ມາຣະໂກ 5 - ພຣະຄຳພີສັກສິພຣະເຢຊູເຈົ້າຊົງໂຜດຊາຍທີ່ຜີມານຮ້າຍສິງຄົນໜຶ່ງໃຫ້ດີ ( ມທ 8:28-34 ; ລກ 8:26-39 ) 1 ຕໍ່ມາ ພຣະເຢຊູເຈົ້າກັບພວກສາວົກຂອງພຣະອົງ ໄດ້ມາຮອດຝັ່ງອີກດ້ານໜຶ່ງ ຂອງທະເລສາບຄາລີເລໃກ້ເມືອງເຄຣາຊາ. 2 ພໍພຣະເຢຊູເຈົ້າອອກຈາກເຮືອໄປ ກໍມີຊາຍຜູ້ໜຶ່ງມີຜີຊົ່ວຮ້າຍສິງຢູ່ ໄດ້ອອກຈາກປ່າຊ້າມາພົບພຣະອົງ. 3 ຊາຍຜູ້ນີ້ເຄີຍອາໄສຢູ່ຕາມປ່າຊ້າ ບໍ່ມີຜູ້ໃດສາມາດມັດຫລືແມ່ນແຕ່ລ່າມໂສ້ມັນໄວ້ໄດ້, 4 ເຂົາເຄີຍລ່າມໂສ້ໃສ່ຕີນຜູກມັດໄວ້ຫລາຍເທື່ອແລ້ວ, ແຕ່ມັນກໍຫັກໂສ້ໃຫ້ຂາດ ແລະຫັກໃຫ້ໝຸ່ນໄປໄດ້ທຸກເທື່ອ ມັນແຂງແຮງຫລາຍ ຈົນບໍ່ມີຜູ້ໃດປາບມັນໄດ້. 5 ມັນທ່ອງທ່ຽວໄປມາຢູ່ຕາມປ່າຊ້າ ແລະຕາມເນີນພູເຂົາທັງເວັນທັງຄືນ ໂດຍແຜດສຽງຮ້ອງ ແລະເອົາຫີນປາດຕາມເນື້ອຕົວຂອງຕົນເອງ. 6 ເມື່ອມັນຫລຽວເຫັນພຣະເຢຊູເຈົ້າແຕ່ໄກໆ ມັນໄດ້ແລ່ນມາຫາ ແລະຂາບລົງຕໍ່ໜ້າພຣະອົງ, 7 ແລະ ຮ້ອງດ້ວຍສຽງດັງວ່າ, “ເຢຊູບຸດພຣະເຈົ້າຜູ້ສູງສຸດເອີຍ, ທ່ານມາຫຍຸ້ງກ່ຽວຫຍັງກັບຂ້ານ້ອຍ? ຂ້ານ້ອຍຂໍຮ້ອງທ່ານສັນຍາໃນພຣະນາມພຣະເຈົ້າວ່າ ຈະບໍ່ທໍລະມານຂ້ານ້ອຍ” ( 8 ມັນເວົ້າເຊັ່ນນີ້ກໍເພາະພຣະເຢຊູເຈົ້າໄດ້ບອກມັນວ່າ, “ຜີຊົ່ວຮ້າຍອອກຈາກຊາຍຄົນນີ້ແມ”) 9 ພຣະເຢຊູເຈົ້າໄດ້ຖາມມັນວ່າ, “ມຶງຊື່ຫຍັງ?” ມັນຕອບວ່າ, “ຊື່ກອງທັບ ເພາະພວກຂ້ານ້ອຍມີຢູ່ດ້ວຍກັນຫລາຍໂຕ.” 10 ມັນຂໍຮ້ອງນຳພຣະເຢຊູເຈົ້າ ບໍ່ໃຫ້ຂັບໄລ່ພວກມັນອອກໄປຈາກເຂດແດນນີ້. 11 ຢູ່ໃກ້ພູນັ້ນ ມີໝູຝູງໃຫຍ່ທີ່ກຳລັງຊອກຫາກິນຢູ່ຕາມເນີນພູ. 