ນາຮູມ 3 - ພຣະຄຳພີສັກສິ1 ຮັບເຄາະກຳສາແລ້ວ ເມືອງທີ່ຂີ້ຕົວະ ເມືອງແຫ່ງອາຊະຍາກອນ ເມືອງທີ່ເຕັມແຕ່ເຄື່ອງປຸ້ນ 2 ຈົ່ງຟັງສຽງໄມ້ແສ້ ສຽງລໍ້ລົດໝູນໄປ ສຽງມ້າແລ່ນຫອບໄວໆ ແລະສຽງລົດຮົບກະທົບກະແທກ 3 ທະຫານມ້າປະທະກັນດ້ວຍດາບແວບວັບເປັນແສງ ສ່ວນຫອກທີ່ໃຊ້ແທງກໍເປັນແສງຟົ້ງໄປຂ້າງໜ້າ ຊາກສົບຂອງຄົນຕາຍນັບບໍ່ໄດ້ ທັບກັນຂຶ້ນເປັນກອງ ຄົນຕ້ອງຍ່າງໂຊເຊລົ້ມທັບເທິງກອງຊາກສົບນັ້ນ 4 ນີເນເວ ຍິງແພດສະຫຍາຖືກລົງໂທດແລ້ວເດ ນາງຜູ້ມີສະເໜ່ລໍ້ລວງຄົນທັງຫລາຍໃຫ້ຕາຍຍ້ອນ; ນາງເຮັດໃຫ້ຊາດຕ່າງໆຫລົງໄຫລໄປນຳ ແລະເຮັດໃຫ້ຄົນກາຍເປັນທາດຮັບໃຊ້ທັງປະເທດ. 5 ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ກ່າວວ່າ, “ນີເນເວເອີຍ ເຮົາຈະລົງໂທດເຈົ້າ ເຮົາຈະແກ້ເສື້ອຜ້າເຈົ້າ ແລະແບກາຍເຈົ້າຄືກັນ ໃຫ້ຊາດຕ່າງໆເຫັນຂອງລັບ ໜ້າອັບອາຍຂອງເຈົ້າ. 6 ເຮົາຈະເຮັດຕໍ່ເຈົ້າ ຢ່າງດູຖູກຫຍໍ້ຫຍັນ ໃຫ້ສິ່ງເປິເປຶ້ອນປະດັບທີ່ເທິງກາຍຂອງເຈົ້າ ຄົນທັງຫລາຍຕ່າງກໍຈ້ອງເບິ່ງເຈົ້າດ້ວຍສາຍຕາ ອັນຂະຍະຂະແຫຍງຈົນຂົນຕົວລຸກ. 7 ທຸກຄົນທີ່ເຫັນເຈົ້າກໍຈະປົບໜີໄປ ຄົນຈະເວົ້າວ່າ, ‘ນີເນເວເມືອງເພພັງຮົກຮ້າງ ແມ່ນຜູ້ໃດເດນໍ ທີ່ຈະເຫັນອົກເຫັນໃຈນີເນເວ? ແມ່ນຜູ້ໃດເດນໍ ທີ່ຢາກຈະປອບໃຈເຈົ້າ?”’ 8 ນີເນເວເອີຍ ເຈົ້າດີກວ່າເທເບເມືອງເອກຂອງເອຢິບຊັ້ນບໍ່? ເມືອງນີ້ມີແມ່ນໍ້າສອງສາຍ ເປັນຄືກຳແພງປ້ອງກັນເມືອງໄວ້ ຄືແມ່ນໍ້ານິນເປັນບ່ອນປ້ອງກັນຂອງມັນ. 9 ເທເບໄດ້ປົກຄອງຊູດານກັບເອຢິບ ແລະການປົກຄອງຂອງນາງກໍບໍ່ມີຂອບເຂດຈຳກັດ; ຝ່າຍລີເບຍກໍເປັນພັນທະມິດຂອງເມືອງເທເບ. 