ມາຣະໂກ 6 - ພຣະຄຳພີສັກສິຊາວນາຊາເຣັດບໍ່ຍອມຮັບພຣະເຢຊູເຈົ້າ ( ມທ 13:53-58 ; ລກ 4:16-30 ) 1 ພຣະເຢຊູເຈົ້າໄດ້ຈາກບ່ອນນັ້ນ ແລະກັບຄືນໄປທີ່ເມືອງຂອງພຣະອົງ ໂດຍມີພວກສາວົກຂອງພຣະອົງຕິດຕາມໄປນຳ. 2 ພໍເຖິງວັນຊະບາໂຕ ພຣະອົງກໍໄດ້ຕັ້ງຕົ້ນສັ່ງສອນໃນທຳມະສາລາ ປະຊາຊົນຫລວງຫລາຍຢູ່ໃນທີ່ນັ້ນ ແລະເມື່ອພວກເຂົາໄດ້ຍິນຄຳສອນຂອງພຣະອົງ ທຸກຄົນຕ່າງກໍງຶດປະຫລາດໃຈ ພວກເຂົາຖາມກັນວ່າ, “ຄົນນີ້ເອົາຄຳສັ່ງສອນທັງໝົດນີ້ມາແຕ່ໃສ? ສະຕິປັນຍາທີ່ໄດ້ໃຫ້ແກ່ຄົນນີ້ແມ່ນປັນຍາຢ່າງໃດ? ເພາະການອັດສະຈັນເຫຼົ່ານີ້ກໍໄດ້ສຳເລັດດ້ວຍມືຂອງລາວ. 3 ລາວບໍ່ແມ່ນຊ່າງໄມ້ລູກຊາຍຂອງມາຣີ ແລະເປັນອ້າຍຂອງຢາໂກໂບ, ໂຢເຊັບ, ຢູດາ ແລະ ຊີໂມນນັ້ນບໍ? ພວກນ້ອງສາວຂອງລາວກໍຢູ່ໃນເມືອງນີ້ບໍ່ແມ່ນບໍ?” ສະນັ້ນ ພວກເຂົາຈຶ່ງບໍ່ຍອມຮັບພຣະອົງ. 4 ແລ້ວພຣະເຢຊູເຈົ້າກໍກ່າວແກ່ພວກເຂົາວ່າ, “ຜູ້ປະກາດພຣະທຳໄດ້ຮັບຄວາມເຄົາຣົບນັບຖືທົ່ວທຸກບ່ອນ ເວັ້ນໄວ້ແຕ່ໃນບ້ານເມືອງຂອງຕົນ, ຍາດຕິພີ່ນ້ອງຂອງຕົນ ແລະຄອບຄົວຂອງຕົນ.” 5 ພຣະເຢຊູເຈົ້າບໍ່ໄດ້ເຮັດການອັດສະຈັນໃດໆຢູ່ໃນເມືອງນີ້ ນອກຈາກພຣະອົງໄດ້ວາງມືໃສ່ຄົນເຈັບໄຂ້ໄດ້ປ່ວຍບາງຄົນ ແລະຊົງໂຜດຮັກສາພວກເຂົາໃຫ້ຫາຍດີ. 6 ພຣະອົງປະຫລາດໃຈຫລາຍທີ່ເຫັນຊາວເມືອງບໍ່ມີຄວາມເຊື່ອ ແລ້ວພຣະເຢຊູເຈົ້າກໍໄດ້ສັ່ງສອນທົ່ວທຸກບ້ານທີ່ຢູ່ອ້ອມຮອບເຂດນັ້ນ. ພຣະເຢຊູເຈົ້າໃຊ້ສາວົກສິບສອງຄົນອອກໄປ ( ມທ 10:5-15 ; ລກ 9:1-6 ) 7 ພຣະອົງໄດ້ເອີ້ນສາວົກສິບສອງຄົນມາ ແລະໃຊ້ພວກເພິ່ນອອກໄປເປັນຄູ່ໆ ໂດຍໃຫ້ພວກເພິ່ນມີສິດອຳນາດເໜືອບັນດາຜີຊົ່ວຮ້າຍ 8 ແລະ ສັ່ງພວກເພິ່ນວ່າ, “ໃນການອອກໄປນີ້ ພວກເຈົ້າຢ່າເອົາຫຍັງໄປນຳນອກຈາກໄມ້ຄ້ອນເທົ້າເທົ່ານັ້ນ ຢ່າເອົາອາຫານ ຖົງ ຫລືເງິນໃສ່ກະເປົາ ສາຍຮັດແອວໄປນຳ. 