Biblia Todo Logo
Bìoball air-loidhne

- Sanasan -

ມາຣະໂກ 12 - ພຣະຄຳພີສັກສິ


ຄຳອຸປະມາ​ເລື່ອງ​ຄົນ​ເຊົ່າ​ສວນອະງຸ່ນ
( ມທ 21:33-46 ; ລກ 20:9-19 )

1 ແລ້ວ​ພຣະເຢຊູເຈົ້າ​ກໍໄດ້​ເລີ່ມຕົ້ນ​ກ່າວ​ແກ່​ພວກເຂົາ​ເປັນ​ຄຳອຸປະມາ​ວ່າ, “ມີ​ຄົນ​ໜຶ່ງ​ເຮັດ​ສວນອະງຸ່ນ, ເພິ່ນ​ເຮັດ​ຮົ້ວ​ລ້ອມ​ສວນ​ໄວ້ ແລະ​ສະກັດ​ອ່າງ​ເພື່ອ​ໃຊ້​ເປັນ​ບ່ອນ​ບີບຄັ້ນ​ເອົາ​ນໍ້າ​ອະງຸ່ນ ແລະ​ທັງ​ໄດ້​ສ້າງ​ຫໍຄອຍ​ເພື່ອ​ເຝົ້າ​ຍາມ​ໄວ້​ດ້ວຍ, ຕໍ່ມາ ເພິ່ນ​ເອົາ​ສວນ​ອະງຸ່ນ​ໃຫ້​ຄົນ​ເຊົ່າ ແລ້ວ​ເພິ່ນ​ກໍ​ຈາກ​ໄປ​ປະເທດ​ອື່ນ.

2 ພໍ​ເຖິງ​ລະດູ​ເກັບ​ໝາກອະງຸ່ນ​ມາ​ຮອດ ເພິ່ນ​ກໍ​ໃຫ້​ຄົນ​ຮັບໃຊ້​ຄົນ​ໜຶ່ງ​ໄປ​ຫາ​ພວກ​ເຊົ່າ​ສວນ ເພື່ອ​ຮັບ​ເອົາ​ສ່ວນ​ແບ່ງ​ຈາກ​ຜົນລະປູກ​ຂອງຕົນ​ນຳ​ພວກເຂົາ.

3 ແລະ ຄົນ​ເຊົ່າ​ສວນ​ໄດ້​ຈັບ​ຄົນ​ຮັບໃຊ້​ຄົນ​ນັ້ນ​ມາ​ຂ້ຽນຕີ ແລະ​ຂັບໄລ່​ເຂົາ​ກັບຄືນ​ເມືອ​ມື​ເປົ່າ.

4 ແລ້ວ​ເຈົ້າ​ຂອງ​ສວນ​ກໍ​ໃຫ້​ຄົນ​ຮັບໃຊ້​ຄົນ​ໜຶ່ງ​ໄປ​ອີກ ພວກ​ຄົນ​ເຊົ່າ​ສວນ​ກໍ​ທຸບຕີ​ເຂົາ​ຈົນ​ຫົວ​ມີ​ບາດແຜ ແລະ​ປ້ອຍດ່າ​ດູຖູກ​ເຂົາ​ອີກ​ດ້ວຍ.

5 ເຈົ້າ​ຂອງ​ສວນ​ໄດ້​ໃຫ້​ຂ້ອຍໃຊ້​ຄົນ​ໜຶ່ງ​ໄປ​ອີກ ແລະ​ພວກເຂົາ​ກໍ​ໄດ້ຂ້າ​ເຂົາ; ແລ້ວ​ເຈົ້າ​ຂອງ​ສວນ​ກໍ​ຍັງ​ສົ່ງ​ຄົນ​ຮັບໃຊ້​ມາ​ອີກ​ຫລາຍໆ​ຄົນ ພວກເຂົາ​ກໍ​ຂ້ຽນຕີ​ບາງຄົນ ແລະ​ຂ້າ​ບາງຄົນ.

6 ໃນທີ່ສຸດ ກໍ​ເຫຼືອ​ແຕ່​ລູກຊາຍ​ຜູ້​ເປັນ​ສຸດທີ່ຮັກ​ຂອງ​ເພິ່ນ, ເພິ່ນ​ຈຶ່ງ​ໃຊ້​ລູກ​ຄົນ​ນັ້ນ​ໄປ ເປັນ​ຄົນ​ສຸດທ້າຍ​ໂດຍ​ຄິດ​ວ່າ, ‘ພວກເຂົາ​ຄົງ​ຈະ​ໃຫ້​ຄວາມ​ເຄົາຣົບ​ນັບຖື​ລາວ.’

