Biblia Todo Logo
Bìoball air-loidhne

- Sanasan -

ເນເຫມີຢາ 11 - ພຣະຄຳພີສັກສິ


ປະຊາຊົນ​ທີ່​ອາໄສ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ

1 ພວກຜູ້ນຳ​ໄດ້​ຕັ້ງ​ຖິ່ນຖານ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ ສ່ວນ​ປະຊາຊົນ​ທີ່​ເຫຼືອ​ນັ້ນ​ພາກັນ​ໃຊ້​ສະຫລາກ ເພື່ອ​ເລືອກ​ເອົາ​ຄອບຄົວ​ໜຶ່ງ​ໃນ​ແຕ່ລະສິບ​ຄອບຄົວ​ໄປ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ ເມືອງ​ສັກສິດ; ສ່ວນ​ເກົ້າ​ຄອບຄົວ​ນັ້ນ ຕ້ອງ​ໄປ​ອາໄສ​ຢູ່​ໃນ​ເມືອງ​ໃຫຍ່​ແລະ​ເມືອງນ້ອຍ​ອື່ນໆ.

2 ປະຊາຊົນ​ໄດ້​ຍ້ອງຍໍ​ຜູ້​ທີ່​ອາສາ​ສະໝັກ​ເຂົ້າ​ໄປ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ.

3 ທັງໝົດ​ນີ້ ແມ່ນ​ບັນດາ​ຜູ້ນຳ​ຂອງ​ປະຊາຊົນ ທີ່​ໄດ້​ອາໄສ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ, ສ່ວນ​ຄົນອື່ນໆ​ໄດ້​ໄປ​ອາໄສ​ຕາມ​ເມືອງນ້ອຍ ເມືອງ​ໃຫຍ່ ຊຶ່ງ​ມີ​ລາຍຊື່​ຕໍ່ໄປນີ້: ບັນດາ​ປະໂຣຫິດ​ຊາວ​ເລວີ, ຜູ້ຮັບໃຊ້​ໃນ​ພຣະວິຫານ ແລະ​ເຊື້ອສາຍ​ຂອງ​ຜູ້ຮັບໃຊ້​ຂອງ​ກະສັດ​ໂຊໂລໂມນ ກໍໄດ້​ອາໄສ​ຢູ່​ໃນ​ເມືອງ ທີ່​ເປັນ​ສົມບັດ​ຂອງ​ພວກເຂົາ. ບັນຊີ​ລາຍຊື່​ຂອງ​ປະຊາຊົນ​ຊັ້ນ​ຜູ້ນຳ​ຂອງ​ຢູດາ ທີ່​ໄດ້​ມາ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ ມີ​ດັ່ງນີ້:

4 ບັນດາ​ສະມາຊິກ​ຂອງ​ເຜົ່າຢູດາ: ອາທາອີຢາ​ລູກຊາຍ​ຂອງ​ອຸດຊີຢາ ແລະ​ຫລານຊາຍ​ຂອງ​ເຊກາຣີຢາ. ບັນພະບຸລຸດ​ຄົນອື່ນ​ຂອງ​ລາວ​ມີ​ດັ່ງນີ້: ອາມາຣີຢາ, ເຊຟາຕີຢາ ແລະ​ມະຫາລາເລນ ເຊື້ອສາຍ​ຂອງ​ເປເຣັດ ຜູ້​ທີ່​ເປັນ​ລູກຊາຍ​ຂອງ​ຢູດາ.

5 ມາອາເສອີຢາ​ລູກຊາຍ​ຂອງ​ບາຣຸກ ແລະ​ຫລານຊາຍ​ຂອງ​ກົນໂຮເຊ. ບັນພະບຸລຸດ​ຄົນອື່ນໆ​ຂອງ​ລາວ​ມີ​ດັ່ງນີ້: ຮາຊາອີຢາ, ອາດາອີຢາ, ໂຢອີອາຣິບ ແລະ​ເຊກາຣີຢາ ເຊື້ອສາຍ​ຂອງ​ເຊລາ​ຜູ້​ທີ່​ເປັນ​ລູກຊາຍ​ຂອງ​ຢູດາ.

6 ຈາກ​ເຊື້ອສາຍ​ຂອງ​ເປເຣັດ​ມີ​ຜູ້ຊາຍ​ທີ່​ເກັ່ງກ້າ 468 ຄົນ ທີ່​ອາໄສ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ.