9 ຈົ່ງໃສ່ເກີບ ແຕ່ຢ່າເອົາເຄື່ອງນຸ່ງເພື່ອປ່ຽນໄປນຳ.” 10 ພຣະອົງຍັງສັ່ງອີກວ່າ, “ເຮືອນໃດທີ່ຕ້ອນຮັບພວກເຈົ້າ ຈົ່ງຢູ່ໃນເຮືອນນັ້ນ ຈົນກວ່າພວກເຈົ້າຈາກບ່ອນນັ້ນໄປ. 11 ຖ້າບ່ອນໃດບໍ່ຕ້ອນຮັບພວກເຈົ້າ ຈົ່ງໄປຈາກບ່ອນນັ້ນ ແລະສັ່ນຂີ້ຝຸ່ນທີ່ຕີນຂອງພວກເຈົ້າອອກ.” 12 ສະນັ້ນ ພວກເພິ່ນຈຶ່ງອອກໄປປະກາດໃຫ້ຄົນທັງຫລາຍຖິ້ມໃຈເກົ່າເອົາໃຈໃໝ່. 13 ພວກເພິ່ນໄດ້ຂັບໄລ່ຜີມານຮ້າຍອອກຫລາຍໂຕ ແລະໄດ້ເອົານໍ້າມັນຊາໂລມທາພວກເຂົາຫລາຍຄົນໃຫ້ຫາຍດີພະຍາດ. ການຕາຍຂອງໂຢຮັນບັບຕິສະໂຕ ( ມທ 14:1-12 ; ລກ 9:7-9 ) 14 ກະສັດເຮໂຣດ ໄດ້ຍິນເຖິງເລື່ອງພຣະເຢຊູເຈົ້າ ເພາະຊື່ສຽງຂອງພຣະອົງໄດ້ຊ່າລືໄປທົ່ວທຸກແຫ່ງຫົນ ບາງຄົນໄດ້ເວົ້າວ່າ, “ໂຢຮັນບັບຕິສະໂຕຄືນມີຊີວິດອີກແລ້ວ ດ້ວຍເຫດນີ້ ເພິ່ນຈຶ່ງມີຣິດອຳນາດເຮັດການອັດສະຈັນຫລາຍປະການ.” 15 ສ່ວນຄົນອື່ນເວົ້າວ່າ, “ເພິ່ນແມ່ນເອລີຢາ.” ແຕ່ຄົນອື່ນອີກເວົ້າວ່າ, “ເພິ່ນເປັນຜູ້ທຳນວາຍເໝືອນກັນກັບຜູ້ໜຶ່ງ ໃນພວກຜູ້ທຳນວາຍແຕ່ກ່ອນ.” 16 ເມື່ອກະສັດເຮໂຣດໄດ້ຍິນເຊັ່ນນັ້ນ ເພິ່ນກໍເວົ້າວ່າ, “ລາວແມ່ນໂຢຮັນບັບຕິສະໂຕ ຜູ້ເຮົາໄດ້ສັ່ງໃຫ້ຕັດຫົວຜູ້ນັ້ນແຫຼະ ໄດ້ຄືນມີຊີວິດອີກ.” 17 ກະສັດເຮໂຣດເອງເປັນຜູ້ສັ່ງໃຫ້ຈັບໂຢຮັນຜູກມັດ ແລະຂັງລາວໄວ້ໃນຄຸກ, ກະສັດເຮໂຣດໄດ້ເຮັດເຊັ່ນນີ້ ເພາະນາງເຮໂຣເດຍຜູ້ທີ່ຕົນໄດ້ແຕ່ງງານນຳນັ້ນ ຊຶ່ງນາງເຄີຍໄດ້ເປັນເມຍຟີລິບນ້ອງຊາຍຂອງຕົນມາກ່ອນ. 18 ໂຢຮັນບັບຕິສະໂຕເຄີຍບອກ ເຮໂຣດວ່າ, “ບໍ່ເປັນການຖືກຕ້ອງທີ່ທ່ານຈະເອົານ້ອງໃພ້ຂອງທ່ານມາເປັນເມຍ.” 19 ດັ່ງນັ້ນ ນາງເຮໂຣເດຍຈຶ່ງຄຽດແຄ້ນໃຫ້ໂຢຮັນ ແລະຕ້ອງການຂ້າລາວ ແຕ່ນາງເຮັດບໍ່ໄດ້ຍ້ອນເຮໂຣດຢ້ານຢຳໂຢຮັນ, ເພາະວ່າໂຢຮັນເປັນຄົນດີ ແລະບໍຣິສຸດສັດຊື່. ດັ່ງນັ້ນ ເຮໂຣດຈຶ່ງປ້ອງກັນລາວໄວ້. 20 ເມື່ອກະສັດເຮໂຣດຟັງໂຢຮັນເວົ້າເທື່ອໃດ ເພິ່ນກໍຮູ້ສຶກອຶດອັດໃຈເທື່ອນັ້ນ, ແຕ່ເຖິງປານນັ້ນ ເພິ່ນກໍຍອມຟັງໂຢຮັນເວົ້າດ້ວຍຄວາມຍິນດີ. 21 ໃນທີ່ສຸດ ນາງເຮໂຣເດຍກໍໄດ້ໂອກາດໃນວັນສະຫລອງວັນເກີດຂອງກະສັດເຮໂຣດ ເມື່ອເພິ່ນໄດ້ຈັດງານລ້ຽງສະຫລອງ ແລະເຊື້ອເຊີນບັນດາຂ້າຣາຊການຂັ້ນສູງມາຮ່ວມຄື: ຄະນະລັດຖະບານ, ບັນດານາຍທະຫານໃນກອງທັບ, ຕະຫລອດທັງບຸກຄົນສຳຄັນຕ່າງໆໃນແຂວງຄາລີເລ. 22 ລູກສາວຂອງນາງເຮໂຣເດຍໄດ້ເຂົ້າມາຟ້ອນໃນຫ້ອງຈັດງານ, ນາງເປັນທີ່ພໍໃຈເຮໂຣດ ແລະບັນດາແຂກທີ່ໄດ້ເຊີນມາ, ກະສັດຈຶ່ງກ່າວແກ່ຍິງສາວວ່າ, “ເຈົ້າຢາກໄດ້ສິ່ງໃດ ຈົ່ງຂໍມາ? ແລະເຮົາຈະໃຫ້ສິ່ງນັ້ນ.” 23 ແລ້ວເພິ່ນກໍສາບານປະຕິຍານວ່າ, “ເຮົາຈະໃຫ້ທຸກສິ່ງທີ່ເຈົ້າຂໍມາ ແມ່ນແຕ່ເຄິ່ງໜຶ່ງຂອງອານາຈັກຂອງເຮົາ.” 24 ດັ່ງນັ້ນ ຍິງສາວຈຶ່ງອອກໄປຖາມແມ່ຂອງຕົນວ່າ, “ລູກຈະຂໍສິ່ງໃດດີ?” ແມ່ຈຶ່ງຕອບວ່າ, “ຂໍຫົວຂອງໂຢຮັນບັບຕິສະໂຕ”. 25 ຍິງສາວຟ້າວກັບຄືນໄປຫາກະສັດທັນທີ ແລະເວົ້າວ່າ, “ຂ້ານ້ອຍຕ້ອງການໃຫ້ທ່ານເອົາຫົວຂອງໂຢຮັນບັບຕິສະໂຕ ໃສ່ຖາດມາໃຫ້ຂ້ານ້ອຍໃນທີ່ນີ້ແລະດຽວນີ້.” 