ນາຮູມ 1 - ພຣະຄຳພີສັກສິ1 ຕໍ່ໄປນີ້ແມ່ນນິມິດທີ່ນາຮູມ ຊາວແອນໂກດ ໄດ້ເຫັນກ່ຽວກັບນະຄອນນີເນເວ. ພຣະເຈົ້າຢາເວໂກດຮ້າຍນະຄອນນີເນເວ 2 ພຣະເຈົ້າຢາເວເປັນພຣະເຈົ້າ ອົງຫວງແຫນ ແລະຕອບແທນ; ພຣະເຈົ້າຢາເວຕອບແທນ ແລະເຕັມດ້ວຍຄວາມໂກດຮ້າຍ ພຣະເຈົ້າຢາເວລົງໂທດພວກທີ່ຕໍ່ຕ້ານພຣະອົງ; ແລະແກ້ແຄ້ນພວກເຂົາເພາະພຣະອົງໂກດຮ້າຍ. 3 ພຣະເຈົ້າຢາເວບໍ່ຮ້າຍງ່າຍ ແຕ່ຊົງຣິດເຫລືອຫລາຍ ພຣະອົງບໍ່ເຄີຍປ່ອຍຄົນຜິດໜີໄປຢ່າງບໍ່ໄດ້ຮັບໂທດ. ບ່ອນທີ່ພຣະເຈົ້າຢາເວຍ່າງຍ້າຍລົມພະຍຸກໍໂຜ່ຂຶ້ນມາ ເມກໝອກເປັນຂີ້ຝຸ່ນດິນມີຄວັນທີ່ຕີນພຣະອົງ 4 ພຣະອົງສັ່ງທະເລກວ້າງ ແລະກໍເຫືອດແຫ້ງລົງ ທັງເຮັດໃຫ້ແມ່ນໍ້າທັງຫລາຍບົກແຫ້ງໝົດສິ້ນ. ທົ່ງບາຊານກໍແຫ້ງແລ້ງ ພູກາເມນກໍເຫລືອງຫລ່າ ມວນມາລາໃນເລບານອນກໍຫ່ຽວແຫ້ງຕາຍໄປ. 5 ຊ້ອງໜ້າພຣະອົງ ພູເຂົາທັງຫລາຍກໍຫວັ່ນໄຫວ ທັງເນີນພູຕ່າງໆກໍເຈື່ອນລົງໝົດຕໍ່ໜ້າພຣະອົງ; ເມື່ອພຣະອົງປາກົດມາ ແຜ່ນດິນໂລກກໍຫວັ່ນໄຫວ ໂລກທັງຄົນໃນໂລກ ກໍສັ່ນເຊັນດ້ວຍຄວາມຢ້ານ. 6 ເມື່ອພຣະອົງໂກດຮ້າຍແມ່ນຜູ້ໃດແດ່ລອດຊີວິດເດ? ແມ່ນຜູ້ໃດລອດຊີວິດນໍເມື່ອພຣະອົງກິ້ວໂກດ? ພຣະອົງເທຄວາມໂກດຮ້າຍເປັນໄຟທີ່ເຜົາຜານ ໂງ່ນຫີນກໍໝຸ່ນເປັນຝຸ່ນດິນຢູ່ຊ້ອງໜ້າພຣະອົງ. 7 ພຣະເຈົ້າຢາເວດີເລີດ ແລະແສນປະເສີດຫລາຍ ພຣະອົງປົກປ້ອງຄຸ້ມຄອງປະຊາຊົນຂອງພຣະເຈົ້າ ຄືຄຸ້ມຄອງພວກເຂົາເຈົ້າໃນຄາວລຳບາກມາເຖິງ ທັງຫ່ວງໃຍພວກທີ່ຕ່າວຄືນມາຫາພຣະອົງ. 8 ດັ່ງນໍ້າມາກທີ່ໄຫລແຮງ ພຣະອົງທຳລາຍສັດຕູ ຂອງພຣະອົງໃຫ້ດັບສູນສິ້ນ; ພວກແຂງຂໍ້ຕໍ່ພຣະອົງນັ້ນກໍຕົກຖືກຄວາມຕາຍ ທັງຖືກສົ່ງລົງໄປສູ່ແດນມໍຣະນາພຸ້ນ. 9 ພວກເຈົ້າວາງແຜນຮ້າຍຕໍ່ສູ້ພຣະເຈົ້າຢາເວຢູ່ບໍ? ພຣະອົງຈະທຳລາຍຖິ້ມໝົດໂດຍຄັດຄ້ານອີກບໍ່ໄດ້. 