ມາຣະໂກ 7 - ພຣະຄຳພີສັກສິຄຳສອນທີ່ສືບທອດມາຈາກປູ່ຍ່າຕາຍາຍ ( ມທ 15:1-9 ) 1 ເມື່ອນັ້ນ ພວກຟາຣີຊາຍແລະພວກທຳມະຈານ ບາງຄົນໄດ້ມາແຕ່ນະຄອນເຢຣູຊາເລັມ ແລະເຕົ້າໂຮມກັນອ້ອມພຣະເຢຊູເຈົ້າ. 2 ພວກເຂົາໄດ້ສັງເກດເຫັນວ່າ ພວກສາວົກຂອງພຣະອົງກິນເຂົ້າໂດຍບໍ່ໄດ້ລ້າງມືຕາມພິທີກ່ອນ. ( 3 ສ່ວນພວກຟາຣີຊາຍແລະຄົນຢິວທົ່ວໄປນັ້ນ ປະຕິບັດຕາມຄຳສອນທີ່ສືບທອດມາຈາກປູ່ຍ່າຕາຍາຍວ່າ ຖ້າບໍ່ລ້າງມືຕາມພິທີ ຄືແຕ່ມືເຖິງຂໍ່ມືຂອງພວກເຂົາ ກໍບໍ່ກິນອາຫານ; 4 ແລະ ເມື່ອພວກເຂົາມາຈາກຕະຫລາດ ຖ້າບໍ່ໄດ້ຊຳລະຕົວກ່ອນ ພວກເຂົາກໍບໍ່ຍອມກິນ. ນອກຈາກນີ້ ພວກເຂົາຍັງຖືທຳນຽມອື່ນໆອີກຫລາຍຢ່າງເຊັ່ນວ່າ: ການລ້າງຖ້ວຍຊາມ, ໝໍ້, ເຄື່ອງໃຊ້ເປັນທອງແດງ ແລະທອງເຫລືອງ ແລະຕຽງນອນ.) 5 ສະນັ້ນ ພວກຟາຣີຊາຍແລະພວກທຳມະຈານ ຈຶ່ງຖາມພຣະເຢຊູເຈົ້າວ່າ, “ເປັນຫຍັງພວກສາວົກຂອງທ່ານ ຈຶ່ງບໍ່ປະຕິບັດຕາມຄຳສອນ ທີ່ສືບທອດມາຈາກປູ່ຍ່າຕາຍາຍ, ແຕ່ກິນອາຫານດ້ວຍມືບໍ່ສະອາດ?” 6 ພຣະເຢຊູເຈົ້າຕອບພວກເຂົາວ່າ, “ເອຊາຢາໄດ້ທຳນວາຍຄັກແນ່ ເຖິງພວກເຈົ້າຜູ້ເປັນຄົນໜ້າຊື່ໃຈຄົດ ຕາມທີ່ເພິ່ນໄດ້ຂຽນໄວ້ວ່າ, ‘ຄົນພວກນີ້ໃຫ້ກຽດເຮົາແຕ່ປາກ ສ່ວນວ່າຈິດໃຈຫ່າງໄກຈາກເຮົາ. 7 ການທີ່ພວກເຂົານະມັດສະການເຮົານັ້ນ ບໍ່ມີປະໂຫຍດຕໍ່ພວກເຂົາຫຍັງໝົດ ດ້ວຍວ່າ, ພວກເຂົາສັ່ງສອນເອົາທຳນຽມ ຂອງມະນຸດມາຕູ່ຫາວ່າ ເປັນຄຳສັ່ງສອນຂອງພຣະເຈົ້າ.”’ 8 “ພວກເຈົ້າປະຂໍ້ບັນຍັດຂອງພຣະເຈົ້າ ແລະປະຕິບັດຕາມຄຳສອນທີ່ສືບທອດມາຈາກມະນຸດ.” 9 ແລ້ວພຣະເຢຊູເຈົ້າກໍກ່າວຕໍ່ໄປວ່າ, “ເກີນວ່າດີແທ້ນໍ ທີ່ເຈົ້າທັງຫລາຍໄດ້ປະຖິ້ມກົດບັນຍັດຂອງພຣະເຈົ້າ ເພື່ອໄປຢຶດຖືຄຳສັ່ງສອນຂອງພວກເຈົ້າເອງ. 10 ໂມເຊໄດ້ສັ່ງໄວ້ວ່າ, ‘ຈົ່ງເຄົາຣົບນັບຖືພໍ່ແມ່ຂອງຕົນ’ ແລະ ‘ຜູ້ໃດກໍຕາມທີ່ປ້ອຍດ່າ ສາບແຊ່ງພໍ່ແມ່ຂອງຕົນຕ້ອງຖືກລົງໂທດເຖິງຕາຍ.’ 11 ແຕ່ຝ່າຍພວກເຈົ້າກັບເວົ້າວ່າ, ‘ຖ້າຜູ້ໃດຈະເວົ້າກັບບິດາມານດາວ່າ, ສິ່ງໃດຂອງຂ້ອຍທີ່ອາດຊ່ວຍເຫລືອເຈົ້າໄດ້ ສິ່ງນັ້ນເປັນ ໂກຣະບານ’ (ຄື ເປັນຂອງຖວາຍໄຫວ້ແລ້ວ), 12 ເຈົ້າທັງຫລາຍກໍບໍ່ອະນຸຍາດໃຫ້ຜູ້ນັ້ນຊ່ວຍເຫລືອພໍ່ແມ່ຂອງຕົນ. 13 ດ້ວຍວິທີນີ້ແຫຼະ ຄຳສັ່ງສອນທີ່ສືບທອດຕໍ່ກັນມາ ຈຶ່ງໄດ້ລຶບລ້າງພຣະທຳຂອງພຣະເຈົ້າ, ນອກນັ້ນຍັງມີອີກຫລາຍຢ່າງທີ່ພວກເຈົ້າເຮັດຜິດແບບນີ້.” ສິ່ງທີ່ເຮັດໃຫ້ມະນຸດຊົ່ວມົວໝອງ ( ມທ 15:10-20 ) 14 ແລ້ວພຣະເຢຊູເຈົ້າກໍໄດ້ເອີ້ນປະຊາຊົນມາຫາພຣະອົງອີກເທື່ອໜຶ່ງ ແລະກ່າວແກ່ພວກເຂົາວ່າ, “ເຈົ້າທັງຫລາຍ ຈົ່ງຟັງເຮົາເວົ້າແລະເຂົ້າໃຈເອົາ. 15 ບໍ່ມີສິ່ງໃດທີ່ຢູ່ພາຍນອກ ທີ່ມະນຸດກິນເຂົ້າໄປພາຍໃນແລ້ວ ເຮັດໃຫ້ມະນຸດຊົ່ວມົວໝອງ, ແຕ່ແມ່ນສິ່ງທີ່ອອກມາຈາກໃຈມະນຸດນັ້ນແຫຼະ ທີ່ເຮັດໃຫ້ມະນຸດຊົ່ວມົວໝອງ. [ 16 ຜູ້ໃດມີຫູຟັງ ຈົ່ງຟັງເອົາ”] 17 ເມື່ອພຣະເຢຊູເຈົ້າໄດ້ຈາກປະຊາຊົນໄປ ແລະເຂົ້າໃນເຮືອນແລ້ວ ພວກສາວົກໄດ້ຖາມພຣະອົງເຖິງຄຳອຸປະມານັ້ນ. 18 ພຣະເຢຊູເຈົ້າຕອບພວກເພິ່ນວ່າ, “ພວກເຈົ້າກໍຍັງບໍ່ເຂົ້າໃຈເໝືອນກັນກັບພວກເຂົາບໍ? ພວກເຈົ້າບໍ່ເຂົ້າໃຈບໍວ່າ ທຸກສິ່ງທີ່ມະນຸດກິນເຂົ້າໄປ ບໍ່ອາດເຮັດໃຫ້ມະນຸດຊົ່ວມົວໝອງໄດ້, 19 ເພາະສິ່ງນັ້ນບໍ່ໄດ້ເຂົ້າໄປໃນຈິດໃຈ ແຕ່ເຂົ້າໄປໃນທ້ອງແລ້ວກໍຖ່າຍອອກມາ.” (ການເວົ້າເຊັ່ນນີ້ ພຣະເຢຊູເຈົ້າໝາຍຄວາມວ່າ ອາຫານທຸກຊະນິດເປັນຂອງກິນໄດ້.) 20 ແລ້ວພຣະອົງກໍກ່າວຕໍ່ໄປອີກວ່າ, “ແມ່ນສິ່ງທີ່ອອກມາຈາກພາຍໃນມະນຸດນັ້ນແຫຼະ ທີ່ເຮັດໃຫ້ມະນຸດຊົ່ວມົວໝອງ. 21 ເພາະແມ່ນຄວາມຄິດຊົ່ວຮ້າຍຈາກພາຍໃນຄື: ການຜິດຊາຍຍິງ, ການລັກ, ການຂ້າຄົນ, 22 ການຫລິ້ນຊູ້ສູ່ຜົວເມຍ, ການໂລບມາກໂລພາ, ການຊົ່ວນາໆປະການເປັນຕົ້ນ: ການຫລອກລວງ, ການຫຍາບຊ້າ, ການອິດສາບັງບຽດ, ການດູໝິ່ນນິນທາ, ການຈອງຫອງພອງຕົວ ແລະການກະທຳໃນສິ່ງທີ່ໂງ່ຈ້າ, 23 ສິ່ງເຫຼົ່ານີ້ ລ້ວນແຕ່ອອກມາຈາກພາຍໃນມະນຸດ ແລະເຮັດໃຫ້ມະນຸດຊົ່ວມົວໝອງ.” ຄວາມເຊື່ອຂອງຍິງຄົນໜຶ່ງ ( ມທ 15:21-28 ) 24 ຕໍ່ມາ ພຣະເຢຊູເຈົ້າໄດ້ຈາກທີ່ນັ້ນ ໄປຍັງຂົງເຂດໜຶ່ງທີ່ຢູ່ໃກ້ກັບເມືອງຕີເຣ, ພຣະອົງໄດ້ເຂົ້າໄປໃນເຮືອນຫລັງໜຶ່ງ ແລະບໍ່ຢາກໃຫ້ຜູ້ໃດຮູ້ວ່າພຣະອົງຢູ່ໃນທີ່ນັ້ນ, ແຕ່ພຣະອົງກໍບໍ່ອາດຫລົບຫລີກໄດ້. 25 ແລ້ວກໍມີຍິງຄົນໜຶ່ງທີ່ລູກສາວຖືກຜີຊົ່ວຮ້າຍສິງ ໄດ້ຍິນເຖິງເລື່ອງພຣະເຢຊູເຈົ້າ ແລະໃນທັນໃດນັ້ນ ນາງຈຶ່ງມາຫາພຣະເຢຊູເຈົ້າ ແລະຂາບລົງທີ່ຕີນຂອງພຣະອົງ. 26 ຍິງຜູ້ນີ້ເປັນຊາວກຣີກເກີດຢູ່ໃນໂຟນີເຊຍ ປະເທດຊີເຣຍ, ນາງອ້ອນວອນຂໍພຣະເຢຊູເຈົ້າໃຫ້ຂັບໄລ່ຜີຊົ່ວຮ້າຍອອກຈາກລູກສາວຂອງນາງ. 27 ແຕ່ພຣະເຢຊູເຈົ້າຕອບວ່າ, “ໃຫ້ເດັກນ້ອຍທັງຫລາຍຂອງເຮົາກິນອີ່ມກ່ອນ, ບໍ່ເປັນການສົມຄວນທີ່ຈະໂຍນອາຫານຂອງລູກໃຫ້ໝາ.” 28 ນາງຕອບວ່າ, “ແມ່ນແລ້ວທ່ານເອີຍ ແມ່ນແຕ່ໝາທີ່ຢູ່ກ້ອງໂຕະກໍຍັງກິນເສດອາຫານຂອງເດັກນ້ອຍ.” 29 ສະນັ້ນ ພຣະເຢຊູເຈົ້າຈຶ່ງກ່າວແກ່ນາງວ່າ, “ເພາະຄຳເວົ້າດັ່ງກ່າວນີ້ ເຈົ້າຈົ່ງກັບເມືອເຮືອນສາ, ຜີມານຮ້າຍໄດ້ອອກຈາກລູກສາວຂອງເຈົ້າແລ້ວ.” 30 ນາງຈຶ່ງກັບເມືອເຮືອນ ແລະເຫັນລູກສາວຂອງຕົນນອນຢູ່ເທິງຕຽງ, ຜີມານຮ້າຍໄດ້ອອກຈາກນາງແລ້ວ. ພຣະເຢຊູເຈົ້າຊົງໂຜດຄົນຫູໜວກປາກກືກໃຫ້ດີ 31 ຕໍ່ມາ ພຣະເຢຊູເຈົ້າໄດ້ຈາກຂົງເຂດຕີເຣ ແລະຜ່ານໄປທາງເມືອງຊີໂດນສູ່ທະເລສາບຄາລີເລ ໂດຍຜ່ານໄປທາງຂົງເຂດເດກາໂປລີ. 32 ປະຊາຊົນບາງຄົນໄດ້ນຳຄົນຫູໜວກປາກກືກຜູ້ໜຶ່ງ ມາຫາພຣະເຢຊູເຈົ້າ ແລະຂໍຮ້ອງພຣະອົງໃຫ້ວາງມືໃສ່ລາວ. 33 ດັ່ງນັ້ນ ພຣະອົງຈຶ່ງພາຄົນນີ້ອອກໄປຫ່າງຈາກປະຊາຊົນຢູ່ຕ່າງຫາກ, ແລ້ວພຣະອົງກໍໃຊ້ນິ້ວມືແຍ່ຫູຊາຍຄົນນີ້ທັງສອງເບື້ອງ ແລະບ້ວນນໍ້າລາຍໃສ່ມືແປະໃສ່ລີ້ນຂອງຄົນນີ້. 34 ແລ້ວພຣະອົງກໍເງີຍໜ້າຂຶ້ນສູ່ສະຫວັນ ຖອນຫາຍໃຈ ແລະກ່າວແກ່ຄົນນີ້ວ່າ, “ເອຟາທາ” ຊຶ່ງໝາຍຄວາມວ່າ, “ຈົ່ງໄຂອອກ”. 35 ໃນທັນໃດນັ້ນ ຫູຂອງຊາຍຄົນນີ້ກໍໄດ້ຍິນ ແລະສິ່ງທີ່ຂັດລີ້ນຂອງລາວກໍຫລຸດອອກທັງເວົ້າໄດ້ສະດວກດີ. 36 ແລ້ວພຣະເຢຊູເຈົ້າກໍສັ່ງປະຊາຊົນບໍ່ໃຫ້ບອກເລື່ອງນີ້ແກ່ຜູ້ໃດ, ແຕ່ຍິ່ງສັ່ງຫ້າມກໍຍິ່ງຊ່າລືກັນໄປຫລາຍ. 37 ປະຊາຊົນຕ່າງກໍງຶດປະຫລາດໃຈຫລາຍຈຶ່ງເວົ້າກັນວ່າ, “ທຸກສິ່ງທີ່ທ່ານໄດ້ເຮັດ ລ້ວນແຕ່ເປັນການດີທັງສິ້ນ ແມ່ນແຕ່ຄົນຫູໜວກທ່ານກໍເຮັດໃຫ້ໄດ້ຍິນ ແລະຄົນປາກກືກກໍເຮັດໃຫ້ປາກໄດ້.” |
@ 2012 United Bible Societies. All Rights Reserved.