຳຂອງຊາວຢູດາເຄິ່ງໜຶ່ງ. 33 ປະໂຣຫິດຜູ້ທີ່ຍ່າງຕາມແລະເຮັດໜ້າທີ່ເປົ່າແກ ມີດັ່ງນີ້: ອາຊາຣີຢາ, ເອຊະຣາ, ເມຊຸນລຳ, 34 ຢູດາ, ເບັນຢາມິນ, ເຊມາອີຢາ ແລະເຢເຣມີຢາ. 35 ຕໍ່ມາແມ່ນເຊກາຣີຢາລູກຊາຍຂອງໂຢນາທານແລະຫລານຊາຍຂອງເຊມາອີຢາ. (ບັນພະບຸລຸດຂອງເພິ່ນມີດັ່ງນີ້: ມັດຕານີຢາ, ມີກາອີຢາ ແລະຊັກກູເຣ, ຈາກຕະກຸນອາສັບ.) 36 ຕິດຕາມເພິ່ນມາແມ່ນສະມາຊິກຄົນອື່ນໆໃນຕະກຸນ ມີດັ່ງນີ້: ເຊມາອີຢາ, ອາຊາເຣນ, ມີລາໄລ, ກີລາໄລ, ມາໄອ, ເນທາເນນ, ຢູດາ ແລະຮານານີ; ທັງໝົດລ້ວນແຕ່ຖືເຄື່ອງດົນຕຼີຊະນິດທີ່ຖືກກຳນົດໃຫ້ຫລີ້ນ ໂດຍກະສັດດາວິດຄົນຂອງພຣະເຈົ້າ. ເອຊະຣານັກຮຽນຮູ້ດ້ານກົດບັນຍັດເປັນຜູ້ນຳຂະບວນ. 37 ເມື່ອມາຮອດປະຕູນໍ້າພຸ ພວກເຂົາຂຶ້ນຂັ້ນໄດທີ່ນຳໄປສູ່ເມືອງຂອງດາວິດ ຜ່ານວັງຂອງກະສັດດາວິດ ແລະກໍກັບມາທາງກຳແພງຂອງປະຕູນໍ້າ ທາງດ້ານທິດຕາເວັນອອກຂອງຕົວເມືອງ. 38 ສ່ວນອີກໝວດໜຶ່ງກໍໃຫ້ໂມທະນາຂອບພຣະຄຸນ ເດີນເປັນຂະບວນໄປທາງຊ້າຍລຽບຕາມກຳແພງ ໂດຍມີຂ້າພະເຈົ້າເອງ ແລະປະຊາຊົນອີກເຄິ່ງໜຶ່ງຕິດຕາມໄປ. ພວກເຮົາເດີນເປັນຂະບວນຜ່ານຫໍຄອຍເຕົາອົບ ໄປສູ່ກຳແພງກວ້າງ 39 ແລະຈາກທີ່ນັ້ນພວກເຮົາຜ່ານໄປທາງປະຕູເອຟຣາອິມ, ປະຕູເຢຊານາ, ປະຕູປາ, ຫໍຄອຍຂອງຮານາເນນ, ກັບຫໍຄອຍຂອງຄົນໜຶ່ງຮ້ອຍ, ສູ່ປະຕູແກະ. ພວກເຮົາຕ່າງກໍເດີນເປັນຂະບວນ ແລະມາຢຸດຢູ່ໃກ້ກັບປະຕູເຂົ້າຂອງພຣະວິຫານ. 40 ດັ່ງນັ້ນ ທັງສອງໝວດຊຶ່ງໂມທະນາຂອບພຣະຄຸນພຣະເຈົ້າ ຈຶ່ງໄດ້ມາຮອດບໍລິເວນວິຫານຂອງພຣະເຈົ້າ. ນອກຈາກບັນດາຜູ້ນຳທີ່ມາກັບຂ້າພະເຈົ້າແລ້ວ 41 ໝວດຂອງຂ້າພະເຈົ້າຍັງປະກອບດ້ວຍປະໂຣຫິດທີ່ເຮັດໜ້າທີ່ເປົ່າແກ ມີດັ່ງນີ້: ເອລີອາກິມ, ມາອາເສອີຢາ, ມີນີອາມິນ, ມີກາອີຢາ, ເອລີໂອນາຍ, ເຊກາຣີຢາ ແລະຮານານີຢາ; 42 ແລະຜູ້ຕິດຕາມພວກເຂົາມີດັ່ງນີ້: ມາອາເສອີຢາ, ເຊມາອີຢາ, ເອເລອາຊາ, ອຸດຊີ, ເຢໂຮຮານານ, ມັນກີຢາ, ເອລາມ ແລະເອເຊ. ນັກຮ້ອງຕ່າງໆທີ່ນຳໂດຍເຢຊະຣາຮີຢາ ກໍຮ້ອງເພງຈົນສຸດສຽງຂອງພວກເຂົາ. 43 ໃນມື້ນັ້ນ ພວກເຮົາໄດ້ຖວາຍເຄື່ອງບູຊາຫລາຍຢ່າງ ແລະປະຊາຊົນຕ່າງກໍຊົມຊື່ນຍິນດີທີ່ສຸດ; ເພາະພຣະເຈົ້າເຮັດໃຫ້ພວກເຮົາສຸກສະບາຍໃນຈິດໃຈ. ຜູ້ຍິງແລະເດັກນ້ອຍກໍຮ່ວມໃນການສະຫລອງຄັ້ງນີ້ດ້ວຍ ແລະສຽງຂອງພວກເຂົາໄດ້ຍິນໄປໄກຫລາຍກິໂລແມັດ. ປະຊາຊົນຈັດຫາເຄື່ອງຂອງສຳລັບນະມັດສະການໃນພຣະວິຫານ 44 ໃນເວລານັ້ນ ພວກເຂົາໄດ້ຊອກຫາຜູ້ຮັບຜິດຊອບບ່ອນມ້ຽນເຄື່ອງຂອງ ທີ່ຄົນນຳມາບໍລິຈາກສຳລັບພຣະວິຫານ ຊຶ່ງປະກອບດ້ວຍໜຶ່ງສ່ວນສິບ, ຜົນລະປູກເທື່ອທຳອິດຂອງພືດຜົນເປັນເມັດ ແລະໝາກໄມ້ສຸກເທື່ອທຳອິດໃນຕົ້ນປີ. ຄົນເຫຼົ່ານີ້ແມ່ນຮັບຜິດຊອບຮວບຮວມເຄື່ອງປູກຂອງຝັງ ຈາກໄຮ່ນາໃກ້ຄຽງໃນເມືອງຕ່າງໆທີ່ນຳມາບໍລິຈາກ ສຳລັບພວກປະໂຣຫິດແລະຊາວເລວີ ຕາມທີ່ກົດບັນຍັດໄດ້ກຳນົດໄວ້. ປະຊາຊົນຊາວຢູດາທັງໝົດຕ່າງກໍພໍໃຈນຳພວກປະໂຣຫິດແລະຊາວເລວີ 45 ເພາະວ່າພວກເຂົາໄດ້ປະກອບພິທີຊຳລະຕ່າງໆ ແລະພິທີອື່ນໆອີກທີ່ພຣະເຈົ້າໄດ້ສັ່ງ. ນັກຮ້ອງກັບພວກຄົນເຝົ້າຍາມ ກໍເຮັດໜ້າທີ່ຂອງພວກເຂົາເຊັ່ນດຽວກັນ ຕາມກົດລະບຽບທີ່ກະສັດດາວິດ ແລະກະສັດໂຊໂລໂມນລູກຊາຍຂອງກະສັດດາວິດໄດ້ວາງໄວ້. 46 ເປັນເວລາດົນນານມາແລ້ວ ນັບຕັ້ງແຕ່ສະໄໝຂອງກະສັດດາວິດ ແລະນັກດົນຕຼີອາສັບທີ່ພວກນັກຮ້ອງໄດ້ຮ້ອງເພງສັນລະເສີນ ແລະໂມທະນາຂອບພຣະຄຸນພຣະເຈົ້າ. 47 ໃນສະໄໝຂອງເຊຣຸບບາເບນ ແລະໃນສະໄໝຂອງເນເຫມີຢາເຊັ່ນກັນ ປະຊາຊົນອິດສະຣາເອນທຸກຄົນກໍໄດ້ບໍລິຈາກຂອງຂວັນປະຈຳວັນ ເພື່ອສະໜັບສະໜູນພວກນັກຮ້ອງ ແລະພວກເຝົ້າຍາມ. ປະຊາຊົນໄດ້ມອບຂອງຖວາຍອັນສັກສິດນີ້ໃຫ້ແກ່ຊາວເລວີ ແລະຊາວເລວີໄດ້ມອບສ່ວນທີ່ຕ້ອງການ ຕາມທີ່ໄດ້ບົ່ງໄວ້ນັ້ນ ໃຫ້ພວກປະໂຣຫິດ. |
@ 2012 United Bible Societies. All Rights Reserved.