12 ດັ່ງນັ້ນ ຜີຊົ່ວຮ້າຍທີ່ສິງຢູ່ນັ້ນ ຈຶ່ງຂໍຮ້ອງນຳພຣະເຢຊູເຈົ້າວ່າ, “ໃຫ້ພວກຂ້ານ້ອຍເຂົ້າໄປສິງຢູ່ໃນຝູງໝູສາ.” 13 ພຣະອົງອະນຸຍາດໃຫ້ພວກມັນ ແລ້ວຜີຊົ່ວຮ້າຍຈຶ່ງອອກຈາກຊາຍຄົນນັ້ນ ແລະເຂົ້າໄປໃນຝູງໝູ, ໝູທັງໝົດປະມານສອງພັນໂຕ ກໍຟ້າວແລ່ນລົງຕະລິ່ງຊັນ ແລະໂຕນລົງທະເລສາບຈົມນໍ້າຕາຍໝົດ. 14 ສ່ວນພວກລ້ຽງໝູຕ່າງກໍແລ່ນໜີ ແລະໄປບອກເລື່ອງທີ່ໄດ້ເກີດຂຶ້ນນັ້ນຕາມໃນເມືອງ ແລະຕາມນອກເມືອງ. ດັ່ງນັ້ນ ປະຊາຊົນຈຶ່ງອອກມາເບິ່ງເຫດການທີ່ໄດ້ເກີດຂຶ້ນ. 15 ພວກເຂົາມາຫາພຣະເຢຊູເຈົ້າ ແລະເຫັນຊາຍທີ່ຜີມານຮ້າຍເປັນກອງທັບເຄີຍສິງຢູ່ ເຫັນລາວນຸ່ງເຄື່ອງ ແລະນັ່ງຮຽບຮ້ອຍ ໂດຍມີສະຕິອາຣົມເປັນປົກກະຕິດີ ແລະປະຊາຊົນເຫຼົ່ານີ້ຕ່າງກໍສະທ້ານຢ້ານກົວຫລາຍ. 16 ແລ້ວພວກທີ່ໄດ້ເຫັນເຫດການ ກໍເລົ່າເຖິງສິ່ງທີ່ໄດ້ເກີດຂຶ້ນກັບຄົນຜີມານຮ້າຍສິງ ແລະກັບຝູງໝູນັ້ນສູ່ປະຊາຊົນຟັງ. 17 ສະນັ້ນ ພວກເຂົາຈຶ່ງຂໍຮ້ອງພຣະເຢຊູເຈົ້າໃຫ້ໜີໄປຈາກເຂດແດນຂອງພວກຕົນ. 18 ເມື່ອພຣະເຢຊູເຈົ້າກຳລັງລົງເຮືອ ຊາຍທີ່ຜີມານຮ້າຍເຄີຍສິງນັ້ນ ກໍອ້ອນວອນຂໍຢູ່ກັບພຣະອົງ. 19 ແຕ່ພຣະເຢຊູເຈົ້າບໍ່ໃຫ້ລາວໄປນຳ ໂດຍກ່າວແກ່ລາວວ່າ, “ຈົ່ງກັບເມືອບ້ານ ຫາຍາດຕິພີ່ນ້ອງຂອງເຈົ້າ ແລະບອກພວກເຂົາເຖິງເຫດການອັນຍິ່ງໃຫຍ່ ທີ່ອົງພຣະຜູ້ເປັນເຈົ້າໄດ້ກະທຳສຳລັບເຈົ້າ ແລະພຣະເມດຕາທີ່ມີຕໍ່ເຈົ້າ.” 20 ສະນັ້ນ ຊາຍຜູ້ນີ້ຈຶ່ງລາພຣະເຢຊູເຈົ້າໄປ ແລະຕັ້ງຕົ້ນປະກາດເລື່ອງທີ່ພຣະເຢຊູເຈົ້າ ໄດ້ເຮັດແກ່ຕົນໃນແຂວງເດກາໂປລີ, ແລ້ວຄົນທັງຫລາຍທີ່ໄດ້ຍິນເລື່ອງນີ້ ຕ່າງກໍງຶດປະຫລາດໃຈ. ລູກສາວຂອງຢາອີໂຣ ແລະຍິງທີ່ບາຍເສື້ອພຣະເຢຊູເຈົ້າ ( ມທ 9:18-26 ; ລກ 8:40-56 ) 21 ເມື່ອພຣະເຢຊູເຈົ້າຂີ່ເຮືອຂ້າມທະເລສາບກັບໄປແລ້ວ ທີ່ແຄມທະເລສາບນັ້ນ ປະຊາຊົນໝູ່ໃຫຍ່ໄດ້ມາເຕົ້າໂຮມກັນອ້ອມພຣະອົງ. 