10 ພວກເຈົ້າ ນັກດື່ມເຫຼົ້າຈະຖືກເຜົາຜານໝົດ ເໝືອນໄຟໄໝ້ກໍໜາມ ແລະຫຍ້າແຫ້ງ. 11 ນີເນເວເອີຍ ຈາກເຈົ້ານັ້ນໄດ້ມີຄົນໜຶ່ງ ທີ່ເຕັມໄປດ້ວຍແຜນການອັນຊົ່ວຮ້າຍ ຄືຜູ້ທີ່ໄດ້ກະບົດຕໍ່ສູ້ພຣະເຈົ້າຢາເວ. 12 ພຣະເຈົ້າຢາເວກ່າວດັ່ງນີ້ວ່າ, “ເຖິງແມ່ນວ່າຊາວອັດຊີເຣຍແຂງແຮງ ແລະມີຈຳນວນຫລວງຫລາຍກໍຕາມ ພວກເຂົາກໍຈະຖືກທຳລາຍແລະຈະດັບສູນໄປ. ປະຊາຊົນຂອງເຮົາເອີຍ ເຮົາໄດ້ເຮັດໃຫ້ເຈົ້າທົນທຸກທໍລະມານ ແຕ່ເຮົາຈະບໍ່ເຮັດຕໍ່ໄປອີກ. 13 ບັດນີ້ ເຮົາຈະປົດອຳນາດຂອງອັດຊີເຣຍອອກຈາກເຈົ້າ ແລະຈະຫັກໂສ້ທີ່ລ່າມເຈົ້າໄວ້ນັ້ນອອກ.” 14 ພຣະເຈົ້າຢາເວໄດ້ສັ່ງການຕໍ່ເຈົ້າຊາວອັດຊີເຣຍດັ່ງນີ້: “ພວກເຈົ້າຈະບໍ່ມີເຊື້ອສາຍສືບຕໍ່ໃຫ້ຕະກຸນຂອງພວກເຈົ້າ. ເຮົາຈະທຳລາຍຮູບເຄົາຣົບທີ່ວິຫານຂອງບັນດາພະຂອງພວກເຈົ້າ. ເຮົາກຳລັງຕຽມຂຸມຝັງສົບໄວ້ສຳລັບພວກເຈົ້າ. ພວກເຈົ້າບໍ່ສົມຄວນທີ່ຈະມີຊີວິດຢູ່ຕໍ່ໄປ.” 15 ເບິ່ງດູ ຜູ້ສົ່ງຂ່າວກຳລັງນຳຂ່າວດີຂ້າມພູເຂົາທັງຫລາຍມາ ພວກເຂົາກຳລັງເດີນທາງມາ ເພື່ອປະກາດສັນຕິສຸກ ປະຊາຊົນຢູດາເອີຍ ຈົ່ງສະເຫລີມສະຫລອງເທດສະການຕ່າງໆຂອງພວກເຈົ້າສາ ແລະຈົ່ງຖວາຍສິ່ງທີ່ພວກເຈົ້າໄດ້ສັນຍາໄວ້ຢ່າງໜັກແໜ້ນກັບພຣະເຈົ້າ. ຄົນຊົ່ວຮ້າຍຈະບໍ່ບຸກລຸກດິນແດນຂອງພວກເຈົ້າອີກຈັກເທື່ອ. ພວກເຂົາໄດ້ຖືກທຳລາຍຢ່າງໝົດກ້ຽງສາແລ້ວ. |
@ 2012 United Bible Societies. All Rights Reserved.