7 ແຕ່​ຄົນ​ເຊົ່າ​ສວນ​ເຫຼົ່ານັ້ນ​ເວົ້າ​ກັນ​ວ່າ, ‘ຄົນ​ນີ້​ແຫຼະ ເປັນ​ເຈົ້າ​ຂອງ​ມໍຣະດົກ, ໃຫ້​ພວກເຮົາ​ຂ້າ​ມັນ​ສາ ແລ້ວ​ມໍຣະດົກ​ກໍ​ຈະ​ຕົກ​ເປັນ​ຂອງ​ພວກເຮົາ.’

8 ດັ່ງນັ້ນ ພວກເຂົາ​ຈຶ່ງ​ຈັບ​ລູກຊາຍ​ຂອງ​ເຈົ້າຂອງ​ສວນ ແລະ​ກໍ​ໄດ້ຂ້າ​ລາວ, ແລ້ວ​ພວກເຂົາ​ກໍ​ໂຍນ​ຊາກສົບ​ຂອງ​ລາວ​ຖິ້ມ​ອອກ​ໄປ​ນອກ​ສວນ.”

9 ພຣະເຢຊູເຈົ້າ​ຖາມ​ວ່າ, “ເມື່ອ​ເປັນ​ເຊັ່ນ​ນັ້ນ ເຈົ້າ​ຂອງ​ສວນ​ຈະ​ເຮັດ​ຢ່າງ​ໃດ? ເພິ່ນ​ຈະ​ມາ​ຂ້າ​ຄົນ​ເຊົ່າ​ສວນ​ເຫຼົ່ານັ້ນ​ເສຍ ແລະ​ຈະ​ເອົາ​ສວນ​ອະງຸ່ນ​ໃຫ້​ຄົນອື່ນ​ເຊົ່າ.

10 ແນ່ນອນ​ພວກເຈົ້າ​ຍັງ​ບໍ່ໄດ້​ອ່ານ​ພຣະຄຳພີ​ຂໍ້​ນີ້​ບໍ​ວ່າ, ‘ຫີນ​ທີ່​ນາຍຊ່າງ​ກໍ່​ໄດ້​ໂຍນ​ຖິ້ມ​ແລ້ວ ຫີນ​ນັ້ນ​ແຫຼະ ກາຍເປັນ​ຫີນ​ເສົາ​ເອກ ສຳຄັນ​ກວ່າ​ໝູ່​ໝົດ.

11 ເລື່ອງ​ນີ້​ມາ​ຈາກ​ອົງພຣະ​ຜູ້​ເປັນເຈົ້າ ແລະ ເປັນ​ການ​ອັດສະຈັນ ແກ່​ຕາ​ຂອງ​ພວກເຮົາ.”’

12 ຝ່າຍ​ພວກເຂົາ​ຈຶ່ງ​ພະຍາຍາມ​ຈະ​ຈັບ​ພຣະອົງ ເພາະ​ພວກເຂົາ​ຮູ້​ວ່າ ພຣະອົງ​ໄດ້​ກ່າວ​ຄຳອຸປະມາ​ນີ້​ຕໍ່ສູ້​ພວກ​ຕົນ, ແຕ່​ຍ້ອນ​ຢ້ານ​ປະຊາຊົນ ພວກເຂົາ​ຈຶ່ງ​ໜີໄປ​ຈາກ​ພຣະອົງ.


ບັນຫາ​ເລື່ອງ​ການ​ເສຍ​ພາສີ
( ມທ 22:15-22 ; ລກ 20:20-26 )

13 ແລ້ວ​ພວກ​ຟາຣີຊາຍ​ກັບ​ພັກພວກ​ຂອງ​ເຮໂຣດ ກໍ​ໃຊ້​ບາງຄົນ​ອອກ​ໄປ​ຫາ​ພຣະເຢຊູເຈົ້າ ເພື່ອ​ຄອຍ​ຈັບຜິດ​ໃນ​ຄຳ​ເວົ້າ​ຂອງ​ພຣະອົງ.