22 ມີຊາຍຄົນໜຶ່ງຊື່ວ່າຢາອີໂຣໄດ້ມາຫາພຣະເຢຊູເຈົ້າ ເຂົາເປັນຫົວໜ້າທຳມະສາລາໃນທ້ອງຖິ່ນນັ້ນ ເມື່ອເຂົາເຫັນພຣະເຢຊູເຈົ້າຈຶ່ງກົ້ມຂາບລົງທີ່ຕີນຂອງພຣະອົງ 23 ແລະຮ້ອງຂໍຄວາມຊ່ວຍເຫລືອນຳພຣະເຢຊູເຈົ້າວ່າ, “ລູກສາວຂ້ານ້ອຍເຈັບໜັກໃກ້ຈະຕາຍແລ້ວ ຂໍທ່ານກະລຸນາໄປວາງມືໃສ່ນາງດ້ວຍເຖີດ ເພື່ອລາວຈະຫາຍດີ ແລະມີຊີວິດຢູ່.” 24 ພຣະເຢຊູເຈົ້າກໍໄປກັບລາວ ມີປະຊາຊົນຢ່າງໜາແໜ້ນບຸບຽດພຣະອົງໄປ. 25 ມີຍິງຄົນໜຶ່ງທີ່ເປັນພະຍາດເລືອດຕົກໄດ້ສິບສອງປີແລ້ວ, 26 ເຖິງວ່ານາງໄດ້ໄປໃຫ້ໝໍຫລາຍຄົນປິ່ນປົວ ແລະເສຍເງິນໄປຢ່າງຫລວງຫລາຍແລ້ວກໍຕາມ, ແຕ່ພະຍາດນີ້ກໍບໍ່ໄດ້ທຸເລົາລົງເລີຍ ກັບຮຸນແຮງຂຶ້ນກວ່າເກົ່າອີກ. 27 ເມື່ອນາງໄດ້ຍິນຄົນເວົ້າເຖິງພຣະເຢຊູເຈົ້າ ນາງຈຶ່ງຍ່າງມາທາງຫລັງພຣະອົງປົນກັບປະຊາຊົນ ແລະບາຍເຄື່ອງນຸ່ງຂອງພຣະອົງ 28 ໂດຍຄິດໃນໃຈວ່າ, “ຖ້າເຮົາໄດ້ບາຍພຽງແຕ່ເຄື່ອງນຸ່ງຂອງເພິ່ນເທົ່ານັ້ນ ເຮົາກໍຈະດີພະຍາດ.” 29 ໃນຂະນະທີ່ນາງບາຍເຄື່ອງນຸ່ງຂອງພຣະອົງ ແລະພະຍາດເລືອດຕົກນັ້ນ ກໍຢຸດທັນທີ, ນາງຮູ້ສຶກໃນຕົວວ່າຕົນດີພະຍາດແລ້ວ. 30 ຝ່າຍພຣະເຢຊູເຈົ້າກໍຮູ້ໄດ້ໃນທັນທີວ່າ ຣິດໄດ້ອອກຈາກພຣະອົງ. ດັ່ງນັ້ນ ພຣະອົງຈຶ່ງອວ່າຍໜ້າມາທາງປະຊາຊົນ ແລະຖາມວ່າ, “ຜູ້ໃດບາຍເຄື່ອງນຸ່ງເຮົາ?” 31 ພວກສາວົກຂອງພຣະອົງຕອບວ່າ, “ທ່ານກໍເຫັນແລ້ວວ່າ ປະຊາຊົນບຸບຽດທ່ານສໍ່າໃດ? ເປັນຫຍັງທ່ານຈຶ່ງຖາມວ່າ ຜູ້ໃດບາຍທ່ານ?” 32 ແຕ່ພຣະເຢຊູເຈົ້າໄດ້ຫລຽວໄປອ້ອມໆພຣະອົງ ເພື່ອຊອກເບິ່ງວ່າຜູ້ໃດເປັນຜູ້ເຮັດ. 33 ສ່ວນຍິງຜູ້ນັ້ນກໍຢ້ານກົວຈົນຕົວສັ່ນ ເພາະຮູ້ດີເຖິງສິ່ງທີ່ໄດ້ເກີດຂຶ້ນກັບຕົນ. ສະນັ້ນ ນາງຈຶ່ງມາຂາບລົງທີ່ຕີນຂອງພຣະເຢຊູເຈົ້າ ແລະເວົ້າຄວາມຈິງທັງໝົດສູ່ພຣະອົງຟັງ. 34 ພຣະເຢຊູເຈົ້າກ່າວແກ່ນາງວ່າ, “ລູກຍິງເອີຍ ຄວາມເຊື່ອຂອງເຈົ້າເຮັດໃຫ້ເຈົ້າດີແລ້ວ ຈົ່ງໄປເປັນສຸກ ແລະດີພະຍາດສາ.” 