ເນເຫມີຢາ 10 - ພຣະຄຳພີສັກສິ1 ຜູ້ທຳອິດທີ່ເຊັນຂໍ້ຕົກລົງນີ້ແມ່ນຜູ້ປົກຄອງເນເຫມີຢາ ລູກຊາຍຂອງຮາກາລີຢາ ແລະຕໍ່ມາ ແມ່ນເຊເດກີຢາ. ບຸກຄົນດັ່ງຕໍ່ໄປນີ້ກໍໄດ້ເຊັນຄືກັນ: 2 ປະໂຣຫິດ: ເສຣາອີຢາ, ອາຊາຣີຢາ, ເຢເຣມີຢາ, 3 ປັດຊູ, ອາມາຣີຢາ, ມັນກີຢາ, 4 ຮັດຕຸຊະ, ເຊບານີຢາ, ມັນລຸກ, 5 ຮາຣິມ, ເມເຣໂມດ, ໂອບາດີຢາ, 6 ດານີເອນ, ຄີນເນໂທນ, ບາຣຸກ, 7 ເມຊຸນລຳ, ອາບີຢາ, ມີຢາມິນ, 8 ມາອາຊີຢາ, ບິນກາຍ ແລະເຊມາອີຢາ. 9 ຊາວເລວີ: ເຢຊູອາລູກຊາຍຂອງອາຊານີຢາ, ບິນນູອີຄົນໃນຕະກຸນຂອງເຮນາດາດ, ກາດມີເອນ, 10 ເຊບານີຢາ, ໂຮດີຢາ, ເກລີຕາ, ເປລາອີຢາ, ຮານານ, 11 ມີກາ, ເຣໂຮບ, ຮາຊາບີຢາ, 12 ຊັກກູເຣ, ເຊເຣບີຢາ, ເຊບານີຢາ, 13 ໂຮດີຢາ, ບານີ ແລະເບນີນູ. 14 ຜູ້ນຳປະຊາຊົນ: ປາຣົດ, ປາຮາດໂມອາບ, ເອລາມ, ຊັດຕຸ, ບານີ, 15 ບັນນີ, ອາຊະກາດ, ເບບາຍ, 16 ອາໂດນີຢາ, ບິກໄຫວ, ອາດິນ, 17 ອາເຕ, ເຮເຊກີຢາ, ອັດຊູຣະ, 18 ໂຮດີຢາ, ຮາຊຸມ, ເບໄຊ, 19 ຮາຣິບ, ອານາທົດ, ເນບາຍ, 20 ມາກປີອັດຊະ, ເມຊຸນລຳ, ເຮຊີຣະ, 21 ເມເຊຊາເບນ, ຊາດົກ, ຢັດດູອາ, 22 ເປລາຕີຢາ, ຮານານ, ອານາອີຢາ, 23 ໂຮເຊຢາ, ຮານານີຢາ, ຮັດຊຸບ, 24 ຮັນໂລເຮັດ, ປິນຮາ, ໂຊເບັກ, 25 ເຣຮຸມ, ຮາຊັບນາ, ມາອາເສອີຢາ, 26 ອາຮີຢາ, ຮານານ, ອານານ, 27 ມັນລຸກ, ຮາຣິມ ແລະບາອານາ. ຂໍ້ຕົກລົງ 28 “ພວກຂ້ານ້ອຍ ປະຊາຊົນອິດສະຣາເອນ ຄືພວກປະໂຣຫິດຊາວເລວີ ແລະພວກເຝົ້າຍາມ, ບັນດານັກຮ້ອງ, ຜູ້ຮັບໃຊ້ປະຈຳພຣະວິຫານ ແລະທຸກຄົນທີ່ເຊື່ອຟັງກົດບັນຍັດຂອງພຣະເຈົ້າ ໄດ້ແຍກຕົນເອງອອກຈາກຊາວຕ່າງຊາດທີ່ອາໄສຢູ່ໃນດິນແດນຂອງພວກຂ້ານ້ອຍ. ພວກຂ້ານ້ອຍພ້ອມດ້ວຍລູກເມຍຂອງພວກຂ້ານ້ອຍທຸກຄົນເຕີບໃຫຍ່ພໍທີ່ຈະເຂົ້າໃຈໄດ້ 29 