ມາຣະໂກ 16 - ພຣະຄຳພີສັກສິພຣະເຢຊູເຈົ້າເປັນຄືນມາຈາກຕາຍ ( ມທ 28:1-8 ; ລກ 24:1-12 ; ຢຮ 20:1-10 ) 1 ເມື່ອວັນຊະບາໂຕຜ່ານພົ້ນໄປແລ້ວ ມາຣີໄທມັກດາລາ ມາຣີແມ່ຂອງຢາໂກໂບ ແລະ ນາງຊາໂລເມກໍຊື້ເຄື່ອງຫອມ ເພື່ອເອົາໄປຫົດສົງພຣະສົບຂອງພຣະເຢຊູເຈົ້າ. 2 ໃນວັນອາທິດແຕ່ເຊົ້າພໍຕາເວັນກຳລັງຂຶ້ນ ພວກນາງກໍໄປເຖິງອຸບມຸງນັ້ນ. 3 ພວກນາງຖາມກັນວ່າ, “ຜູ້ໃດໜໍ ຈະກື່ງກ້ອນຫີນນັ້ນ ອອກຈາກປາກອຸບມຸງໃຫ້ພວກເຮົາ?” 4 ແຕ່ພໍເມື່ອພວກນາງແນມເບິ່ງ ກໍເຫັນວ່າຫີນກ້ອນໃຫຍ່ນັ້ນ ຖືກກຶ່ງອອກໄປໄວ້ທາງຂ້າງແລ້ວ (ເພາະເປັນຫີນກ້ອນໃຫຍ່ຫລາຍ). 5 ເມື່ອພວກນາງເຂົ້າໄປໃນອຸບມຸງແລ້ວ ກໍໄດ້ເຫັນຊາຍໜຸ່ມຜູ້ໜຶ່ງ ນຸ່ງເສື້ອລ່າມສີຂາວນັ່ງຢູ່ເບື້ອງຂວາ ພວກນາງກໍມີຄວາມສະທ້ານຢ້ານກົວ ຕົກໃຈຫລາຍ. 6 ຊາຍໜຸ່ມກ່າວແກ່ພວກນາງວ່າ, “ຢ່າສູ່ຕົກໃຈເລີຍ ພວກນາງມາຊອກຫາເຢຊູໄທນາຊາເຣັດ ຜູ້ຖືກຄຶງໄວ້ທີ່ໄມ້ກາງແຂນ ພຣະອົງເປັນຄືນມາແລ້ວ ພຣະອົງບໍ່ໄດ້ຢູ່ທີ່ນີ້ ເພາະນີ້ແຫຼະ ບ່ອນທີ່ພວກເຂົາວາງພຣະສົບຂອງພຣະອົງໄວ້ 7 ບັດນີ້ ຈົ່ງໄປບອກພວກສາວົກຂອງພຣະອົງພ້ອມທັງເປໂຕດ້ວຍ ວ່າ, ‘ພຣະອົງຈະໄປທີ່ແຂວງຄາລີເລກ່ອນເຈົ້າທັງຫລາຍ. ເຈົ້າທັງຫລາຍຈະເຫັນພຣະອົງໃນທີ່ນັ້ນ ຕາມທີ່ພຣະອົງໄດ້ບອກພວກເຈົ້າໄວ້ແລ້ວ.”’ 8 ສະນັ້ນ ພວກນາງຈຶ່ງຟ້າວແລ່ນອອກໄປຈາກອຸບມຸງ ທັງວຸ້ນວາຍສັບສົນ ຈົນຕົວສັ່ນເຊັນ ແລະຫວາດກົວ. ພວກນາງບໍ່ໄດ້ບອກເລື່ອງນີ້ສູ່ຜູ້ໃດຟັງເພາະຢ້ານ. [ ພຣະເຢຊູເຈົ້າປາກົດແກ່ນາງມາຣີໄທມັກດາລາ ( ມທ 28:9-10 ; ຢຮ 20:11-18 ) 9 ເມື່ອຮຸ່ງເຊົ້າຂອງວັນອາທິດ ຫລັງຈາກພຣະເຢຊູເຈົ້າ ເປັນຄືນມາຈາກຕາຍແລ້ວ ພຣະອົງໄດ້ປາກົດແກ່ນາງມາຣີໄທມັກດາລາເປັນຜູ້ທຳອິດ ຄືຜູ້ທີ່ພຣະອົງໄດ້ຂັບໄລ່ຜີມານຮ້າຍເຈັດໂຕອອກນັ້ນ. 10 ນາງຈຶ່ງໄປບອກພວກທີ່ເຄີຍຢູ່ກັບພຣະອົງ ພວກເຂົາກຳລັງໄວ້ທຸກ ແລະຮ້ອງໄຫ້ຢູ່, 11 ເມື່ອພວກເຂົາໄດ້ຍິນວ່າພຣະເຢຊູເຈົ້າມີຊີວິດຢູ່ ແລະທັງໄດ້ຍິນນາງເວົ້າວ່າ ຕົນໄດ້ເຫັນພຣະອົງດ້ວຍ ພວກເຂົາກໍບໍ່ໄດ້ເຊື່ອ. ພຣະເຢຊູເຈົ້າປາກົດແກ່ພວກສາວົກສອງຄົນ ( ລກ 24:13-35 ) 12 ຫລັງຈາກນັ້ນແລ້ວ ພຣະເຢຊູເຈົ້າກໍໄດ້ປາກົດໃນລັກສະນະໜຶ່ງອີກ ແກ່ສາວົກສອງຄົນ ໃນຂະນະທີ່ພວກເພິ່ນເດີນທາງອອກໄປບ້ານນອກ. 13 ທັງສອງໄດ້ກັບຄືນມາບອກສາວົກຄົນອື່ນໆ, ແຕ່ພວກເພິ່ນກໍຍັງບໍ່ເຊື່ອ. ພຣະເຢຊູເຈົ້າປາກົດແກ່ພວກສາວົກສິບເອັດຄົນ ( ມທ 28:16-20 ; ລກ 24:36-49 ; ຢຮ 20:19-23 ; ກຈກ 1:6-8 ) 14 ພາຍຫລັງນັ້ນ ພຣະເຢຊູເຈົ້າກໍໄດ້ປາກົດແກ່ສາວົກສິບເອັດຄົນ ໃນຂະນະທີ່ພວກເພິ່ນກຳລັງກິນເຂົ້າຢູ່ ພຣະອົງໄດ້ຕຳໜິຕິຕຽນພວກເພິ່ນທີ່ສົງໄສ ແລະດື້ດ້ານທັງບໍ່ເຊື່ອພວກຄົນທີ່ໄດ້ເຫັນພຣະອົງມີຊີວິດຢູ່. 15 ແລ້ວພຣະອົງກໍໄດ້ສັ່ງພວກເພິ່ນວ່າ, “ເຈົ້າທັງຫລາຍຈົ່ງອອກໄປທົ່ວໂລກ ປະກາດຂ່າວປະເສີດແກ່ມະນຸດສະໂລກທັງໝົດ. 16 ຜູ້ທີ່ເຊື່ອ ແລະຮັບບັບຕິສະມາຈະໄດ້ພົ້ນ ຜູ້ທີ່ບໍ່ເຊື່ອຈະຖືກໂທດ. 17 ແລະໝາຍສຳຄັນເຫຼົ່ານີ້ຈະຕິດຕາມຄົນທີ່ເຊື່ອດັ່ງນີ້ຄື: ພວກເຂົາຈະຂັບໄລ່ຜີມານຮ້າຍອອກໄດ້ໃນນາມຂອງເຮົາ ພວກເຂົາຈະເວົ້າພາສາແປກໆໄດ້, 18 ພວກເຂົາຈະຈັບງູ ຫລືດື່ມຂອງມີພິດຢ່າງໜຶ່ງຢ່າງໃດ ສິ່ງເຫຼົ່ານີ້ຈະບໍ່ເປັນອັນຕະລາຍແກ່ພວກເຂົາ ເມື່ອພວກເຂົາວາງມືໃສ່ຄົນປ່ວຍ ແລະຄົນປ່ວຍນັ້ນກໍຈະຫາຍດີ.” ພຣະເຢຊູເຈົ້າຄືນສູ່ສະຫວັນ ( ລກ 24:50-53 ; ກຈກ 1:9-11 ) 19 ເມື່ອອົງພຣະເຢຊູເຈົ້າໄດ້ກ່າວແກ່ພວກເຂົາແລ້ວ ພຣະອົງກໍຖືກຮັບຂຶ້ນສູ່ສະຫວັນ ນັ່ງທີ່ເບື້ອງຂວາພຣະຫັດຂອງພຣະເຈົ້າ. 20 ແລ້ວພວກສາວົກເຫຼົ່ານັ້ນ ກໍອອກໄປປະກາດຂ່າວປະເສີດທົ່ວທຸກທີ່ທຸກບ່ອນ ແລະອົງພຣະຜູ້ເປັນເຈົ້າໄດ້ຮ່ວມງານກັບພວກເພິ່ນ ແລະພຣະອົງໄດ້ຢັ້ງຢືນໃຫ້ເຫັນວ່າ ການປະກາດຂ່າວປະເສີດຂອງພວກເພິ່ນ ເປັນຄວາມຈິງແທ້ ດ້ວຍໝາຍສຳຄັນ ແລະການອັດສະຈັນຕ່າງໆທີ່ເກີດຂຶ້ນນັ້ນ.] |
@ 2012 United Bible Societies. All Rights Reserved.