35 ໃນຂະນະທີ່ພຣະເຢຊູເຈົ້າຍັງກ່າວຢູ່ ກໍມີຜູ້ນຳຂ່າວບາງຄົນແຕ່ເຮືອນຢາອີໂຣມາບອກວ່າ, “ລູກສາວຂອງເຈົ້າຕາຍແລ້ວ ຍັງລົບກວນອາຈານເຮັດຫຍັງ?” 36 ແຕ່ພຣະເຢຊູເຈົ້າບໍ່ສົນໃຈນຳ ສິ່ງທີ່ພວກເຂົາໄດ້ເວົ້ານັ້ນ ແລະກ່າວແກ່ຢາອີໂຣວ່າ, “ຢ່າວິຕົກເລີຍ ຈົ່ງເຊື່ອເທົ່ານັ້ນ.” 37 ພຣະອົງກໍບໍ່ຊົງອະນຸຍາດໃຫ້ຜູ້ໃດໄປນຳພຣະອົງ ນອກຈາກເປໂຕ, ຢາໂກໂບ ແລະ ໂຢຮັນນ້ອງຊາຍຂອງຢາໂກໂບ. 38 ເມື່ອມາຮອດເຮືອນຂອງຫົວໜ້າທຳມະສາລາແລ້ວ ພຣະອົງກໍເຫັນຄົນວຸ້ນວາຍຢູ່ ຄືຮ້ອງໄຫ້ແລະສົ່ງສຽງຄໍ່າຄວນ. 39 ພຣະເຢຊູເຈົ້າເຂົ້າໄປໃນເຮືອນ ແລະກ່າວແກ່ພວກເຂົາວ່າ, “ພວກເຈົ້າວຸ້ນວາຍ ແລະຮ້ອງໄຫ້ຄໍ່າຄວນເຮັດຫຍັງ? ເດັກຍິງຜູ້ນີ້ບໍ່ໄດ້ຕາຍດອກ ນາງພຽງແຕ່ນອນຫລັບເທົ່ານັ້ນ.” 40 ພວກເຂົາພາກັນຫົວຂວັນພຣະອົງ. ສະນັ້ນ ພຣະອົງຈຶ່ງໄລ່ທຸກຄົນໃຫ້ອອກໄປໝົດ ແລະເອົາແຕ່ພໍ່ແມ່ເດັກນ້ອຍກັບສາວົກສາມຄົນເທົ່ານັ້ນ ເຂົ້າໄປໃນຫ້ອງທີ່ເດັກນ້ອຍນອນຢູ່. 41 ພຣະອົງຈັບມືເດັກນ້ອຍນັ້ນ ແລະກ່າວແກ່ນາງວ່າ, “ຕາລີທາກຸມ” ໝາຍຄວາມວ່າ: ນາງນ້ອຍເອີຍ ຈົ່ງລຸກຂຶ້ນ. 42 ໃນທັນໃດນັ້ນ ເດັກຍິງກໍລຸກຂຶ້ນ ແລະຍ່າງໄປມາ. (ນາງອາຍຸໄດ້ສິບສອງປີແລ້ວ) ພວກເຂົາໄດ້ງຶດປະຫລາດໃຈຫລາຍ. 43 ແຕ່ພຣະເຢຊູເຈົ້າໄດ້ສັ່ງຫ້າມພວກເຂົາ ບໍ່ໃຫ້ບອກເລື່ອງນີ້ແກ່ຜູ້ໃດເປັນເດັດຂາດ ແລ້ວພຣະອົງກໍກ່າວວ່າ, “ຈົ່ງເອົາອາຫານມາໃຫ້ນາງກິນ.” |
@ 2012 United Bible Societies. All Rights Reserved.