14 ພວກເຂົາ​ໄດ້​ມາ​ຫາ​ພຣະອົງ ແລະ​ໄດ້​ເວົ້າ​ວ່າ, “ອາຈານ​ເອີຍ ພວກ​ຂ້ານ້ອຍ​ຮູ້​ວ່າ​ທ່ານ​ເປັນ​ຜູ້​ສັດຊື່ ແລະ​ບໍ່ໄດ້​ເອົາ​ໃຈ​ຜູ້ໃດ ເພາະ​ທ່ານ​ບໍ່​ເຫັນ​ແກ່​ໜ້າ​ຜູ້ໃດ, ແຕ່​ທ່ານ​ສັ່ງສອນ​ຄວາມຈິງ​ໃນ​ທາງ​ຂອງ​ພຣະເຈົ້າ ປະສົງ​ໃຫ້​ມະນຸດ​ປະຕິບັດ​ຕາມ ການ​ທີ່​ເສຍ​ພາສີ​ອາກອນ​ໃຫ້​ແກ່​ກາຍຊາ​ນັ້ນ ຖືກຕ້ອງ​ຕາມ​ກົດບັນຍັດ​ບໍ? ພວກເຮົາ​ຄວນ​ເສຍ​ຫລື​ບໍ່?”

15 ພຣະເຢຊູເຈົ້າ​ຮູ້​ເຖິງ​ອຸບາຍ​ຂອງ​ພວກເຂົາ ຈຶ່ງ​ຕອບ​ວ່າ, “ພວກເຈົ້າ​ມາ​ທົດລອງ​ເຮົາ​ເຮັດ​ຫຍັງ? ຈົ່ງ​ນຳ​ເງິນ​ຫລຽນ​ໜຶ່ງ​ມາ​ໃຫ້​ເຮົາ​ເບິ່ງດູ.”

16 ພວກເຂົາ​ກໍ​ເອົາ​ມາ​ໃຫ້ ແລະ​ພຣະເຢຊູເຈົ້າ​ຈຶ່ງ​ຖາມ​ວ່າ, “ຮູບ​ແລະ​ຄຳ​ຈາລຶກ​ນີ້​ເປັນ​ຂອງ​ຜູ້ໃດ?” ພວກເຂົາ​ຕອບ​ວ່າ, “ເປັນ​ຂອງ​ກາຍຊາ.”

17 ດັ່ງນັ້ນ ພຣະເຢຊູເຈົ້າ​ຈຶ່ງ​ກ່າວ​ແກ່​ພວກເຂົາ​ວ່າ, “ສິ່ງ​ທີ່​ເປັນ​ຂອງ​ກາຍຊາ ຈົ່ງ​ຄືນ​ໃຫ້​ແກ່​ກາຍຊາ ແລະ​ສິ່ງ​ທີ່​ເປັນ​ຂອງ​ພຣະເຈົ້າ ຈົ່ງ​ສົ່ງຄືນ​ແກ່​ພຣະເຈົ້າ.” ເມື່ອ​ທຸກຄົນ​ໄດ້ຍິນ​ຄຳຕອບ​ຂອງ​ພຣະເຢຊູເຈົ້າ​ແລ້ວ ຕ່າງ​ກໍ​ປະຫລາດ​ໃຈ​ໃນ​ພຣະອົງ.


ບັນຫາ​ເລື່ອງ​ການ​ເປັນ​ຄືນ​ມາ​ຈາກ​ຕາຍ
( ມທ 22:23-33 ; ລກ 20:27-40 )

18 ແລ້ວ​ພວກ​ຊາດູກາຍ​ບາງຄົນ ກໍ​ມາ​ຫາ​ພຣະເຢຊູເຈົ້າ (ພວກ​ນີ້​ເຄີຍ​ເວົ້າ​ວ່າ​ການ​ຄືນ​ມາ​ຈາກ​ຕາຍ​ນັ້ນ​ບໍ່ມີ.) ພວກເຂົາ​ຖາມ​ພຣະອົງ​ວ່າ,