ຂໍຮ່ວມກັບບັນດາຜູ້ນຳຂອງພວກຂ້ານ້ອຍໃນທີ່ນີ້ ພາຍໃຕ້ຄຳສາບແຊ່ງອັນມີໂທດຮ້າຍແຮງ ຖ້າພວກຂ້ານ້ອຍຝ່າຝືນຂໍ້ຕົກລົງນີ້ ຂໍສາບານວ່າພວກຂ້ານ້ອຍຈະດຳເນີນຊີວິດຕາມກົດບັນຍັດ ຊຶ່ງພຣະເຈົ້າໄດ້ມອບໃຫ້ຜ່ານທາງໂມເຊ ຜູ້ຮັບໃຊ້ຂອງພຣະເຈົ້າ; ວ່າພວກຂ້ານ້ອຍຈະກະທຳຕາມສິ່ງທັງໝົດທີ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກຂ້ານ້ອຍໄດ້ສັ່ງ; ແລະວ່າພວກຂ້ານ້ອຍຈະຢຶດຖືກົດບັນຍັດ ແລະຂໍ້ກຳນົດຕ່າງໆຂອງພຣະອົງ. 30 ພວກຂ້ານ້ອຍຈະບໍ່ແຕ່ງງານກັບຊາວຕ່າງຊາດທີ່ອາໄສຢູ່ໃນດິນແດນຂອງພວກຂ້ານ້ອຍນີ້. 31 ຖ້າຄົນຕ່າງຊາດນຳເຂົ້າ ຫລືສິ່ງຂອງໃດໆ ມາຂາຍໃຫ້ພວກຂ້ານ້ອຍໃນວັນຊະບາໂຕ ຫລືໃນວັນສັກສິດອື່ນໆ ພວກຂ້ານ້ອຍກໍຈະບໍ່ຊື້ນຳພວກເຂົາ. ທຸກໆເຈັດປີໃດພວກຂ້ານ້ອຍຈະບໍ່ເຮັດໄຮ່ໄຖນາ ແລະຈະຍົກໜີ້ທັງໝົດໃຫ້ແກ່ຜູ້ທີ່ກູ້ຢືມ. 32 ທຸກໆປີໃດ ພວກຂ້ານ້ອຍຈະບໍລິຈາກເງິນຈຳນວນຫ້າກຼາມ ສຳລັບການຮັບໃຊ້ໃນວິຫານຂອງພຣະເຈົ້າຂອງພວກຂ້ານ້ອຍ. 33 ພວກຂ້ານ້ອຍຈະຈັດຫາໄວ້ສຳລັບການນະມັດສະການໃນພຣະວິຫານ ດັ່ງນີ້: ເຂົ້າຈີ່ສັກສິດ, ພືດຜົນເປັນເມັດທີ່ຖວາຍປະຈຳວັນ, ສັດຫລາຍໂຕທີ່ຕ້ອງເຜົາບູຊາແຕ່ລະວັນ, ເຄື່ອງຖວາຍບູຊາສັກສິດສຳລັບວັນຊະບາໂຕ, ສຳລັບວັນເດືອນຂຶ້ນໃໝ່ ແລະສຳລັບວັນອື່ນໆ, ເຄື່ອງຖວາຍບູຊາສັກສິດອື່ນໆ, ເຄື່ອງຖວາຍບູຊາເພື່ອລຶບລ້າງບາບຂອງຊາດອິດສະຣາເອນ ແລະສິ່ງອື່ນໆອີກ ທີ່ຈຳເປັນສຳລັບພຣະວິຫານ. 34 ພວກຂ້ານ້ອຍ, ປະຊາຊົນ, ບັນດາປະໂຣຫິດ ແລະຊາວເລວີ ຈະໃຊ້ສະຫລາກແຕ່ລະປີ ເພື່ອຕັດສິນຊີ້ຂາດຢ່າງຄັກແນ່ວ່າ ຕະກຸນໃດຈະເປັນຜູ້ຈັດຫາຟືນມາທີ່ວິຫານຂອງພຣະເຈົ້າຂອງພວກຂ້ານ້ອຍ ເພື່ອເຜົາບູຊາຖວາຍແກ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກຂ້ານ້ອຍ ຕາມທີ່ກົດບັນຍັດຂອງພຣະອົງໄດ້ຂຽນໄວ້. 