7 ບັນດາ​ສະມາຊິກ​ຈາກ​ເຜົ່າ​ຂອງ​ເບັນຢາມິນ: ສານລູ​ລູກຊາຍ​ຂອງ​ເມຊຸນລຳ ແລະ​ຫລານຊາຍ​ຂອງ​ໂຢເອັດ. ບັນພະບຸລຸດ​ຄົນອື່ນໆ​ຂອງ​ລາວ​ມີ​ດັ່ງນີ້: ເປດາອີຢາ, ໂກລາອີຢາ, ມາອາເສອີຢາ, ອີທິເອນ ແລະ​ເຢຊາອີຢາ.

8 ກັບໄບ ແລະ ສານໄລ ເປັນ​ພີ່ນ້ອງ​ຜູ້​ໃກ້ຊິດ ຂອງ​ສານລູ. ມີ​ຜູ້ຊາຍ​ຊາວ​ເບັນຢາມິນ​ທັງໝົດ 928 ຄົນ ທີ່​ອາໄສ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ.

9 ໂຢເອນ​ລູກຊາຍ​ຂອງ​ຊີກະຣີ ເປັນ​ຜູ້ນຳ​ຂອງ​ພວກເຂົາ ແລະ​ຢູດາ​ລູກຊາຍ​ຂອງ​ຮັດເສນູຢາ ເປັນ​ຮອງ​ຜູ້ປົກຄອງ​ເມືອງ.

10 ບັນດາ​ປະໂຣຫິດ: ເຢດາອີຢາ​ລູກຊາຍ​ຂອງ​ໂຢອີອາຣິບ ແລະ​ຢາກິນ.

11 ເສຣາອີຢາ​ລູກຊາຍ​ຂອງ​ຮິນກີຢາ ແລະ​ຫລານຊາຍ​ຂອງ​ເມຊຸນລຳ. ບັນພະບຸລຸດ​ຂອງ​ລາວ​ມີ​ດັ່ງນີ້: ຊາດົກ, ເມຣາອີຢົດ ແລະ​ອາຮີຕຸບ​ທີ່​ເປັນ​ຜູ້ຄວບຄຸມ​ປະຈຳ​ວິຫານ​ຂອງ​ພຣະເຈົ້າ.

12 ສະມາຊິກ​ທັງໝົດ​ໃນ​ຕະກຸນ​ນີ້ ຜູ້ຮັບໃຊ້​ຢູ່​ໃນ​ພຣະວິຫານ​ມີ 822 ຄົນ. ອາດາອີຢາ​ລູກຊາຍ​ຂອງ​ເຢໂຣຮາມ ແລະ​ຫລານຊາຍ​ຂອງ​ເປລາລີຢາ. ບັນພະບຸລຸດ​ຂອງ​ລາວ​ມີ​ດັ່ງນີ້: ອາມຊີ, ເຊກາຣີຢາ, ປັດຊູ ແລະ​ມັນກີຢາ.

13 ສະມາຊິກ​ທັງໝົດ​ໃນ​ຕະກຸນ​ນີ້ ຜູ້​ທີ່​ເປັນ​ຫົວໜ້າ​ຄອບຄົວ​ມີ 242 ຄົນ. ອາມັດໄສ​ລູກຊາຍ​ຂອງ​ອາຊາເຣນ ແລະ​ຫລານຊາຍ​ຂອງ​ອາຮະໄຊ. ບັນພະບຸລຸດ​ຂອງ​ລາວ​ມີ​ດັ່ງນີ້: ເມຊີນເລໂມດ​ແລະ​ອິມເມ.

14 ສະມາຊິກ​ທັງໝົດ​ໃນ​ຕະກຸນ​ນີ້​ທີ່​ເປັນ​ທະຫານ​ເກັ່ງກ້າ​ມີ 128 ຄົນ. ຜູ້ນຳ​ຂອງ​ພວກເຂົາ​ແມ່ນ​ຊັບດີເອນ ສະມາຊິກ​ຂອງ​ຄອບຄົວ​ໜຶ່ງ​ທີ່​ສຳຄັນ​ທີ່ສຸດ.

15 ຊາວ​ເລວີ: ເຊມາອີຢາ​ລູກຊາຍ​ຂອງ​ຮັດຊຸບ ແລະ​ຫລານຊາຍ​ຂອງ​ອາຊະຣີກຳ. ບັນພະບຸລຸດ​ຂອງ​ລາວ​ມີ​ດັ່ງນີ້: ຮາຊາບີຢາ ແລະ​ບັນນີ.

16 ຊັບເບທາຍ ແລະ​ໂຢຊາບັດ ຄົນເລວີ​ຜູ້​ດີເດັ່ນ ພວກເຂົາ​ໄດ້​ຮັບຜິດຊອບ​ວຽກງານ​ນອກ​ວິຫານ​ຂອງ​ພຣະເຈົ້າ.