10 ແຕ່ປະຊາຊົນເມືອງເທເບໄດ້ຖືກຈັບໄປເປັນຊະເລີຍໃນຕ່າງຖິ່ນ. ບັນດາລູກໆຂອງພວກເຂົາໄດ້ຖືກຕີຈົນຕາຍຢູ່ຕາມທຸກແຈຂອງຖະໜົນຫົນທາງ. ບັນດາຜູ້ນຳຂອງພວກເຂົາໄດ້ຖືກລ່າມໂສ້ຄຸມໄປ ແລະຖືກແບ່ງປັນໃຫ້ພວກທີ່ຈັບພວກເຂົາໄປນັ້ນ. 11 ນີເນເວເອີຍ ເຈົ້າເອງກໍຈະຕົກຢູ່ໃນຄວາມມືດມົວເຊັ່ນດຽວກັນ ເຈົ້າເອງຈະພະຍາຍາມປົບໜີຈາກພວກສັດຕູຄືກັນ. 12 ປ້ອມປ້ອງກັນເມືອງທັງຫລາຍຂອງເຈົ້າເປັນດັ່ງຕົ້ນເດື່ອທີ່ມີໝາກເດື່ອສຸກ; ເມື່ອສັ່ນຕົ້ນຂອງມັນ ໝາກກໍຈະຕົກໃສ່ປາກຂອງພວກເຈົ້າໂລດ 13 ບັນດາທະຫານຂອງພວກເຈົ້າເປັນດັ່ງແມ່ຍິງ ແລະປະເທດຂອງເຈົ້າກໍຢືນຢູ່ຕໍ່ໜ້າສັດຕູ ຢ່າງບໍ່ມີໜ່ວຍປ້ອງກັນ. ໄຟຈະທຳລາຍທ່ອນເຫລັກທີ່ໃຊ້ກາດປະຕູເມືອງຂອງເຈົ້າ. 14 ຈົ່ງຕັກນໍ້າໄວ້ໃຊ້ໃນເວລາເມືອງຖືກປິດລ້ອມເຖີດ ແລະເສີມສ້າງປ້ອມປ້ອງກັນເມືອງໃຫ້ເຂັ້ມແຂງ ຈົ່ງຢຽບດິນໜຽວເພື່ອເຮັດກ້ອນດິນຈີ່ ແລະຈົ່ງຈັດຕຽມເຕົາເຜົາດິນຈີ່ໃຫ້ພ້ອມ, 15 ບໍ່ວ່າຈະເຮັດຫຍັງກໍຕາມ ເຈົ້າຈະຕ້ອງຖືກເຜົາໃຫ້ຕາຍ ຫລືຖືກຂ້າໃນສະໜາມຮົບ. ເຈົ້າຈະຖືກກວາດໄປຈົນກ້ຽງ ດັ່ງເຄື່ອງປູກທີ່ຝູງຕັກແຕນກັດກິນ. ເຈົ້າໄດ້ເພີ່ມພູນທະວີຂຶ້ນດັ່ງຝູງຕັກແຕນ, 16 ເຈົ້າໄດ້ຜະລິດພໍ່ຄ້າຫລາຍກວ່າດາວໃນທ້ອງຟ້າ ແຕ່ບັດນີ້ ພວກເຂົາກໍສູນຫາຍໄປໝົດສາແລ້ວ ເໝືອນຕັກແຕນທີ່ພືປີກອອກແລ້ວບິນໜີໄປ. 17 ບັນດາຂ້າຣາຊການຂອງເຈົ້ານັ້ນ ພວກເຂົາເປັນດັ່ງຝູງຕັກແຕນທີ່ຈັບຕາມກຳແພງໃນຍາມໜາວ. ເມື່ອຕາເວັນອອກມາ ພວກມັນຕ່າງກໍບິນໜີໄປໝົດ ແລະບໍ່ມີຜູ້ໃດຮູ້ວ່າພວກມັນໜີໄປໃສ. 18 ກະສັດແຫ່ງອັດຊີເຣຍ ຜູ້ສຳເລັດຣາຊການຂອງເຈົ້ານັ້ນຕາຍສາແລ້ວ ແລະພວກລ້ຽງແກະຂອງເຈົ້າກໍນອນຫລັບໄປເລີຍ ປະຊາຊົນຂອງເຈົ້າຖືກກະຈັດກະຈາຍຢູ່ຕາມເທິງພູ ແລະບໍ່ມີຜູ້ໃດນຳພວກເຂົາກັບຄືນມາອີກ. 19 ບໍ່ມີຫວ້ານຢາຫຍັງໃສ່ບາດແຜຂອງເຈົ້າ ແລະບາດແຜຂອງເຈົ້າກໍບໍ່ສາມາດປິ່ນປົວໃຫ້ດີໄດ້. ທຸກຄົນທີ່ຮູ້ວ່າເຈົ້າຖືກທຳລາຍ ຕ່າງກໍຕົບມືດ້ວຍຄວາມຍິນດີ. ມີຜູ້ໃດເດນໍ ທີ່ບໍ່ໄດ້ຮັບຄວາມທົນທຸກ ຍ້ອນຄວາມໂຫດຫ້ຽມອັນບໍ່ມີທີ່ສິ້ນສຸດຂອງເຈົ້າ? |
@ 2012 United Bible Societies. All Rights Reserved.