19 “ອາຈານ​ເອີຍ ໂມເຊ​ໄດ້​ຂຽນ​ເປັນ​ຄຳສັ່ງ​ສຳລັບ​ພວກເຮົາ​ວ່າ, ‘ຖ້າ​ຊາຍ​ຄົນ​ໜຶ່ງ​ຕາຍໄປ ແຕ່​ເມຍ​ຂອງ​ຜູ້​ຕາຍ​ຍັງ​ຢູ່​ໂດຍ​ບໍ່ທັນ​ມີ​ລູກ ກໍ​ໃຫ້​ນ້ອງຊາຍ​ຂອງ​ຜູ້ນັ້ນ​ເອົາ​ເອື້ອຍໃພ້​ຂອງຕົນ​ເປັນ​ເມຍ ເພື່ອ​ສືບ​ເຊື້ອສາຍ​ໃຫ້​ອ້າຍ​ຂອງຕົນ​ທີ່​ຕາຍໄປ​ແລ້ວ​ນັ້ນ.’

20 ຍັງ​ມີ​ເຈັດ​ຊາຍ​ອ້າຍ​ນ້ອງ​ນຳກັນ, ອ້າຍ​ກົກ​ໄດ້​ເອົາ​ເມຍ​ແລ້ວ​ຕາຍໄປ​ໂດຍ​ບໍ່ມີ​ລູກ.

21 ແລ້ວ​ນ້ອງຊາຍ​ຂອງ​ລາວ​ຜູ້​ທີ​ໜຶ່ງ ກໍໄດ້​ຮັບ​ເອົາ​ຍິງ​ນັ້ນ​ມາ​ເປັນ​ເມຍ ແລະ​ລາວ​ກໍ​ຕາຍໄປ​ອີກ​ໂດຍ​ບໍ່ມີ​ລູກ ນ້ອງຊາຍ​ຂອງ​ລາວ​ຜູ້​ທີ​ສອງ ກໍ​ເຮັດ​ເໝືອນ​ກັບ​ອ້າຍ​ຂອງ​ລາວ,

22 ອ້າຍ​ນ້ອງ​ທັງ​ເຈັດ​ໄດ້​ເອົາ​ຍິງ​ນັ້ນ​ມາ​ເປັນ​ເມຍ ແລະ​ພວກເຂົາ​ກໍ​ຕາຍໄປ​ໂດຍ​ບໍ່ມີ​ລູກ, ແລ້ວ​ໃນ​ທີ່ສຸດ ຍິງ​ນັ້ນ​ກໍ​ຕາຍໄປ​ເໝືອນກັນ.

23 ໃນ​ວັນ​ທີ່​ຄົນ​ຕາຍ​ທຸກຄົນ​ເປັນ​ຄືນ​ມາ​ສູ່​ຊີວິດ​ນັ້ນ ຍິງ​ນີ້​ຈະ​ເປັນ​ເມຍ​ຂອງ​ຜູ້ໃດ? ດ້ວຍວ່າ, ຊາຍ​ທັງ​ເຈັດ​ຄົນ​ໄດ້​ເປັນ​ຜົວ​ຂອງ​ນາງ​ແລ້ວ.”

24 ພຣະເຢຊູເຈົ້າ​ຊົງ​ຕອບ​ພວກເຂົາ​ວ່າ, “ເພາະ​ຂໍ້​ນີ້​ແຫຼະ ພວກເຈົ້າ​ເຂົ້າໃຈ​ຜິດ​ສາ​ແລ້ວ ເພາະ​ພວກເຈົ້າ​ບໍ່​ຮູ້ຈັກ​ພຣະຄຳພີ ຫລື​ຣິດອຳນາດ​ຂອງ​ພຣະເຈົ້າ.

25 ດ້ວຍວ່າ, ເມື່ອ​ຄົນ​ຕາຍ​ຄືນ​ສູ່​ຊີວິດ​ນັ້ນ ຈະ​ບໍ່ມີ​ການ​ແຕ່ງງານ ຫລື​ຍົກ​ກັນ​ໃຫ້​ເປັນ​ຜົວ​ເມຍ​ອີກ ແຕ່​ພວກເຂົາ​ຈະ​ເປັນ​ດັ່ງ​ເທວະດາ​ໃນ​ສະຫວັນ.