26 ເລື່ອງນີ້ເຮັດໃຫ້ກະສັດເປັນທຸກໃຈໜັກ ແຕ່ເພິ່ນບໍ່ອາດປະຕິເສດນາງໄດ້ ເພາະໄດ້ສັນຍາສາບານໄວ້ກັບນາງແລ້ວ ຕໍ່ໜ້າບັນດາແຂກທັງໝົດຂອງຕົນ. 27 ສະນັ້ນ ເພິ່ນຈຶ່ງສັ່ງທະຫານຍາມໃຫ້ອອກໄປ ແລະນຳເອົາຫົວຂອງໂຢຮັນເຂົ້າມາ, ທະຫານຍາມຈຶ່ງໄປທີ່ຄຸກ ແລະຕັດຫົວຂອງໂຢຮັນ. 28 ແລ້ວນຳຫົວໃສ່ຖາດເຂົ້າມາມອບໃຫ້ຍິງສາວ ແລະ ນາງກໍມອບຕໍ່ໃຫ້ແມ່ຂອງຕົນ. 29 ເມື່ອພວກສິດຂອງໂຢຮັນຮູ້ຂ່າວນີ້ ພວກເຂົາກໍມາເອົາຊາກສົບຂອງເພິ່ນ ແລ້ວນຳໄປວາງໄວ້ໃນອຸບມຸງ. ພຣະເຢຊູເຈົ້າຊົງລ້ຽງຫ້າພັນຄົນ ( ມທ 14:13-21 ; ລກ 9:10-17 ; ຢຮ 6:1-14 ) 30 ຝ່າຍພວກອັກຄະສາວົກໄດ້ກັບມາຫາພຣະເຢຊູເຈົ້າ ແລ້ວເລົ່າທຸກສິ່ງທີ່ພວກຕົນໄດ້ເຮັດ ແລະໄດ້ສັ່ງສອນສູ່ພຣະອົງຟັງ. 31 ມີປະຊາຊົນຫລວງຫລາຍທຽວໄປມາ ຈົນພຣະເຢຊູເຈົ້າ ແລະພວກສາວົກບໍ່ມີເວລາກິນເຂົ້າ. ດັ່ງນັ້ນ ພຣະອົງຈຶ່ງກ່າວແກ່ພວກສາວົກວ່າ, “ຈົ່ງອອກໄປບ່ອນມິດງຽບ ເພື່ອໃຫ້ພວກເຈົ້າພັກຜ່ອນຈັກຄາວໜຶ່ງ.” 32 ສະນັ້ນ ພຣະເຢຊູເຈົ້າກັບພວກສາວົກ ຈຶ່ງຂີ່ເຮືອອອກໄປບ່ອນທີ່ມິດງຽບຕ່າງຫາກ. 33 ແຕ່ມີປະຊາຊົນຫລາຍຄົນໄດ້ເຫັນພຣະເຢຊູເຈົ້າກັບພວກສາວົກອອກໄປ ຈຶ່ງຮູ້ໄດ້ທັນທີ. ສະນັ້ນ ປະຊາຊົນຈາກທຸກເມຶອງຈຶ່ງເດີນທາງຍ່າງໄປລ່ວງໜ້າ ກ່ອນພຣະເຢຊູເຈົ້າກັບພວກສາວົກຈະໄປເຖິງນັ້ນ. 34 ພໍພຣະເຢຊູເຈົ້າອອກຈາກເຮືອ ພຣະອົງກໍເຫັນປະຊາຊົນໝູ່ໃຫຍ່ ຈຶ່ງສົງສານຄົນເຫຼົ່ານັ້ນ ເພາະພວກເຂົາເປັນເໝືອນຝູງແກະທີ່ບໍ່ມີຜູ້ລ້ຽງ. ສະນັ້ນ ພຣະອົງຈຶ່ງຕັ້ງຕົ້ນສັ່ງສອນພວກເຂົາຫລາຍປະການ. 35 ເມື່ອຄ້າຍຄໍ່າມາແລ້ວ ພວກສາວົກຈຶ່ງມາຫາພຣະເຢຊູເຈົ້າ ແລະເວົ້າວ່າ, “ຄໍ່າແລ້ວເດ ແລະທີ່ນີ້ກໍເປັນປ່າ. 36 ຂໍໃຫ້ປະຊາຊົນເລີກເມືອຫາຊື້ອາຫານກິນ ຕາມບ້ານໄຮ່ບ້ານນາແຖບນີ້ສາ.” 37 ພຣະເຢຊູເຈົ້າຕອບພວກເພິ່ນວ່າ, “ພວກເຈົ້າຈົ່ງເອົາອາຫານໃຫ້ພວກເຂົາກິນສາ.” ພວກສາວົກຖາມພຣະອົງວ່າ, “ທ່ານຕ້ອງການໃຫ້ພວກຂ້ານ້ອຍໄປຫາຊື້ອາຫານ ລາຄາເຖິງສອງຮ້ອຍຫລຽນເງິນ ໃຫ້ພວກເຂົາກິນບໍ?” 