17 ມັດຕານີຢາ​ລູກຊາຍ​ຂອງ​ມີກາ ແລະ​ຫລານຊາຍ​ຂອງ​ຊັບດີ ແມ່ນ​ເຊື້ອສາຍ​ຄົນ​ໜຶ່ງ​ຂອງ​ອາສັບ. ລາວ​ເປັນ​ຜູ້ນຳ​ກຸ່ມ​ຮ້ອງເພງ​ໃນ​ພຣະວິຫານ ໂດຍ​ຮ້ອງເພງ​ພາວັນນາ​ອະທິຖານ​ໂມທະນາ​ຂອບພຣະຄຸນ. ບັກບຸກີຢາ​ເປັນ​ຜູ້​ຊ່ວຍ​ຂອງ​ມັດຕານີຢາ. ອັບດາ​ລູກຊາຍ​ຂອງ​ຊາມມູອາ ແລະ​ຫລານຊາຍ​ຂອງ​ກາລານ ແມ່ນ​ເຊື້ອສາຍ​ຂອງ​ເຢດູທູນ.

18 ຊາວ​ເລວີ​ທີ່​ໄດ້​ອາໄສ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ ເມືອງ​ສັກສິດ ທັງໝົດ​ມີ 284 ຄົນ.

19 ພວກ​ເຝົ້າຍາມ​ປະຕູ: ອັກກຸບ, ຕານໂມນ ແລະ​ພີ່ນ້ອງ​ທັງໝົດ​ຂອງ​ພວກເຂົາ​ມີ 172 ຄົນ.

20 ສ່ວນ​ປະຊາຊົນ​ອິດສະຣາເອນ​ທີ່​ຍັງເຫລືອ ແລະ​ບັນດາ​ປະໂຣຫິດ​ທີ່​ຍັງ​ຢູ່ ແລະ​ຊາວ​ເລວີ ຕ່າງ​ກໍ​ອາໄສ​ຢູ່​ໃນ​ທີ່ດິນ​ຂອງຕົນ​ໃນ​ເມືອງ​ໃຫຍ່ ແລະ​ເມືອງນ້ອຍ​ອື່ນໆ​ຂອງ​ຢູດາຍ.

21 ຜູ້ຮັບໃຊ້​ໃນ​ພຣະວິຫານ​ໄດ້​ອາໄສ​ຢູ່​ໃນ​ສ່ວນ​ໜຶ່ງ​ຂອງ​ນະຄອນ​ເຢຣູຊາເລັມ ຊຶ່ງ​ເອີ້ນ​ວ່າ ໂອເຟນ ແລະ​ເຮັດ​ໜ້າທີ່​ຂອງ​ພວກເຂົາ ພາຍໃຕ້​ການ​ດູແລ​ຂອງ​ຊີຮາ ແລະ​ກີຊະປາ.

22 ຜູ້ດູແລ​ຂອງ​ຊາວ​ເລວີ​ທີ່​ໄດ້​ອາໄສ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ​ແມ່ນ​ອຸດຊີ. ລາວ​ເປັນ​ລູກຊາຍ​ຂອງ​ບານີ ແລະ​ຫລານຊາຍ​ຂອງ​ຮາຊາບີຢາ. ບັນພະບຸລຸດ​ຂອງ​ລາວ​ມີ​ດັ່ງນີ້: ມັດຕານີຢາ ແລະ​ມີກາ ຄົນ​ໃນ​ຕະກຸນ​ຂອງ​ອາສັບ​ທີ່​ຮັບຜິດຊອບ​ຝ່າຍ​ດົນຕຼີ​ສຳລັບ​ພິທີ​ນະມັດສະການ​ຕ່າງໆ​ໃນ​ພຣະວິຫານ.

23 ມີ​ຄຳສັ່ງ​ຂອງ​ກະສັດ​ຂໍ້ໜຶ່ງ​ໄດ້​ກຳນົດ​ໄວ້​ວ່າ, ຕະກຸນ​ຕ່າງໆ​ຈະ​ຕ້ອງ​ສັບປ່ຽນ​ກັນ​ຮ້ອງເພງ​ແຕ່ລະວັນ​ໃນ​ພຣະວິຫານ.

24 ເປທາຮີຢາ​ລູກຊາຍ​ຂອງ​ເມເຊຊາເບນ​ແຫ່ງ​ຕະກຸນ​ເຊຣາ ແລະ​ຢູ່​ໃນ​ເຜົ່າ​ຢູດາ ໄດ້​ປະຈຳ​ຢູ່​ທີ່​ສຳນັກ​ຂອງ​ກະສັດ ເພື່ອ​ຕາງໜ້າ​ໃຫ້​ປະຊາຊົນ​ອິດສະຣາເອນ.