26 ສຳລັບ​ເລື່ອງ​ຄົນ​ຕາຍ​ເປັນ​ຄືນ​ມາ​ນັ້ນ ພວກເຈົ້າ​ບໍ່ເຄີຍ​ອ່ານ​ໃນ​ພຣະຄຳພີ​ຂອງ​ໂມເຊ​ຈັກເທື່ອ​ບໍ? ໃນ​ຕອນ​ທີ່​ກ່າວ​ເຖິງ​ເລື່ອງ​ພຸ່ມໄມ້​ທີ່​ມີ​ໄຟ​ລຸກ​ໄໝ້​ນັ້ນ, ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, ພຣະເຈົ້າ​ໄດ້​ກ່າວ​ແກ່​ໂມເຊ​ດັ່ງນີ້: ‘ເຮົາ​ເປັນ​ພຣະເຈົ້າ​ຂອງ​ອັບຣາຮາມ, ອີຊາກ ແລະ ຢາໂຄບ.’

27 ພຣະອົງ​ບໍ່ແມ່ນ​ພຣະເຈົ້າ​ຂອງ​ຄົນ​ຕາຍ ແຕ່​ແມ່ນ​ພຣະເຈົ້າ​ຂອງ​ຄົນ​ເປັນ, ພວກເຈົ້າ​ຫລົງ​ຜິດ​ໄປ​ຢ່າງ​ໝົດ​ສິ້ນ​ແລ້ວ.”


ກົດບັນຍັດ​ຂໍ້​ໃຫຍ່​ທີ່​ສຳຄັນ​ທີ່ສຸດ
( ມທ 22:34-40 ; ລກ 10:25-28 )

28 ມີ​ທຳມະຈານ​ຄົນ​ໜຶ່ງ ໄດ້​ເຂົ້າ​ມາ​ເຖິງ​ໃນ​ຂະນະທີ່​ພຣະເຢຊູເຈົ້າ ແລະ​ພວກ​ຊາດູກາຍ​ກຳລັງ​ຖົກຖຽງ​ກັນ​ຢູ່ ລາວ​ໄດ້ຍິນ​ພຣະອົງ​ຕອບ​ພວກເຂົາ​ໄດ້​ດີ. ສະນັ້ນ ລາວ​ຈຶ່ງ​ຖາມ​ພຣະອົງ​ວ່າ, “ກົດບັນຍັດ​ຂໍ້​ໃດ​ສຳຄັນ​ທີ່ສຸດ ກວ່າ​ຂໍ້​ບັນຍັດ​ທັງໝົດ?”

29 ພຣະເຢຊູເຈົ້າ​ຕອບ​ລາວ​ວ່າ, “ກົດບັນຍັດ​ຂໍ້​ສຳຄັນ​ທີ່ສຸດ ຄື​ດັ່ງນີ້ ‘ຊາວ​ອິດສະຣາເອນ​ເອີຍ ຈົ່ງ​ຟັງ​ເທີ້ນ ອົງພຣະ​ຜູ້​ເປັນເຈົ້າ​ຂອງ​ພວກເຮົາ ແມ່ນ​ພຣະເຈົ້າ​ແຕ່​ອົງ​ດຽວ.

30 ຈົ່ງ​ຮັກ​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ຂອງ​ເຈົ້າ​ດ້ວຍ​ສຸດໃຈ, ດ້ວຍ​ສຸດຈິດ, ດ້ວຍ​ສຸດ​ຄວາມຄິດ ແລະ​ດ້ວຍ​ສຸດ​ກຳລັງ​ຂອງ​ເຈົ້າ.’

31 ກົດບັນຍັດ​ຂໍ້​ທີ​ສອງ​ນັ້ນ ຄື: ‘ຈົ່ງ​ຮັກ​ເພື່ອນບ້ານ​ເໝືອນ​ຮັກ​ຕົນເອງ.’ ບໍ່ມີ​ກົດບັນຍັດ​ຂໍ້​ໃດ​ທີ່​ສຳຄັນ​ກວ່າ​ສອງ​ຂໍ້​ນີ້.”

32 ທຳມະຈານ​ຄົນ​ນີ້​ຈຶ່ງ​ເວົ້າ​ຕໍ່​ພຣະເຢຊູເຈົ້າ​ວ່າ, “ດີ​ແລ້ວ​ອາຈານ​ເອີຍ ທີ່​ທ່ານ​ໄດ້​ກ່າວ​ນັ້ນ​ຖືກ​ແລ້ວ​ທີ່​ວ່າ, ແມ່ນ​ພຣະເຈົ້າ​ແຕ່​ອົງ​ດຽວ ແລະ​ນອກຈາກ​ພຣະອົງ​ແລ້ວ​ບໍ່ມີ​ພຣະເຈົ້າ​ອົງ​ອື່ນ​ອີກ.