38 ດັ່ງນັ້ນ ພຣະເຢຊູເຈົ້າຈຶ່ງຖາມພວກເພິ່ນວ່າ, “ພວກເຈົ້າມີເຂົ້າຈີ່ຈັກກ້ອນ? ຈົ່ງໄປເບິ່ງດູ?” ເມື່ອພວກເພິ່ນໄປຊອກເບິ່ງແລ້ວ ກໍມາບອກພຣະເຢຊູເຈົ້າວ່າ, “ມີເຂົ້າຈີ່ຫ້າກ້ອນ ແລະປາສອງໂຕ.” 39 ແລ້ວພຣະເຢຊູເຈົ້າກໍບອກບັນດາສາວົກຂອງພຣະອົງ ຈັດປະຊາຊົນເຂົ້າກັນໃຫ້ເປັນໝູ່ໆ ແລະໃຫ້ນັ່ງລົງຕາມທົ່ງຫຍ້າຂຽວສົດ. 40 ສະນັ້ນ ປະຊາຊົນຈຶ່ງນັ່ງລົງເປັນຖັນເປັນແຖວ ຄືແຖວລະຮ້ອຍຄົນ ແລະແຖວລະຫ້າສິບຄົນ. 41 ແລ້ວພຣະເຢຊູເຈົ້າກໍຈັບເອົາເຂົ້າຈີ່ຫ້າກ້ອນແລະປາສອງໂຕນັ້ນ ໂດຍເງີຍໜ້າຂຶ້ນສູ່ສະຫວັນ ແລະໂມທະນາຂອບພຣະຄຸນພຣະເຈົ້າ ແລ້ວຫັກເຂົ້າຈີ່ ແລະຍື່ນໃຫ້ພວກສາວົກນຳໄປແຈກຢາຍແກ່ປະຊາຊົນ ພຣະອົງຍັງໄດ້ແບ່ງປັນປາສອງໂຕໃຫ້ພວກເຂົາທົ່ວເຖິງກັນອີກດ້ວຍ. 42 ພວກເຂົາກິນອີ່ມທຸກຄົນ. 43 ແລ້ວພວກສາວົກກໍເກັບເຂົ້າຈີ່ແລະປາທີ່ເຫຼືອນັ້ນ ໄດ້ເຕັມສິບສອງກະບຸງ. 44 ໃນຈຳນວນປະຊາຊົນທີ່ໄດ້ກິນເຂົ້າຈີ່ນັ້ນ ມີຜູ້ຊາຍຫ້າພັນຄົນ. ພຣະເຢຊູເຈົ້າຊົງຍ່າງເທິງໜ້ານໍ້າ ( ມທ 14:22-33 ; ຢຮ 6:15-21 ) 45 ໃນທັນໃດນັ້ນ ພຣະເຢຊູເຈົ້າກໍຈັດໃຫ້ພວກສາວົກຂອງພຣະອົງ ລົງຂີ່ເຮືອໄປເມືອງເບັດສາອີດາ ຊຶ່ງຢູ່ຟາກໜຶ່ງອີກກ່ອນ ສ່ວນພຣະອົງນັ້ນໄດ້ບອກປະຊາຊົນໃຫ້ເລີກເມືອ. 46 ເມື່ອລາຈາກພວກເຂົາແລ້ວ ພຣະອົງໄດ້ຂຶ້ນໄປເທິງພູເຂົາ ເພື່ອພາວັນນາອະທິຖານ. 47 ເມື່ອຄໍ່າມາແລ້ວ ເຮືອທີ່ພວກສາວົກຂີ່ໄປນັ້ນ ກໍຢູ່ກາງທະເລສາບ ສ່ວນພຣະອົງຢູ່ເທິງບົກແຕ່ອົງດຽວ. 