35 ແຕ່ລະປີໃດ ພວກຂ້ານ້ອຍຈະນຳພືດຜົນເປັນເມັດທີ່ໄດ້ເກັບກ່ຽວເທື່ອທຳອິດ ແລະໝາກໄມ້ທີ່ສຸກເທື່ອທຳອິດຈາກຕົ້ນມາທີ່ວິຫານຂອງພຣະເຈົ້າຢາເວ. 36 ລູກຊາຍກົກແຕ່ລະຄົນຂອງພວກຂ້ານ້ອຍ ຈະຕ້ອງຖືກນຳໄປຫາປະໂຣຫິດທີ່ວິຫານຂອງພຣະເຈົ້າຂອງພວກຂ້ານ້ອຍ ແລະຖວາຍລາວແກ່ພຣະເຈົ້າຢູ່ໃນທີ່ນັ້ນ ຕາມທີ່ກົດບັນຍັດໄດ້ຂຽນໄວ້. ພວກຂ້ານ້ອຍຍັງຈະຖວາຍລູກກົກຂອງງົວເຖິກ, ຂອງງົວແມ່ແຕ່ລະໂຕ ແລະລູກກົກຂອງແກະເຖິກ ຫລືລູກແກະ ຫລືລູກແບ້ແຕ່ລະໂຕດ້ວຍ. 37 ທຸກໆປີໃດ ພວກຂ້ານ້ອຍຈະນຳເຂົ້າໜົມທີ່ບໍ່ໄດ້ຈີ່ ຊຶ່ງເຮັດຈາກພືດຜົນເປັນເມັດທີ່ເກັບກ່ຽວແຕ່ຕົ້ນປີພ້ອມທັງເຫຼົ້າອະງຸ່ນ, ນໍ້າມັນໝາກກອກເທດ ແລະໝາກໄມ້ຊະນິດຕ່າງໆມາໃຫ້ປະໂຣຫິດຖວາຍໃນວິຫານຂອງພຣະເຈົ້າ. ພວກຂ້ານ້ອຍຈະນຳໜຶ່ງສ່ວນສິບຂອງພືດຜົນຈາກໄຮ່ນາ ແລະໜຶ່ງສ່ວນສິບຂອງພືດຜົນຈາກດິນແດນຂອງພວກຂ້ານ້ອຍມາໃຫ້ຊາວເລວີ. 38 ພວກປະໂຣຫິດທີ່ສືບເຊື້ອສາຍມາຈາກອາໂຣນຈະໄປກັບຊາວເລວີ ເມື່ອເກັບເອົາໜຶ່ງສ່ວນສິບນັ້ນ; ແລະເພື່ອຮັບໃຊ້ໃນວິຫານຂອງພຣະເຈົ້າຂອງພວກຂ້ານ້ອຍ ໃຫ້ຊາວເລວີຖວາຍໜຶ່ງສ່ວນສິບຈາກສິ່ງຂອງຂອງພວກຕົນ ຊຶ່ງໄດ້ມາຈາກໜຶ່ງສ່ວນສິບທັງໝົດນີ້ ໃຫ້ແກ່ຄັງຂອງວິຫານຂອງພຣະເຈົ້າຂອງພວກຂ້ານ້ອຍເໝືອນກັນ. 39 ປະຊາຊົນຊາວອິດສະຣາເອນ ແລະຊາວເລວີຈະຕ້ອງບໍລິຈາກພືດຜົນເປັນເມັດ, ເຫຼົ້າອະງຸ່ນ ແລະນໍ້າມັນໝາກກອກເທດ ໄວ້ໃນຄັງບ່ອນມ້ຽນເຄື່ອງໃຊ້ປະຈຳພຣະວິຫານ ໃນບ່ອນທີ່ບັນດາປະໂຣຫິດປະຈຳການ, ໃນບ່ອນພວກຄົນເຝົ້າຍາມ ແລະໃນບ່ອນທີ່ສະມາຊິກກຸ່ມນັກຮ້ອງອາໄສຢູ່. ພວກຂ້ານ້ອຍຈະບໍ່ລະເລີຍຕໍ່ວິຫານຂອງພຣະເຈົ້າຂອງພວກຂ້ານ້ອຍ.” |
@ 2012 United Bible Societies. All Rights Reserved.