33 ແລະ ທີ່​ຈະ​ຮັກ​ພຣະເຈົ້າ​ດ້ວຍ​ສຸດໃຈ ດ້ວຍ​ສຸດຈິດ ດ້ວຍ​ສຸດ​ຄວາມຄິດ ແລະ​ດ້ວຍ​ສຸດ​ກຳລັງ​ຂອງຕົນ ແລະ​ຮັກ​ເພື່ອນບ້ານ​ເໝືອນ​ຮັກ​ຕົນເອງ​ນັ້ນ ກໍ​ປະເສີດ​ຫລາຍກວ່າ​ຂອງ​ຖວາຍ ແລະ​ເຄື່ອງ​ເຜົາບູຊາ​ທັງປວງ.”

34 ເມື່ອ​ພຣະເຢຊູເຈົ້າ​ເຫັນ​ວ່າ ລາວ​ຕອບ​ດ້ວຍ​ຄວາມ​ສະຫລາດ ພຣະອົງ​ຈຶ່ງ​ບອກ​ລາວ​ວ່າ, “ເຈົ້າ​ບໍ່ໄດ້​ໄກ​ຈາກ​ອານາຈັກ​ຂອງ​ພຣະເຈົ້າ.” ຕັ້ງແຕ່​ນັ້ນ​ມາ ບໍ່ມີ​ຜູ້ໃດ​ກ້າ​ຖາມ​ພຣະອົງ​ອີກ​ຕໍ່ໄປ.


ບັນຫາ​ເລື່ອງ​ເຊື້ອສາຍ​ຂອງ​ດາວິດ
( ມທ 22:41-46 ; ລກ 20:41-44 )

35 ເມື່ອ​ພຣະເຢຊູເຈົ້າ​ກຳລັງ​ສັ່ງສອນ​ໃນ​ພຣະວິຫານ​ຢູ່​ນັ້ນ ພຣະອົງ​ໄດ້​ຖາມ​ວ່າ, “ດ້ວຍເຫດໃດ ພວກ​ທຳມະຈານ​ຈຶ່ງ​ເວົ້າ​ໄດ້​ວ່າ ພຣະຄຣິດ​ເປັນ​ເຊື້ອວົງ​ຂອງ​ດາວິດ?

36 ເພາະວ່າ​ດາວິດ​ເອງ​ໄດ້​ກ່າວ​ດ້ວຍ​ຣິດເດດ​ພຣະວິນຍານ​ບໍຣິສຸດເຈົ້າ​ວ່າ, ‘ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ແກ່​ ພຣະອົງເຈົ້າ​ຂອງ​ຂ້ານ້ອຍ​ວ່າ, ຈົ່ງ​ນັ່ງ​ເບື້ອງ​ຂວາ​ຂອງເຮົາ ຈົນກວ່າ​ເຮົາ​ໄດ້​ປາບ​ສັດຕູ​ທັງຫລາຍ​ຂອງ​ເຈົ້າ ໃຫ້​ລົງ​ຢູ່​ໃຕ້​ຕີນ​ຂອງ​ເຈົ້າ.’

37 ເມື່ອ​ກະສັດ​ດາວິດ​ເອງ​ຍັງ​ເອີ້ນ​ພຣະຄຣິດ​ວ່າ, ‘ພຣະອົງເຈົ້າ’ ແລ້ວ​ພຣະຄຣິດ​ຈະ​ເປັນ​ເຊື້ອສາຍ​ຂອງ​ດາວິດ​ໄດ້​ຢ່າງ​ໃດ?” ປະຊາຊົນ​ຢ່າງ​ໜາແໜ້ນ​ກຳລັງ​ຟັງ​ພຣະເຢຊູເຈົ້າ​ສອນ​ດ້ວຍ​ຄວາມ​ຍິນດີ.


ພຣະເຢຊູເຈົ້າ​ປະນາມ​ພວກ​ຟາຣີຊາຍ​ແລະ​ພວກ​ທຳມະຈານ
( ມທ 23:1-36 ; ລກ 20:45-47 )

38 ໃນ​ຄຳສັ່ງສອນ​ຂອງ​ພຣະອົງ​ໄດ້​ກ່າວ​ແກ່​ພວກເຂົາ​ວ່າ, “ຈົ່ງ​ລະວັງ​ພວກ​ທຳມະຈານ​ໃຫ້​ດີ ພວກເຂົາ​ມັກ​ນຸ່ງ​ເສື້ອລ່າມ​ຍ່າງ​ໄປມາ ແລະ​ມັກ​ໃຫ້​ຄົນ​ຄຳນັບ​ໃນ​ທີ່​ຊຸມນຸມຊົນ,

39 ພວກເຂົາ​ມັກ​ບ່ອນ​ນັ່ງ​ອັນ​ມີ​ກຽດ​ໃນ​ທຳມະສາລາ ແລະ​ນັ່ງ​ບ່ອນ​ດີໆ​ໃນ​ງານກິນລ້ຽງ.

40 ພວກເຂົາ​ສໍ້ໂກງ​ເອົາ​ສິ່ງ​ຂອງ ຂອງ​ບັນດາ​ແມ່ໝ້າຍ ແລະ​ເຮັດ​ທຳ​ທ່າ​ພາວັນນາ​ອະທິຖານ​ໃຫ້​ຍືດຍາວ ຄົນ​ພວກ​ນີ້​ຈະ​ຖືກ​ໂທດ​ໜັກ​ທີ່ສຸດ.”


ເງິນ​ຖວາຍ​ຂອງ​ແມ່ໝ້າຍ
( ລກ 21:1-4 )

41 ພຣະເຢຊູເຈົ້າ​ນັ່ງ​ຢູ່​ໃກ້​ຫີບ​ຖວາຍ​ເງິນ​ໃນ​ພຣະວິຫານ​ນັ້ນ ພຣະອົງ​ກໍ​ສັງເກດ​ເບິ່ງ​ປະຊາຊົນ​ປ່ອນ​ເງິນ​ລົງ​ໃນ​ຫີບຖວາຍ ຄົນ​ຮັ່ງມີ​ຫລາຍ​ຄົນ​ໄດ້​ປ່ອນ​ເງິນ​ລົງ​ຢ່າງ​ຫລວງຫລາຍ,

42 ແລ້ວ​ແມ່ໝ້າຍ​ທີ່​ຍາກຈົນ​ຄົນ​ໜຶ່ງ ໄດ້​ເອົາ​ຫລຽນ​ທອງແດງ​ສອງ​ຫລຽນ ທີ່​ມີ​ຄ່າ​ໜ້ອຍ​ທີ່ສຸດ​ມາ​ປ່ອນ​ລົງ​ໃນ​ຫີບຖວາຍ​ເໝືອນກັນ.

43 ດັ່ງນັ້ນ ພຣະເຢຊູເຈົ້າ​ຈຶ່ງ​ເອີ້ນ​ພວກ​ສາວົກ​ຂອງ​ພຣະອົງ​ມາ ແລະ​ກ່າວ​ແກ່​ພວກເພິ່ນ​ວ່າ, “ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ‘ແມ່ໝ້າຍ​ຍາກຈົນ​ຄົນ​ນີ້ ໄດ້​ປ່ອນ​ເງິນ​ລົງ​ໃນ​ຫີບຖວາຍ ຫລາຍກວ່າ​ຄົນອື່ນ​ທັງໝົດ​ທີ່​ປ່ອນ​ໃສ່​ນັ້ນ.

44 ເພາະ​ຄົນອື່ນ​ນັ້ນ​ໄດ້​ເອົາ​ເງິນ​ທີ່​ເຂົາ​ເຫຼືອ​ໃຊ້​ມາ​ປ່ອນ​ລົງ, ແຕ່​ສ່ວນ​ຍິງ​ຜູ້​ນີ້​ຍາກຈົນ​ທີ່ສຸດ ກໍ​ຍັງ​ເອົາ​ເງິນ​ທີ່​ຕົນ​ມີ​ຢູ່​ສຳລັບ​ລ້ຽງ​ຊີວິດ​ຂອງຕົນ ມາ​ປ່ອນ​ລົງ​ຈົນ​ໝົດ ຄື​ນາງ​ໄດ້​ຖວາຍ​ທຸກສິ່ງ​ທີ່​ນາງ​ມີ​ສຳລັບ​ລ້ຽງຊີບ.”’

@ 2012 United Bible Societies. All Rights Reserved.

Lean sinn:



Sanasan