48 ພຣະອົງເຫັນວ່າ ພວກສາວົກພາຍເຮືອໄປໄດ້ດ້ວຍຄວາມຍາກລຳບາກຫລາຍ ເພາະເຮືອຕ້ານທວນລົມຢູ່, ເມື່ອເຖິງປະມານຂ້ອນແຈ້ງ ພຣະອົງຈຶ່ງຍ່າງເທິງໜ້ານໍ້າໄປຫາພວກສາວົກ ແລະເໝືອນດັ່ງຈະກາຍພວກເພິ່ນໄປ. 49 ແຕ່ເມື່ອພວກສາວົກເຫັນພຣະອົງຍ່າງເທິງໜ້ານໍ້າ ກໍຄິດວ່າແມ່ນຜີ ຈຶ່ງພາກັນຮ້ອງຂຶ້ນ. 50 ເພາະທຸກຄົນຕ່າງກໍຕົກສະທ້ານຢ້ານກົວທີ່ສຸດ. ໃນທັນໃດນັ້ນ ພຣະເຢຊູເຈົ້າກ່າວແກ່ພວກເພິ່ນວ່າ, “ຢ່າກະວົນກະວາຍໃຈເທາະ ແມ່ນເຮົາເອງ ຢ່າສູ່ຢ້ານ.” 51 ແລ້ວພຣະອົງກໍຂຶ້ນໄປໃນເຮືອຫາພວກເພິ່ນ ແລະລົມກໍງຽບລົງ ພວກສາວົກເຕັມໄປດ້ວຍຄວາມປະຫລາດອັດສະຈັນໃຈເຫຼືອເກີນ 52 ເພາະພວກເພິ່ນບໍ່ເຂົ້າໃຈຄວາມໝາຍອັນແທ້ຈິງ ກ່ຽວກັບການລ້ຽງຫ້າພັນຄົນ, ສະຕິປັນຍາຂອງພວກເພິ່ນຍັງແຂງກະດ້າງ ແລະປຶກຕັນຢູ່. ພຣະເຢຊູເຈົ້າຊົງໂຜດຄົນເຈັບປ່ວຍໃນເຄັນເນຊາເຣັດ ( ມທ 14:34-36 ) 53 ເມື່ອພຣະເຢຊູເຈົ້າ ແລະພວກສາວົກໄດ້ຂ້າມທະເລສາບມາເຖິງ ກໍຈອດເຮືອໄວ້ທີ່ທ່າເມືອງເຄັນເນຊາເຣັດ. 54 ພໍລົງເຮືອໄປ ປະຊາຊົນກໍຮູ້ຈັກວ່າແມ່ນພຣະເຢຊູເຈົ້າ. 55 ສະນັ້ນ ພວກເຂົາຈຶ່ງຮີບຟ້າວໄປທົ່ວຂົງເຂດນັ້ນ ແລະເມື່ອຮູ້ວ່າພຣະອົງຢູ່ບ່ອນໃດ, ພວກເຂົາກໍເອົາຄົນເຈັບປ່ວຍໃສ່ບ່ອນນອນຫາມມາຫາພຣະອົງ. 56 ເມື່ອພຣະອົງສະເດັດໄປທີ່ໃດ ໃນເມືອງ ຫລືບ້ານນອກ, ບ້ານນາກໍດີ ພວກເຂົາກໍເອົາຄົນເຈັບປ່ວຍມາວາງໄວ້ຕາມແຄມທາງບ່ອນຊຸມຊົນ ແລ້ວຮ້ອງຂໍພຣະອົງຊົງໂຜດໃຫ້ຄົນເຈັບປ່ວຍໄດ້ບາຍແຕ່ແຄມເຄື່ອງນຸ່ງຂອງພຣະອົງ ແລະຜູ້ໄດ້ບາຍແລ້ວກໍຖືກຊົງໂຜດໃຫ້ດີພະຍາດທຸກຄົນ. |
@ 2012 United Bible Societies. All Rights Reserved.