ປະຊາຊົນ​ໃນ​ເມືອງ​ໃຫຍ່ ແລະ​ໃນ​ເມືອງນ້ອຍ​ອື່ນໆ

25 ປະຊາຊົນ​ສ່ວນ​ຫລາຍ​ແມ່ນ​ໄດ້​ອາໄສ​ຢູ່​ໃນ​ເມືອງນ້ອຍ ໃກ້​ກັບ​ໄຮ່​ນາ​ຂອງ​ພວກເຂົາ. ພວກ​ທີ່​ເປັນ​ຄົນ​ໃນ​ເຜົ່າ​ຂອງ​ຢູດາ​ໄດ້​ອາໄສ​ຢູ່​ໃນ​ເມືອງ​ກີຣິອາດ​ອາກບາ, ດີໂບນ ແລະ​ເຢກັບເຊເອນ ແລະ​ໃນ​ໝູ່ບ້ານ​ຕ່າງໆ​ທີ່​ໃກ້ຄຽງ​ກັບ​ເມືອງ​ເຫຼົ່ານັ້ນ.

26 ພວກເຂົາ​ໄດ້​ອາໄສ​ຢູ່​ໃນ​ເມືອງ​ຕ່າງໆ​ຂອງ​ເຢຊູອາ, ໂມລາດາ, ເບັດເປເລັດ

27 ແລະ​ຮາຊາຊູອານ ແລະ​ໃນ​ເບເອນເຊບາ ແລະ​ໃນ​ໜູ່ບ້ານ​ທີ່​ຢູ່​ອ້ອມແອ້ມ​ນັ້ນ.

28 ພວກເຂົາ​ອາໄສ​ຢູ່​ທີ່​ເມືອງ​ຊິກລັກ, ເມືອງ​ເມໂກນາ ແລະ​ໝູ່ບ້ານ​ຂອງ​ເມືອງ​ນັ້ນ,

29 ເມືອງ​ເອນຣິມໂມນ, ໂຊຣາ, ຢາຣະມຸດ,

30 ຊາໂນອາ, ອາດຸນລຳ ແລະ​ໝູ່ບ້ານ​ຕ່າງໆ​ທີ່​ຢູ່​ໃກ້ຄຽງ​ກັບ​ເມືອງ​ເຫຼົ່ານັ້ນ. ພວກເຂົາ​ໄດ້​ອາໄສ​ຢູ່​ໃນ​ເມືອງ​ລາກິດ ແລະ​ໃນ​ໄຮ່​ນາ​ຕ່າງໆ​ທີ່​ຢູ່​ໃກ້ຄຽງ ແລະ​ໃນ​ເມືອງ​ອາເຊກາ ແລະ​ໃນ​ໝູ່ບ້ານ​ຕ່າງໆ​ຂອງ​ເມືອງ​ນັ້ນ. ສະນັ້ນ ຈຶ່ງ​ເວົ້າ​ໄດ້​ວ່າ ປະຊາຊົນ​ຢູດາ​ນັ້ນ​ໄດ້​ອາໄສ​ຢູ່​ໃນ​ເຂດແດນ ລະຫວ່າງ​ເບເອນເຊບາ​ທາງ​ພາກໃຕ້ ແລະ​ຮ່ອມພູ​ຮິນໂນມ​ທາງ​ພາກເໜືອ.

31 ປະຊາຊົນ​ຂອງ​ເຜົ່າ​ເບັນຢາມິນ​ໄດ້​ອາໄສ​ຢູ່ ຕັ້ງແຕ່​ເມືອງ​ເກບາ​ທາງ​ພາກເໜືອ ຈົນຮອດ​ມິກມາດ, ອາອີ, ເບັດເອນ ແລະ​ໝູ່ບ້ານ​ຕ່າງໆ​ທີ່​ຢູ່​ໃກ້ຄຽງ​ນັ້ນ;

32 ອານາທົດ, ໂນບ, ອານານີຢາ,

33 ຮາໂຊ, ຣາມາ, ກິດຕາອິມ,

34 ຮາດິດ, ເຊບົວອິມ, ເນບັນລັດ,

35 ໂລດ ແລະ​ໂອໂນ ແລະ​ໃນ​ຮ່ອມພູ​ຂອງ​ພວກ​ຊ່າງສີມື.

36 ຊາວ​ເລວີ​ບາງ​ໝວດ​ໄດ້​ອາໄສ​ຢູ່​ໃນ​ເຂດແດນ​ຂອງ​ຢູດາຍ ແລະ​ໄດ້​ຮັບ​ມອບໝາຍ​ໃຫ້​ຢູ່​ກັບ​ປະຊາຊົນ​ຂອງ​ເຜົ່າ​ເບັນຢາມິນ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan