ມາຣະໂກ 2 - ພຣະຄຳພີສັກສິພຣະເຢຊູເຈົ້າຊົງໂຜດຄົນເປັນເປ້ຍຜູ້ໜຶ່ງໃຫ້ດີ ( ມທ 9:1-8 ; ລກ 5:17-26 ) 1 ໃນວັນຕໍ່ມາ ພຣະເຢຊູເຈົ້າສະເດັດກັບຄືນມາໃນເມືອງກາເປນາອູມອີກ ແລະ ຄົນທັງຫລາຍຕ່າງກໍໄດ້ຍິນວ່າພຣະອົງພັກຢູ່ທີ່ເຮືອນ. 2 ດັ່ງນັ້ນ ປະຊາຊົນຢ່າງຫລວງຫລາຍຈຶ່ງມາເຕົ້າໂຮມກັນອັ່ງອໍຢູ່ເຕັມເຮືອນ ຈົນບໍ່ມີບ່ອນຫວ່າງແມ່ນແຕ່ທີ່ປະຕູທາງເຂົ້າ ພຣະອົງກຳລັງສອນພຣະທຳສູ່ພວກເຂົາຟັງ 3 ມີຄົນຈຳພວກໜຶ່ງສີ່ຄົນຫາມຄົນເປ້ຍມາຫາພຣະເຢຊູເຈົ້າ. 4 ແຕ່ພວກເຂົາເຂົ້າໄປຫາພຣະອົງບໍ່ໄດ້ ເພາະປະຊາຊົນໜາແໜ້ນຫລາຍ. ສະນັ້ນ ພວກເຂົາຈຶ່ງຮື້ຫລັງຄາ ຊື່ບ່ອນທີ່ພຣະອົງກຳລັງສັ່ງສອນຢູ່ນັ້ນອອກ ຄັນຮື້ເປັນປ່ອງແລ້ວ ພວກເຂົາກໍຢ່ອນຄົນເປ້ຍຢູ່ເທິງບ່ອນນອນຂອງລາວລົງມາ. 5 ເມື່ອພຣະເຢຊູເຈົ້າເຫັນຄວາມເຊື່ອຂອງຄົນເຫຼົ່ານີ້ ພຣະອົງກໍຊົງກ່າວແກ່ຄົນເປ້ຍວ່າ, “ລູກເອີຍ ຄວາມຜິດບາບຂອງເຈົ້າໄດ້ຮັບການອະໄພແລ້ວ.” 6 ແຕ່ມີທຳມະຈານບາງຄົນທີ່ນັ່ງໃນທີ່ນັ້ນ ຄິດໃນໃຈວ່າ, 7 “ເປັນຫຍັງຄົນນີ້ຈຶ່ງບັງອາດເວົ້າໝິ່ນປະໝາດພຣະເຈົ້າເຊັ່ນນີ້ ມີແຕ່ພຣະເຈົ້າເທົ່ານັ້ນທີ່ອະໄພບາບກຳໄດ້.” 8 ພຣະເຢຊູເຈົ້າຮູ້ຄວາມຄິດໃນໃຈຂອງພວກເຂົາທັນທີ. ສະນັ້ນ ພຣະອົງຈຶ່ງກ່າວຕໍ່ພວກເຂົາວ່າ, “ເປັນຫຍັງພວກເຈົ້າຈຶ່ງຄິດເຊັ່ນນັ້ນ? 9 ອັນໃດງ່າຍກວ່າກັນ ທີ່ຈະກ່າວແກ່ຄົນເປ້ຍວ່າ, ‘ຄວາມຜິດບາບທັງຫລາຍຂອງເຈົ້າໄດ້ຮັບການອະໄພແລ້ວ’ ຫລືກ່າວວ່າ, ‘ຈົ່ງລຸກຂຶ້ນເອົາບ່ອນນອນຂອງເຈົ້າ ແລະ ຍ່າງເມືອ?’ 10 ແຕ່ເຮົາຢາກໃຫ້ພວກເຈົ້າເຫັນວ່າ ບຸດມະນຸດມີສິດອຳນາດເທິງແຜ່ນດິນໂລກ ອະໄພຜິດບາບຂອງມະນຸດໄດ້.” ສະນັ້ນ ພຣະອົງຈຶ່ງກ່າວແກ່ຄົນເປ້ຍວ່າ, 11 “ເຮົາສັ່ງເຈົ້າໃຫ້ລຸກຂຶ້ນຍົກເອົາບ່ອນນອນ ແລະເມືອເຮືອນສາ.” 12 ໃນຂະນະທີ່ທຸກຄົນກຳລັງຄອຍເບິ່ງຢູ່ນັ້ນ ຄົນເປ້ຍກໍລຸກຂຶ້ນ ຍົກເອົາບ່ອນນອນຂອງຕົນ ແລະ ອອກຈາກເຮືອນໄປໃນທັນທີ ປະຊາຊົນທຸກຄົນຕ່າງກໍງຶດປະຫລາດໃຈ ແລະສັນລະເສີນພຣະເຈົ້າ ແລະເວົ້າວ່າ, “ພວກເຮົາບໍ່ເຄີຍເຫັນເຫດການເຊັ່ນນີ້ຈັກເທື່ອ.” ພຣະເຢຊູເຈົ້າຊົງເອີ້ນເອົາເລວີ ( ມທ 9:9-13 ; ລກ 5:27-32 ) 13 ພຣະເຢຊູເຈົ້າໄດ້ກັບໄປອີກທີ່ແຄມຝັ່ງທະເລສາບຄາລີເລ ປະຊາຊົນໝູ່ໃຫຍ່ໄດ້ມາຫາພຣະອົງ ແລະພຣະອົງໄດ້ສັ່ງສອນພວກເຂົາ. 14 ຕໍ່ມາ ເມື່ອກຳລັງຍ່າງຜ່ານໄປນັ້ນ ພຣະອົງກໍເຫັນເລວີກຳລັງນັ່ງຢູ່ທີ່ດ່ານພາສີ, ເລວີເປັນລູກຊາຍຂອງອາລະຟາຍ ພຣະເຢຊູເຈົ້າກ່າວແກ່ລາວວ່າ, “ຈົ່ງຕິດຕາມເຮົາມາ.” ແລ້ວເພິ່ນກໍລຸກຂຶ້ນ ແລະ ຕາມພຣະອົງໄປ. 15 ຕໍ່ມາ ພຣະເຢຊູເຈົ້າໄດ້ໄປຮ່ວມຮັບປະທານອາຫານຄໍ່າທີ່ເຮືອນຂອງເລວີ. ມີຄົນເກັບພາສີ ແລະຄົນນອກສິນທຳຫລາຍຄົນໄດ້ຕິດຕາມພຣະເຢຊູເຈົ້າໄປ ແລະມີບາງຄົນໃນພວກນີ້ໄດ້ຮ່ວມກິນເຂົ້າແລງກັບພຣະອົງ ແລະພວກສາວົກຂອງພຣະອົງ. 16 ແຕ່ທຳມະຈານບາງຄົນທີ່ເປັນຝ່າຍຟາຣີຊາຍ ໄດ້ເຫັນພຣະເຢຊູເຈົ້າກຳລັງກິນເຂົ້າກັບຄົນນອກສິນທຳແລະຄົນເກັບພາສີ. ດັ່ງນັ້ນ ພວກເຂົາຈຶ່ງຖາມພວກສາວົກຂອງພຣະອົງວ່າ, “ເປັນຫຍັງເພິ່ນຈຶ່ງກິນເຂົ້າກັບຄົນເກັບພາສີແລະຄົນນອກສິນທຳ?” 17 ເມື່ອພຣະເຢຊູເຈົ້າໄດ້ຍິນພວກເຂົາເວົ້າແລ້ວ ຈຶ່ງຕອບພວກເຂົາວ່າ, “ຄົນທີ່ມີສຸຂະພາບດີບໍ່ຕ້ອງການໝໍ, ແຕ່ຄົນເຈັບຕ້ອງການໝໍ ເຮົາບໍ່ໄດ້ມາເພື່ອເອີ້ນເອົາຄົນຊອບທຳ, ແຕ່ມາເອີ້ນເອົາຄົນທີ່ມີບາບກຳທັງຫລາຍ.” ຄຳຖາມເລື່ອງການຖືສິນອົດອາຫານ ( ມທ 9:14-17 ; ລກ 5:33-39 ) 18 ພວກທີ່ຕິດຕາມໂຢຮັນບັບຕິສະໂຕແລະພວກຟາຣີຊາຍ ກຳລັງຖືສິນອົດອາຫານ ແລ້ວມີບາງຄົນມາຖາມພຣະເຢຊູເຈົ້າວ່າ, “ເປັນຫຍັງພວກຕິດຕາມໂຢຮັນບັບຕິສະໂຕ ແລະພວກຕິດຕາມພວກຟາຣີຊາຍຈຶ່ງຖືສິນອົດອາຫານ ສ່ວນສາວົກຂອງທ່ານບໍ່ຖື?” 19 ພຣະເຢຊູເຈົ້າຕອບວ່າ, “ເພື່ອນຂອງເຈົ້າບ່າວບໍ່ຕ້ອງຖືສິນອົດອາຫານ ໃນຂະນະທີ່ເຈົ້າບ່າວຍັງຢູ່ນຳພວກເຂົາ. 20 ແຕ່ເວລານັ້ນຈະມາເຖິງ ຄືເມື່ອເຈົ້າບ່າວຈະຕ້ອງພາກຈາກພວກເຂົາໄປ ເມື່ອນັ້ນແຫຼະ ທີ່ພວກເຂົາຈະຖືສິນອົດອາຫານ.” 21 “ບໍ່ມີຜູ້ໃດທີ່ໃຊ້ຜ້າໃໝ່ຕາບເສື້ອເກົ່າ ຖ້າເຮັດຢ່າງນັ້ນຜ້າໃໝ່ຈະຫົດ ແລະ ເຮັດໃຫ້ເສື້ອເກົ່າຂາດເປັນຮູໃຫຍ່ຕື່ມອີກ. 22 ບໍ່ມີຜູ້ໃດທີ່ຖອກເຫຼົ້າອະງຸ່ນ ໃໝ່ໃສ່ຖົງໜັງເກົ່າ ຖ້າເຮັດຢ່າງນັ້ນ ເຫຼົ້າອະງຸ່ນຈະເຮັດໃຫ້ຖົງໜັງນັ້ນຂາດ ແລະເຫຼົ້າອະງຸ່ນກັບທັງຖົງກໍຈະເສຍໄປ, ແຕ່ເຫຼົ້າອະງຸ່ນໃໝ່ຕ້ອງໃສ່ໄວ້ໃນຖົງໜັງໃໝ່.” ບັນຫາເລື່ອງວັນຊະບາໂຕ ( ມທ 12:1-8 ; ລກ 6:1-5 ) 23 ໃນວັນຊະບາໂຕວັນໜຶ່ງ ພຣະເຢຊູເຈົ້າ ແລະສາວົກໄດ້ຍ່າງຜ່ານທົ່ງນາ ເມື່ອຍ່າງໄປຕາມທາງນັ້ນ ພວກສາວົກໄດ້ເດັດເອົາຮວງເຂົ້າ. 24 ດັ່ງນັ້ນ ພວກຟາຣີຊາຍຈຶ່ງເວົ້າຕໍ່ພຣະອົງວ່າ, “ເປັນຫຍັງ ພວກສາວົກຂອງທ່ານ ຈຶ່ງເຮັດໃນສິ່ງທີ່ກົດບັນຍັດຂອງພວກເຮົາບໍ່ອະນຸຍາດໃຫ້ເຮັດໃນວັນຊະບາໂຕ.” 25 ພຣະອົງຊົງຕອບພວກເຂົາວ່າ, “ພວກເຈົ້າບໍ່ເຄີຍອ່ານບໍສິ່ງທີ່ດາວິດ ແລະພວກຂອງຕົນໄດ້ເຮັດ ເມື່ອລາວຫິວເຂົ້າແລະຂັດສົນ. 26 ໃນສະໄໝນັ້ນ ແມ່ນອາບີອາທາເປັນມະຫາປະໂຣຫິດ ດາວິດໄດ້ເຂົ້າໄປໃນທີ່ສະຖິດຂອງພຣະເຈົ້າ ແລະກິນເຂົ້າຈີ່ທີ່ໄດ້ຖວາຍແກ່ພຣະເຈົ້າ ຊຶ່ງຕາມກົດບັນຍັດແລ້ວ ມີແຕ່ປະໂຣຫິດເທົ່ານັ້ນ ທີ່ມີສິດກິນເຂົ້າຈີ່ນີ້ໄດ້; ນອກນັ້ນຍັງປັນໃຫ້ຄົນຂອງຕົນກິນນຳດ້ວຍ.” 27 ແລ້ວພຣະເຢຊູເຈົ້າກໍກ່າວແກ່ພວກເຂົາວ່າ, “ວັນຊະບາໂຕຖືກຕັ້ງໄວ້ເພື່ອປະໂຫຍດອັນນຳຄວາມສຸກມາສູ່ມະນຸດ ບໍ່ແມ່ນສ້າງມະນຸດໄວ້ເພື່ອວັນຊະບາໂຕ. 28 ສະນັ້ນແຫລະ ບຸດມະນຸດຈຶ່ງເປັນອົງພຣະຜູ້ເປັນເຈົ້າເໜືອວັນຊະບາໂຕ.” |
@ 2012 United Bible Societies. All Rights Reserved.