ນາຮູມ 2 - ພຣະຄຳພີສັກສິນີເນເວຫລົ້ມສະຫລາຍ 1 ນະຄອນນີເນເວເອີຍ ເຈົ້າຖືກໂຈມຕີສາແລ້ວ ອຳນາດທີ່ຈະທຳລາຍເຈົ້າໃຫ້ໝຸ່ນມາເຖິງສາແລ້ວ. ຈົ່ງເຝົ້າຍາມກຳແພງ ຈົ່ງເຝົ້າຍາມຫົນທາງ ຈົ່ງພາກັນລະດົມພົນທີ່ພວກເຈົ້າມີນັ້ນໄວ້. ( 2 ເພາະວ່າພຣະເຈົ້າຢາເວຈະເອົາຍົດສັກຂອງຢາໂຄບເໝືອນຢ່າງຍົດສັກຂອງອິດສະຣາເອນກັບຄືນມາສູ່ສະພາບເດີມ ເຫດວ່າພວກຜູ້ທຳລາຍໄດ້ປຸ້ນພວກເຂົາແລະໄດ້ທຳລາຍກິ່ງອະງຸ່ນທັງຫລາຍຂອງພວກເຂົາ.) 3 ກອງທັບສັດຕູມີທະຫານຖືໂລ້ ແລະນຸ່ງເຄື່ອງສີແດງ ພວກເຂົາກຳລັງຈັດຕຽມຕົວເຂົ້າສູ່ສະໜາມຮົບ ລົດຮົບຂອງພວກເຂົາເປັນແສງເໝືອນໄຟ ຝູງມ້າ ຂອງພວກເຂົາກໍຍ່າງໄປມາຢ່າງໂອ້ອວດ. 4 ລົດຮົບແລ່ນຕາມທາງກະທົບກະແທກຢ່າງແຮງ ໂດຍແລ່ນຟ້າວຟັ່ງໄປມາໃນກາງເມືອງທີ່ສີ່ແຍກ. ພວກມັນສົ່ງແສງເຍືອງໄປດັ່ງກະບອງ ສ່ອງແສງເຕັ້ນໄປດັ່ງແສງຟ້າແມບເຫລື້ອມ. 5 ກະສັດແຫ່ງນີເນເວເອີ້ນນາຍທະຫານຂອງຕົນອອກມາ ແຕ່ພວກເຂົາຕ່າງກໍເຕະສະດຸດເມື່ອມຸ້ງໜ້າໄປນັ້ນ. ພວກທີ່ບຸກລຸກກໍຟ້າວຟັ່ງໄປທີ່ກຳແພງເມືອງ ແລະພາກັນຕັ້ງທ່າຕຽມໂດຍໃຊ້ໂລ້ກຳບັງໄວ້. 6 ທັນໃດປະຕູທີ່ໃກ້ແມ່ນໍ້າກໍຖືກທະລຸອອກມາ ທີ່ຣາຊວັງກໍເຕັມໄປແຕ່ຄວາມຢ້ານໃຫຍ່. 7 ຣາຊີນີຖືກຈັບໄດ້ສາວໃຊ້ຮ້ອງໄຫ້ດັ່ງນົກເຂົາ ແລະຕ່າງກໍຕີເອິກດ້ວຍຈິດໃຈເສົ້າໂສກ 8 ດັ່ງເຂື່ອນແຕກນໍ້າໄຫລທັ່ງອອກເປັນສາຍທາລາ ປະຊາຊົນກໍຟ້າວຟັ່ງອອກມາແຕ່ນີເນເວ ທັງນັ້ນ ສຽງຮ້ອງດັງອອກມາວ່າ, “ຢຸດ ຢຸດສາກ່ອນ.” ແຕ່ຜູ້ທີ່ປົບໜີໄປບໍ່ມີຜູ້ໃດຫັນຄືນມາຕອບ. 9 ຈົ່ງປຸ້ນເອົາເງິນເຖີດ ຈົ່ງປຸ້ນເອົາຄຳໄປ ເພາະຊັບສົມບັດກໍມີເຕັມທົ່ວໄປໃນເມືອງນີ້. 10 ນີເນເວເອີຍ ເຈົ້າຖືກທຳລາຍສາແລ້ວ ເປັນເມືອງຮ້າງວ່າງຄົນແລະເປັນຖິ່ນເປົ່າປ່ຽວ ທຸກຄົນຕ່າງກໍຢ້ານຈົນອົກສັ່ນຂວັນເສຍ ຈົນຫົວເຂົ່າທຸກຄົນສັ່ນເຊັນດ້ວຍຄວາມຢ້ານ ແລະທຸກຄົນຕ່າງກໍໝົດເຫື່ອໝົດແຮງ ຈົນສີໜ້າມ້ານຫລ່າເຫລືອງໄປທັງນັ້ນ. 11 ບັດນີ້ ນະຄອນນີ້ໄປໃສແລ້ວນໍ? ກໍເປັນຖໍ້າບ່ອນທີ່ຝູງສິງມາອາໄສຢູ່ ເປັນຖໍ້າບ່ອນທີ່ຝູງສິງໜຸ່ມໄດ້ມີເຫຍື່ອກິນ ສິງຜູ້ທັງສິງແມ່ໄດ້ອາໄສຢ່າງປອດໄພກັບລູກໆ. 12 ສິງໄດ້ຂ້າເຫຍື່ອຂອງມັນກິນເປັນອາຫານ ແລ້ວກໍຈີກເຫຍື່ອທີ່ໄດ້ມາເປັນຕ່ອນໆ; ແລ້ວກໍປັນໃຫ້ສິງແມ່ ແລະລູກໆຂອງມັນກິນ ຈົນຖໍ້າເຕັມໄປດ້ວຍຊີ້ນສັດທີ່ມັນຂ້າມາໄດ້. 13 ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ກ່າວວ່າ, “ເຮົາເປັນສັດຕູຂອງເຈົ້າ ເຮົາຈະຈູດລົດຮົບຂອງເຈົ້າຖິ້ມໝົດ. ພວກທະຫານຂອງເຈົ້າຈະຖືກຂ້າໃນສະໜາມຮົບ ແລະເຮົາຈະເອົາທຸກສິ່ງທີ່ເຈົ້າໄດ້ມາຈາກຄົນອື່ນນັ້ນຄືນໄປ. ສຽງຮ້ອງຂໍຂອງຜູ້ສົ່ງຂ່າວຂອງເຈົ້າຈະບໍ່ໄດ້ຍິນອີກຕໍ່ໄປ.” |
@ 2012 United Bible Societies. All Rights Reserved.